ຫາລື ການຄຸ້ມຄອງການລົງທຶນ ທີ່ມີປະສິດທິພາບ ສາມາດກວດສອບໄດ້…………

ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການໄຈກາ ປະຈຳ ສປປ ລາວ ຈັດກອງປະຊຸມຄະນະທີ່ປຶກສາໃນການປັບປຸງການຄຸ້ມຄອງການລົງທຶນຂອງລັດ ( PIMCAP ) ຄັ້ງທີ I ຂຶ້ນໃນວັນທີ 4 ທັນວາ 2020 ຜ່ານມາ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ເຄໂຊ ທາເກວະກະ ( KEIZO TAKEWAKA ) ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ພ້ອມທັງມີບັນດາທ່ານຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫຼວງ ວຽງຈັນ, ຮອງເຈົ້າແຂວງຈຳປາສັກ, ບັນດາຫົວໜ້າ – ຮອງຫົວໜ້າກົມ ແລະ ວິຊາການຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ກິແກ້ວ ຈັນທະບູລີ ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ແມ່ນເພື່ອປຶກສາຫາລືກ່ຽວກັບການປັບປຸງການຄຸ້ມຄອງການລົງທຶນຂອງລັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ ໂດຍໃນຊຸມປີຕໍ່ໜ້າລັດຖະບານຈະໄດ້ສຸມໃສ່ການພັດທະນາປະເທດໃຫ້ມີຄຸນນະພາບ, ມີຈຸດສຸມ, ຍືນຍົງ ແລະ ສີຂຽວ.

ສະນັ້ນ, ການປັບປຸງການຄຸ້ມຄອງໂຄງການການລົງທຶນຂອງລັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ແມ່ນໜຶ່ງໃນເປົ້າໝາຍຂອງລັດໃຫ້ມີລັກສະນະວິທະຍາສາດ, ມີຄຸນນະພາບ, ປະສິດທິຜົນຂຶ້ນກວ່າເກົ່າ ແລະ ສາມາດກວດສອບໄດ້, ບໍ່ພາໃຫ້ເກີດໜີ້ສິນຄຸມເຄືອ ເຮັດໃຫ້ໂຄງການສາມາດຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍໄວ້. ພວກເຮົາບໍ່ສາມາດເຮັດໄດ້ພຽງຝ່າຍດຽວ ເຊິ່ງຕ້ອງໄດ້ມີການຮ່ວມມື, ການປະສານງານຢ່າງໃກ້ຊິດກັບກະຊວງການເງິນ ໃນດ້ານການຄຸ້ມຄອງງົບປະມານ ແລະ ການຮ່ວມມືຈາກພາກສ່ວນທີ່ກ່ຽວຂ້ອງໃນລະດັບສູນກາງ ແລະ ທ້ອງຖິ່ນ ເພື່ອຮັບປະກັນການຄຸ້ມຄອງການລົງທຶນຂອງລັດໃຫ້ມີຄວາມເຂັ້ມແຂງ ແລະ ຄຸນນະພາບສູງຂຶ້ນ.

ທັງນີ້, ເພື່ອຮັບປະກັນໄດ້ວຽກດັ່ງທີ່ກ່າວມານັ້ນ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກໍໄດ້ອອກຂໍ້ຕົກລົງ ສະບັບເລກທີ 0425/ຜທ ວ່າດ້ວຍການແຕ່ງຕັ້ງຄະນະປຶກສາໃນການປັບປຸງການຄຸ້ມຄອງການລົງທຶນຂອງລັດ ພ້ອມທັງໄດ້ຮັບການສະໜັບສະໜູນດ້ານວິຊາການຈາກລັດຖະບານຍີ່ປຸ່ນ ຜ່ານອົງການໄຈກາ ປະຈຳລາວ ໂດຍສະເພາະໃນແຜນງານການຮ່ວມຄົ້ນຄວ້າ ແລະ ວິໄຈດ້ານນະໂຍບາຍກ່ຽວກັບສະຖຽນລະພາບທາງດ້ານງົບປະມານຂອງ ສປປ ລາວ ໂດຍຊ່ຽວຊານຈາກຍີ່ປຸ່ນ ແລະ ລາວ ໃນຕົ້ນປີທີ່ຜ່ານມາ, ເພື່ອໃຫ້ບັນລຸໝາກຜົນ ອົງການໄຈກາ ຈະສືບຕໍ່ໃຫ້ການສະໜັບສະໜູນໂຄງການປັບປຸງການຄຸ້ມຄອງການລົງທຶນຂອງລັດ ໂດຍສະໜອງຊ່ຽວຊານຜູ້ມີຄວາມຊຳນານໃນວຽກງານການປັບປຸງການຄຸ້ມຄອງການລົງທຶນຂອງລັດແກ່ ສປປ ລາວ.

This image has an empty alt attribute; its file name is image-8-1024x574.png

ໃນໂອກາດດັ່ງກ່າວ, ທ່ານ ທາເກວະກະ ໄດ້ມີຄຳເຫັນໃນບາງຕອນວ່າ: ພວກເຮົາໄດ້ເນັ້ນໜັກໃນການປັບປຸງການຈັດການການລົງທຶນ ເຊິ່ງ ຍີ່ປຸ່ນ ຈະເຮັດໃຫ້ຫຼາຍທີ່ສຸດເພື່ອສະໜັບສະໜູນໂຄງການລົງທຶນຂອງລັດໃນ ສປປ ລາວ.

ໃນກອງປະຊຸມບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການລາຍງານໂຄງສ້າງຄະນະຊີ້ນຳການປັບປຸງການລົງທຶນຂອງລັດ, ແຜນກິດຈະກຳ, ຮັບຟັງແນວຄວາມຄິດຂອງແຜນການດຳເນີນງານ ສຳລັບການຄຸ້ມຄອງການລົງທຶນຂອງລັດ ພ້ອມທັງສົນທະນາ – ປຶກສາຫາລືກ່ຽວກັບໂຄງສ້າງ ແລະ ຈຸດປະສົງທີ່ໄດ້ນຳສະເໜີໄປ, ໃຫ້ຄຳເຫັນຕໍ່ກັບມາດຕະການໄລຍະສັ້ນ ແລະ ກາງ ເພື່ອປັບປຸງການຄຸ້ມຄອງການລົງທຶນຂອງລັດ ລວມທັງຂອບເຂດເນື້ອໃນ ເພື່ອເປັນແຜນດຳເນີນງານ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments