ສປປ ລາວ ຖືກຈັດອັນດັບທີ 87 ຂອງໂລກ ດັດຊະນີຄວາມອຶດຫິວ

ອົງການສະຫະປະຊາຊາດສໍາລັບເດັກ (UNICEF) ປະຈໍາລາວ ໄດ້ລາຍງານເມື່ອບໍ່ດົນມານີ້ກ່ຽວກັບດັດຊະນີຄວາມອຶດຫິວໃນທົ່ວໂລກປະຈຳປີ 2019 ວ່າ: ສປປ ລາວ ຖືກຈັດຢູ່ໃນປະເພດທີ່ຮຸນແຮງເປັນອັນດັບທີ 87 ໃນຈຳ ນວນທັງໝົດ 117 ປະເທດ.

ໄລຍະຜ່ານມາ ສປປ ລາວ ມີຄວາມຄືບໜ້າທີ່ດີໃນການຍົກລະດັບວຽກ ງານໂພຊະນາການ, ແຕ່ຍັງມີຫຼາຍວຽກ ງານທີ່ຕ້ອງໄດ້ມີການຈັດຕັ້ງປະຕິບັດ ແລະ ບັນລຸເປົ້າໝາຍ. ສະຖານະການແມ່ນກ່ຽວກັບໂພຊະນາການຂອງເດັກຍັງຈັດຢູ່ໃນລະດັບທີ່ບໍ່ໜ້າເພິ່ງພໍໃຈ, ເຊິ່ງໄລຍະ 1.000 ວັນທຳອິດຂອງເດັກນ້ອຍແມ່ນມີຄວາມສຳຄັນຕໍ່ການພັດທະນາສຸຂະພາບ ໂດຍສະເພາະການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວຈົນຮອດອາຍຸ 6 ເດືອນ.
ອົງການສະຫະປະຊາຊາດສໍາລັບເດັກ ລາຍງານຕື່ມວ່າ: ອີງຕາມການສໍາຫຼວດຕົວຊີ້ວັດດ້ານສັງຄົມຂອງ ສປປ ລາວ ເຫັນວ່າຫຼາຍກວ່າເຄິ່ງໜຶ່ງຂອງເດັກນ້ອຍອາຍຸຕໍ່າກວ່າ 6 ເດືອນບໍ່ໄດ້ຮັບການລ້ຽງດ້ວຍນົມແມ່ພຽງຢ່າງດຽວ ແລະ ຫຼາຍກວ່າສອງສ່ວນສາມຂອງເດັກອາຍຸຕໍ່າກວ່າສອງປີອັດ ຕາການຈະເລີນເຕີບໂຕແມ່ນຕໍ່າກວ່າມາດຕະຖານເນື່ອງຈາກການບໍ່ໄດ້ຮັບອາຫານທີ່ພຽງພໍ ລວມເຖິງຄຸນນະພາບ ແລະ ຄວາມຫຼາກຫຼາຍຂອງອາ ຫານ.
ປັດຈຸບັນນີ້, ໜຶ່ງໃນສາມຂອງເດັກນ້ອຍທີ່ມີອາຍຸລະ ຫວ່າງ 6 ເດືອນ ຫາ 5 ປີ ມີທ່າອ່ຽງທີ່ຈະປະເຊີນກັບບັນຫາດ້ານການເຕີບໃຫຍ່, ຄວາມສາມາດໃນການຮຽນຮູ້ຫຼຸດລົງ ແລະ ດ້ານສະຕິປັນຍາ, ເຊິ່ງຈະເຮັດໃຫ້ສັກກະຍະພາບໃນການດຳເນີນຊີວິດຫຼຸດລົງ. ໃນບາງແຂວງ, ອັດຕາການຂາດສານອາຫານສູງເກີນ 50 %. ລະດັບການຈະເລີນເຕີບໂຕທີ່ບໍ່ສົມບູນຂອງເດັກນ້ອຍໃນລາວຍັງຄົງໜ້າເປັນຫ່ວງຢູ່ທີ່ປະມານ 9%, ເຊິ່ງເປັນສັນຍານທີ່ບົ່ງບອກວ່າຍັງມີການໄດ້ຮັບອາຫານທີ່ບໍ່ພຽງພໍ.

ຂ່າວ: ໜັງສືພິມວຽງຈັນທາມ

Comments