ສາລະວັນ ກົດນົດ 5 ປີ ຕໍ່ໜ້າ ໃຫ້ບັນລຸປະມານ 29.140 ກວ່າຕື້ກີບ…………

ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງສາລະວັນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ແລະ ທິດທາງແຜນການພັດທະນາເສດຖະກິດ 5 ປີ ຄັ້ງທີ IX (2021-2025) ຕໍ່ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາເສດຖະກິດແຂວງສາລະວັນຂະຫຍາຍຕົວສະເລ່ຍ 7% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ ( GDP ) ບັນລຸໄດ້ 20.595 ຕື້ກີບ, ທຽບໃສ່ 5 ປີກ່ອນເພີ້ມຂື້ນ 36,5%, ສະເລ່ຍໃສ່ພົນລະເມືອງ ໄດ້ 9,72 ລ້ານກີບ ຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 1.147 ໂດລາ.

ສຳລັບແຜນ 5 ປີ ຕໍ່ໜ້າແມ່ນສືບຕໍ່ບຸກທະລຸ ແລະ ມີການຫັນປ່ຽນຢ່າງຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍດ້ວຍການເສີມຂະຫຍາຍນຳໃຊ້ທ່າແຮງບົ່ມຊອ້ນຂອງແຂວງ ຢ່າງມີປະສິດທິຜົນ, ຮັບປະກັນການຜະລິດກະສິກຳສະອາດປອດສານພິດຕາມທິດສີຂຽວ ແລະ ຍືນຍົງ, ພັດທະນາອຸດສາຫະກຳ, ການຄ້າ, ການທ່ອງທ່ຽວຕາມແລວເສດຖະກິດຕາອອກ-ຕາເວັ້ນຕົກ, ການພັດທະນາຕ້ອງສົມສ່ວນລະຫວ່າງການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມຕາມທິດຫັນເປັນສີຂຽວໃຫ້ມີຄຸນນະພາບ ແລະຍຶນຍົງ ໂດຍໄດ້ກໍານົດເອົາ 6 ເປົ້າໝາຍໃຫຍ່ ແລະ 17 ແຜນວຽກຈຸດສຸມຄື:

ຕາດເລາະ | Vannida Phoutthachith

ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງແມ່ນມີ 2 ແຜນວຽກຈຸກສຸມ, ຊັບພະຍາກອນມະນຸດມີຄຸນນະພາບດີຂຶ້ນ ທັງມີຄວາມສາມາດນຳໃຊ້ວິທະຍາສາດ-ເຕັກໂນໂລຊີ ແລະ ພູມປັນຍາ ເພື່ອສົ່ງເສີມການຜະລິດ-ການບໍລິການໃຫ້ຫຼາກຫຼາຍມີມູນຄ່າເພີ່ມສູງຂຶ້ນມີ 3 ແຜນວຽກຈຸດສຸມ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກລະດັບດີຂຶ້ນເທື່ອລະກ້າວມີ 5 ແຜນວຽກຈຸດສຸມ, ພັດທະນາໄປຕາມທິດສີຂຽວ ແລະ ເປັນມິດກັບສິ່ງແວດລ້ອມແມ່ນມີ 2 ແຜນວຽກຈຸດສຸມ, ເປົ້າໝາຍທີ 5 ເຊື່ອມໂຍງ ແລະ ເຊື່ອມຈອດພາຍໃນກັບພາກພື້ນ ແລະ ສາກົນໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝມີ 2 ແຜນວຽກຈຸດສຸມ ແລະ ເປົ້າໝາຍທີ່ 6 ການຄຸ້ມຄອງບໍລິຫານລັດມີປະສິດທິພາບ ແລະ ສັງຄົມໄດ້ຮັບການປົກປ້ອງຢ່າງມີຄວາມສັກສິດຕາມທິດການຄຸ້ມຄອງລັດດ້ວຍກົດໝາຍມີ 3 ແຜນວຽກຈຸດສຸມ.ສຳລັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX (2021-2025) ຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວໂດຍສະເລ່ຍ 7% ຕໍ່ປີ ຂຶ້ນໄປ

ແຂວງ ສາລະວັນ ກວດພົບພະນັກງານ ຮັບສິນບົນ ເຮັດໃຫ້ລັດເສຍຫາຍ ຫລາຍກ່ວາ 5ຕຶ້ກີບ

ສ້າງມູນຄ່າເພີ່ມໃນປີ ( ລວມ 5 ປີ ) ໃຫ້ໄດ້ປະມານ 29.140 ຕື້ກວ່າກີບ, ໃນນັ້ນກະສິກຳ-ປ່າໄມ້ ເພີ່ມຂຶ້ນໂດຍສະເລ່ຍ 3,5% ກວມເອົາ 38,3% ຂອງ GDP, ຂະແໜງອຸດສາຫະກຳ ເພີ່ມຂຶ້ນໂດຍສະເລ່ຍ 10,1% ກວມເອົາ 26,4% ຂອງ GDP ແລະ ຂະແໜງບໍລິການເພີ່ມຂຶ້ນໂດຍສະເລ່ຍ 9,4% ກວມເອົາ 35,3% ຂອງ GDP ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຄົນ 12 ລ້ານກີບຂຶ້ນໄປ, ດ້ານການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຮອດປີ 2025 ອັດຕາສ່ວນຄອບຄົວທຸກຍາກໃຫ້ຍັງເຫຼືອຕໍ່າກວ່າ 3% ຂອງຄອບຄົວທັງໝົດ, ອັດຕາຄວາມທຸກຍາກຂອງບ້ານໃຫ້ກວມປະມານ 3-4% ຂອງຈຳນວນບ້ານທັງໝົດ ແລະ ສ້າງບ້ານພັດທະນາໃຫ້ໄດ້ຫຼາຍກວ່າ 80% ຂອງຈຳນວນບ້ານທັງໝົດ, ສ້າງບ້ານໃຫຍ່ ຫຼື ບ້ານທີ່ເປັນຈຸດສຸມໃຈກາງເສດຖະກິດໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ 2-3 ຈຸດ, ພ້ອມທັງລຶບລ້າງເມືອງທີ່ຍັງທຸກຍາກໃຫ້ໄດ້ 1 ເມືອງ.

Comments