ສປປ ລາວ ສືບຕໍ່ເຂັ້ມງວດກັ້ນກອງຄົນເຂົ້າເມືອງ ຢູ່ບັນດາດ່ານສາກົນຕ່າງໆ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ເຂັ້ມງວດ ໃນການເຝົ້າລະວັງກວດຄົນເຂົ້າເມືອງ ຢູ່ບັນດາດ່ານສາກົນຕ່າງໆ ເຊິ່ງມາຮອດວັນທີ 17 ມິຖຸນາ 2020 ມີຜູ້ເດີນທາງເຂົ້າມາທັງໝົດ 1.930 ຄົນ, ໃນນັ້ນຜ່ານດ່ານລາວ-ໄທ 1.348 ຄົນ, ຜ່ານດ່ານ ລາວ-ຈີນ 49 ຄົນ, ດ່ານລາວ-ຫວຽດນາມ 527 ຄົນ, ສະໜາມບິນວັດໄຕສາກົນ 6 ຄົນ, ທັງໝົດໄດ້ແທກອຸນຫະພູມຮ່າງກາຍ, ບໍ່ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທັງໝົດມາກວດ ເພື່ອຊອກຫາເຊື້ອໂຄວິດ-19 (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ).

ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາ ລະນະສຸກ ໄດ້ກ່າວໃນພິທີຖະແຫລງຂ່າວ ໃນວັນທີ 18 ມິຖຸນາ 2020 ວ່າ: ປັດຈຸບັນ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນເປັນມື້ທີ 67, ໃນຄະນະທີ່ ບັນດາປະເທດທີ່ມີຊາຍແດນ ຕິດກັບລາວ ມີການຢັ້ງຢືນຜູ້ຕິດເຊື້ອພະຍາດໂຄວິດ-19 ເຊິ່ງມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 17 ມິຖຸນາ ຢູ່ປະເທດຈີນ ມີຜູ້ຕິດເຊື້ອໂຄວິດ-19 ທັງໝົດ 83.276, ເສຍຊີວິດ 4.634 ຄົນ, ຫວຽດນາມ ກໍລະນີສະສົມ 335 ຄົນ, ກຳປູເຈຍ ກໍລະນີສະສົມ 128 ຄົນ, ມຽນມາ ກໍລະນີສະສົມ 262 ຄົນ, ເສຍຊີວິດ 6 ຄົນ ແລະ ໄທ 3.135 ຄົນ ເສຍຊີວິດ 58 ຄົນ.

ເຖິງແມ່ນວ່າ ສປປ ລາວ ຈະບໍ່ພົບຜູ້ຕິດເຊື້ອໃໝ່ເພີ່ມເປັນເວລາ 2 ເດືອນປາຍແລ້ວກໍຕາມ, ແຕ່ຂໍຮຽກຮ້ອງໃຫ້ປະຊາຊົນລາວ ໃນຂອບເຂດທົ່ວປະເທດ ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການ ຂອງຄະນະສະເພາະກິດວາງອອກ ໃນແຕ່ລະໄລຍະຢ່າງເຂັ້ມງວດ ເພື່ອປ້ອງກັນບໍ່ໃຫ້ເກີດມີຜູ້ຕິດເຊື້ອພະຍາດດັ່ງກັບຄືນມາລະບາດເປັນຄັ້ງທີສອງ.

ຂ່າວ: ຂປລ.

Comments