ໂຕໂຢຕ້າ ເປີດຕົວລົດກະບະ ໄຮລັກສ ຣີໂວ້ ລຸ້ນໃໝ່ ພ້ອມຄຳນິຍາມ “ປຸກພະລັງໃນຕົວທ່ານ ສູ່ເປົ້າໝາຍທີ່ເໜືອກວ່າ”

ໂຕໂຢຕ້າ ໄດ້ຈັດງານເປີດຕົວລົດກະບະອະເນກປະສົງ ໄຮລັກສ ຣີໂວ້ (Hilux Revo) ລຸ້ນໃໝ່ລ່າສຸດ ໃນວັນທີ 31 ກໍລະກົດ 2020 ທີ່ຜ່ານມາ ທີ່ຫ້ອງຂາຍ ໂຕໂຢຕ້າ ສາຂາທົ່ງຂັນຄຳ ໂດຍເປັນການຈັດງານ ເປີດຕົວລົດຮູບແບບໃໝ່ ຜ່ານທາງສື່ສັງຄົມອອນລາຍ.

ທ່ານ ມາຊາອາກິ ຄາວາບາຕະ, ອຳນວຍການຂອງ ບໍລິສັດ ໂຕໂຢຕ້າ ລາວ ຈຳກັດ. ກ່າວວ່າ “ກ່ອນອື່ນໝົດ, ຕາງໜ້າໃຫ້ບໍລິສັດ ໂຕໂຢຕ້າລາວ, ຂ້າພະເຈົ້າຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທຸກໆພາກສ່ວນທີ່ກ່ຽວຂ້ອງໂດຍສະເພາະແມ່ນລັດຖະບານລາວທີ່ມີການນຳພາຢ່າງເດັດດ່ຽວ, ພະນັກງານແພດທີ່ເຮັດວຽກ ໃນການປິ່ນປົວ,ບັນດາສື່ມວນຊົນສຳລັບ ວຽກງານການເຜີຍແຜ່ຂໍ້ມູນທີ່ເປັນປະໂຫຍດ ແລະ ຖືກຕ້ອງ ແລະ ຄົນລາວໝົດທຸກຄົນທີ່ຮ່ວມກັນປະກອບສ່ວນ ເຂົ້າໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ-19 ໄດ້ຢ່າງວ່ອງໄວ ແລະ ມີປະສິດທິພາບ.

ເຖິງຢ່າງໃດກໍ່ຕາມ, ເມື່ອຄຳນຶງ ເຖິງສະພາບການໃນປັດຈຸບັນ, ພວກເຮົາກໍຍັງຈຳເປັນທີ່ຈະຕ້ອງຮັກສາ ຄວາມລະມັດລະວັງຢ່າງຮອບຄອບ ເພື່ອຫຼີກລ່ຽງ ບໍ່ໃຫ້ມີການແຜ່ລະບາດເກີດຂຶ້ນໃໝ່ອີກ. ດ້ວຍເຫດນີ້, ບໍລິສັດ ໂຕໂຢຕ້າ ລາວ ຈຶ່ງຕັດສິນໃຈຈັດງານ ເປີດຕົວລົດ ໂຕໂຢຕ້າ ໄຮລັກສ ຣີໂວ ລຸ້ນໃໝ່ລ່າສຸດ ໂດຍຜ່ານ ທາງສື່ສັງຄົມອອນລາຍ ເພື່ອປະຕິບັດຕາມມາດຕະການ ປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19, ຫຼີກລ່ຽງການຊຸມນຸມກັນຂອງຄົນຈຳນວນຫຼາຍ ແລະ ເພື່ອຫຼຸດຜ່ອນຄວາມ ສ່ຽງລົງໃຫ້ຫຼາຍທີ່ສຸດ.

ໂຕໂຢຕ້າ ໄຮລັກສ ຣີໂວ ແມ່ນລົດກະບະອະເນກປະສົງທີ່ຄອງອັນດັບໜຶ່ງຂອງຕະຫຼາດໃນສປປ ລາວ ເປັນເວລາຫຼາຍປີ  ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງຕໍ່ລູກຄ້າຂອງພວກເຮົາທຸກໆຄົນ ສຳລັບ ການຕອບຮັບ ແລະ ຄວາມເຊື່ອໝັ້ນຂອງພວກທ່ານໃນລົດໂຕໂຢຕ້າ ໄຮລັກສ ຣີໂວ. ມື້ນີ້ ພວກເຮົາມີຄວາມ ພາກພູມໃຈຫຼາຍທີ່ຈະເປີດຕົວລົດ ໂຕໂຢຕ້າ ໄຮລັກສ ຣີໂວ ລຸ້ນໃໝ່ທີ່ທຸກທ່ານລໍຄອຍ. ໄຮລັກສ ຣີໂວ ລຸ້ນໃໝ່ນີ້ ມາພ້ອມກັບເຕັກໂນໂລຊີຂອງໂຕໂຢຕ້າທີ່ເປັນນະວັດຕະກຳໃໝ່, ຮູບຊົງພາຍນອກທີ່ສະດຸດຕາ ແລະ ການອອກແບບພາຍໃນທີ່ທັນສະໄໝ ແລະ ໂອ່ໂຖງ, ທີ່ພ້ອມຈະຕອບສະໜອງຄວາມຕ້ອງການ ແລະ ອຳນວຍຄວາມສະດວກໃຫ້ແກ່ຊີວິດຂອງຜູ້ຂັບຂີ່.

ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງຕໍ່ “ນໍ້າໃຈອັນແຂງແກ່ນເໜືອຄຳນິຍາມ” ຂອງບັນດາທ່ານໃນການ ຂ້າມຜ່ານວິກິດການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ນີ້. ໂຕໂຢຕ້າ ຫວັງທີ່ຈະຢູ່ຄຽງຂ້າງທ່ານ ຕະຫຼອດໄປ, ດັ່ງທີ່ທ່ານໄດ້ຢູ່ຄຽງຂ້າງ ໂຕໂຢຕ້າ ໄຮລັກສ ຣີໂວ ດ້ວຍ “ນໍ້າໃຈທີ່ແຂງແກ່ນເໜືອຄຳນິຍາມ” ຂອງທ່ານຕະຫຼອດມາ, ແລະ ໃນອະນາຄົດ. ຢູ່ທີ່ ໂຕໂຢຕ້າ, ສະມັດຖະພາບ ມີຄວາມໝາຍຫຼາຍກວ່າ ຄວາມແຮງ. ມັນຕ້ອງຕອບສະໜອງໄວ, ໝັ້ນຄົງ, ປະຫຍັດນໍ້າມັນ, ຂັບຂີ່ສະບາຍ ແລະ ບໍ່ເຮັດໃຫ້ເມື່ອຍລ້າ. ເຮົາບໍ່ໄດ້ເອົາໃຈໃສ່ພຽງຊ່ວຍໃຫ້ທ່ານເຖິງຈຸດໝາຍ ແຕ່ຍັງຄຳນຶງເຖິງຄວາມສະດວກສະບາຍຂອງທ່ານ ໃນລະຫວ່າງການເດີນທາງເຊັ່ນກັນ. ໄຮລັກສ ຣີໂວ ລຸ້ນໃໝ່ນີ້ ມີທັງຄວາມແຂງແກ່ນ ແລະ ຄວາມສະຫຼາດ ທັນສະໄໝ. ພວກເຮົາຫວັງວ່າ ໄຮລັກສ ຣີໂວ ລຸ້ນໃໝ່ນີ້ ຈະເປັນເພື່ອນຮ່ວມທາງທີ່ດີທີ່ສຸດໃນຊີວິດຂອງທ່ານ.

ໂຕໂຢຕ້າ ໄຮລັກສ ຣີໂວ້ ລຸ້ນໃໝ່ນີ້ມີການພັດທະນາ ປັບປຸງ 4 ຫົວຂໍ້ສຳຄັນດັ່ງນີ້

  1. ດ້ານການອອກແບບ ໄດ້ຮັບການອອກແບບໃໝ່ໃຫ້ທັນສະໄໝຫຼາຍຂຶ້ນ

ຈຸດປ່ຽນພາຍນອກ

  • ຕາໄຟໜ້າ (Head lamps) ແລະ ໄຟທ້າຍ (Rear Combination Lamp)

ອອກແບບໃໝ່ແບບ Bi-Beam ໄຟ LED Daytime Running Light ແລະ ໄຟທ້າຍ ແບບ LED Light Guiding ເພີ່ມຄວາມໂດດເດັ່ນໃນຍາມກາງຄືນ

  • ກະຈັງໜ້າ (Front Grille)
  • ກັນຊົນໜ້າ (Front Bumper)
  • ໄຟຕັດໝອກ (Front Fog lamps)
  • ຂອບປ້ອງກັນໄຟຕັດໝອກ (Front Fog Bezel)
  • ລໍ້ຂອບ 18 (Aluminum Wheels) ລາຍໃໝ່

ຈຸດປ່ຽນພາຍໃນ

  • ມິເຕີ້ວັດ ອອກແບບໃໝ່ ທີ່ທັນສະໃໝກວ່າເກົ່າ ພ້ອມຈໍສະແດງຜົນ Multi Information Display ດ້ານກາງ ທີ່ສະແດງໃຫ້ເຫັນວົງລໍ້ເວລາຫມູນພວງມະໄລ, ສະແດງລະບົບເຊັນເຊີ້ຫນ້າຫລັງ ແລະ ສະປີດຄວາມໄວຕ່າງໆ
  • ຈໍສະແດງຜົນຂະໜາດ 8 ນິ້ວ ພ້ອມເຄື່ອງສຽງໃໝ່ຄຸນະພາບດີກວ່າເກົ່າ ສາມາດຮອງຮັບລະບົບ Apple Car Play, Android & iOS ທີ່ເຊື່ອຕໍ່ໄດ້ງ່າຍດາຍ.
  • ດ້ານສະມັດຖະນະການຂັບຂີ່
    • ເພີ່ມແຮງມ້າ ແລະ ແຮງບິດ ສໍາລັບລຸ້ນ 4×4 Auto ໄດ້ເພີ່ມແຮງມ້າ ຈາກ 177Ps ເປັນ 204Ps, ແຮງບິດ ຈາກ 450Nm ເປັນ 500Nm,
    • ປະຢັດນ້ຳມັນຂຶ້ນ 4% ຈາກລຸ້ນປັດຈຸບັນ
    • ພວງມາໄລສຳພັດນຸ້ມນວນເປັນພວງມະໄລພາວເວີ້ ໂດຍນໍາໃຊ້ລະບົບ VFC ມາຊ່ວຍປັບນໍ້າໜັກຂອງພວງມະໄລ ໃຫ້ເໝາະສົມກັບຄວາມໄວຂອງລົດທຸກຊ່ວງໄລຍະ ເຊິ່ງນອກຈາກຂັບຂີ່ນຸ້ມນວນແລ້ວ ຍັງຊ່ວຍປະຢັດນໍ້າມັນຂຶ້ນຕື່ມອີກ.
  • ດ້ານຄວາມສະດວກສະບາຍ
    • ປັບປຸງເຄື່ອງສຽງ ອອກແບບໃໝ່ ຫນ້າຈໍສໍາພັດ 8 ນິ້ວ, ເຊື່ອມຕໍ່ວ່ອງໄວ ດ້ວຍລະບົບ Apple Car Play, Android & iOS
    • ຫ້ອງໂດຍສານພາຍໃນ ທີ່ໂອ່ໂຖງ ກວ້າງຂວາງ ສະດວກສະບາຍຫຼາຍຂຶ້ນ
    • ກະບະດ້ານຫຼັງ ພື້ນທີ່ຫຼາຍຂຶ້ນ ສາມາດບັນທຸກເຄື່ອງໃດ້ຫລາຍ ຍ້ອນມີຄວາມກວ້າງ ແລະ ຄວາມຍາວທີ່ເຫນືອກວ່າ
    • ຊ່ອງເກັບເຄື່ອງຕ່າງໆພາຍໃນລົດ ໄດ້ແກ່ ຊ່ອງໃສ່ນໍ້າຜູ້ຂັບຂີ່ ແລະ ຜູ້ໂດຍສານດ້ານຫນ້າ, ດ້ານກາງ, ດ້ານຫລັງ, ຖົງໃສ່ເຄື່ອງດ້ານຫລັງ, ຂອບປະຕູ ແລະ Cool box ດ້ານຫນ້າ.
  • ດ້ານຄວາມປອດໄພ
    • ລະບົບເຊັນເຊີ້ ໜ້າ-ຫຼັງ ໄດ້ເພີ່ມລະບົບເຊັນເຊີ້ຫນ້າຫລັງສໍາລັບລຸ້ນພລີລັນເນີ້ ແລະ ລຸ້ນ 4×4 ເຊິ່ງຈະຊ່ວຍເພີ່ມຄວາມຫມັ້ນໃຈໃຫ້ຜູ້ຂັບຂີ່ດ້ານຄວາມປອດໄພຂຶ້ນຕື່ມ
    • ລະບົບຊ່ວຍປ້ອງກັນການອອກລົດຜິດວິທີ ຫຼືເອີ້ນວ່າ Drive Start Control ຊຶ່ງຈະຊ່ວຍໃຫ້ຜູ້ຂັບຂີ່ຫມັ້ນໃຈໃນຄວາມປອດໄພ ກໍລະນີອອກລົດຜິດວິທີ ຫຼືຢຽບຄັນເລັ່ງແຮງຜິດປົກກະຕິ ເວລາຖອຍ ຫຼືອອກໂຕ ໃນມຸມແຄບເຊິ່ງອາດເກີດການຕໍາໄດ້ ແຕ່ລະບົບ DSC ຈະຊ່ວຍຊະລໍ ຫຼືດຶງແຮງຈັກລົງ ແລະ ຊ່ວຍໃນການເບກຂອງລົດ ໂດຍບໍ່ກໍ່ໃຫ້ເກີດການຕໍາໄດ້.

ລູກຄ້າສາມາດເຂົ້າເບິ່ງລົດໂຕຈິງ ພ້ອມສອບຖາມລາຍລະອຽດຕ່າງໆ ໄດ້ທີ່ຫ້ອງຂາຍໂຕໂຢຕ້າທຸກສາຂາທົ່ວປະເທດ.

Comments