ອິນໂດເນເຊຍໄດ້ຮັບວັກຊີນປ້ອງກັນໂຄວິດເປັນຄັ້ງທຳອິດ ໃນວັນທີ 6 ພະຈິກ 2020 ທີ່ຜ່ານມາ, ປະທານາທິບໍດີ ໂຈໂກ ວິໂດໂດ ກ່າວໃນຂະນະທີ່ລັດຖະບານກຽມໂຄງການສັກວັກຊີນຈຳນວນຫຼາຍ.

ປະທານາທິບໍດີ Jokowi ແຈ້ງວ່າໄດ້ຢາ 1.2 ລ້ານຊຸດ ຈາກ Sinovac Biotech Ltd. ຂອງຈີນ ຊຶ່ງເປັນວັກຊີນທີ່ອິນໂດເນເຊຍໄດ້ຮັບການທົດສອບຕັ້ງແຕ່ເດືອນສິງຫາ ແລະ ລັດຖະບານມີແຜນຈະຮັບອີກ 1.8 ລ້ານຊຸດ ໃນຕົ້ນເດືອນມັງກອນ.
ການທົດລອງວັກຊີນ Sinovac ໃນໄລຍະສຸດທ້າຍກຳລັງດຳເນີນການໃນ ບຣາຊີວ ແລະ ຕວກກີ ໂດຍຄາດວ່າຈະມີຜົນຕອບຮັບອີກບໍ່ດົນ ກ່ຽວກັບປະສິດທິພາບຈາກ ບຣາຊີວພາຍໃນກາງເດືອນທັນວາ

ນອກຈາກນີ້ຍັງຄາດວ່າ ອິນໂດເນເຊຍ ໃນເດືອນນີ້ຈະໄດ້ຮັບການຈັດສົ່ງວັດຖຸດິບເພື່ອຜະລິດ 15 ລ້ານຊຸດ ແລະ ວັດຖຸດິບ 30 ລ້ານຊຸດໃນເດືອນໜ້າ ແລະ ວັກຊີນຍັງຄົງຕ້ອງໄດ້ຮັບການປະເມີນໂດຍໜ່ວຍງານອາຫານ ແລະ ຢາຂອງປະເທດ (BPOM) ໃນຂະນະທີ່ຝ່າຍບໍລິຫານຂອງເຂົາຍັງຄົງກະກຽມສຳລັບການແຈກຢາຍໄປທົ່ວໝູ່ເກາະອັນກວ້າງໃຫຍ່ທີ່ມີປະຊາກອນ 270 ລ້ານຄົນ.

ທ່ານຍັງກ່າວຕື່ມວ່າ “ພວກເຮົາກະກຽມມາຫຼາຍເດືອນແລ້ວຜ່ານການຈຳລອງສະຖານະການ ໃນຫຼາຍແຂວງ ແລະ ຂ້າພະເຈົ້າໜັ້ນໃຈ ເມື່ອຕັດສິນໃຈໄດ້ວ່າຈະເລີ່ມສັກວັກຊີນໄດ້ທຸກຢ່າງກໍຈະພ້ອມ”. ຈຳນວນຜູ້ຕິດເຊື້ອໂຄວິດ-19 ລາຍວັນຂອງອິນໂດເນເຊຍເພີ່ມຂຶ້ນຢ່າງໄວວາໃນຊ່ວງບໍ່ພໍເທົ່າໃດອາທິດທີ່ຜ່ານມາ ໂດຍໄດ້ມີຜູ້ປ່ວຍທີ່ໄດ້ຮັບການຢືນຢັນແລ້ວ ເຖິງ 575,796 ລາຍ ໃນວັນທີ 6 ທັນວາ ໂດຍມີຜູ້ເສຍຊີວິດ 17,740 ລາຍ ຊຶ່ງສູງທີ່ສຸດໃນອາຊີຕາເວັນອອກສຽງໃຕ້.