3 ຕະກູນໃຫຍ່ຂອງໄທ ຕິດ Top 20 ມະຫາເສດຖີແຫ່ງອາຊີ……

ຄວາມສຳເລັດຂອງຫຼາຍໆທຸລະກິດໂດຍສະເພາະການບໍລິຫານງານແບບຄອບຄົວ ໄດ້ສ້າງຊື່ສຽງໃຫ້ບັນດາມະຫາເສດຖີ ກາຍເປັນທີ່ຮູ້ຈັກຫຼາຍຂຶ້ນ ຊຶ່ງແນ່ນອນວ່າໃນປະເທດໄທ ກໍມີຢູ່ຫຼາຍຕະກູນ ຊຶ່ງເປັນທີ່ຮູ້ຈັກໃນລະດັບປະເທດ ແລະ ນາໆຊາດ ບໍ່ວ່າຈະດ້ວຍຄວາມລໍ່າລວຍ ຫຼື ຄວາມສຳເລັດຈາກການດຳເນີນກິດຈະການກໍຕາມ ເພື່ອສົ່ງທ້າຍປີ 2020 Bloomberg ໄດ້ຈັດອັນດັບ ‘20 ຄອບຄົວມະຫາເສດຖີໃນອາຊີ ຊຶ່ງມີຄົນໄທຕິດອັນດັບຢູ່ໃນ Top 20 ເຖິງ 3 ຄອບຄົວຄື:

3 ตระกูลผู้มั่งคั่งของไทย! 'เจียรวนนท์ - อยู่วิทยา - จิราธิวัฒน์' ติดโผ Top  20 มหาเศรษฐีแห่งเอเชีย

ຕະກູນ ‘ເຈຍຣະວະນົນ’ ມະຫາເສດຖີອັນດັບ 3 ແຫ່ງອາຊີ

ຈາກຄວາມສຳເລັດຂອງເຄືອ ຈະເລີນໂພກພັນ ພາຍໃຕ້ການບໍລິຫານຢ່າງຍາວນານຂອງ ທ່ານ ທະນິນ ເຈຍຣະວະນົນ ຈົນມາເຖິງ Gen 4 ເຮັດໃຫ້ປັດຈຸບັນມີມູນຄ່າຊັບສິນເປັນອັນດັບ 3 ຂອງເສດຖີອາຊີ ເຖິງ 31.700 ລ້ານໂດລາ (ປະມານ 959.000 ລ້ານບາດ) ພາຍໃຕ້ຄວາມສຳເລັດຈາກຫຼາກຫຼາຍປະເພດທຸລະກິດ ຕັ້ງແຕ່ສາຍຂາຍຍ່ອຍ 7-Eleven, Marco, Tesco Lotus ຫຼື ສາຍໂທລະຄົມມະນາຄົມ True ຫຼືອະສັງຫາລິມມະຊັບ CP Land ຫຼືກຸ່ມອາຫານ CPF ເປັນຕົ້ນ.

พี่น้องเจียรวนนท์................ยังครองแชมป์มหาเศรษฐีไทย  มีทรัพย์สินใกล้แตะหลักล้านล้านบาท - Pantip

‘ຢູ່ວິທະຍາ’ ຄອງອັນດັບທີ 6 ຕະກູນມະຫາເສດຖີ

ຄອບຄົວ ຢູ່ວິທະຍາ ເປັນຜູ້ບໍລິຫານ TCP Group ທີ່ດຳເນີນກິດຈະການທີ່ຫຼາກຫຼາຍ ຈົນຮອດປັດຈຸບັນທີ່ຢູ່ໃນຍຸກ Gen 2 ຂອງ ທ່ານ ສະລາວຸດ ຢູ່ວິທະຍາ ກໍຍັງຄົງສານຕໍ່ຄວາມສຳເລັດໃຫ້ກັບທຸລະກິດຄອບຄົວ ຈົນໄດ້ຮັບການຈັດອັນດັບໃຫ້ເປັນຕະກູນມະຫາເສດຖີອັນດັບທີ 6 ກັບຊັບສິນຫຼາຍກວ່າ 24.200 ລ້ານໂດລາ (ປະມານ 732.000ລ້ານບາດ) ພາຍໃຕ້ທຸລະກິດຜະລິດ ແລະ ສົ່ງອອກອາຫານ-ເຄື່ອງດື່ມ ອັດຕະໂນມັດ, ບໍລິການກະຈາຍສິນຄ້າ, ບໍລິການພື້ນທີ່ຈັດເກັບສິນຄ້າອີກດ້ວຍ.

กลุ่มธุรกิจTCPทุ่มหมื่นล้าน ขยายตลาดทั่วโลก รองรับเป้าขาย1แสนล.

‘ຈິຣາທິວັນ’ ປິທ້າຍອັນດັບ 20 ຄົນລວຍແຫ່ງອາຊີ

ນາມສະກຸນ ຈິຣາທິວັນ ກັບທຸລະກຄິດກຸ່ມເຊັນທັລ ໜ້າຈະເປັນເລື່ອງທີ່ຫຼາຍຄົນຮູ້ຈັນດີຢູ້ແລ້ວ ແລະ ແນ່ນອນວ່າໄດ້ຮັບການຈັດອັນດັບໃຫ້ຢູ່ໃນອັບດັບ 20 ຂອງຕະກູນມະຫາເສດຖີແຫ່ງອາຊີ ກັບຊັບສິນມະຫາສານ 12.900 ລ້ານໂດລາ (ປະມານ 390.000 ລ້ານບາດ) ພາຍໃຕ້ການບໍລິຫານງານຂອງ ທ່ານ ທົດ ຈິຣາທິວັນ ຜູ້ສືບທອດ Gen 3 ຂອງຄອບຄົວ ກັບທຸລະກິດທີ່ມີຢູ່ຫຼາກຫຼາຍປະເພດ ນັບຕັ້ງແຕ່ ຮ້ານຊັບພະສິນຄ້າໃນເຄືອ CDG, ສູນການຄ້າ ແລະ ອະສັງຫາລິມມະຊັບ CPN, ໂຮງແຮມ ແລະຣີສອດ CHR, ທຸລະກິດຮ້ານອາຫານ CHR ເປັນຕົ້ນ.

Family Business Asia: ธรรมนูญครอบครัว จิราธิวัฒน์ #familyconstitution

Comments