ທະນາຄານ ຫວຽດຕິນ ມອບເງິນ ສະໜັບສະໜູນ ງານຜະລິດຕະພັນລາວ 2020………..

ທະນາຄານ ຫວຽດຕິນ ລາວ ຈຳກັດ ໄດ້ມອບເງີນ ສະໜັບສະໜູນງານ ຜະລິດຕະພັນລາວ 2020 ( Made in Laos 2020) ໃນຕອນເຊົ້າຂອງວັນທີ 07 ທັນວາ 2020 ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ).  ເປັນຈໍານວນເງິນ 15,000,000ກີບ ເພື່ອປະກອບສ່ວນ ເປັນສ່ວນຫນຶ່ງໃນການສົ່ງເສີມຜະລິດຕະພັນລາວ.

ພິທີດັ່ງກ່າວເຂົ້າຮ່ວມ ແລະ ມອບໂດຍ ທ່ານ ເລ ກ໋ວກ ນາມ ຜູ້ອຳນວຍການ ທະນາຄານ ຫວຽດຕິນ ລາວ ຈຳກັດ ແລະ ຮັບໂດຍ ທ່ານ ດາວວອນ ພະຈັນທະວົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.

ຈັດງານຜະລິດຕະພັນລາວ 2020 (Made in Laos 2020) ໃນລະຫວ່າງວັນທີ 25 ທັນວາ 2020 ຫາ 03 ມັງກອນ 2021 ທີ່ ສູນວາງສະແດງສິນຄ້າ ລາວ-ໄອເຕັກ ທີ່ຈັດຂຶ້ນໂດຍ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ

ເພື່ອເປັນການສົ່ງເສີມຜະລິດຕະພັນລາວ ກະຕຸກຊຸກຍູ້ຜູ້ປະກອບການ ແລະ ຊ່ວຍຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19. ນອກຈາກນີ້, ຍັງເປັນການເປີດໂອກາດໃຫ້ບັນດາຫົວໜ່ວຍທຸລະກິດໄດ້ມີເວທີໃນການໂຄສະນາສິນຄ້າ ແລະ ເປີດໂຕຜະລິດຕະພັນໃໝ່ໆຂອງບໍລິສັດອີກດ້ວຍ.

Comments