ການຜະລິດ

ສະຫວັນນະເຂດ ລະດົມຊາວນາສຸມໃສ່ການຜະລິດລະດູແລ້ງ.

ການຜະລິດເຂົ້ານາແຊງ ຂອງປະຊາຊົນຊາວແຂວງສະຫວັນນະເຂດປີ 2019 ແມ່ນກຳລັງຂຸ້ນຂ້ຽວກະກຽມທາງດ້ານພື້ນຖານໂຄງລ່າງຊົນລະປະທານ ແລະ ເນື້ອທີ່ການຜະລິດ ເຊິ່ງໜ່ວຍງານປູກຝັງຂອງ ຫ້ອງການກະສິກຳ-ປ່າໄມ້ແຕ່ລະເມືອງ ໄດ້ປະສານຫາອຳນາດການປົກຄອງບ້ານໃຫ້ ມີການອະນາໄມຄອງເໝືອງ, ຊົນລະປະທານເພື່ອກຽມໃສ່ການຜະລິດລະດູແລ້ງ. ຕາມການໃຫ້ຂໍ້ມູນຂອງຂະແໜງປູກຝັງພະແນກກະສິກຳ-ປ່າໄມ້ ແຂວງສະຫວັນນະເຂດ ປັດຈຸບັນສາມາດສາມາດເກັບກຳ ຂໍ້ມູນກ່ຽວກັບແຜນການຜະລິດ ເຂົ້ານາແຊງໄດ້ແລ້ວ ຊຶ່ງໄດ້ແບ່ງເປັນເຂດດັ່ງນີ້: ເຂດທົ່ງພຽງແຄມຂອງ ມີນະຄອນໄກສອນ ພົມວິຫານ ມີເນື້ອທີ່ຜະລິດ ເຂົ້ານາແຊງ 500 ເຮັກຕາ, ເມືອງສອງຄອນ 4.300 ເຮັກຕາ, ເມືອງໄຊບູລີ 8.980, ເມືອງໄຊພູທອງ 500 ເຮັກຕາ, ໃນເຂດດັ່ງກ່າວລວມເນື້ອທີ່ການຜະລິດເຂົ້ານາແຊງທັງໝົດ 14.280 ເຮັກຕາ, ໃຊ້ແນວພັນ 857 ໂຕນ, ເຂດທົ່ງພຽງໃຈກາງ ມີເມືອງຈຳພອນ 13.300 ເຮັກຕາ, ເມືອງຊົນະບູລີ 3.300 ເຮັກຕາ, ເມືອງພະລານໄຊ 520 ເຮັກຕາ, ໃນເຂດທົ່ງພຽງໃຈກາງນີ້ລວມເນື້ອທີ່ການຜະລິດເຂົ້ານາແຊງທັງໝົດ 17.120 ເຮັກຕາ, ໃຊ້ແນວພັນ 1.027 ໂຕນ, ເຂດພູດອຍມີ ເມືອງພີນ 250 ເຮັກຕາ, ເມືອງ ເຊໂປນ ...

Read More »

ເຂົ້າໄກ່ນ້ອຍ ໄດ້ຮັບໃບຢັ້ງຢືນຖິ່ນກໍາເນີດ ຮຽບຮ້ອຍແລ້ວ

ວັນທີ 13 ພະຈິກ 2018 ຜ່ານມາ ທີ່ຖໍ້າຊ້າງລອດ ເມືອງວຽງໄຊ ແຂວງ ຫົວພັນ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເປັນກຽດຂຶ້ນມອບໃບຢັ້ງຢືນ ຖິ່ນກໍາເນີດເຂົ້າໄກ່ນ້ອຍ ໃຫ້ແກ່ສະມາຄົມສົ່ງເສີມ ເຂົ້າໄກ່ນ້ອຍຫົວພັນ ເຊິ່ງຂຶ້ນຮັບໂດຍ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ. ການຈົດທະບຽນຖິ່ນກໍາເນີດເຂົ້າໄກ່ນ້ອຍຫົວພັນ ແມ່ນໄດ້ເລີ່ມຂຶ້ນໃນຕົ້ນປີ 2016 ແລະ ໄດ້ມີການເຕົ້າໂຮມຜູ້ຜະລິດ ແລະ ຜູ້ປະກອບການ ທີ່ຜະລິດ ແລະ ຄ້າຂາຍເຂົ້າໄກ່ນ້ອຍ ເຂົ້າຮ່ວມສ້າງຕັ້ງເປັນສະມາຄົມ ສົ່ງເສີມເຂົ້າໄກ່ນ້ອຍ ແຂວງຫົວພັນ ໂດຍມີ 242 ຄອບຄົວ ແລະ 3 ຫົວໜ່ວຍທຸລະກິດເຂົ້າຮ່ວມ. ຈຸດປະສົງຂອງ ການຈົດທະບຽນປົກປ້ອງຖິ່ນກໍາເນີດເຂົ້າໄກ່ນ້ອຍຈາກແຂວງຫົວພັນ ແມ່ນເພື່ອປົກປ້ອງຊື່ສຽງຂອງເຂົ້າໄກ່ນ້ອຍແຂວງຫົວພັນ ອັນເປັນທີ່ຮູ້ຈັກຢ່າງກວ້າງຂວາງ, ປົກປ້ອງພູມປັນຍາທ້ອງຖິ່ນທີ່ຕິດພັນກັບການຜະລິດເຂົ້າໄກ່ນ້ອຍ ທີ່ສືບທອດມາຈາກບັນພະບູລຸດຫຼາຍເຊັ່ນຄົນ ສາມາດເວົ້າໄດ້ວ່າ: ແມ່ນຊັບສິນທາງປັນຍາຂອງຊຸມຊົນທ້ອງຖິ່ນ, ທັງເປັນເປັນການຊ່ວຍໃຫ້ມີການຮັກສາຄຸນນະພາບທີ່ເປັນເອກະລັກຂອງເຂົ້າໄກ່ນ້ອຍໄວ້. ພາຍຫຼັງທີ່ມີການຈົດທະບຽນ ຈະມີການກວດກາທຸກຂັ້ນຕອນການຜະລິດ ແລະ ມີການຢັ້ງຢືນຄວາມຖືກຕ້ອງຕາມມາດຕະຖານການຜະລິດເຂົ້າໄກ່ນ້ອຍ ຈາກໜ່ວຍງານຢັ້ງຢືນພາຍໃນ ຫຼື ສາກົນ ຈິ່ງຈະເຮັດໃຫ້ສິນຄ້າເຂົ້າໄກ່ນ້ອຍທີ່ວາງຂາຍໃນຕະຫຼາດ ...

Read More »

ລາວ-ອາເມຣິກາ ຮ່ວມມືພັດທະນາໂຄງການທົດລອງເຂື່ອນໄຟຟ້າພະລັງນໍ້າແບບ “ດີຈີຕອນ”.

ວັນທີ 8 ພະຈິກ 2018, ບໍລິສັດ GE ຈາກສະຫະລັດອາເມລິກາ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ(MOU) ກັບ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໃນການຈະເປັນເຈົ້າພາບຈັດກອງປະຊຸມ ອຸດສາຫະກໍາ “ດີຈີຕອນ” ໃຫ້ບັນດາເຈົ້າຫນ້າທີ່ພະລັງງານ ແລະ ເສີມຂະຫຍາຍພັດທະນາໂຄງລາງພື້ນຖານ ດ້ານພະລັງງານ ໃນ ສປປ ລາວ. ພາຍໃຕ້ MOU, ດັ່ງກ່າວທາງ GE ຈະໄດ້ເປັນເຈົ້າພາບ ຈັດກອງປະຊຸມ ອຸດສາຫະກໍາ “ດີຈີຕອນ” ຮ່ວມກັບພະນັກງານຂອງ EDL-Gen ກ່ອນທີ່ຈະດໍາເນີນການປະເມີນທາງດ້ານເຕັກນິກຂອງໂຄງການພັດທະນາໄຟຟ້ານໍ້າຕົກ EDL-Gen ເພື່ອເປັນການວາງໂຄງລ່າງພື້ນຖານສໍາລັບໂຄງການທົດລອງ Asset Performance Management (APM). ເປົ້າໝາຍໂຄງການທົດລອງ APM ແມ່ນການວິເຄາະ ແລະ ຄາດເດົາ ທີ່ມີປະສິດທິພາບກວ່າຂອງອຸປະກອນຜະລິດພະລັງງານໄຟຟ້າ ແລະ ການບຳລຸງຮັກສາ. ຖ້າຫາກປະສົບຜົນສໍາເລັດ, ໂຄງການທົດລອງຈະໄດ້ຮັບການຂະຫຍາຍອອກໄປ 9 ເຂື່ອນໄຟຟ້າເພີ່ມຕື່ມ ໃນ ສປປ ລາວ. ເປັນກຽດເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມ ມີ ທ່ານ ນາງ ຣີນາ ...

Read More »

ຮອງນາຍົກ ຢ້ຽມຢາມໂຄງການຂຸດຄົ້ນຖ່ານຫີນ ເມືອງຍອດອູ

ໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມໂຄງການສຳປະທານຂຸດຄົ້ນຖ່ານຫີນ ຂອງບໍລິສັດ ກໍ່ສ້າງລູຍທິງ ເມືອງລ້ານຊ້າງ ຈຳກັດ ຢູ່ເມືອງຍອດອູ, ແຂວງຜົ້ງສາລີ. ໃນຕອນບ່າຍຂອງວັນທີ 8 ພະຈິກ 2018 ໂດຍມີທ່ານ ຄຳເຈນ ວົງໂພສີ ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍຄະນະ ຮ່ວມເດີນທາງຕິດຕາມ. ທ່ານຮອງນາຍົກໄດ້ຊີ້ນຳໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານເປັນຕົ້ນ: ໃຫ້ໂຄງການເພີ່ມອັດຕາສ່ວນແຮງງານລາວ ໃຫ້ຫຼາຍຂຶ້ນກວ່າເກົ່າ ແລະ ຖືກຕ້ອງ-ສອດຄ່ອງ ຕາມລະບຽບກົດໝາຍ ຂອງ ສປປ ລາວ; ໃຫ້ພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ເມືອງຍອດອູ ສົມທົບກັບໂຄງການ ຄົ້ນຄວ້າຊົດເຊີຍທີ່ດິນຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການ ຢ່າງຖືກຕ້ອງ ແລະ ສອດຄ່ອງກັບສະພາບຕົວຈິງ; ໃຫ້ໂຄງການ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກວດກາຄືນ ບົດວິພາກເສດຖະກິດ, ເຮັດບົດປະເມີນສິ່ງແວດລ້ອມ, ບົດຄຸ້ມຄອງສິ່ງແວດລ້ອມ ແລະ ແຜນການປິດບໍ່ ພາຍຫຼັງທີ່ໝົດອາຍຸການສຳປະທານ. ພ້ອມກັນນັ້ນ ກໍໃຫ້ກວດກາຄືນເນື້ອທີ່ສຳປະທານ, ຖ້າຫາກເນື້ອທີ່ສ່ວນໃດ ບໍ່ມີຖ່ານຫີນ (ບໍ່ມີເສດຖະກິດ) ກໍໃຫ້ສົ່ງເນື້ອທີ່ສ່ວນດັ່ງກ່າວ ຄືນໃຫ້ແກ່ລັດ ເພື່ອຈະໄດ້ຈັດສັນໃຫ້ປະຊາຊົນ ທຳການຜະລິດ ແລະ ...

Read More »

ເບຍລາວ ອອກແຈ້ງການ ປັບປຸງລາຄາຂາຍຍົກ

ອອກມາແລ້ວແຈ້ງການຜູ້ອໍານວຍການບໍລິສັດເບຍລາວ ຈໍາກັດ ສະບັບເລກທີ 2714 ລົງວັນທີ 29-10-2018 ເລື່ອງການປັບປຸງລາຄາຂາຍຜະລິດຕະພັນຂອງບໍລິສັດເບຍລາວ ຈໍາກັດ.   ເພື່ອເຮັດໃຫ້ການດໍາເນີນທຸລະກິດຂອງບໍລິສັດມີສະພາບຄ່ອງ,ສາມາດແຂ່ງຂັນໃນຕະຫຼາດ ແລະ ເນື່ອງຈາກອັດຕາເງິນເຟີ້ ແລະ ລາຄາຕົ້ນທຶນການຜະລິດໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ, ດັ່ງນັ້ນ ບໍລິສັດເບຍລາວ ຈໍາກັດ ຈຶ່ງໄດ້ມີການກໍານົດລາຄາຂາຍຍົກ ເບຍແກ້ວໃຫຍ່,ແກ້ວນ້ອຍ,ເບຍກະປອງ ແລະ ເບຍສົດ ດັ່ງນີ້…… ລາຄານີ້ເລີ່ມປະຕິບັດແຕ່ວັນທີ 30 ຕຸລາ 2018 ເປັນຕົ້ນໄປ.

Read More »