ການຜະລິດ

ສຸດອະລັງການ!! ງານເປີດໂຕລົດໄຟຟ້າລຸ້ນໃຫມ່ລ່າສຸດ BYD e2

ໃນວັນທີ 12 ທັນວາ 2020 ທີ່ຜ່ານມາ ບໍລິສັດລົດຍົນ BYD ໄດ້ເປີດໂຕລົດ BYD e2 ຢ່າງຍິ່ງໃຫຍ່ຂຶ້ນຢູ່ທີ່ຢູ buddyNong studio, ໂດຍການເປັນປະທານຂອງທ່ານ Mango Wan ຜູ້ອໍານວຍການບໍລິສັດລົດຍົນ ຂອງ BYD Laos , ໃຫ້ກຽດເຂົ້າຮ່ວມໂດຍທ່ານ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າສະຖາບັນສົ່ງເສີມພະລັງງານທົດແທນ ພ້ອມດ້ວຍບັນດາແຂກ VIP ຈາກທາງ Commercial dept, ຄົນດັງວົງການບັນເທິງລາວ, ສື່ມວນຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. BYD ເປັນບໍລິສັດຂາຍລົດທີ່ຜະລິດ ແລະ ນໍາເຂົ້າຈາກປະເທດຈີນ, ເຊິ່ງເປີດໂຕຄັ້ງທໍາອິດໃນເດືອນ ກໍລະກົດ ປີ 2008 ຈົນເຖິງປີ 2015 ບໍລິສັດ BYD ໄດ້ຢຸດການຜະລິດລົດລຸ້ນທີ່ເຕີມນໍ້າມັນ ແລະ ຫັນມາຜະລິດລົດລຸ້ນໄຟຟ້າ ທັງນີ້ເພື່ອຫັນໄປສູ່ຄວາມທັນສະໄໝ ດັ່ງນັ້ນ, ຈຶ່ງຫັນມານໍາໃຊ້ໄຟຟ້າແທນການຈູດນໍ້າມັນ. ເຊິ່ງລົດທີ່ເປີດໂຕໃໝ່ຫຼ້າສຸດໃນຄັ້ງນີ້ແມ່ນ BYD e2 ເປັນລົດລະບົບໄຟຟ້າ ແລະ ເຊັນເຊີທີ່ອັດສະລິຍະເຊິ່ງ: ຄວບຄຸມດ້ວຍ ...

Read More »

ສ້າງສື່ ໃຫ້ເປັນຊ່ອງທາງສະແດງຄວາມຄິດເຫັນ ທີ່ສ້າງສັນຂອງສັງຄົມ ຕໍ່ການບໍລິຫານຂອງລັດ………….

ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ລາຍງານຕໍ່ກອງປະຊຸມ ໃຫຍ່ອົງຄະນະພັກກະຊວງ ຖວທ ຄັ້ງທີ V ໃນວັນທີ 10 ທັນວາ 2020 ຜ່ານມານີ້ວ່າ: ການຈັດຕັ້ງປະຕິວັດວຽກງານສື່ມວນຊົນ ໃນໄລຍະ 5 ປີຜ່ານມາ ພວກເຮົາກໍຍັງມີຈຸດອ່ອນ ແລະ ຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ຕ້ອງເປັນເຈົ້າການສຸມໃສ່ແກ້ໄຂໃຫ້ຕົກໄປ ໂດຍສະເພາະ ການສ້າງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ຍັງບໍ່ພຽງພໍ ໃນດ້ານຈໍານວນ ແລະ ຄຸນນະພາບບໍ່ສູງ, ການປະຕິບັດກົດໝາຍ, ລະບຽບການຄຸ້ມຄອງທີ່ມີແລ້ວ ກໍຄືມະຕິຄໍາສັ່ງບໍ່ເຂັ້ມງວດ; ການຫັນໄປສູ່ການກຸ້ມຕົນເອງດ້ານລາຍຮັບວິຊາການເທື່ອລະກ້າວ ຂອງຂະແໜງຖະແຫລງຂ່າວ-ສື່ມວນຊົນ ບໍ່ບັນລຸໄດ້ຕາມຄາດໝາຍທີ່ໄດ້ວາງໄວ້; ພື້ນຖານໂຄ່ງລ່າງ, ວັດຖຸ-ເຕັກນິກຊຸດໂຊມຫລ້າຫລັງ ຍັງບໍ່ທັນເປັນລະບົບຄົບຊຸດ ແລະ ທັນສະໄໝ, ການຫັນປ່ຽນຈາກລະບົບອານາລັອກໄປສູ່ ດີຈີຕອນຍັງບໍ່ທັນສຳເລັດ; ເນື້ອໃນ ແລະ ຮູບການໂຄສະນາ ຍັງບໍ່ຕອບສະໜອງໄດ້ຕາມຄວາມຕ້ອງການຂອງສັງຄົມ. ແນວໃດກໍຕາມ ເພື່ອເຮັດໃຫ້ຂົງເຂດວຽກງານງານ ສື່ມວນຊົນ ມີຄວາມເຂັ້ມແຂງ ແລະ ມີການພັດທະນາດ້ວຍຜົນສໍາເລັດຜົນ ໃນຊຸມປີຕໍ່ໜ້າ ກະຊວງ ຖວທ ...

Read More »

ADB ຄາດວ່າ GDP ຂອງອາຊີ ປີໜ້າຈະເຕີບໂຕ 6,​8% ແລະ ລາວ ຈະເຕີບໂຕຢູ່ທີ່………

ກິດຈະການທາງເສດຖະກິດໃນອາຊີກຳລັງພັດທະນາຄາດວ່າຈະຫົດຕົວ 0,4% ໃນປີນີ້ ກ່ອນທີ່ຈະເພີ່ມຂຶ້ນເຖິງ 6,8% ໃນປີ 2021 ເນື່ອງຈາກພູມມິພາກນີ້ ກຳລັງກ້າວໄປສູ່ການຟື້ນຕົວຈາກຜົນກະທົບຂອງການແຜ່ລະບາດຂອງໂລກໂຄວິດ-19 ຕາມລາຍງານຂອງທະນາຄານ ເພື່ອການພັດທະນາອາຊີ (ADB) ໃນວັນທີ 10 ທັນວາ 2020 ນີ້. ການຄາດການເຕີບໃໝ່ທີ່ນຳສະເໜີເປັນສ່ວນເສີມຂອງການອັບເດດ Asian Development Outlook (ADO) ປີ 2020 ເປັນການປັບປຸງຈາກການຄາດການເຕີບໂຕຂອງຜະລິດຕະພັນ ພາຍໃນ (GDP) ໃນເດືອນກັນຍາ -0,​7% ໃນຂະນະທີ່ແນວໂນ້ມປີ 2021 ຍັງຄົງບໍ່ປ່ຽນແປງ ແຕ່ແນວໂນ້ມຈະແຕກຕ່າງກັນ ພາຍໃນພູມມີພາກ ໂດຍອາຊີຕາເວັນອອກມີແນວໂນ້ມທີ່ຈະເຕີບໂຕໃນປີນີ້ໃນຂະນະທີ່ພາກອື່ນໆກຳລັງຫົດຕົວ.​ ຄາດການເຕີບໂຕໃນປີ 2020 ໃນອາຊີຕາເວັນອອກເພີ່ມຂຶ້ນຈາກ 1,​3% ເປັນ 1,​6% ການເຕີບໂຕໃນປີ 2021 ຍັງຄົງຄາດການໄວ້ທີ່ 7,​0% ການຄາດການກ່ອນໜ້ານີ້ ໃນອາຊີຕາເວັນອອກສຽງໃຕ້ຄາດວ່າຈະຫົດຕົວ 4,​4% ໃນປີ 2020 (ຕົວເລກເກົ່າ 3, 8%) ແລະ ການເຕີບໂຕໃນປີ 2021 ຄາດວ່າຈະຢູ່ທີ່ 5,​2% ແທນທີ່ຈະເປັນ 5,​5%. ...

Read More »

ການທ່ອງທ່ຽວລາວ ຍັງບໍ່ທັນຫັນໄປສູ່ອຸດສາຫະກໍາທີ່ແທ້ຈິງ………………..

ໂດຍປະຕິບັດຕາມຍຸດທະສາດພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ທີ່ຖືເອົາການທ່ອງ ທ່ຽວ ເປັນຕົວຂັບເຄື່ອນໃຫ້ເສດຖະກິດຂອງຊາດເຕີບໂຕ, ວຽກງານທ່ອງທ່ຽວໄດ້ຮັບການສົ່ງເສີມ ແລະ ພັດພັດທະນາທາງດ້ານໂຄງລ່າງພື້ນຖານ, ແຫລ່ງທ່ອງທ່ຽວ, ສະຖານທີ່ພັກເຊົາ, ຮ້ານອາຫານ, ຜະລິດ ຕະພັນການທ່ອງທ່ຽວໃໝ່ ແລະ ການບໍລິການ ໂດຍໄດ້ຮັບທຶນຈາກລັດຖະບານ, ເງິນກູ້ຢືມ ແລະ ຊ່ວຍ ເຫລືອລ້າຈາກທະນາຄານພັດທະນາອາຊີ ໄລຍະ 1 ແລະ 2 ເພື່ອພັດທະນາໂຄ່ງລ່າງພື້ນຖານເພື່ອຮັບໃຊ້ການທ່ອງທ່ຽວ, ການຊ່ວຍເຫລືອລ້າຈາກປະເທດນິວຊິແລນ ແລະ ຄູ່ຮ່ວມພັດທະນາອີກຈໍານວນໜຶ່ງ. ຢ່າງໃດກໍຕາມ ໃນໄລຍະຜ່ານມາ ການທ່ອງທ່ຽວຂອງລາວ ຍັງບໍ່ທັນຫັນໄປສູ່ອຸດສາຫະກໍາທີ່ແທ້ຈິງ ແລະ ພື້ນຖານໂຄງລ່າງຍັງຈໍາກັດ ເນື່ອງຈາກເສັ້ນທາງເຂົ້າເຖິງແຫລ່ງທ່ອງທ່ຽວຢູ່ເຂດຫ່າງໄກຫລາຍແຫ່ງ ຍັງພົບຄວາມຫຍຸ້ງຍາກ, ບໍ່ໄດ້ຕາມມາດຕະຖານ, ເສັ້ນທາງເຊື່ອມຕໍ່ທາງບົກ ແລະ ທາງອາກາດ ໄປສູ່ຕະຫລາດເປົ້າໝາຍທາງໄກຍັງມີໜ້ອຍ; ການໂຄສະນາການທ່ອງທ່ຽວ ບໍ່ທັນມີຄຸນນະພາບສູງ, ຍັງບໍ່ທັນເຂົ້າເຖິງທຸກຕະຫລາດເປົ້າໝາຍ, ຮູບການໂຄສະນາບໍ່ທັນດຶງດູດປະທັບໃຈ ແລະ ການຄຸ້ມຄອງການ ທ່ອງທ່ຽວຍັງຂາດປະສິດທິພາບ. ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ລາຍງານໃນກອງປະຊຸມ ໃຫຍ່ອົງຄະນະພັກກະຊວງ ຖວທ ...

Read More »

ຈີນ​ສັນ​ຍາ​ຈະ​ສະ​ໜອງ​ຢາ​ວັກຊິນພະ​ຍາດ​ໂຄວິດ-19 ​ໃຫ້​ແກ່​ປະ​ເທດ​ຕ່າງໆ​ໃນ​ໂລກ……..

ໃນ​ກອງ​ປະ​ຊຸມ​ສຸດຍອດ G20 ທີ່​ຈັດ​ຂຶ້ນ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ໃຫ້​ຄຳ​ເຫັນ​ສັນ​ຍາ​ຕໍ່​ໂລກ​ວ່າ​ຈະ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ແລະ​ໃຫ້​ການ​ສະ​ໜັບ​ສະ​ໜູນ​​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ​ອື່ນ​ໆເພື່ອ​ເຮັດ​ໃຫ້​ຢາ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ທີ່​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕ່າງໆ​ສາ​ມາດ​ເຂົ້າ​ເຖິງ​ແລະ​ສາ​ມາດ​ຊີ້​ໄດ້. ຄຽງ​ຄູ່​ກັບ​ການ​ຊຸກ​ຍູ້​ວຽກ​ງານ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ວັກ​ຊິນພະ​ຍາດ​ໂຄວິດ-19​ຂອງ​ຈີນ, ຄວາມ​ມຸ່ງ​ຫວັງ​ດັ່ງ​ກ່າວ​ພວມ​ໄດ້​ບັນ​ລຸ​ຜົນ​ເປັນ​ຈິງ. ວັນ​ທີ 9 ທັນ​ວາ​ນີ້, ກະ​ຊວ​ງສາ​ທາ​ລະ​ນະ​ສຸກແລະ​ປ້ອງ​ກັນ​ພະ​ຍາດ​ສະ​ຫະ​ລັດ​ອາ​ຣັບ​ເອ​ມີ​ເຣດ​ໄດ້​ປະ​ກາດ​ວ່າ:ໄດ້​ອະ​ນຸ​ຍາດ​ໃຫ້​ກຸ່ມ​ບໍ​ລິ​ສັດ​ການ​ຢາ​ແຫ່ງ​ຊາດ​ຈີນ​ຂຶ້ນ​ທະ​ບຽນ​ຢາ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ຢູ່​ໃນ​ປະ​ເທດ​ຕົນ​ຢ່າງ​ເປັນ​ທາງ​ການ. ກ່ອນ​ໜ້າ​ນີ້, ຢາ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 1 ລ້ານ​ຫຼອດງວດ​ທີ​ສອງ​ຂອງ​ຈີນ​ໄດ້​ຖືກ​ສົ່ງ​ໄປ​ລັດຊາວ​ປາວ​ໂລ​ປະ​ເທດບ​ຣາ​ຊີນ; ຢາ​ວັກຊິນພະ​ຍາດ​ໂຄວິດ-19​ ຈຳ​ນວນ 1,2 ລ້ານ​ຫຼອດ​ງວດ​ທຳ​ອິດ​ຂອງ​ຈີນ​ໄດ້​ຖືກ​ສົ່ງ​ໄປ​ຮອດ​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ແລະ​ອື່ນໆ. ປັດ​ຈຸ​ບັນ​ນີ້, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ໂລກ​​ມີທັງ​ໝົດ​​ເກືອບ 70 ລ້ານ​ກໍ​ລະ​ນີ, ການ​ສັກ​ຢາ​ວັກ​ຊິນທີ່​ມີ​ປະ​ສິດ​ທິ​ຜົນ​ແລະ​ມີ​ຄວາມ​ປອດ​ໄພ​ແມ່ນ​ວິ​ທີ​ທີ່ບັງ​ເກີດ​ຜົນແລະ​ຖື​ກ​ຕ້ອງທີ່​ສຸດ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19. ສະ​ນັ້ນ, ການ​ສັກ​ຢາ​ວັກ​ຊິນ​ໂດຍ​ໄວ​ແມ່ນ​ຄວາມ​ຕ້ອງ​ການ​​ອັນ​ຮີບ​ດ່ວນ​ຂອງ​ຫຼາຍ​ປະ​ເທດ, ຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ການ​ສະ​ໜອງ​ແລະ​ຄວາມ​ຕ້ອງ​ການ​​ຢາ​ວັກຊິນ​ກໍ່​ໄດ້​ປະ​ກົດ​ຂຶ້ນ. ໃນ​ຖາ​ນະ​ເປັນ​ປະ​ເທດແຖວໜ້າ​ໃນ​ການ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ວັກ​ຊິນ​ໃນ​ໂລກ,ຈີນ​ໄດ້​ປະ​ຕິ​ບັດ​​ຄຳ​ເຫັນສັນ​ຍາ​ຂອງ​ຕົນ​ໃນ​​ເວ​ລາ​ທີ່​ສຳ​ຄັນ​ແບບ​ນີ້,​ຈີນຈະ​ຊຸກ​ຍູ້​ໃຫ້​ສະ​ພາບຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ການ​ສະ​ໜອງ​ແລະ​ຄວາມ​ຕ້ອງ​ການ​​ຢາວັກ​ຊິນໃນ​ໂລກ​ຫຼຸດ​ໜ້ອຍ​ລົງ,ສ້າງ​ຄວາມ​ຫວັງ​ໃໝ່​ໃຫ້​ແກ່​ໂລກ​ໃນ​ການ​ຕ້ານ​ພະ​ຍາດ​ໂຄວິດ-19. ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ,​ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ທ່ານ​ປະ​ທານ ສີ​ຈິ້ນ​ຜິງໄດ້​ກ່າວ​ຄຳ​ປາ​ໄສ​ຜ່ານທາງວິ​ດີ​ໂອ​ໃນ​ກອງ​ປະ​ຊຸມ​ຮ່ວມ​ສະ​ໄໝ​ພິ​ເສດ​ກ່ຽວ​ກັບ​ບັນ​ຫາ​ພະ​ຍາດ​ໂຄວິດ-19 ໂດຍ​ໄດ້​ກ່າວ​​ຢືນ​ຢັນອີກ​ຄັ້ງ​ໜຶ່ງວ່າ: ຈີນ​ຈະ​ສືບ​ຕໍ່​ໃຫ້ການ​ສະ​ໜັບ​ສະ​ໜູນ​ແລະຊ່ວຍ​ເຫຼືອ​ແກ່​ປະ​ເທດ​ທີ່​ມີ​ຄວາມ​ຕ້ອງ​ການ,ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມສາ​ທາ​ລະ​ນະ​ສຸກຂອງມວນ​ມະ​ນຸດ. ເຊິ່ງ​ເປັນ​ການ​ສະ​ແດງ​ຄວາມ​ມຸ່ງ​ຫວັງ​ທີ່​ຈິງ​ໃຈຂອງ​ຈີນ​​ທີ່​ມີຕໍ່​ໂລກ​ອີກ​ຄັ້ງ​ໃໝ່​ໃນ​ການ​ຮ່ວມ​ມື​ກັນ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19. ນອກ​ຈາກ​ສະ​ຫະ​ລັດ​ອາ​ຣັບ​ເອ​ມີ​ເຣດ, ​ບ​ຣາ​ຊິນ​ແລະ​ອິນ​ໂດ​ເນ​ເຊຍ​ແລ້ວ, ແມັກ​ຊິກ​,ຕວກ​ກີ​ແລະ​ປະ​ເທດ​ອື່ນໆ​ກໍ່​ໄດ້​ຈອງ​ຊື້​ຢາ​ວັກຊິນ​ພະ​ຍາດ​ໂຄວິດ-19 ຈຳ​ນວນ​​ຫຼວງຫຼາຍ​ນຳ​ຈີນ. ຢາ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ​ເປັນ​ທີ່ຍອມ​ຮັບຈາກ​ປະ​ເທດ​ພາ​ຄີ​ກໍ​ພໍ​ດີ​ເປັນ​ການ​ຕອບ​ໂຕ້​ຄືນ​ທີ່​ດີ​ທີ່​ສຸດ​ຕໍ່​ການ​ປ່າວ​ຂ່າວ​ແລະ​ການ​ໃສ່​ຮ້າຍ​ປາຍ​ສີ​ວ່າ “ຈີນ​ເອົາຢາ​ວັກຊິນ​ພະ​ຍາດ​ໂຄວິດ-19 ເປັນ​ເຄື່ອງ​ມື​ການ​ເມືອງ​ພູມິ​ພາກ”. ແຫຼ່ງຂໍ້ມູນ: ຊີອາໄອ

Read More »

ຜູ້ປະກອບການການຜະລິດສິນຄ້າທົ່ວປະເທດ ກຽມເຂົ້າຮ່ວມວາງສະແດງສິນຄ້າລາວ 2020…………..

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ ແລະ ກົມສົ່ງເສີມການຄ້າກະຊວງ ອຸດສາຫະກຳ ແລະ ການຄ້າ ຖະແຫຼງຂ່າວກຽມຈັດງານສະແດງສິນຄ້າລາວປະຈໍາປີ 2020 ທີ່ສູນການຄ້າລາວ-ໄອເຕັກ ເພື່ອສົ່ງເສີມການຜະລິດ ແລະ ຊົມໃຊ້ສິນຄ້າຂອງລາວ. ພິທີຖະແຫຼງຂ່າວຈັດຂຶ້ນວັນທີ 10 ທັນວາ 2020 ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ( ສຄອຊ) ເຂົ້າຮ່ວມຂອງທ່ານ ສີສັງຄົມ ໂຄດໂຍທາ ຮອງກົມສົ່ງເສີມການຄ້າ, ທ່ານ ນາງຈັນທະຈອນ ວົງໄຊ ຮອງປະທານ ສຄອຊ ມີຜູ້ປະກອບການ ພາກທຸລະກິດເຂົ້າຮ່ວມ. ທ່ານ ນາງ ຈັນທະຈອນ ວົງໄຊ ກ່າວວ່າ: ປະເທດເຮົາໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ -19 ເພື່ອເປັນການກະຕຸ້ນເສດຖະກິດພາຍໃນ, ຊຸກຍູ້ໃຫ້ມີການໃຊ້ຈ່າຍ ແລະ ການບໍລິການ ພາຍໃນປະເທດໃຫ້ຫຼາຍຂຶ້ນ ພ້ອມທັງເປັນການສົ່ງເສີມການຜະລິດພາຍໃນ ແລະ ສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ, ສຄອຊ ຮ່ວມກັບ ສຄອ ນະຄອນຫຼວງວຽງຈັນ ແລະ ສຄອ ບັນດາແຂວງ, ສະມາຄົມ, ...

Read More »

ການພັດທະນາເສດຖະກິດ ຂອງອັດຕະປື ຂະຫຍາຍຕົວສະເລ່ຍບໍ່ຫຼຸດ 7%…………

ເຖິງວ່າການພັດທະນາເສດຖະກິດ – ສັງຄົມ ຂອງແຂວງອັດຕະປື ໃນໄລຍະ 5 ປີ 2016 – 2020 ຈະໄດ້ຮັບຜົນກະທົບຫຼາຍດ້ານ ແຕ່ຍ້ອນການເອົາໃຈໃສ່ຂອງຄະນະນຳແຂວງ ແລະ ຂະແໜງການກ່ຽວຂ້ອງ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວສະເລ່ຍບໍ່ຫຼຸດ 7% ຕໍ່ປີ, ແຕ່ຍ້ອນມີຫຼາຍປັດໄຈທີ່ເຮັດໃຫ້ໃນໄລຍະ 2-3 ປີຫຼັງ ບັນດາທີ່ເປັນຂະແໜງການເສົາຄໍ້າຫຼັກມີການເຕີບໂຕຫຼຸດຄາດໝາຍທີ່ກຳນົດໄວ້. ທ່ານ ທະນູໄຊ ບັນຊາລິດ ຄະນະປະຈຳພັກແຂວງ ຜູ້ຊີ້ນຳວຽກງານເສດຖະກິດ ແຂວງອັດຕະປື ໄດ້ກ່າວວ່າ: ໃນໄລຍະ 5 ປີຜ່ານມາ ເສດຖະກິດຂອງແຂວງອັດຕະປື ( GDP ) ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍອັດຕາສະເລ່ຍ 7,5% ຕໍ່ປີ ຫຼຸດແຜນ 0,5% ຍ້ອນໄດ້ຮັບຜົນກະທົບ 2-3 ປີຕິດຕໍ່ກັນ ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນ ບັນລຸໄດ້ 2.011 ໂດລາສະຫະລັດ ຫຼຸດແຜນ 889 ໂດລາສະຫະລັດ. ໂຄງປະກອບເສດຖະກິດ ໄດ້ຫັນປ່ຽນໄປຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ. ໃນນີ້, ຂະແໜງກະສິກໍາ ກວມເອົາ 23,39% ຫຼຸດແຜນ ...

Read More »

ທົດລອງສົ່ງກະແສໄຟຟ້າ ແສງຕາເວັນເຂົ້າສູ່ລະບົບຂອງໄຟຟ້າລາວ……..

ໃນອາທິດຜ່ານມາ ໄດ້ມີການທົດລອງ ສົ່ງກະແສໄຟຟ້າຈາກໂຄງການພະລັງງານໄຟຟ້າແສງຕາເວັນ ບ້ານອຸ້ມໜາມຄອງ 1 ແລະ ອຸ້ມໜາມຄອງ 3 ເມືອງ ສອງຄອນ ແຂວງສະຫວັນນະເຂດ ມີກໍາລັງຕິດຕັ້ງ 10 ເມກາວັດ ເຂົ້າລະບົບສາຍສົ່ງໄຟຟ້າ ລັດວິສາຫະກິດໄຟຟ້າລາວ ໂດຍມີ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ເຄນຄຳ ສີລາຊາ ປະທານກຸ່ມບໍລິສັດຄູນໄຊພັດທະນາກໍ່ສ້າງ ທັງເປັນຜູ້ອຳນວຍການບໍລິສັດລາວພັດທະນາກຣີນເອັນເຈີເນຣິງຈຳກັດ, ທ່ານ ບຸນລ້ວນ ລີໄຊຍະລາດ ຫົວຫນ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງສະຫວັນນະເຂດ, ທ່ານ ລັດຕະນະໄຊ ອຸ່ນສີລິ ຮອງຫົວໜ້າ ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂຄງການພັດທະນາພະລັງງານໄຟຟ້າແສງຕາເວັນ ອຸ້ມໜາມຄອງ1 ແລະ ອຸ້ມໜາມຄອງ3 ເປັນການລົງທືນຂອງບໍລິສັດເອກະຊົນ ເພື່ອພັດທະນາພະລັງງານທາງເລືອກ ແລະ ເປັນພະລັງງານທີ່ສະອາດ ໃນການສະໜອງພະລັງງານໃຫ້ກັບ ເສດຖະກິດ-ສັງຄົມ ແຂວງສະຫວັນນະເຂດ. ແຫຼ່ງຂໍ້ມູນ: EDL

Read More »

ປະກອບຄຳເຫັນ ໃສ່ຮ່າງຄຳແນະນຳຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ……………….

ກອງປະຊຸມທາບທາມເປີດກວ້າງປະກອບຄຳເຫັນ ໃສ່ຮ່າງຄຳແນະນຳຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ເພື່ອຜັນຂະຫຍາຍ ແລະ ອະທິບາຍດ້ານຫຼັກການ, ວິທີການກ່ຽວກັບການຄິດໄລ່, ການເກັບ, ການຫັກ, ການສົ່ງຄືນ, ການແຈ້ງ ແລະ ການມອບອາກອນມູນຄ່າເພີ່ມໃຫ້ທຸກຄົນເຂົ້າໃຈ ແລະ ປະຕິບັດເປັນເອກະພາບໃນຂອບເຂດທົ່ວປະເທດ, ຊຶ່ງໃຫ້ການສະໜັບສະໜູນ ໂດຍໂຄງການປັງປຸງການຄຸ້ມຄອງການເງິນແຫ່ງລັດ (PFMRP, EU-WB) ຈາກສະຫະພາບເອີຣົບຜ່ານທະນາຄານໂລກ. ໃນວັນທີ 4 ທັນວາ 2020 ຜ່ານມາ, ທີ່ຫ້ອງປະຊຸມກົມສ່ວຍສາອາກອນ ກະຊວງການເງິນ, ໄດ້ມີກອງປະຊຸມທາບທາມເປີດກວ້າງປະກອບຄຳເຫັນໃສ່ຄຳແນະນຳຈັດຕັ້ງປະຕິບັດກົດໝາຍວ່າອາກອນມູນຄ່າເພີ່ມ, ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ມີຂະແໜງການທີ່ກ່ຽວຂ້ອງ, ພ້ອມດ້ວຍສ່ວຍສາອາກອນຂັ້ນແຂວງ ແລະ ບັນດາພະນັກງານສ່ວຍສາອາກອນເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ໄດ້ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ (2016-2020) ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ລັດຖະບານໄດ້ມີທິດຊີ້ນໍາໃຫ້ກະຊວງການເງິນຮີບຮ້ອນປັບປຸງລະບົບການຄຸ້ມຄອງການເງິນໃຫ້ມີປະສິດທິພາບ, ປະສິດທິຜົນ, ແນໃສ່ເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ຢ່າງຖືກຕ້ອງ ແລະ ຄົບຖ້ວນຕາມລະບຽບກົດໝາຍ ເຊິ່ງໃນນີ້, ໄດ້ເນັ້ນໜັກໃຫ້ຫັນການຄຸ້ມຄອງລະບົບການເງິນເປັນທັນສະໄໝ ແລະ ປັບປຸງບັນດາກົດໝາຍ,  ນິ ຕິກຳລຸ່ມກົດໝາຍໃຫ້ມີຄວາມສົມບູນຄົບຖ້ວນ ແລະ ເປັນລະບົບຄົບຊຸດ,ຄຽງຄູ່ກັບການພັດທະນາລະບົບທັນສະໄໝເຂົ້າໃນການຄຸ້ມຄອງວຽກງານການເງິນແລ້ວ ກະຊວງການເງິນຍັງໄດ້ເອົາໃຈໃສ່ປັບປຸງບັນດາກົດໝາຍ, ນິຕິກໍາລຸ່ມກົດໝາຍດ້ວຍຄວາມເຄັ່ງຮ້ອນ, ມີຄວາມຮັບຜິດຊອບສູງ ແລະ ໃນບັນດາກົດໝາຍທີ່ໄດ້ຮັບການປັບປຸງ, ຂະແໜງ ສ່ວຍສາອາກອນ. ສ່ວຍສາອາກອນ ...

Read More »

ປູກຈິດສໍານຶກ ຕໍ່ປະຕິເສດການຊື້-ຂາຍ ຜະລິດຕະພັນສັດປ່າ ທີ່ຜິດກົດໝາຍ……….

ເພື່ອປູກຈິດສໍານຶກ ໃຫ້ແກ່ນັກທ່ອງທ່ຽວປະຕິເສດການຊື້-ຂາຍຜະ ລິດຕະພັນສັດປ່າ ທີ່ຜິດກົດໝາຍ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາໄກ້ນໍາທ່ຽວ ແລະ ບັນດາບໍລິສັດຈີນ ທີ່ມາລົງທຶນຢູ່ ສປປ ລາວ. ດັ່ງນັ້ນ ທາງມະຫາວິທະຍາໄລ ສຸພານຸວົງ, ຄະນະເສດຖະສາດ ແລະ ການທ່ອງທ່ຽວ ຮ່ວມກັບກົມກວດກາປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການກອງທຶນອະນຸລັກທຳມະຊາດໂລກ ປະຈໍາ ສປປ ລາວ ຈຶ່ງໄດ້ຈັດ ກອງປະຊຸມຝຶກອົບຮົມການທ່ອງທ່ຽວ ແລະ ການລົງທຶນແບບຢືນຍົງ ຫຼຸດຜ່ອນການຊື້-ຂາຍຜະລິດຕະພັນສັດປ່າ ທີ່ຜິດກົດໝາຍຂຶ້ນ ໃນວັນທີ 9 ທັນວາ 2020 ທີຫ້ອງປະຊຸມໃຫ່ຍ ມະຫາ ວິທະຍາໄລ ສຸພານຸວົງ ແຂວງຫລວງພະບາງ. ທ່ານ ຮອງສາດສະດາຈານ ປທ ວິໄຊ ຈັນສະຫວ່າງ ອະທິການບໍດີມະຫາວິທະຍາໄລສຸພານຸວົງ ກ່າວວ່າ: ຈຸດປະສົງຂອງການຝຶກອົບຮົມ ໃຫ້ບັນດາໄກ້ນໍາທ່ຽວ ແລະ ບັນດາບໍລິສັດຈີນ ທີ່ມາລົງທຶນຢູ່ ສປປລາວ ຄັ້ງນີ້ ແມ່ນເນັ້ນໃຫ້ຄວາມຮູ້ໃນການປະຕິເສດຜະລິດຕະພັນສັດປ່າ ທີ່ຜິດກົດໝາຍໃນລະຫວ່າງການພາ ຫລື ແນະນຳນັກທ່ອງທ່ຽວ ໂດຍສະເພາະແມ່ນນັກທ່ອງທ່ຽວທີ່ມາຈາກ ສປ ຈີນ, ...

Read More »