ການປົກປັກຮັກສາສັດນໍ້າ-ສັດປ່າ ມັນແມ່ນພັນທະ ແລະ ໜ້າທີ່ຂອງໝົດທຸກຄົນ ຊຶ່ງໃນມື້ນີ້ ກໍ່ຄືກັນກັບທຸກປີຜ່ານມາ, ການນໍາພັກ-ລັດ ແລະ ປວງຊົນລາວທັງຊາດ ກໍ່ໄດ້ຮ່ວມໃຈກັນປ່ອຍສັດນໍ້າ, ໂດຍສະເພາະ ແມ່ນປາຊະນິດພັນຕ່າງໆ ແລະ ສັດປະເພດອື່ນໆ ທີ່ໄດ້ຈາກການເພາະພັນ, ຢຶດໄດ້ຈາກການຄ້າ-ຂາຍທີ່ຜິດກົດໝາຍ ຄືນສູ່ທຳມະຊາດ ເພື່ອເພີ່ມຈໍານວນຂອງສັດນໍ້າ ແລະ ສັດປ່າ ສ້າງຄວາມອຸດົມສົມບູນທາງດ້ານຊະນິດພັນ ທີ່ເປັນມໍລະດົກທາງທໍາມະຊາດອັນລໍ້າຄ່າຂອງຊາດ ໃຫ້ໄດ້ຮັບການປົກປັກຮັກສາ ແລະ ຊົມໃຊ້ຢ່າງຍືນຍົງ ຊຶ່ງປີນີ້ ຕາມແຜນຂອງກະຊວງກະສິກຳ ແລະ ປ່າໄມ້ ແມ່ນຈະປ່ອຍປາໃຫ້ໄດ້ 55 ລ້ານໂຕ ລົງສູ່ແຫລ່ງນໍ້າທຳມະຊາດ, ໜອງ, ບຶງ, ອ່າງເກັບນໍ້າຕ່າງໆ ໃນຂອບເຂດທົ່ວປະເທດ. ຕະຫລອດໄລຍະຜ່ານມາ, ພັກ ແລະ ລັດຖະບານ ຍາມໃດກໍ່ໄດ້ຖືສຳຄັນຕໍ່ວຽກງານປົກປັກຮັກຊັບ ພະຍາກອນ ທຳມະຊາດ, ໂດຍສະເພາະຕໍ່ວຽກງານປົກປັກຮັກສາ ແລະ ອະນຸລັກສັດນໍ້າ ແລະ ສັດປາ ເພື່ອໃຫ້ທຳມະຊາດມີຄວາມອຸດົມສົມບູນ ແລະ ບໍ່ມີວັນບົກແຫ້ງ. ການກຳນົດເອົາວັນທີ 13 ກໍລະກົດ ເປັນວັນອະນຸລັກສັດນໍ້າ ແລະ ສັດປ່າ ຂອງ ສປປ ...
Read More »ການຜະລິດ
ມາຮູ້ຈັກສັດນໍ້າ 5 ປະເພດຫວງຫ້າມ ຕາມກົດໝາຍຂອງລາວ…
ວັນທີ 13 ກໍລະກົດ ເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ- ສັດປ່າແຫ່ງຊາດ, ວັນດັ່ງກ່າວຂອງທຸກປີ ມີຂະບວນການປ່ອຍປາ ສູ່ແຫລ່ງທໍາມະຊາດ ແມ່ນໍ້າລໍາເຊ ກໍ່ຄືຫ້ວຍຮ່ອງໜອງບຶງ ເພື່ອເພີ່ມຄວາມອຸດົມສົມບູນໃຫ້ແຫລ່ງນໍ້າ. ປີ 2020ນີ້, ກະຊວງກະສິກໍາ ແລະ ປ່າໄມ້ ມີແຜນຈະປ່ອຍປາລົງສູ່ແຫລ່ງທໍາມະຊາດ ບໍ່ໃຫ້ຫລຸດ 55 ລ້ານໂຕ. ບົດນີ້ ຈຶ່ງນໍາເອົາປາ 5 ຊະນິດ ໃນອັນດັບຕົ້ນ ທີ່ນອນຢູ່ໃນບັນຊີ I ສັດນໍ້າ ແລະ ສັດປ່າ ຫລື ສັດປະເພດຫວງຫ້າມ ຕາມມະຕິຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການຮັບຮອງເອົາບັນຊີລາຍຊື່ສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ຫລື ບັນຊີI ແລະ ປະເພດຄຸ້ມຄອງ ຫລື ບັນຊີII ສະບັບ ເລກທີ 81/ນຍ, ລົງວັນທີ 13/8/2008 ຄື: 1.ປາປຶກ, ມີຊື່ທາງວິທະຍາສາດແມ່ນ Pangasianodon gigas 2. ປາໄຫລໄຟຟ້າ, ມີຊື່ວິທະຍາສາດ Anguilla marmorata ...
Read More »ລັດວາງ 8 ຂໍ້ຫ້າມ ຄຸ້ມຄອງສັດນໍ້າ – ສັດປ່າ! ຮຽກຮ້ອງທົ່ວສັງຄົມເປັນເຈົ້າການນໍາກັນ
ເພື່ອໃຫ້ການຄຸ້ມຄອງສັດນໍ້າ, ສັດປ່າ ໃຫ້ມີຄວາມຍືນຍົງ ເນື່ອງໃນວັນປ່ອຍປາ ແລະ ອະນຸຮັກສັດນໍ້າ ແລະ ສັດປ່າແຫ່ງຊາດ, ກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ໄດ້ອອກ 8 ຂໍ້ຫ້າມອະນຸຮັກສັດນໍ້າ ແລະ ສັດປ່າ ເພື່ອນຳໄປຈັດຕັ້ງປະຕິບັດ ຫາກລະເມີດປະຕິບັດໂທດຕາມກົດໝາຍ. ກະຊວງ ກປ ໄດ້ອອກຄຳສັ່ງ ເລກທີ 0682/ກປ,ນວ ວັນທີ 10 ມິຖຸນາ 2020 ກ່ຽວກັບການສ້າງຂະບວນການປົກປັກຮັກສາ ແລະ ພັດທະນາສັດນໍ້າ ແລະ ສັດປ່າ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸຮັກສັດນໍ້າ ແລະ ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2020 ເຖິງທ່ານຫົວໜ້າຫ້ອງການ, ກົມ ແລະ ສະຖາບັນອ້ອມຂ້າງກະຊວງ ກປ, ພະແນກ ກປ ແຂວງ ແລະ ນະຄອນຫຼວງວຽງຈັນ ( ນວ ) ວ່າ: ຊຸມປີຜ່ານມາ ການຈັດຕັ້ງແຕ່ລະຂັ້ນໄດ້ເປັນເຈົ້າການຈັດກິດຈະກຳປ່ອຍປາລົງໃສ່ອ່າງເກັບນໍ້າ, ...
Read More »ທະນາຄານ ມາຣູຮານ ເຈແປນລາວ ຈຳກັດ ຮ່ວມກັບ Katalyst Partners ແລະ DOSMEP, ກະຊວງອຸດສາຫະກຳ ແລະການຄ້າ ລົງນາມຮ່ວມມືກັນ ເພື່ອຊ່ວຍພັດທະນາ ແລະ ສະໜັບສະໜູນທຸລະກິດ SME ລາວ ໃຫ້ເຕີບໃຫຍ່
ທະນາຄານ ມາຣູຮານ ເຈແປນລາວ ຈຳກັດ ໄດ້ລົງນາມຮ່ວມມືກັນກັບຄູ່ຮ່ວມທຸລະກິດ ໃນການພັດທະນາຄວາມສາມາດໃຫ້ກັບຂະແໜງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ຂະຫຍາຍຕົວ ແລະ ເຂົ້າເຖິງແຫຼ່ງທຶນຢ່າງມີປະສິດທິພາບ. ໂດຍການຮ່ວມມືກັນລະຫວ່າງ Katalyst Partners ແລະ ກົມສົ່ງເສີມວິສາຫະກກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະການຄ້າ ແລະ ທະນາຄານ ມາຣູຮານ ເຈແປນລາວ ຈຳກັດ ປະກາດການລິເລີ່ມໃໝ່ – BizGrow ທີ່ມີຈຸດປະສົງເພື່ອສະໜັບສະໜູນ ທຸລະກິດຂະໜາດນ້ອຍຂອງລາວ ໃຫ້ເຕີບໃຫຍ່ຢ່າງມີຄວາມຮັບຜິດຊອບໂດຍຜ່ານ ໂຄງການການຝຶກອົບຮົມ ການສ້າງນະວັດຕະກຳໃໝ່ ໃຫ້ທຸລະກິດຂອງທ່ານກ້າວໄກ. ເຊິ່ງຈະຊ່ວຍໃຫ້ ຜູ້ປະກອບການໄດ້ທົບທວນຮູບແບບທຸລະກິດແລະ ເລືອກຮູບແບບລາຍໄດ້ຂອງຕົນເອງ. ທ່ານ ແອນໂທນີ ຊິນ ຜູ້ອຳນວຍການໃຫຍ່ ທະນາຄານ ມາຣູຮານ ເຈແປນລາວ ໄດ້ກ່າວວ່າ: ພວກເຮົາເຊື່ອໃນຄຳເວົ້າທີ່ວ່າ “ ກະແສນໍ້າທີ່ສູງຂຶ້ນຍົກເຮືອທຸກລຳໄດ້ ” ທະນາຄານ ມາຣູຮານ ເຈແປນລາວ ຈຳກັດແມ່ນຢູ່ໃນຕໍາແໜ່ງ ສ້າງກະແສນໍ້າໃຫ້ສູງຂື້ນເພື່ອຍົກເຮືອ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທຸກລໍາໃຫ້ສູງຂຶ້ນ ...
Read More »ໃນ 6 ເດືອນຕົ້ນປີ 2020ທີ່ຜ່ານມາ, ລັດວິສາຫະກິດ ໄຟຟ້າລາວ ສາມາດສ້າງລາຍຮັບໄດ້ເຖິງ 3.321 ຕື້ກີບ
ທ່ານ ຈັນທະບູນ ສຸກອາລຸນ ຜູ້ວ່າການ ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ປະຈຳ 6 ເດືອນຕົ້ນປີວ່າ: ໃນໄລຍະ 6 ເດືອນຕົ້ນປີ 2020 ລັດວິສາຫະກິດໄຟຟ້າລາວ ໄດ້ມີການຮັບຊື້ພະລັງງານຈາກແຫຼ່ງຜະລິດພາຍໃນ ລວມທັງນໍາເຂົ້າ ແລະ ຜະລິດເອງ ເທົ່າກັບ 5.638 ລ້ານ kWh, ເປັນເງິນ 2.956 ຕື້ກີບ, ທຽບໃສ່ແຜນການເປັນພະລັງງານເທົ່າກັບ 91,11% ແລະ ເປັນເງິນເທົ່າກັບ 96,46% ລາຄາສະເລ່ຍ ຊື້ພະລັງງານທັງໝົດ ເທົ່າກັບ 524,37 ກີບ/kWh. ໃນນັ້ນ ພະລັງງານທີ່ໄຟຟ້າລາວ ຜະລິດເອງ ຈໍານວນ 87 ລ້ານ kWh, ກວມເອົາ 1,5% ຂອງພະລັງງານທັງໝົດ, ຊື້ຈາກ ຜ-ຟຟລ ຈໍານວນ 878 ລ້ານ kWh, ກວມເອົາ 15,6%. ຊື້ ຈາກ IPP&SPP ຈໍານວນ 2.986 ...
Read More »ນາຍົກລັດຖະມົນຕີ ລົງຢ້ຽມຢາມສວນຜັກ ກຸ່ມປູກຜັກອິນຊີ…
ວັນທີ 9 ກໍລະກົດ 2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ຊຸກຍູ້ກຸ່ມປູກຜັກອິນຊີ ບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ. ໂດຍທ່ານ ນາຍົກ ໄດ້ສະແດງຄວາມຊົມເຊີຍຕໍ່ກຸ່ມປູກຜັກດັ່ງກ່າວ ທີ່ສາມາດສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ກັບປະຊາຊົນພາຍໃນບ້ານທົ່ງມັ່ງ ຫລາຍກວ່າ 20 ຄອບຄົວ. ທ່ານນາງ ຄຳມອນ ຫລວງລາດ ຫົວໜ້າກຸ່ມປູກພືດຜັກອິນຊີ ບ້ານທົ່ງມັ່ງ ໄດ້ຂຶ້ນລາຍໂດຍຫຍໍ້ໃຫ້ຮູ້ ກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ເຊິ່ງກຸ່ມປູກພືດຜັກອິນຊີ ບ້ານທົ່ງມັ່ງ ຍັງຂາດທຶນໝູນວຽນ, ທຶນສ້າງພື້ນຖານໂຄງລ່າງ, ຂາດພື້້ນທີ່ທຳການຜະລິດ, ຍາມແລ້ງນໍ້າບໍ່ພຽງພໍ, ຄວາມຮູ້ດ້ານວິຊາການຢູ່ໃນຂີດຈຳກັດ. ນອກນັ້ນ ເງິນກູ້ຍັງມີດອກເບ້ຍສູງ ໃນໄລຍະສັ້ນ ນຳອີກ.
Read More »ມາດຕະການຊຸກຍູ້, ສົ່ງເສີມການຜະລິດສະບຽງອາຫານ ແລະ ສິນຄ້າຕອບສະໜອງໃຫ້ແກ່ພາຍໃນ…
ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ເມື່ອວັນທີ 25 ມິຖຸນາ ຜ່ານມາ ເຖິງມາດຕະການຊຸກຍູ້ສົ່ງ ເສີມການຜະລິດສະບຽງອາຫານ ແລະ ສິນຄ້າຕອບສະໜອງໃຫ້ແກ່ພາຍໃນ ມີ 13 ມາດຕະການຄື: 1. ສືບຕໍ່ສ້ອມແປງ ເພື່ອຟື້ນຟູລະບົບຊົນລະປະທານທີ່ເປ່ເພ ຈາກໄພພິບັດ ປີ 2019 ຈໍານວນ 172 ໂຄງການ ດ້ວຍບ້ວງງົບປະມານສຸກເສີນ 40 ຕື້ກີບ ທີ່ນອນຢູ່ໃນ 8 ແຂວງເປົ້າໝາຍໃຫ້ສໍາເລັດ ເພື່ອຮັບປະກັນການສະໜອງນໍ້າໃຫ້ໄດ້ 31.245 ເຮັກຕາ ທີ່ໄດ້ເອົາເຂົ້າແຜນການຜະລິດລະດູຝົນປີ 2020 ແລ້ວສົ່ງມອບຈັກສູບນໍ້າຂະໜາດນ້ອຍ 35 ເຄື່ອງ ໃຫ້ທ້ອງຖິ່ນ ເພື່ອເພີ່ມກໍາລັງຄວາມສາມາດສູບນໍ້າຂອງກຸ່ມຊາວນາທີ່ມີແລ້ວ 10.307 ເຄື່ອງ ເພື່ອຮັບປະກັນສະໜອງນໍ້າໃຫ້ໄດ້ 280,300 ເຮັກຕາ. ໃນນັ້ນປູກເຂົ້າໃຫ້ໄດ້ 235,800 ເຮັກຕາ, ປູກພືດໃຫ້ໄດ້ 26,500 ເຮັກຕາ. ...
Read More »ກຸ່ມບໍລິສັດ ຄໍາໄພ ຊະນະ ໃຊ້ງົບ 95 ລ້ານໂດລາສະຫະລັດ ປູກຜັກປອດສານພິດ ແລະ ລ້ຽງສັດຂາຍ ໃນແຂວງໄຊສົມບູນ…
ກຸ່ມບໍລິສັດ ຄໍາໄພ ຊະນະ ທຸ້ມງົບມະຫາສານ ເພື່ອສົ່ງເສີມການປູກຜັກປອດສານຜິດ ແລະ ລ້ຽງສັດ ຢູ່ແຂວງໄຊສົມບູນ ໂດຍມີສັນຍາສໍາປະທານທີ່ດິນ 1,000 ກວ່າເຮັກຕາ ຍາວນານເຖິງ 50 ປີ ແລະ ສົ່ງເສີມຊາວບ້ານປູກຮ່ວມອີກ 3,000 ກວ່າເຮັກຕາ ພ້ອມປະກອບສ່ວນພັນທະສໍາປະທານທີ່ດິນຂອງລັດໃນລາຄາ 5 ໂດລາສະຫະລັດຕໍ່ເຮັກຕາຕໍ່ປີ. ໂຄງການ KPG ພັດທະນາກະສິກຳ ແລະ ປ່າໄມ້ ຄົບວົງຈອນ ແມ່ນໄດ້ສຳປະທານດິນລັດ ແລະ ສົ່ງເສີມປະຊາຊົນ ປູກພືດຜັກປອດສານພິດ ແລະ ລ້ຽງສັດເປັນສິນຄ້າ ໃນຮູບແບບ 2+3 ຂອບເຂດພື້ນທີ່ ເມືອງອະນຸວົງ ໃນເນື້ອທີ່ 102 ເຮັກຕາ, ເມືອງທ່າໂທມ 990 ເຮັກຕາ, ເມືອງລ້ອງແຈ້ງ 100 ເຮັກຕາ ແລະ ສົ່ງເສີມປະຊາຊົນ 3.260 ເຮັກຕາ, ຊຶ່ງບໍລິສັດຈະລົງທຶນທັງໝົດ 95 ລ້ານໂດລາສະຫະລັດ, ໄລຍະເວລາສຳປະທານ 50 ປີ. ພິທີເຊັນສັນຍາ ສຳປະທານໂຄງການ KPG ພັດທະນາກະສິກຳ ແລະ ...
Read More »ເມືອງໄຊທານີ ຈັດພິທີໄຂຂະບວນການປູກເຂົ້າຕາມທິດຫັນເປັນທັນສະໄໝ ແລະ ຫຼຸດຜ່ອນແຮງງານຊາວໄຮ່ນາ…
ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຮັບການສະໜັບສະໜູນຈາກບໍລິສັດອິນຊີທອງມໍເຕີ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ຈັດພິທີໄຂຂະບວນສາທິດການປູກເຂົ້າຕາມທິດຫັນເປັນທັນສະໄໝ ແລະ ຫຼຸດຜ່ອນແຮງງານຊາວນາ ຂຶ້ນໃນວັນທີ 3 ກໍລະກົດ 2020 ທີ່ຜ່ານມາ ຢູ່ບ້ານລາດຄວາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີທ່ານຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ແລະ ກຸ່ມຊາວນາເຂົ້າຮ່ວມ. ທ່ານ ວາດສະໜາ ສີຈະເລີນ ກ່າວວ່າ: ເພື່ອເປັນການກະກຽມໃຫ້ແກ່ການເປີດກອງປະຊຸມໃຫຍ່ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ຕິດພັນກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງວຽງຈັນ ໂດຍສະເພາະມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກນະຄອນຫຼວງວຽງຈັນ ແລະ ນະໂຍບາຍການຜະລິດສະບຽງອາຫານ ແລະ ເປັນສິນຄ້າຂອງກະຊວງກະສິກຳ-ປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຈຶ່ງໄດ້ວາງແຜນຄາດໝາຍສູ້ຊົນຮອດປີ 2020 ຈະສະໜອງເຂົ້າກິນໃຫ້ສັງຄົມໃຫ້ໄດ້ສະເລ່ຍ 250 ກິໂລຕໍ່ຄົນຕໍ່ປີ, ...
Read More »“ຍຸກໃໝ່ແຫ່ງການຜະລິດຄໍາ” ບໍ່ຄຳ-ທອງເຊໂປນ ຈະຍືດເວລາການຂຸດຄົ້ນບໍ່ແຮ່ ໄປອີກ 10 ປີ ຢ່າງຕໍ່າ…
ໃນວັນທີ 23 ມິຖຸນາ 2020 ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (LXML) ບໍ່ຄໍາ-ທອງເຊໂປນ ໄດ້ສະເຫຼີມສະຫຼອງການຫຼອມຄໍາແທ່ງທໍາອິດ ເປັນຂີດໝາຍ “ຍຸກໃໝ່ແຫ່ງການຜະລິດຄໍາ” ຂອງໂຄງການຄໍາ-ທອງເຊໂປນ ທີ່ເມືອງ ວິລະບູລີ, ແຂວງສະຫວັນນະເຂດ. ໃຫ້ກຽດເປີດພິທີໃນຄັ້ງນີ້ ໂດຍ ທ່ານ ທ່ອນແກ້ວ ພຸດທະໄກຍາລາດ ຮອງເຈົ້າແຂວງ ແຂວງສະຫວັນເຂດ, ທ່ານ ຄໍາຜຸຍ ສີບຸນເຮືອງ ເຈົ້າເມືອງ ເມືອງ ວິລະບູລີ, ທ່ານ ຝູ ເຊຍເຊີນ ປະທານ LXML, ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ LXML ພ້ອມດ້ວຍຫຼາຍພາກສ່ວນເຂົ້າຮ່ວມ. ການກັບຄືນມາຜະລິດຄໍາໃນຄັ້ງນີ້ ຈະຍືດອາຍຸການຂຸດຄົ້ນບໍ່ແຮ່ຂອງໂຄງການຄໍາ-ທອງເຊໂປນໄປອີກ 10 ປີຢ່າງຕໍ່າ ແລະ ຈະສືບຕໍ່ສ້າງວຽກເຮັດງານທໍາ ພ້ອມທັງສ້າງລາຍໄດ້ ກໍຄືປັບຊີວິດການເປັນຢູ່ຂອງຊຸມຊົນເຂດນັ້ນໃຫ້ດີຂຶ້ນ. LXML ຈະສືບຕໍ່ປະກອບສ່ວນໃສ່ ການພັດທະນາ-ເສດຖະກິດສັງຄົມຂອງ ສປປ ລາວ ໂດຍຄາດວ່າຈະຜະລິດແທ່ງຄໍາໃຫ້ໄດ້ປະມານ 250.000 ອອນສ໌ຕໍ່ປີ ພ້ອມທັງລົງທຶນໃສ່ວຽກງານສໍາຫຼວດຫຼາຍຂຶ້ນ ພ້ອມທັງຂະຫຍາຍໂຄງການອື່ນໆອີກ. ແຫຼ່ງຂໍ້ມູນຈາກ: ບໍລິສັດ ...
Read More »