ການຜະລິດ

3 ຕະກູນໃຫຍ່ຂອງໄທ ຕິດ Top 20 ມະຫາເສດຖີແຫ່ງອາຊີ……

ຄວາມສຳເລັດຂອງຫຼາຍໆທຸລະກິດໂດຍສະເພາະການບໍລິຫານງານແບບຄອບຄົວ ໄດ້ສ້າງຊື່ສຽງໃຫ້ບັນດາມະຫາເສດຖີ ກາຍເປັນທີ່ຮູ້ຈັກຫຼາຍຂຶ້ນ ຊຶ່ງແນ່ນອນວ່າໃນປະເທດໄທ ກໍມີຢູ່ຫຼາຍຕະກູນ ຊຶ່ງເປັນທີ່ຮູ້ຈັກໃນລະດັບປະເທດ ແລະ ນາໆຊາດ ບໍ່ວ່າຈະດ້ວຍຄວາມລໍ່າລວຍ ຫຼື ຄວາມສຳເລັດຈາກການດຳເນີນກິດຈະການກໍຕາມ ເພື່ອສົ່ງທ້າຍປີ 2020 Bloomberg ໄດ້ຈັດອັນດັບ ‘20 ຄອບຄົວມະຫາເສດຖີໃນອາຊີ’ ຊຶ່ງມີຄົນໄທຕິດອັນດັບຢູ່ໃນ Top 20 ເຖິງ 3 ຄອບຄົວຄື: ຕະກູນ ‘ເຈຍຣະວະນົນ’ ມະຫາເສດຖີອັນດັບ 3 ແຫ່ງອາຊີ ຈາກຄວາມສຳເລັດຂອງເຄືອ ຈະເລີນໂພກພັນ ພາຍໃຕ້ການບໍລິຫານຢ່າງຍາວນານຂອງ ທ່ານ ທະນິນ ເຈຍຣະວະນົນ ຈົນມາເຖິງ Gen 4 ເຮັດໃຫ້ປັດຈຸບັນມີມູນຄ່າຊັບສິນເປັນອັນດັບ 3 ຂອງເສດຖີອາຊີ ເຖິງ 31.700 ລ້ານໂດລາ (ປະມານ 959.000 ລ້ານບາດ) ພາຍໃຕ້ຄວາມສຳເລັດຈາກຫຼາກຫຼາຍປະເພດທຸລະກິດ ຕັ້ງແຕ່ສາຍຂາຍຍ່ອຍ 7-Eleven, Marco, Tesco Lotus ຫຼື ສາຍໂທລະຄົມມະນາຄົມ True ຫຼືອະສັງຫາລິມມະຊັບ CP Land ຫຼືກຸ່ມອາຫານ CPF ...

Read More »

ເປີດໂຕຜະລິດຕະພັນໂອນເງິນຂ້າມທະນາຄານເທິງມືຖື………

ອີງຕາມເປົ້າໝາຍຂອງການດຳເນີນທຸລະກິດຂອງ LAPNet ທີ່ເປັນຜູ້ຄວບຄຸມລະບົບການຊຳລະທຸລະກຳຍ່ອຍແຫ່ງຊາດ ໃນ ສປປ ລາວ ມີເຮັດໜ້າທີ່ເປັນສື່ກາງໃນການເຮັດທຸລະກຳຮ່ວມກັນດ້ວຍຫຼາຍຮູບແບບ ແລະ ຫຼາກຫຼາຍຊ່ອງທາງ; LAPNet ໄດ້ພັດທະນາລະບົບເພື່ອສ້າງຜະລິດຕະພັນໂອນເງິນຂ້າມທະນາຄານເທິງມືຖື ທີ່ຊ່ວຍອຳນວຍຄວາມສະດວກໃຫ້ມວນຊົນເຮັດທຸລະກຳທາງການເງິນຢູ່ເທິງມືຖື ຕາມຄຳຂວັນທີ່ວ່າ: “ທຸກທີ່ ທຸກເວລາ ທຸກຊ່ອງທາງການຊຳລະ”. ໃນຕອນບ່າຍ ວັນທີ 08 ທັນວາ 2020 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ບໍລິສັດ ລາວເນເຊີນນານ ເພເມັ້ນ ເນັດເວີກ ຈຳກັດ ຫຼື LAPNet ໄດ້ຈັດພິທີເປີດໂຕຜະລິດຕະພັນໂອນເງິນຂ້າມທະນາຄານເທິງມືຖື ຢ່າງເປັນທາງການ, ເຂົ້າຮ່ວມໃນພິທີ ມີທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍຕາງໜ້າຜູ້ຖືຮຸ້ນຂອງບໍລິສັດ, ທະນາຄານທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ. ປັດຈຸບັນ LAPNet ມີເຄືອຂ່າຍເຮັດທຸລະກໍາການນຳໃຊ້ບັດທະນາຄານຮ່ວມກັນ ຫຼື ນຳໃຊ້ຕູ້ ATM ຮ່ວມກັນ ໃນການຖອນເງິນສົດ, ກວດຍອດເງິນໃນບັນຊີຮ່ວມກັນໄດ້ 16 ທະນາຄານ, ສຳລັບການໂອນເງິນຂ້າມທະນາຄານໂດຍຜ່ານຕູ້ ATM ໄດ້ 10 ...

Read More »

ສາລະວັນ ກົດນົດ 5 ປີ ຕໍ່ໜ້າ ໃຫ້ບັນລຸປະມານ 29.140 ກວ່າຕື້ກີບ…………

ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງສາລະວັນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ແລະ ທິດທາງແຜນການພັດທະນາເສດຖະກິດ 5 ປີ ຄັ້ງທີ IX (2021-2025) ຕໍ່ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາເສດຖະກິດແຂວງສາລະວັນຂະຫຍາຍຕົວສະເລ່ຍ 7% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ ( GDP ) ບັນລຸໄດ້ 20.595 ຕື້ກີບ, ທຽບໃສ່ 5 ປີກ່ອນເພີ້ມຂື້ນ 36,5%, ສະເລ່ຍໃສ່ພົນລະເມືອງ ໄດ້ 9,72 ລ້ານກີບ ຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 1.147 ໂດລາ. ສຳລັບແຜນ 5 ປີ ຕໍ່ໜ້າແມ່ນສືບຕໍ່ບຸກທະລຸ ແລະ ມີການຫັນປ່ຽນຢ່າງຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍດ້ວຍການເສີມຂະຫຍາຍນຳໃຊ້ທ່າແຮງບົ່ມຊອ້ນຂອງແຂວງ ຢ່າງມີປະສິດທິຜົນ, ຮັບປະກັນການຜະລິດກະສິກຳສະອາດປອດສານພິດຕາມທິດສີຂຽວ ແລະ ...

Read More »

UK ກຽມພ້ອມ ‘V-Day’ ເປັນຄັ້ງທຳອິດໃນການຕໍ່ສູ້ກັບ coronavirus……

ສະຫະລາດອານາຈັກ (UK) ກຳລັງເລີ່ມຕົ້ນໂຄງການ ‘V-Day’ ຫຼັງຈາກໜ່ວຍງານກຳກັບເບິ່ງແຍງຂອງອັງກິດ ໃນວັນທີ 2 ທັນວາ 2020 ໄດ້ໃຫ້ສິດໃນກໍລະນີສຸກເສີນ ສຳລັບວັກຊີນທີ່ຜະລິດ ໂດຍຜູ້ຜະລິດຢາຂອງສະຫະລັດ Pfizer ແລະ BioNTech ຂອງເຢຍລະມັນ ໜຶ່ງອາທິດ ຫຼັງຈາກທີ່ UK ກາຍເປັນປະເທດຕາເວັນຕົກປະເທດທຳອິດທີ່ອະນຸຍາດໃຫ້ມີການໃຊ້ວັກຊີນປ້ອງກັນໂຄວິດ-19 ຢ່າງແຜ່ຫຼາຍ​ ໂດຍກຳລັງກຽມຈັດການຄັ້ງທຳອິດ ໃນວັນທີ 8 ທັນວາ ຕາມເວລາທ້ອງຖິ່ນໃນການຕໍ່ສູ້ກັບໄວຣັດ 800,000 ຄັ້ງທຳອິດຈະສົ່ງໃຫ້ກັບຜູ້ທີ່ມີອາຍຸຫຼາຍກວ່າ 80 ປີ ທີ່ເຂົ້າຮັບການຮັກສາໃນໂຮງໝໍ ຫຼືມີການນັດໝາຍຜູ້ປ່ວຍນອກ ພ້ອມກັບຄົນງານໃນບ້ານພັກຄົນຊະລາ.​ ອີກດ້ານໜຶ່ງ​ ສູນບໍລິການສຸຂະພາບແຫ່ງຊາດກຳລັງເວົ້າກັບປະຊາຊົນທີ່ກຳລັງຄອງຖ້າຢູ່ວ່າ ບໍ່ຕ້ອງໂທຫາເຮົາ ເຮົາຊິໂທຫາເຈົ້າ ສະເພາະຜູ້ທີ່ໄດ້ຮັບການຕິດຕໍ່ຈາກ NHS ເພື່ອນັດໝາຍເທົ່ານັ້ນ ທີ່ຈະໄດ້ຮັບຜະລິດຕະພັນ. ການຈັດສົ່ງວັກຊີນ Pfizer-BioNTech ຄັ້ງທຳອິດຖືກສົ່ງໄປຍັງກຸ່ມໂຮງໝໍໃນສະຫະອານາຈັກທີ່ໄດ້ຮັບການຄັດເລືອກ ເມື່ອວັນທີ 6 ທັນວາທີ່ຜ່ານມາ.​ ລັດຖະບານມີກຳນົດເປົ້າໝາຍໄປຍັງປະຊາກອນຫຼາຍກວ່າ 25 ລ້ານຄົນ ຫຼືປະມານ 40% ຂອງປະຊາກອນໃນຊ່ວງທຳອິດ ຂອງໂຄງການສີດວັກຊີນ ຊຶ່ງໃຫ້ຄວາມສຳຄັນເປັນອັນດັບທຳອິດ ສຳລັບຜູ້ທີ່ມີຄວາມສ່ຽງສູງສຸດຈາກໂລກ.

Read More »

ກອງປະຊຸມສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຄັ້ງທີ 44……..

ພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ ຈັດກອງປະຊຸມ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນນະຄອນຫຼວງວຽງຈັນ ຄັ້ງທີ 44. ໃນຕອນເຊົ້າຂອງວັນອັງຄານທີ 8 ທັນວາ 2020 ຢູ່ຫ້ອງການບໍລິຫານ ການລົງທຶນປະຕູດຽວ ພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນພາຍໃຕ້ການເປັນປະທານໂດຍ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ ມີບັນດາຄະນະ ຄລທ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໄດ້ໄຂຂື້ນ ໂດຍຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນນະຄອນຫຼວງວຽງຈັນ ( ຄລທ ) ຊຶ່ງຈະໄດ້ພ້ອມກັນຄົນຄວ້າລວມມີ 8 ວາລະ ຂໍທິດຊິນຳ ເພື່ອພິຈາລະນາຂໍອະນຸຍາດລົງທຶນ ແລະ ມີ 1 ວາລະ ຂໍປະກອບຄຳເຫັນໃຫ້ຂັ້ນສູນກາງ. ໃນ 8 ວາລະກອງປະຊຸມນີ້ ມີຢູ່ 9 ໂຄງການລົງທຶນ ໃນນັ້ນປະກອບມີຂະແໜງອຸດສາຫະກຳ 3 ໂຄງການ ແລະ ຂະແໜງບໍລິການ 6 ໂຄງການຄື: ...

Read More »

ທະນາຄານ ຫວຽດຕິນ ມອບເງິນ ສະໜັບສະໜູນ ງານຜະລິດຕະພັນລາວ 2020………..

ທະນາຄານ ຫວຽດຕິນ ລາວ ຈຳກັດ ໄດ້ມອບເງີນ ສະໜັບສະໜູນງານ ຜະລິດຕະພັນລາວ 2020 ( Made in Laos 2020) ໃນຕອນເຊົ້າຂອງວັນທີ 07 ທັນວາ 2020 ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ).  ເປັນຈໍານວນເງິນ 15,000,000ກີບ ເພື່ອປະກອບສ່ວນ ເປັນສ່ວນຫນຶ່ງໃນການສົ່ງເສີມຜະລິດຕະພັນລາວ. ພິທີດັ່ງກ່າວເຂົ້າຮ່ວມ ແລະ ມອບໂດຍ ທ່ານ ເລ ກ໋ວກ ນາມ ຜູ້ອຳນວຍການ ທະນາຄານ ຫວຽດຕິນ ລາວ ຈຳກັດ ແລະ ຮັບໂດຍ ທ່ານ ດາວວອນ ພະຈັນທະວົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ຈັດງານຜະລິດຕະພັນລາວ 2020 (Made in Laos 2020) ໃນລະຫວ່າງວັນທີ 25 ທັນວາ 2020 ຫາ 03 ມັງກອນ ...

Read More »

ອິນໂດເນເຊຍໄດ້ຮັບວັກຊີນ ເປັນຄັ້ງທຳອິດຈາກ Sinovac…………

ອິນໂດເນເຊຍໄດ້ຮັບວັກຊີນປ້ອງກັນໂຄວິດເປັນຄັ້ງທຳອິດ ໃນວັນທີ 6 ພະຈິກ 2020 ທີ່ຜ່ານມາ, ປະທານາທິບໍດີ ໂຈໂກ ວິໂດໂດ ກ່າວໃນຂະນະທີ່ລັດຖະບານກຽມໂຄງການສັກວັກຊີນຈຳນວນຫຼາຍ. ປະທານາທິບໍດີ Jokowi ແຈ້ງວ່າໄດ້ຢາ 1.2 ລ້ານຊຸດ ຈາກ Sinovac Biotech Ltd. ຂອງຈີນ ຊຶ່ງເປັນວັກຊີນທີ່ອິນໂດເນເຊຍໄດ້ຮັບການທົດສອບຕັ້ງແຕ່ເດືອນສິງຫາ ແລະ ລັດຖະບານມີແຜນຈະຮັບອີກ 1.8 ລ້ານຊຸດ ໃນຕົ້ນເດືອນມັງກອນ. ການທົດລອງວັກຊີນ Sinovac ໃນໄລຍະສຸດທ້າຍກຳລັງດຳເນີນການໃນ ບຣາຊີວ ແລະ ຕວກກີ ໂດຍຄາດວ່າຈະມີຜົນຕອບຮັບອີກບໍ່ດົນ ກ່ຽວກັບປະສິດທິພາບຈາກ ບຣາຊີວພາຍໃນກາງເດືອນທັນວາ ນອກຈາກນີ້ຍັງຄາດວ່າ ອິນໂດເນເຊຍ ໃນເດືອນນີ້ຈະໄດ້ຮັບການຈັດສົ່ງວັດຖຸດິບເພື່ອຜະລິດ 15 ລ້ານຊຸດ ແລະ ວັດຖຸດິບ 30 ລ້ານຊຸດໃນເດືອນໜ້າ ແລະ ວັກຊີນຍັງຄົງຕ້ອງໄດ້ຮັບການປະເມີນໂດຍໜ່ວຍງານອາຫານ ແລະ ຢາຂອງປະເທດ (BPOM) ໃນຂະນະທີ່ຝ່າຍບໍລິຫານຂອງເຂົາຍັງຄົງກະກຽມສຳລັບການແຈກຢາຍໄປທົ່ວໝູ່ເກາະອັນກວ້າງໃຫຍ່ທີ່ມີປະຊາກອນ 270 ລ້ານຄົນ. ທ່ານຍັງກ່າວຕື່ມວ່າ “ພວກເຮົາກະກຽມມາຫຼາຍເດືອນແລ້ວຜ່ານການຈຳລອງສະຖານະການ ໃນຫຼາຍແຂວງ ແລະ ຂ້າພະເຈົ້າໜັ້ນໃຈ ເມື່ອຕັດສິນໃຈໄດ້ວ່າຈະເລີ່ມສັກວັກຊີນໄດ້ທຸກຢ່າງກໍຈະພ້ອມ”. ຈຳນວນຜູ້ຕິດເຊື້ອໂຄວິດ-19 ລາຍວັນຂອງອິນໂດເນເຊຍເພີ່ມຂຶ້ນຢ່າງໄວວາໃນຊ່ວງບໍ່ພໍເທົ່າໃດອາທິດທີ່ຜ່ານມາ ...

Read More »

ຫາລື ການຄຸ້ມຄອງການລົງທຶນ ທີ່ມີປະສິດທິພາບ ສາມາດກວດສອບໄດ້…………

ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການໄຈກາ ປະຈຳ ສປປ ລາວ ຈັດກອງປະຊຸມຄະນະທີ່ປຶກສາໃນການປັບປຸງການຄຸ້ມຄອງການລົງທຶນຂອງລັດ ( PIMCAP ) ຄັ້ງທີ I ຂຶ້ນໃນວັນທີ 4 ທັນວາ 2020 ຜ່ານມາ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ເຄໂຊ ທາເກວະກະ ( KEIZO TAKEWAKA ) ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ພ້ອມທັງມີບັນດາທ່ານຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫຼວງ ວຽງຈັນ, ຮອງເຈົ້າແຂວງຈຳປາສັກ, ບັນດາຫົວໜ້າ – ຮອງຫົວໜ້າກົມ ແລະ ວິຊາການຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ກິແກ້ວ ຈັນທະບູລີ ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ແມ່ນເພື່ອປຶກສາຫາລືກ່ຽວກັບການປັບປຸງການຄຸ້ມຄອງການລົງທຶນຂອງລັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ ໂດຍໃນຊຸມປີຕໍ່ໜ້າລັດຖະບານຈະໄດ້ສຸມໃສ່ການພັດທະນາປະເທດໃຫ້ມີຄຸນນະພາບ, ມີຈຸດສຸມ, ຍືນຍົງ ...

Read More »

ການສົ່ງອອກຂອງຈີນພຸ້ງຂຶ້ນຈາກຄວາມຕ້ອງການ ໄລຍະການລະບາດ….

ການສົ່ງອອກຂອງຈີນເພີ່ມຂຶ້ນຢ່າງໄວວາໃນຮອບເກືອບ 3 ປີ ໃນເດືອນພະຈິກ ເນື່ອງຈາກຄວາມຕ້ອງການສິນຄ້າທົ່ວໂລກທີ່ແຂງແຮງ ຊຶ່ງຈໍາເປັນຕໍ່ການແກ້ໄຂບັນຫາໂລກລະບາດ ເຮັດໃຫ້ເສດຖະກິດທີ່ໃຫຍ່ເປັນອັນດັບ 2 ຂອງໂລກເກີນດຸນການຄ້າເປັນປະຫວັດສາດ. ການຟື້ນຕົວຢ່າງວ່ອງໄວຂອງໂຮງງານໃນຈີນ ເມື່ອການຄວບຄຸມໄວຣັດໂຄໂຣນາໄດ້ຢ່າງໜັກແໜ້ນໃນຕົ້ນປີທີ່ຜ່ານມາ ເຮັດໃຫ້ປະເທດມີການບໍລິການແຊງໜ້າອີກຄັ້ງກັບຄູ່ຄ້າລາຍໃຫຍ່ຫຼາຍແຫ່ງທີ່ຍັງຄົງຕໍ່ສູ້ກັບການລະບາດ; ການສົ່ງອອກຂອງຈີນໃນເດືອນພະຈິກ ເພີ່ມຂຶ້ນ 21,1% ຈາກປີກ່ອນໜ້າຂໍ້ມູນພາສີ ສະແດງໃຫ້ເຫັນໃນວັນທີ 7 ທັນວາ 2020 ນີ້ ຊຶ່ງເປັນການເຕີບໂຕທີ່ໄວທີ່ສຸດນັບຕັ້ງແຕ່ເດືອນກຸມພາ 2018. ນອກຈາກນີ້ ຍັງເອົາຊະນະຄວາມຄາດຫວັງຂອງນັກວິເຄາະທີ່ເພີ່ມຂຶ້ນ 12,0% ແລະ ເພີ່ມຂຶ້ນຢ່າງໄວວາ ຈາກການເພີ່ມຂຶ້ນ 11,4% ໃນເດືອນຕຸລາ. ການສົ່ງອອກທີ່ແຂງແຮງໄດ້ເກີດຂຶ້ນ ເຖິງວ່າເງິນຢວນຈະແຂງຄ່າເກືອບສູງສຸດໃນຮອບຫຼາຍປີ ເມື່ອທຽບກັບໂດລາ ຊຶ່ງເປັນຂ່າວທີ່ໜ້າຍິນດີສຳລັບຜູ້ກຳນົດນະໂຍບາຍ ທີ່ກັງວົນກ່ຽວກັບຜົນກະທົບຂອງເງິນໂດລາທີ່ອ່ອນຕົວລົງຕໍ່ຄວາມສາມາດໃນການແຂ່ງຂັນທາງການຄ້າຂອງຈີນ.ການນຳເຂົ້າເພີ່ມຂຶ້ນ 4,5% ເມື່ອທຽບເປັນລາຍປີ ໃນເດືອນພະຈິກ ຊ້າກວ່າການຂະຫຍາຍຕົວ 4,7% ຂອງເດືອນຕຸລາ ແລະ ຜົນການສຳຫຼວດຂອງ Reuters ທີ່ເພີ່່ມຂຶ້ນ 6,1% ແຕ່ຍັງຄົງຂະຫຍາຍຕົວ ເປັນເດືອນທີ 3 ຕິດຕໍ່ກັນ. ບົດບັນທຶກກ່າວວ່າ “ເຮົາເຊື່ອວ່າການເຕີບໂຕຂອງການສົ່ງອອກຂອງຈີນຈະຍັງຄົງສູງຂຶ້ນໄປອີກຫຼາຍເດືອນ ເນື່ອງຈາກສະຖານະການ COVID-19 ໃນຕ່າງປະເທດທີ່ຊຸດໂຊມລົງ”.ການຈັດສົ່ງເຄື່ອງຂອງບໍລິສັດ ນຳໄປສູ່ການເກີນດຸນການຄ້າໃນເດືອນພະຈິກ ທີ 75,42 ພັນລ້ານໂດລາ ...

Read More »

ສປປ ລາວ ຈະເປັນປະທານກອງປະຊຸມ ຫາລືເຂດ ສາມຫຼ່ຽມພັດທະນາ………

ໃນຕອນເຊົ້າ ວັນທີ 9 ທັນວາ 2020, ສປປ ລາວ ຈະເປັນເຈົ້າພາບ ກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 11 ແລະ ກອງປະຊຸມສຸດຍອດ ຂອບການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 10, ພາຍໃຕ້ການເປັນປະທານຂອງ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມທັງນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 9 ໂດຍການເປັນເຈົ້າພາບຂອງຣາຊະອານາຈັກກຳປູເຈຍ ຊຶ່ງ 3 ກອງປະຊຸມສຸດຍອດດັ່ງກ່າວຈະຈັດຂຶ້ນ ໃນຮູບແບບກອງປະຊຸມທາງໄກ. ກອງປະຊຸມສຸດຍອດ CLV ຄັ້ງທີ 11, ກອງປະຊຸມສຸດຍອດ CLMV ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ຈະໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໄລຍະ 2 ປີ ຜ່ານມາ ແລະ ວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສຸມໃສ່ການຟື້ນຟູເສດຖະກິດ-ສັງຄົມຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19. ...

Read More »