ກວດພົບສານຟໍມາລິນ (ຟອກໂມນໃສ່ສົບຄົນຕາຍ) ຢູ່ຕະຫລາດແຫ່ງຫນື່ງໃນແຂວງວຽງຈັນ

ແຟນເພຈ ສະບາຍດີແຂວງວຽງຈັນ ໄດ້ໂພສເຕືອນຜູ້ທີ່ມັກກິນປາໝຶກແດງ ແລະ ຍໍ່ຂາວ ທີ່ມີສານຟໍມາລິນ ຫຼື ຟອກໂມນດອງສົບ ໂດຍເພຈດັ່ງກ່າວໄດ້ລະບຸວ່າ: ກວດພົບສານຟໍມາລິນ(ຟອກໂມນໃສ່ສົບຄົນຕາຍ) ຢູ່ຕະຫລາດແຫ່ງຫນື່ງໃນແຂວງວຽງຈັນ.

ສຳລັບປາໝຶກແດງ ແມ່ນພົບຫຼາຍໃນປະເພດຕໍາສົ້ມຕ່າງໆ ສ່ວນຍໍ່ຂາວແມ່ນພົບເຫັນຕາມຮ້ານອາຫານບຸບເຟ້ ຮ້ານລາບ ແລະ ຮ້ານຊີ້ນຈຸ່ມ. ເຕືອນຜູ້ບໍລິໂພກ ເພາະສານຟໍມາລິນມີຜົນກະທົບຮ້າຍແຮງຕໍ່ຮ່າງກາຍ ແລະ ອາດເຮັດໃຫ້ເສຍຊີວິດໄດ້ ຖ້າຫາກໄດ້ຮັບສານໃນປະລິມານຫຼາຍ.

ແຫຼ່ງຂໍ້ມູນ: ແຟນເພຈ ສະບາຍດີແຂວງວຽງຈັນ

Comments