ສະຫະລາດອານາຈັກ (UK) ກຳລັງເລີ່ມຕົ້ນໂຄງການ ‘V-Day’ ຫຼັງຈາກໜ່ວຍງານກຳກັບເບິ່ງແຍງຂອງອັງກິດ ໃນວັນທີ 2 ທັນວາ 2020 ໄດ້ໃຫ້ສິດໃນກໍລະນີສຸກເສີນ ສຳລັບວັກຊີນທີ່ຜະລິດ ໂດຍຜູ້ຜະລິດຢາຂອງສະຫະລັດ Pfizer ແລະ BioNTech ຂອງເຢຍລະມັນ

ໜຶ່ງອາທິດ ຫຼັງຈາກທີ່ UK ກາຍເປັນປະເທດຕາເວັນຕົກປະເທດທຳອິດທີ່ອະນຸຍາດໃຫ້ມີການໃຊ້ວັກຊີນປ້ອງກັນໂຄວິດ-19 ຢ່າງແຜ່ຫຼາຍ ໂດຍກຳລັງກຽມຈັດການຄັ້ງທຳອິດ ໃນວັນທີ 8 ທັນວາ ຕາມເວລາທ້ອງຖິ່ນໃນການຕໍ່ສູ້ກັບໄວຣັດ

800,000 ຄັ້ງທຳອິດຈະສົ່ງໃຫ້ກັບຜູ້ທີ່ມີອາຍຸຫຼາຍກວ່າ 80 ປີ ທີ່ເຂົ້າຮັບການຮັກສາໃນໂຮງໝໍ ຫຼືມີການນັດໝາຍຜູ້ປ່ວຍນອກ ພ້ອມກັບຄົນງານໃນບ້ານພັກຄົນຊະລາ. ອີກດ້ານໜຶ່ງ ສູນບໍລິການສຸຂະພາບແຫ່ງຊາດກຳລັງເວົ້າກັບປະຊາຊົນທີ່ກຳລັງຄອງຖ້າຢູ່ວ່າ ບໍ່ຕ້ອງໂທຫາເຮົາ ເຮົາຊິໂທຫາເຈົ້າ ສະເພາະຜູ້ທີ່ໄດ້ຮັບການຕິດຕໍ່ຈາກ NHS ເພື່ອນັດໝາຍເທົ່ານັ້ນ ທີ່ຈະໄດ້ຮັບຜະລິດຕະພັນ.

ການຈັດສົ່ງວັກຊີນ Pfizer-BioNTech ຄັ້ງທຳອິດຖືກສົ່ງໄປຍັງກຸ່ມໂຮງໝໍໃນສະຫະອານາຈັກທີ່ໄດ້ຮັບການຄັດເລືອກ ເມື່ອວັນທີ 6 ທັນວາທີ່ຜ່ານມາ. ລັດຖະບານມີກຳນົດເປົ້າໝາຍໄປຍັງປະຊາກອນຫຼາຍກວ່າ 25 ລ້ານຄົນ ຫຼືປະມານ 40% ຂອງປະຊາກອນໃນຊ່ວງທຳອິດ ຂອງໂຄງການສີດວັກຊີນ ຊຶ່ງໃຫ້ຄວາມສຳຄັນເປັນອັນດັບທຳອິດ ສຳລັບຜູ້ທີ່ມີຄວາມສ່ຽງສູງສຸດຈາກໂລກ.