ຄວາມຄືບໜ້າການປະຕິບັດ ເປົ້າໝາຍພັດທະນາແບບຍືນຍົງ ຢູ່ລາວ…

ກະຊວງການຕ່າງປະເທດ ຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ, ໃນນາມກອງເລຂາແຫ່ງຊາດ ເພື່ອຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ/SDGs) ໄດ້ຈັດກອງປະຊຸມເຜີຍແຜ່ ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດ ເປົ້າໝາຍການພັດ ທະນາແບບຍືນຍົງຢູ່ ສປປ ລາວ ແລະ ວຽກງານກ່ຽວຂ້ອງຕ່າງໆ ໃຫ້ບັນດາເຈົ້າໜ້າທີ່ກ່ຽວຂ້ອງ ໃນວັນທີ 6 ສິງຫາ ທີ່ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ, ໃຫ້ກຽດເຂົ້າຮ່ວມໂດຍ, ທ່ານ ທອງຜ່ານ ສະຫວັນເພັດ,ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງໆສະ ຫວັນນະເຂດ.


ກອງປະຊຸມຄັ້ງນີ້, ແນໃສ່ສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ຂະແໜງການກ່ຽວຂ້ອງຂອງພາກລັດກ່ຽວກັບຄວາມສຳຄັນ ໃນການຈັດຕັ້ງປະຕິບັດ ປພຍ ຂອງ ສປປ ລາວ ເພື່ອຮັບປະກັນການປະກອບສ່ວນ ແລະ ມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ. ກອງປະຊຸມຄັ້ງນີ້, ຄະນະຜູ້ແທນຈາກບັນດາແຂວງພາກກາງ ໄດ້ຮັບຟັງການເຜີຍແຜ່ ແລະ ແລກປ່ຽນບົດຮຽນວຽກງານ. ການຈັດຕັ້ງປະຕິບັດ ປພຍ ໂດຍໄດ້ເຊື່ອມສານເຂົ້າ ໃນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ເຊິ່ງຖືເອົາວຽກງານລຶບລ້າງຄວາມທຸກຍາກ ເປັນບູລິມະສິດຕົ້ນຕໍ ໂດຍສຸມໃສ່ການພັດທະນາແບບມີສ່ວນຮ່ວມຂອງຫລາຍພາກສ່ວນ ເວົ້າລວມ, ເວົ້າສະເພາະ ແມ່ນໄດ້ຮັບຟັງການເຜີຍແຜ່ ເອກະສານສໍາຄັນຂອງ ປພຍ ເຊັ່ນ: ແຜນປະຕິບັດງານແຫ່ງຊາດ ເພື່ອການຈັດຕັ້ງປະຕິບັດ ປພຍ ແລະ ແຜນດໍາເນີນງານການສື່ສານ, ໂຄສະນາ ແລະ ເຜີຍແຜ່ ປພຍ ທົ່ວປະເທດ ແລະ ທິດທາງການເຊື່ອມສານ ປພຍ ຮອດປີ 2030 ເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ.


ໃນໂອກາດດຽວກັນ, ກອງປະຊຸມຍັງໄດ້ຮັບຟັງການນຳສະເໜີກ່ຽວກັບ ການກະກຽມຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025), ຄວາມສຳຄັນຂອງວຽກງານສະຖິຕິ ເພື່ອຕອບສະໜອງ ຕໍ່ການສ້າງນະໂຍບາຍດ້ານການພັດທະນາທີ່ສອດຄ່ອງ ແລະ ແທດເໝາະກັບສະພາບການພັດທະນາຕົວຈິງຂອງ ສປປ ລາວ ແລະ ບັນດາເນື້ອໃນເອກະສານກ່ຽວກັບ ການຈັດຕັ້ງປະຕິບັດຫລັກການ ຂອງຖະແຫລງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມງານ ເພື່ອການພັດທະນາທີ່ມີປະສິດທິພາບ (2016-2025). ນອກຈາກນັ້ນ, ກອງປະຊຸມຍັງໄດ້ມີການຈັດພາກປຶກສາຫາລື (Panel Discussion) ເພື່ອຮັບຟັງກ່ຽວກັບ ຄວາມພະຍາຍາມຂອງທ້ອງຖິ່ນ ໃນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ວາລະ ດ້ານການພັດທະນາແຫ່ງຊາດ. ກອງປະຊຸມດັ່ງກ່າວ, ຍັງເປັນເວທີ ແລະ ກາລະໂອກາດ ໃຫ້ທ້ອງຖິ່ນ ໄດ້ແລກປ່ຽນວຽກງານຕົວຈິງຢູ່ທ້ອງຖິ່ນ, ບັນດາຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂໃນຕໍ່ໜ້າ ເພື່ອໃຫ້ບັນລຸເປົ້າໝາຍດ້ານການພັດທະນາ.


ກອງປະຊຸມຄັ້ງນີ້, ແມ່ນມີຄວາມສຳຄັນຫລາຍ ເຊິ່ງເປັນປະກອບສ່ວນໃນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ບັນດາພະນັກງານທີ່ວາງແຜນພັດທະນາ ໃນລະດັບທ້ອງຖິ່ນຢູ່ ແຂວງພາກກາງກ່ຽວກັບ ແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ທີ່ຕິດພັນໂດຍກົງ ກັບວາລະ 2030 ເພື່ອການພັດທະນາແບບຍືນຍົງ ຂອງອົງການສະຫະປະຊາຊາດ, ພ້ອມທັງເປັນການສ້າງຄວາມເປັນເອກະພາບກັນ, ຮັບປະກັນການປະກອບສ່ວນ ແລະ ມີສ່ວນຮ່ວມຂອງປະຊາຊົນລາວບັນດາເຜົ່າ ໃນການຈັດຕັ້ງປະຕິບັດ ປພຍ ໃຫ້ມີປະສິດທິຜົນສູງກວ່າເກົ່າ ໂດຍອີງຕາມສະພາບຈຸດພິເສດ ດ້ານການພັດທະນານັບຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນ.

Comments