ສປປ ລາວ ຈະເປັນປະທານກອງປະຊຸມ ຫາລືເຂດ ສາມຫຼ່ຽມພັດທະນາ………

ໃນຕອນເຊົ້າ ວັນທີ 9 ທັນວາ 2020, ສປປ ລາວ ຈະເປັນເຈົ້າພາບ ກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 11 ແລະ ກອງປະຊຸມສຸດຍອດ ຂອບການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 10, ພາຍໃຕ້ການເປັນປະທານຂອງ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມທັງນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 9 ໂດຍການເປັນເຈົ້າພາບຂອງຣາຊະອານາຈັກກຳປູເຈຍ ຊຶ່ງ 3 ກອງປະຊຸມສຸດຍອດດັ່ງກ່າວຈະຈັດຂຶ້ນ ໃນຮູບແບບກອງປະຊຸມທາງໄກ.

ທ່ານທອງລຸນ ສີສຸລິດ ພົບປະກັບທ່ານ ເມດ ເວດເດບ ທີ່ມົດສະກູ - Laos Update

ກອງປະຊຸມສຸດຍອດ CLV ຄັ້ງທີ 11, ກອງປະຊຸມສຸດຍອດ CLMV ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ຈະໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໄລຍະ 2 ປີ ຜ່ານມາ ແລະ ວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສຸມໃສ່ການຟື້ນຟູເສດຖະກິດ-ສັງຄົມຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19. ໃນນີ້, ກອງປະຊຸມສຸດຍອດ CLV ຄັ້ງທີ 11 ຈະໄດ້ປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ສໍາລັບເຂດສາມຫລ່ຽມພັດທະນາ ຮອດປີ 2030, ແຜນປະຕິບັດງານການເຊື່ອມຈອດເສດຖະກິດ CLV ຮອດປີ 2030 ແລະ ສັນຍາ ວ່າດ້ວຍການສົ່ງເສີມ ແລະ ອໍານວຍຄວາມສະດວກທາງດ້ານການຄ້າ ສໍາລັບເຂດສາມຫລ່ຽມພັດທະນາ.

ພ້ອມນີ້, ຈະໄດ້ຮັບຮອງເອົາ ຖະແຫລງການຮ່ວມຂອງກອງປະຊຸມສຸດຍອດ CLV ຄັ້ງທີ 11, ແຜນພັດທະນາອຸດສາຫະກໍາຢາງພາລາ ແບບຍືນຍົງ ໃນເຂດສາມຫລ່ຽມພັດທະນາ ແລະ ແຜນພັດທະນາການທ່ອງທ່ຽວ ສໍາລັບ ເຂດສາມຫລ່ຽມພັດທະນາ.

7 ປີ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ມອບພັນທະໃຫ້ລັດ ຫຼາຍກວ່າ 4,000 ຕື້ກີບ

ສຳລັບກອງປະຊຸມສຸດຍອດ CLMV ຄັ້ງທີ 10 ຈະດໍາເນີນໄປ ພາຍໃຕ້ຄໍາຂວັນ “ຍົກສູງປະສິດທິພາບການເຊື່ອມຈອດ ເພື່ອການເຊື່ອມໂຍງພາກພື້ນ” ແລະ ຈະໄດ້ປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍ ຖະແຫລງການຮ່ວມຂອງກອງປະຊຸມສຸດຍອດ CLMV ຄັ້ງທີ 9 ຜ່ານມາ ລວມທັງການຈັດຕັ້ງປະຕິບັດ ແຜນປະຕິບັດງານ CLMV (2019-2020) ແລະ ຈະໄດ້ຮັບຮອງເອົາ ຖະແຫລງການຮ່ວມຂອງກອງປະຊຸມສຸດຍອດ CLMV ຄັ້ງທີ 10, ຂອບວຽກເພື່ອການພັດທະນາປະເທດ CLMV ແລະ ບັນດາໂຄງການບູລິມະສິດ. ສ່ວນກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ຈະດໍາເນີນໄປ ພາຍໃຕ້ຄຳຂວັນ “ຄູ່ຮ່ວມມືເພື່ອການເຊື່ອມຈອດ ແລະ ຄວາມແຂງແກ່ນ” ຊຶ່ງຈະໄດ້ປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດແຜນແມ່ບົດ ACMECS (2019-2023) ແລະ ຈະໄດ້ຮັບຮອງເອົາ ຖະແຫລງການພະນົມເປັນຂອງກອງປະຊຸມສຸດຍອດ ACMECS ຄັ້ງທີ 9, ພາລະບົດບາດຂອງກອງທຶນພັດທະນາ, ກົນໄກການປະຕິບັດວຽກງານຂອງ ຄະນະກໍາມະການປະສານງານ ແລະ ບັນດາໂຄງການບູລິມະສິດ ACMECS.

Kings Romans Casino > Blog: kkfalcon8888

ຂອບການຮ່ວມມືເຂດສາມຫລ່ຽມພັດທະນາ CLV ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1999 ໂດຍປະກອບມີປະເທດສະມາຊິກ 3 ປະເທດ ຄື: ກໍາປູເຈຍ, ສປປ ລາວ ແລະ ຫວຽດນາມ ຊຶ່ງມີເປົ້າໝາຍການຮ່ວມມື ເພື່ອຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃນ 13 ແຂວງທີ່ມີຊາຍແດນຕິດຈອດກັນ ແລະ ໃກ້ຄຽງກັນ ລະຫວ່າງ 3 ປະເທດ. ສໍາລັບຂອບການຮ່ວມມື CLMV ແມ່ນໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2004 ແລະ ປະກອບມີປະເທດສະມາຊິກ 4 ປະເທດຄື: ກໍາປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ ຊຶ່ງມີເປົ້າໝາຍການຮ່ວມມື ເພື່ອສົ່ງເສີມການເຊື່ອມໂຍງພາກພື້ນ ກໍຄືການຮັດແຄບຄວາມແຕກໂຕນ ທາງດ້ານການພັດທະນາເສດຖະ ກິດ-ສັງຄົມ ລະຫວ່າງ ສະມາຊິກອາຊຽນໃໝ່ ແລະ ສະມາຊິກອາຊຽນເກົ່າ ໃຫ້ນັບມື້ນັບຍັບເຂົ້າໃກ້ກັນ ແລະ ເຊື່ອມໂຍງກັນ ແນໃສ່ການຮ່ວມມືໃນ 8 ຂະແໜງການບູລິມະສິດ ຄື: ການຄົມມະນາຄົມຂົນສົ່ງ, ການຄ້າ ແລະ ການລົງທຶນ, ອຸດສາຫະກຳ, ພະລັງງານ, ໂທລະຄົມມະນາຄົມ ແລະ ການສື່ສານ, ການທ່ອງທ່ຽວ, ກະສິກໍາ ແລະ ການພັດທະນາຊັບພະຍາກອນມະນຸດ.

ປະກາດປິດດ່ານສາກົນ!!! ສາມຫຼ່ຽມຄຳ ບໍ່ໃຫ້ຄົນສັນຊາດຈີນ ແລະ ມຽນມາ ເຂົ້າ-ອອກ  ປ້ອງກັນໄວຣັສໂຄໂຣນາ | Laos News Agency

ສ່ວນຂອບການຮ່ວມມື ACMECS ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2003 ໂດຍປະກອບມີປະເທດສະມາຊິກ 5 ປະເທດ ຄື: ກຳປູເຈຍ, ມຽນມາ, ສປປ ລາວ, ໄທ ແລະ ຫວຽດນາມ ຊຶ່ງມີເປົ້າໝາຍການຮ່ວມມື ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ ສົ່ງເສີມການເຊື່ອມໂຍງພາກພື້ນ ບົນພື້ນຖານ 3 ເສົາຄໍ້າ ຄື: ການເຊື່ອມຈອດທີ່ໂລ່ງລ່ຽນ; ຄວາມກົມກຽວທາງດ້ານເສດຖະກິດ ແລະ ການພັດທະນາທີ່ທັນສະໄໝ ແລະ ຍືນຍົງ, ທັງກວມເອົາ 10 ຂົງເຂດບູລິມະສິດ ຄື: ຄົມມະນາຄົມຂົນສົ່ງ, ໂທລະຄົມມະນາຄົມ, ພະລັງງານ, ການຄ້າ ແລະ ການລົງທຶນ, ການເງິນ-ທະນາຄານ, ການພັດທະນາຊັບພະຍາກອນມະນຸດ, ສິ່ງແວດລ້ອມ, ກະສິກຳ, ທ່ອງທ່ຽວ ແລະ ສາທາລະນະສຸກ.

ແຫຼ່ງຂໍ້ມູນ: ຂປລ

Comments