ເມືອງລະຄອນເພັງ ທຳລາຍເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງສຳອາງຕ້ອງຫ້າມ

ແຫລ່ງຂ່າວຈາກ ຖວທ ເມືອງລະຄອນເພັງ ໃຫ້ຮູ້ວ່າ: ວັນທີ 5 ສິງຫາ 2020 ນີ້, ຫ້ອງການສາທາລະນະສຸກ ເມືອງລະຄອນເພັງ ແຂວງສາລະວັນ ໄດ້ຈູດທຳລາຍລິດຕະພັນເຄື່ອງສຳອາງທີ່ມີສານຕ້ອງຫ້າມ, ອາຫານໝົດອາຍຸ, ເສື່ອມຄຸນນະພາບ, ບໍ່ມີສະຫລາກ ແລະ ບໍ່ຮັບປະກັນຄຸນນະພາບ ຢູ່ເດີ່ນຫ້ອງການສາທາລະນະສຸກເມືອງ.

ໃນນັ້ນ ປະກອບມີ ອາຫານກະປ໋ອງ, ໜີ່, ນົມ, ນໍ້າແປບຊີ, ເຄື່ອງດື່ມຕ່າງໆ ແລະ ເຄື່ອງສຳອາງຈໍານວນໜຶ່ງ. ທັງນີ້ ກໍເພື່ອເຮັດໃຫ້ປະຊາຊົນ ເມືອງລະຄອນເພັງ ໄດ້ບໍລິການຊົມໃຊ້ ຜະລິດຕະພັນປະເພດອາຫານເຄື່ອງດື່ມ ແລະ ເຄື່ອງສຳອາງ ທີ່ຮັບປະກັນຄຸນນະພາບ ແລະ ຖືກຕ້ອງຕາມລະບຽບກົດໝາຍ.

ແຫຼ່ງຂໍ້ມູນ: ຂປລ

Comments