ກອງປະຊຸມສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຄັ້ງທີ 44……..

ພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ ຈັດກອງປະຊຸມ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນນະຄອນຫຼວງວຽງຈັນ ຄັ້ງທີ 44.

Image may contain: one or more people

ໃນຕອນເຊົ້າຂອງວັນອັງຄານທີ 8 ທັນວາ 2020 ຢູ່ຫ້ອງການບໍລິຫານ ການລົງທຶນປະຕູດຽວ ພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນພາຍໃຕ້ການເປັນປະທານໂດຍ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ ມີບັນດາຄະນະ ຄລທ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ໄຂຂື້ນ ໂດຍຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນນະຄອນຫຼວງວຽງຈັນ ( ຄລທ ) ຊຶ່ງຈະໄດ້ພ້ອມກັນຄົນຄວ້າລວມມີ 8 ວາລະ ຂໍທິດຊິນຳ ເພື່ອພິຈາລະນາຂໍອະນຸຍາດລົງທຶນ ແລະ ມີ 1 ວາລະ ຂໍປະກອບຄຳເຫັນໃຫ້ຂັ້ນສູນກາງ.

Image may contain: one or more people

ໃນ 8 ວາລະກອງປະຊຸມນີ້ ມີຢູ່ 9 ໂຄງການລົງທຶນ ໃນນັ້ນປະກອບມີຂະແໜງອຸດສາຫະກຳ 3 ໂຄງການ ແລະ ຂະແໜງບໍລິການ 6 ໂຄງການຄື: ໂຄງການ ຂໍສະເໜີລົງທຶນສ້າງຕັ້ງໂຄງການລ້ຽງໝູແມ່ພັນ ເພື່ອສະໜອງແນວພັນໝູໃຫ້ຊາວກະສິກອນ ນະຄອນຫຼວງວຽງຈັນ ແລະ ການສະເໜີຊ່ວຍສະໜັບສະໜູນການເຂົ້າຫາແຫຼ່ງທຶນ ເພື່ອມາພັດທະນາໂຄງການລ້ຽງໝູ, ຂອງບໍລິສັດ ສົ່ງເສີມກະສິກຳເມືອງນາຊາຍທອງ ຈຳກັດຜູ້ດຽວ, ໂຄງການ ສະເໜີຂໍສຳຫຼວດ ເກັບກຳຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ໂຄງການພັດທະນາຕາຝັ່ງເຈື່ອນ ແຕ່ສະຖານີດູດນ້ຳຊົນລະທານບ້ານເກົ້າລ້ຽວ ຫາ ໂຮງງານຜະລິດນ້ຳປະປາ ບ້ານສີບຸນເຮືອງທ່າ ເມືອງສີໂຄດຕະບອງ ຄວາມຍາວ 2,71 ກິໂລແມັດ, ໂດຍ ບໍລິສັດ ແກ້ວຈະເລີນ ກໍ່ສ້າງ-ສ້ອມແປງ ຊົນລະປະທານ, ຂົວທາງ ແລະ ເຄຫາສະຖານ ຈຳກັດຜູ້ດຽວ, ໂຄງການເປັນຫຸ້ນສ່ວນລົງທຶນໃນການພັດທະນາໂຄງການລະບົບຄຸ້ມຄອງທີ່ດິນ-ວັດແທກທີ່ດິນ ແລະ ການຂຶ້ນທະບຽນທີ່ດິນ ດ້ວຍຮູບແບບ (BOT ຫຼື PPP) ທີ່ຕິດພັນໃນນະຄອນຫຼວງວຽງຈັນ, ໂດຍ ບໍລິສັດ ກຸ່ມຄຳໄພຊະນະ ກໍ່ສ້າງ ຈຳກັດຜູ້ດຽວ, ໂຄງການ ການນຳໃຊ້ລະບົບ ເຕັກໂນໂລຢີ ເຂົ້າໃນການຈັດເກັບຄ່າຂີ້ເຫຍື້ອ ຂອງບໍລິສັດ ອາໂລເຕັກໂນໂລຢີ ຈຳກັດ, ໂດຍ ບໍລິສັດ ອາໂລເຕັກໂນໂລຍີ, ໂຄງການ ການສະເໜີຂໍລົງທຶນພັດທະນາລະບົບບໍລິຫານ ຈັດການ ແລະ ຊຳລະການເກັບຄ່າຂີ້ເຫຍື້ອ (Waste Collect) ຢູ່ນະຄອນຫຼວງວຽງຈັນ, ໂດຍ ບໍລິສັດ ໄອພິຊີ ທີປືກສາການລົງທຶນ ແລະ ພັດທະນາຄົບວົງຈອນ ຈຳກັດ ແລະ ໂຄງການອື່ນໆ. ບາງໂຄງການທີຂໍສະເໜີລົງທຶນໃນຄັ້ງນີ້ ແມ່ນເປັນໂຄງການທີ່ຫັນເປັນທັນສະໄໝ ໃຊ້ລະບົບບໍລິການແບບອອນລາຍ ( ຊຳລະຄ່າບໍລິການທາງອິນເຕີເນັດ ) ເຮັດໃຫ້ຜູ້ຄຸ້ມຄອງ ແລະ ຜູ້ນຳໃຊ້ເກີດຄວາມສະດວກສະບາຍຫຼາຍຂື້ນ.

ແຫຼ່ງຂໍ້ມູນ: ຄລທ

Comments