ການຜະລິດ

ແຂວງວຽງຈັນ ໄດ້ຮັບກາໝາຍໂອດອບ (ODOP) ແຫ່ງຊາດ ທັງໝົດ 19 ຫົວໜ່ວຍ………

ຜະລິດຕະພັນກາເຟຜາໂກຍ ແມ່ນໜຶ່ງໃນສິນຄ້າໂອດອບຂອງເມືອງກາສີ ແຂວງວຽງຈັນ ເຊິ່ງແມ່ນຜະລິດຕະພັນປອດສານພິດ ໂດຍມີຄອບຄົວ ທ່ານ ບຸນມີ ສຸມຸນທອງ ບ້ານພູຄໍາ ເມືອງກາສີ ແຂວງວຽງຈັນ ເປັນຜູ້ລິເລີ່ມທົດລອງປູກ ແລະຜະລິດອອກຮັບໃຊ້ສັງຄົມ. ທ່ານບຸນມີ ສຸມຸນທອງໃຫ້ຮູ້ວ່າ :ຄອບຄົວຂອງທ່ານມີແນວຄິດ ທົດລອງປູກກາເຟມາແຕ່ປີ 2010, ເບື້ອງຕົ້ນໄດ້ປູກຕາມທໍາມະຊາດ, ພາຍຫຼັງໄປທ່ອງທ່ຽວພາກໃຕ້ ເຫັນຜູ້ປູກກາເຟມີລາຍຮັບດີ ຈຶ່ງທົດລອງປູກ ເພາະເຂດເມືອງກາສີເປັນເຂດດິນດໍານໍ້າຊຸ່ມ, ຍ້ອນຜ່ານມາເຫັນພໍ່ແມ່ປູກຕາມຮົ້ວສວນ, ໄຮ່ນາ ເຫັນວ່າງາມ ແລະອອກໝາກດີ ຈຶ່ງໄດ້ເອົາແນວພັນມາແຕ່ປາກຊ່ອງ ຈໍານວນ 2 ສາຍພັນ ຄື: ພັນອາຣາບິກກາ ແລະພັນໂຣບັສຕາ, ເບື້ອງຕົ້ນປູກໃນເນື້ອທີ່ປະມານ 3 ເຮັກຕາ ຕໍ່ມາ 4 ປີ ຈຶ່ງໃຫ້ຜົນຜະລິດ, ສາມາດເກັບກູ້ ແລະຜະລິດອອກຮັບໃຊ້ສັງຄົມ ໂດຍບໍ່ມີຈຸດໝາຍປາຍທາງຂອງການຜະລິດແຕ່ຢ່າງໃດ, ຈາກນັ້ນ ຈຶ່ງມີໂຄງການສົ່ງເສີມຜະລິດກະສິກໍາເປັນສິນຄ້າ ໄປສົ່ງເສີມ ໂດຍຕັ້ງໃຫ້ເປັນກຸ່ມຜະລິດ ເບື້ອງຕົ້ນປະກອບມີ 19 ຄອບຄົວ, ແລະຂະຫຍາຍເນື້ອທີ່ປູກກາເຟເພີ່ມຂຶ້ນເປັນ 20 ເຮັກຕາ, ແຕ່ຜົນຜະລິດບໍ່ມີຕະຫລາດຮອງຮັບ. ເຊິ່ງການຄຸ້ມຄອງແບ່ງອອກເປັນ 2 ເຂດ ຄື ເຂດທີ່ຢູ່ໃກ້ຕົວເມືອງແມ່ນໃຫ້ເຮັດການຕະຫລາດ ...

Read More »

ເປີດປ້າຍສິລາຈາລຶກ ອະນຸສອນສະຖານ…….

ເປີດປ້າຍສິລາຈາລຶກ ອະນຸສອນສະຖານ ບ່ອນດຳເນີນກອງປະຊຸມໃຫຍ່ ສ້າງຕັ້ງພັກປະຊາຊົນປະຕິວັດລາວ 22 ມີນາ 1955. ວັນທີ 7 ທັນວາ 2020 ນີ້, ທີ່ດ່ານນໍ້າໂສຍ ເມືອງວຽງໄຊ ແຂວງຫົວພັນ, ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ສິນລະວົງ ຄຸດໄພທູນ, ກຳມະການກົມການເມືອງສູນກາງພັກ, ເຈົ້າຄອງນະຄອນຫລວງວຽງຈັນ ແລະ ບັນດາສະຫາຍການນຳພັກ – ລັດ, ອະດີດການນຳພັກ – ລັດ ພ້ອມດ້ວຍພະນັກງານປະຕິວັດອາວຸໂສ, ບັນດາກ້ອນກຳລັງ ປກສ-ປກຊ, ຊາວໜຸ່ມ, ເຍົາວະຊົນ ແລະ ປະຊາຊົນແຂວງຫົວພັນ ໄດ້ພ້ອມພຽງກັນ ເຂົ້າຮ່ວມພິທີເປີດປ້າຍ ສິລາຈາລຶກ ອະນຸສອນສະຖານ ບ່ອນດຳເນີນກອງປະຊຸມໃຫຍ່ ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ວັນທີ 22 ມີນາ ປີ 1955. ແຫຼ່ງຂໍ້ມູນ: ຂປລ

Read More »

ກອງທຶນສົ່ງເສີມ SME ສະໜອງທຶນ ໃຫ້ຈຸນລະວິສາຫະກິດ……

ກອງທຶນສົ່ງເສີມ SME ສະໜອງທຶນ ຈຳນວນ 2,52 ຕື້ກີບ ເພື່ອປ່ອຍສິນເຊື່ອ ແລະ ຄໍ້າປະກັນສິນເຊື່ອໃຫ້ ຈຸນລະວິສາຫະກິດ ໃນ​ຕອນບ່າຍຂອງວັນທີ 03 ທັນວາ 2020, ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໄດ້​ຈັດ​ພິທີ​ເຊັນ​ສັນຍາ​​ສະ​ໜອງ​ທຶນ​ຂຶ້ນ ລະ​ຫວ່າງ ທສວ ​ກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ທສວ ກັບ 04 ສະຖາບັນການເງິນຈຸລະພາກ ຄື: ສະຖາບັນການເງິນຈຸລະພາກທີ່ຮັບຝາກເງິນ ປະຕູຄໍາ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບຝາກເງິນ ເນັກ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບຝາກເງິນ ເພື່ອການພັດທະນາ ແລະ ສົ່ງເສີມທຸລະກິດ (BDP) ແລະ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບຝາກເງິນ ໄຊອຸດົມ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ປະທານສະພາບໍລິຫານ ທສວ ພ້ອມດ້ວຍແຂກທີ່ຖືກເຊີນຈາກທັງພາກລັດ ແລະ ພາກທຸລະກິດ. ການເຊັນສັນຍາສະໜອງທຶນກັບສະພາການຄ້າ ...

Read More »

ຫົວໜ້າດ້ານສຸຂະພາບຂອງ ສປຊ ຄາດວ່າ ໂລກ ມີຫວັງຕໍ່ຈຸດຈົບຂອງໂຄວິດ-19……………….

ຫົວໜ້າໜ່ວຍງານສຸຂະພາບ U_N_ ກ່າວວ່າ: ຜົນດ້ານບວກຈາກການທົດລອງວັກຊີນໂຄວິດ-19 ໝາຍຄວາມວ່າໂລກ “ເລີ່ມຝັນເຖິງການສິ້ນສຸດຂອງການແຜ່ລະບາດ” ຫົວໜ້າດ້ານສຸຂະພາບຂອງສະຫະປະຊາຊາດ (ສປຊ) ປະກາດໃນວັນທີ 4 ທັນວາ 2020​ ວ່າ: ຜົນດ້ານບວກຈາກການທົດລອງວັກຊີນໂຄວິດ-19 ເຮັດໃຫ້ໂລກ “ເລີ່ມຝັນເຖິງການສິ້ນສຸດຂອງການລະບາດໄດ້” ແຕ່ເຂົາກ່າວວ່າ: “ປະເທດທີ່ລໍ່າລວຍ ແລະ ມີອຳນາດຈະຕ້ອງບໍ່ຂົ່ມເຫັງຄົນຍາກຈົນ ແລະ ຄົນເຂດນອກ ໃນເລື່ອງວັກຊີນ”. ໃນຄຳປາໄສຂອງການປະຊຸມລະດັບສູງຄັ້ງທຳອິດຂອງ ສປຊ ກ່ຽວກັບການລະບາດຂອງໂລກ Tedros Adhanom Ghebreyesus ຜູ້ອຳນວຍການອົງການອະນາໄມໂລກເຕືອນວ່າ ໃນຂະນະທີ່ໄວຣັດສາມາດຢຸດໄດ້ ແຕ່ “ເສັ້ນທາງຕໍ່ໜ້າຍັງຄົງບໍ່ແນ່ນອນ”. ການລະບາດຂອງໂລກໄດ້ສະແດງໃຫ້ມະນຸດຊາດເຫັນວ່າ: “ດີທີ່ສຸດ ແລະ ຊົ່ວຮ້າຍທີ່ສຸດ” ເຂົາກ່າວໂດຍຊີ້ໄປທີ່ “ການກະທຳທີ່ສ້າງແຮງບັນດານໃຈຂອງຄວາມເມດຕາ ແລະ ຄວາມເສຍສະຫຼະຕົນເອງ, ໃນຄວາມສຳເລັດອັນໜ້າພໍໃຈຂອງວິທະຍາສາດ ແລະ ນະວັດຕະກຳ ແລະ ການສະແດງໃຫ້ເຫັນເຖິງຄວາມເປັນນໍ້າໜຶ່ງໃຈດຽວກັນ ທີ່ອົບອຸ່ນໃຈ ແຕ່ຍັງກັງວົນກັບສັນຍາຂອງຜົນປະໂຫຍດສ່ວນຕົວດ້ວຍການຕຳນິ ແລະ ການແບ່ງແຍກ”ອ້າງອີງເຖິງການເພີ່ມຂຶ້ນ ຂອງການຕິດເຊື້ອ ແລະ ການເສຍຊີວິດໃນປັດຈຸບັນ.​ Tedros ກ່າວໂດຍບໍ່ໄດ້ລະບຸຊື່ປະເທດໃດໆທີ່ “ວິທະຍາສາດຖືກລຶບດ້ວຍທິດສະດີສົມຄົບຄິດທີ່ຄວາມເປັນນ້ຳໜຶ່ງໃຈດຽວກັນຖືກທຳລາຍໂດຍການແບ່ງຝ່າຍ ຊຶ່ງການເສຍສະຫຼະ ຖືກແທນທີ່ດ້ວຍຜົນປະໂຫຍດສ່ວນຕົວ ເຮັດໃຫ້ໄວໄຣເຕີບໃຫຍ່ ແລະ ...

Read More »

ຖວທ ມີແຫຼ່ງທ່ອງທ່ຽວ 2.208 ແຫ່ງ ແລະ ໄດ້ຮັບການພັດທະນາແລ້ວ 590 ແຫ່ງ………..

ປີ 2021 ກະຊວງ ຖວທ ຈະສຸມໃສ່ບັນດາແຜນວຽກບຸລິມະສິດ ພັດທະນາວຽກງານທ່ອງທ່ຽວເພື່ອຟື້ນຟູການທ່ອງທ່ຽວລາວ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ – 19 ດ້ວຍການກະຕຸ້ນເສດຖະກິດ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ກ່າວວ່າ: ໃນໄລຍະ 45 ປີຜ່ານມາ ລັດຖະບານ ແຫ່ງ ສປປ ລາວ ໄດ້ກໍານົດແນວທາງການປ່ຽນແປງໃໝ່ຮອບດ້ານ ໂດຍຖືເອົາການທ່ອງທ່ຽວເປັນໜຶ່ງໃນຂະແໜງຍຸດທະສາດທີ່ສໍາຄັນໃນການພັດທະນາເສດຖະກິດສະເພາະໜ້າ ແລະ ຍາວນານ ເຊິ່ງເປັນຂະແໜງທີ່ສ້າງຜົນປະໂຫຍດແບບທະວີຄູນ ແລະ ສາມາດນໍາລາຍໄດ້ໃຫ້ປະຊາຊົນບັນດາເຜົ່າ ທັງເຂດຕົວເມືອງ ແລະ ຊົນນະບົດ. ທ່ານກ່າວຕື່ມວ່າ: ໃນປັດຈຸບັນ ສປປ ລາວ ມີຈໍານວນແຫຼ່ງທ່ອງທ່ຽວ 2.208 ແຫ່ງ, ໃນນີ້ມີແຫຼ່ງທ່ອງທ່ຽວທາງທໍາມະຊາດ 1.318 ແຫ່ງ, ວັດທະນະທໍາ 596 ແຫ່ງ, ປະຫວັດສາດ 294 ແຫ່ງ. ໃນນັ້ນ, ໄດ້ສໍາຫຼວດຂັ້ນພື້ນຖານແລ້ວ ຈໍານວນ ...

Read More »

ລັດເລັ່ງປັບປຸງຫຼຸດປະລິມານ ແຕ່ເພີ່ມຄຸນນະພາບຂອງພະນັກງານລັດ……………..

ລັດຖະບານລາວຈະເລັ່ງປັບປຸງກົງຈັກຂອງອົງການລັດໃນແຕ່ລະຂັ້ນ ໂດຍສະເພາະຈະເນັ້ນປັບປຸງ ຄຸຸນນະພາບ ແລະການປະຕິບັດໜ້າທີ່ວຽກງານຂອງພະນັກງານລັດ ໂດຍເຮັດໃຫ້ຈຳນວນພະນັກງານລັດຫຼຸດລົງແຕ່ຄຸນນະພາບເພີ່ມຂຶ້ນ, ນອກນັ້ນ ຍັງຈະປັບບັນດາໜ້າວຽກຕ່າງໆຂອງລັດໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບປັດຈຸບັນ. ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວສູນທອນພົດໃນພິທີສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ (2 ທັນວາ 1975 – 2 ທັນວາ 2020) ທີ່ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 2 ທັວາ 2020 ທີ່ຜາ່ນມາ ທີ່ຫໍປະຊຸມແຫ່ງຊາດໂດຍມີເນື້ອໃນບາງຕອນທີ່ສຳຄັນວ່າ: ໃນຕໍ່ໜ້າຢາກໃຫ້ອົງການລັດແຕ່ລະຂັ້ນໃຫ້ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ສົມບູນຍິ່ງຂຶ້ນ, ປັບປຸງລະບອບການຈັດຕັ້ງກົງຈັກ, ກົນໄກເຄື່ອນໄຫວຂອງບັນດາອົງການອຳນາດລັດ ແຕ່ລະຂັ້ນໃຫ້ເຂັ້ມແຂງຄຽງຄູ່ກັບການເຮັດໃຫ້ຈຳນວນລັດຖະກອນຫຼຸດໜ້ອຍຖອຍລົງ ແຕ່ຄຸນນະພາບເພີ່ມຂຶ້ນ, ໃຫ້ໃຊ້ຈ່າຍປະຢັດ, ເສີມຂະຫຍາຍທຸກຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນ, ສ້າງຖານການຜະລິດ ແລະ ການບໍລິການໃຫ້ເຂັ້ມແຂງ, ຮັບປະກັນການພັດທະນາທີ່ຍືນຍົງ ແລະ ເປັນເຈົ້າຂອງຕົນເອງ, ຫັນເອົົາທ່ານແຮງບົ່ມຊ້ອນໃຫ້ເປັນຂະແໜງເສດຖະກິດປາຍແຫຼມ, ສົ່ງເສີມວິສາຫະກິດພາຍໃນໃຫ້ຂະຫຍາຍຕົວ ແລະ ເຂັ້ມແຂງ, ສົ່ງເສີມຈັດສັນວຽກເຮັດງານທຳໃຫ້ປະຊາຊົນ ເພື່ອລົບລ້າງຄວາມທຸກຍາກ ແລະ ແກ້ໄຂບັນຫາສິ່ງແວດລ້ອມ. ...

Read More »

ຂະແໜງການລົງທຶນ ຂອງເອກະຊົນ ບັນລຸ 40,3 ຕື້ໂດລາ ແລະ ມີ 4.635 ໂຄງການ………..

ເນື່ອງໃນໂອກາດສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 1 ທັນວາ 2020 ນີ້ວ່າ: ກະຊວງແຜນການ ແລະ ການລົງທຶນ ແມ່ນກົງຈັກໜຶ່ງຂອງລັດຖະບານ ມີພາລະບົດບາດເປັນເສນາທິການໃຫ້ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບວຽກງານແຜນການ ແລະ ການລົງທຶນ, ວຽກງານສະຖິຕິແຫ່ງຊາດ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານຮ່ວມມືກັບສາກົນ ແລະ ເຂດເສດຖະກິດພິເສດ ໃນຂອບເຂດທົ່ວປະເທດ. ສະນັ້ນ, ແຜນພັດທະນາເສດຖະກິດ-ສັງຄົມ ໄດ້ຫັນການສ້າງແຜນຕາມຂະແໜງການ ມາເປັນການສ້າງແຜນໂດຍອີງໃສ່ໝາກຜົນ ທີ່ໄດ້ຮັບຄົ້ນຄວ້າກົນໄກການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ດ້ວຍຫລາຍຮູບແບບ ແລະ ຄົ້ນຄວ້າແຜນການລົງທຶນຂອງລັດ ໃຫ້ສອດຄ່ອງກັບທ່າແຮງຕົວຈິງຂອງງົບປະມານຫຼາຍຂຶ້ນ ແລະ ປັບປຸງກົນໄກການປະເມີນຜົນໂຄງການລົງທຶນຂອງລັດ ໃຫ້ມີຄຸນນະພາບສູງຂຶ້ນ ດ້ວຍການສ້າງຕັ້ງຄະນະຮັບຮອງຜົນການປະເມີນ ທີ່ປະກອບມີຫຼາຍພາກສ່ວນເຂົ້າຮ່ວມ. ການເຕີບໂຕທາງດ້ານເສດຖະກິດ ນັບແຕ່ປີ 1991 ເຖິງ 2020 ເສດຖະກິດໄດ້ເຕີບໂຕສະເລ່ຍ 6,6% ຕໍ່ປີ ເປັນຕົ້ນ ໄລຍະ ...

Read More »

ບັນດາ Start-Up ບໍ່ຄວນພາດກັບການແຂ່ງຂັນ Lao Startup Award 2020 ຊີງເງິນລາງວັນມູນຄ່າຫຼາຍກວ່າ 5,000 ໂດລາສະຫະລັດ

ເພື່ອເປັນການເປີດກວ້າງ ແລະ ພ້ອມທັງເປີດໂອກາດໃຫ້ບັນດາໄວໜຸ່ມ, ຜູ້ປະກອບການ ແລະ ບຸກຄົນທົ່ວໄປທີ່ສົນໃຈໃນການແຂ່ງຂັນປະກວດໄອເດຍ ຫລື ທຸລະກິດ Startup, ທະນາຄານມາຣູຮານເຈແປນລາວ (MJBL) ຮ່ວມກັບ ກະຊວງອຸດສາຫະກຳ ແລະ ການຄ້າ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະມາຄົມການຄ້າໄອຊີທີລາວ (LICA) ຈັດງານຖະແຫຼງຂ່າວການແຂ່ງຂັນ Lao Startup Award 2020 Powered by Maruhan Bank Japan Lao ຂຶ້ນ ໃນຕອນບ່າຍ ຂອງວັນທີ 30 ພະຈິກ 2020, ທີ່ຜ່ານມາ ຢູ່ທີ່ ທະນາຄານ ມາຣູຮານ ເຈແປນລາວ, ໂດຍການເປັນປະທານຂອງ ທ່ານ Anthony Chin ຜູ້ອຳນວຍການ ທະນາຄານ ມາຣູຮານ ເຈແປນລາວ ແລະ ທ່ານທະນູສອນ ພົນອາມາດ, ປະທານສະມາຄົມການຄ້າ ໄອຊີທີ ລາວ (LICA) , ມີບັນດາສື່ມວນຊົນພ້ອມທັງພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ພ້ອມດຽວກັນນັ້ນ, ...

Read More »

ໂຮງກັ່ນນ້ຳມັນທຳ ເປີດການຜະລິດຢ່າງເປັນທາງການ ດ້ວຍກຳລັງ​ການ​ຜະລິດ 1 ລ້ານ​ໂຕນ………..

ບໍລິສັດ ​ເປ​ໂຕ​ຣເຄ​ມີ ລາວ ຈຳກັດ ໄດ້​ສຳເລັດ​ການ​ກໍ່ສ້າງ​ໂຮງ​ກັ່ນ​ນໍ້າ​ມັນ​ແຫ່ງ​ທຳອິດ ໃນ ສປປ ລາວ ທີ່​ມີ​ກຳລັງ​ການ​ຜະລິດ 3 ລ້ານ​ໂຕນ/ປີ ໂດຍ​ການ​ລົງທຶນ​ກໍ່ສ້າງ​ຂອງ​ກຸ່ມ​ບໍລິສັດ​ຢຸນ​ນານ​ລົງທຶນ​ແລະ ກໍ່ສ້າງ​ຮຸ້ນ​ສ່ວນ​ຈໍາ​ກັດ (ຖື​ຮຸ້ນ 80%) ຮ່ວມ​ກັບ​ລັດ​ວິ​ສາ​ຫະ​ກິດ​ນໍ້າ​ມັນ​ເຊື້ອ​ໄຟ​ລາວ (ຖື​ຮຸ້ນ 20%) ໄດ້​ສຳເລັດ ແລະ ເລີ່ມ​ເປີດ​ການ​ຜະລິດ​ໃນ​ໄລຍະ​ທີ 1 ດ້ວຍ​ກຳລັງ​ການ​ຜະລິດ 1 ລ້ານ​ໂຕນ/ປີ. ພິທີ​ເປີດ​ການ​ຜະລິດ​ຂອງ​ບໍລິສັດ ເປ​ໂຕ​ຣເຄ​ມີ ລາວ ຈຳກັດ ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 30 ພະ ຈິກ ນີ້ ໂດຍ​ຈັດ​ເປັນ​ສອງ​ເວທີ​ພ້ອມ​ກັນ​ຄື: ເວທີ​ຫຼັກຢູ່​ທີ່ເຂດ​ເສດຖະກິດ​ກວມ​ລວມ​ໄຊ​ເສ​ດ​ຖາ ນະຄອນຫຼວງ​ວຽງ​ຈັນ ສປປ ລາວ ແລະ ອີກ​ເວທີ​ໜຶ່ງ ຈັດ​ຢູ່​ແຂວງ​ຢຸນ​ນານ ສປ ຈີນ ໂດຍ​ນຳ​ໃຊ້​ຮູບ​ແບບ​ວິ​ດີ​ໂອ​ທາງໄກ​ເຊື່ອມ​ຕໍ່​ກັນ. ສຳລັບ ທີ່ ສປປ ລາວ ມີ ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ແຜນການ ແລະ ການ​ລົງທຶນ, ທ່ານ ຈ່ຽງ ຈ້າຍ ...

Read More »

ລາວສົ່ງອອກເຫຼັກເສັ້ນ 300 ໂຕນ ຄັ້ງທຳອິດໄປຕ່າງປະເທດ…..

ເມື່ອບໍ່ດົນມານີ້, ທີ່ດ່ານສາກົນໜອງນົກຂຽນ, ແຂວງຈຳປາສັກ (ຊາຍແດນລະຫວ່າງ ລາວ-ກຳປູເຈຍ),ບໍລິສັດ ເຫຼັກຄູນເພັງ ວຽງຈັນຈຳກັດ ແລະ ບໍລິສັດ ອຸດສາຫະກຳເຫຼັກ ຄູນຄຳ ຈະກັດ ໄດ້ສົ່ງອອກຜະລິດຕະພັນເຫຼັກເສັ້ນ ຂອງ ສປປ ລາວ ຄັ້ງທຳອິດ ໃນປະຫວັດສາດຈຳນວນ 300 ໂຕນ ໄປນະຄອນຫລວງພະນົມເປັນ, ປະເທດກຳປູເຈຍ. ທ່ານ ຈີ ຢົງ ກວນ (JI YONG QUAN) ໄດ້ກ່າວວ່າ: ຜະລິດຕະພັນເຫຼັກເສັ້ນຂອງ ລາວ ແມ່ນໄດ້ຮັບການຢັ້ງຢືນຄຸນນະພາບມາດຕະຖານ SR24, SD30, SD40 ຈາກກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ໄດ້ຮັບການຢັ້ງຢືນມາດຕະຖານ ISO 90012015 ແລະ ເປັນໂຮງງານແຫ່ງທໍາອິດ ທີ່ສາມາດຜະລິດເຫຼັກເສັ້ນ ກົມກ້ຽງຂະໜາດ 6mm ແລະ ເຫຼັກເສັ້ນປ້ອງອ້ອຍຂະໜາດ 6,5mm ທີ່ໄດ້ຄຸນນະພາບ ມາດຕະຖານໃນ ສປປ ລາວ. ປັດຈຸບັນ ທາງໂຮງງານດັ່ງກ່າວ, ມີກຳລັງການຜະລິດ ...

Read More »