ເປີດໂຕຜະລິດຕະພັນໂອນເງິນຂ້າມທະນາຄານເທິງມືຖື………

ອີງຕາມເປົ້າໝາຍຂອງການດຳເນີນທຸລະກິດຂອງ LAPNet ທີ່ເປັນຜູ້ຄວບຄຸມລະບົບການຊຳລະທຸລະກຳຍ່ອຍແຫ່ງຊາດ ໃນ ສປປ ລາວ ມີເຮັດໜ້າທີ່ເປັນສື່ກາງໃນການເຮັດທຸລະກຳຮ່ວມກັນດ້ວຍຫຼາຍຮູບແບບ ແລະ ຫຼາກຫຼາຍຊ່ອງທາງ; LAPNet ໄດ້ພັດທະນາລະບົບເພື່ອສ້າງຜະລິດຕະພັນໂອນເງິນຂ້າມທະນາຄານເທິງມືຖື ທີ່ຊ່ວຍອຳນວຍຄວາມສະດວກໃຫ້ມວນຊົນເຮັດທຸລະກຳທາງການເງິນຢູ່ເທິງມືຖື ຕາມຄຳຂວັນທີ່ວ່າ: “ທຸກທີ່ ທຸກເວລາ ທຸກຊ່ອງທາງການຊຳລະ”.

ໃນຕອນບ່າຍ ວັນທີ 08 ທັນວາ 2020 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ບໍລິສັດ ລາວເນເຊີນນານ ເພເມັ້ນ ເນັດເວີກ ຈຳກັດ ຫຼື LAPNet ໄດ້ຈັດພິທີເປີດໂຕຜະລິດຕະພັນໂອນເງິນຂ້າມທະນາຄານເທິງມືຖື ຢ່າງເປັນທາງການ, ເຂົ້າຮ່ວມໃນພິທີ ມີທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍຕາງໜ້າຜູ້ຖືຮຸ້ນຂອງບໍລິສັດ, ທະນາຄານທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ປັດຈຸບັນ LAPNet ມີເຄືອຂ່າຍເຮັດທຸລະກໍາການນຳໃຊ້ບັດທະນາຄານຮ່ວມກັນ ຫຼື ນຳໃຊ້ຕູ້ ATM ຮ່ວມກັນ ໃນການຖອນເງິນສົດ, ກວດຍອດເງິນໃນບັນຊີຮ່ວມກັນໄດ້ 16 ທະນາຄານ, ສຳລັບການໂອນເງິນຂ້າມທະນາຄານໂດຍຜ່ານຕູ້ ATM ໄດ້ 10 ທະນາຄານຄື: ທະນາຄານພັດທະນາລາວ; ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ; ທະນາຄານສົ່ງເສີມກະສິກຳ; ທະນາຄານ ເອັສທີ ຈຳກັດ; ທະນາຄານ ບີໄອຊີລາວ ຈຳກັດ; ທະນາຄານ ຮ່ວມທຸລະກິດລາວ-ຫວຽດ; ທະນາຄານ ຮ່ວມພັດທະນາ; ທະນາຄານ ພາບລິກ ສາຂານະຄອນຫຼວງ; ທະນາຄານ ມະຣູຮານ ເຈແປນ ລາວ, ທະນາຄານກະສິກອນໄທ ສາຂານະຄອນຫຼວງ.

ຊຶ່ງຜະລິດຕະພັນໃໝ່ລ້າສຸດທີ່ໄດ້ອອກໃຫ້ມວນຊົນໄດ້ເລີ່ມນຳໃຊ້ ເລີ່ມແຕ່ວັນທີ 8 ທັນວາ 2020 ເປັນຕົ້ນໄປ ມີ 2 ທະນາຄານ ຄື: ທະນາຄານ ພັດທະນາລາວ ແລະ ທະນາຄານ ເອັສທີ ຈຳກັດ; ສ່ວນການໂອນເງິນເທິງມືຖື ໂດຍນຳໃຊ້ຮູບແບບການໂອນ ບັນຊີຫາບັນຊີ ຫຼື Account Fund transfer ມີ 5 ທະນາຄານ ຄື: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານຮ່ວມທຸລະກິດລາວ – ຫວຽດ, ທະນາຄານຮ່ວມພັດທະນາ ແລະ ທະນາຄານ ບີໄອຊີລາວ ຈຳກັດ ຊຶ່ງ ໃນນັ້ນ ທະນາຄານ ສົ່ງເສີມກະສິກຳ ພວມດຳເນີນການ ຄາດວ່າຈະໃຫ້ສຳເລັດ ໃນໄຕມາດທີ 1 ຂອງປີ 2021.

ທ່ານ ຫົງຄຳ ເພັດດາວົງ ຜູ້ອຳນວຍການ ບໍລິສັດ LAPNet ໃຫ້ຮູ້ວ່າ: “ໃນຕໍ່ໜ້າຈະໃຫ້ສາມາດຊຳລະຄ່າສິນຄ້າ ແລະ ຄ່າບໍລິການຕ່າງໆຢູ່ຮ້ານຄ້າໂດຍຜ່ານເຄື່ອງພີໂອເອສ, ຜ່ານ QR Code ຂອງບັນດາທະນາຄານທຸລະກິດ ແລະ ບໍລິສັດ Fintech ອື່ນທີ່ເປັນສະມາຊິກຂອງບໍລີສັດ LAPNet ຮ່ວມກັນໄດ້. ບໍລິສັດ LAPNet ຍັງໄດ້ຕັ້ງເປົ້າຜັນຂະຫຍາຍທຸລະກິດ ແລະ ວາງແຜນພັດທະນາລະບົບໂຄງລ່າງພື້ນຖານດ້ານການຊຳລະໃຫ້ມວນຊົນສາມາດເຮັດທຸລະກຳທາງການເງິນ ທີ່ທັນສະໄໝ, ປອດໄພ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

Comments