ການຜະລິດ

ທົ່ວປະເທດມີໂຮງງານອຸດສາຫະກຳ ແລະ ຫັດຖະກໍາ8.475 ແຫ່ງ……..

ມາຮອດປັດຈຸບັນທົ່ວປະເທດມີໂຮງງານອຸດສາຫະກຳ ແລະ ຫັດຖະກໍາ 8.475 ແຫ່ງ ສ້າງວຽກເຮັດງານທໍາໄດ້ຫຼາຍກວ່າ 161 ພັນຄົນ. ໃນນີ້, ອຸດສາຫະກຳປຸງແຕ່ງທີ່ມີການຂະຫຍາຍຕົວແຮງ ແມ່ນໝວດຜະລິດເຈ້ຍ ແລະ ຜະລິດຕະພັນເຈ້ຍ ສະເລ່ຍ 42,38% ຕໍ່ປີ; ໝວດການຜະລິດເຄື່ອງຄອມພິວເຕີ, ເຄື່ອງເອເລັກໂຕຣນິກ ແລະ ຜະລິດຕະພັນກ່ຽວກັບຮູບພາບແສງສີສຽງ ສະເລ່ຍ 26,04% ຕໍ່ປີ; ໝວດການຜະລິດເຄື່ອງນຸ່ງຫົ່ມ ສະເລ່ຍ 25,31% ຕໍ່ປີ. ທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວວ່າ: ໂດຍລວມຂະແໜງອຸດສາຫະກຳ ແລະ ຫັດຖະກໍາປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດຂອງປະເທດ. ສະເພາະໃນໄລຍະປີ 2016 – 2020 ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງຂະຫຍາຍຕົວສະ   ເລ່ຍຕໍ່ປີ 9,22% ( ແຜນການ   12% ). ໃນນີ້, ອຸດສາຫະກຳປຸງແຕ່ງທີ່ມີການຂະຫຍາຍຕົວແຮງ ປະກອບມີ: ໝວດຜະລິດເຈ້ຍ ແລະ ຜະລິດຕະພັນເຈ້ຍ ສະເລ່ຍຕໍ່ປີ 42,38%; ໝວດການຜະລິດເຄື່ອງຄອມພິວເຕີ, ...

Read More »

ຄຳມ່ວນ ຮັບປະກັນການຜະລິດກະສິກຳ ປະກອບສ່ວນດ້ານເສດຖະກິດກວມເອົາ 20,35% ຂອງ GDP…….

ສະຫາຍ ບຸນຈັນ ໄຊປັນຍາ ຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ໄດ້ລາຍງານຕໍ່ກອງປະຊຸມໃຫ່ຍຄັ້ງທີ X ຂອງອົງຄະນະພັກແຂວງຄຳມ່ວນ ກ່ຽວກັບການຈັດຕັ້ງວຽກງານຂອງພະແນກກະສິກຳ ແລະ ປ່າໄມ້ວ່າ: ການຜະລິດກະສິກຳ ແລະ ປ່າໄມ້ ແມ່ນໄດ້ປະກອບສ່ວນສຳຄັນເຂົ້າໃນການປັບປຸງຊິວິດການເປັນຢູ່ຂອງປະຊາຊົນ ແລະ ແກ້ໄຂຄວາມທຸກຍາກ ໄດ້ນັບມື້ນັບດີຂຶ້ນ ເຊີ່ງໄດ້ປະກອບສ່ວນໃນໂຄງປະກອບເສດຖະກິດຂອງແຂວງ ກວມເອົາ 20,35% ຂອງ GDP. ອັນພົ້ນເດັ່ນກວ່າໝູ່ແມ່ນ ຄົ້ນຄວ້າແນວພັນເຂົ້າໄດ້ 4 ແນວພັນ ຄືເຊບັງໄຟ 1,2,3 ແລະ 4, ການປູກເຂົ້າ, ປູກພືດເປັນສະບຽງອາຫານ, ການປູກພືດອຸດສາຫະກຳເປັນສິນຄ້າ ແລະ ການລ້ຽງສັດ ໂດຍຖືເອົາຄອບຄົວຊາວກະສິກອນເປັນຫົວໜ່ວຍການຜະລິດ ຕິດພັນກັບການຕັ້ງເປັນກຸ່ມການຜະລິດ, ສົ່ງເສີມຮູບແບບການຜະລິດ ດ້ວຍການນຳໃຊ້ເຕັກນິກໃໝ່, ນຳໃຊ້ກົນຈັກ ແລະ ແນວພັນທີ່ເໝາະສົມ. ຄຽງຄູ່ກັນນັ້ນ ໄດ້ສຸມການລົງທຶນຂອງລັດ ເຂົ້າໃນການປັບປຸງພື້ນຖານໂຄງລ່າງດ້ານການຜະລິດ ໂດຍສະເພາະແມ່ນລະບົບຊົນລະປະທານທົ່ວແຂວງມີ 229 ແຫ່ງ, ນຳໃຊ້ໄດ້ໃນປີ 2020 ມີ 169 ແຫ່ງ, ມີຄອງເໝືອງ 574,66 ກິໂລແມັດ,ທຽບໃສ່ 2016 ...

Read More »

ນັກລົງທຶນຮຽກຮ້ອງໃຫ້ລັດຖະບານ ລົງກວດສອບຕາມແຜນການເຄື່ອນໄຫວ…..

ນັກລົງທຶນພາຍໃນ ແລະ ຕ່າງປະເທດທີ່ລົງທຶນປູກໄມ້ອຸດສາຫະກຳ ໂດຍສະເພາະໄມ້ວິກ, ໄມ້ກະຖິນນະລົງ, ຕົ້ນຢາງພາລາ, ໄມ້ເກດສະໜາ, ໄມ້ສັກ ແລະໄມ້ຊະນິດອື່ນໆ ຕ່າງກໍ່ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງລົງເຜີຍແຜ່ນິຕິກຳຕ່າງໆ ກ່ຽວກັບປ່າໄມ້ ຫຼືກົດໝາຍປ່າໄມ້ຢູ່ແຕ່ລະທ້ອງຖິ່ນໃຫ້ປະຊາຊົນເຂົ້າໃຈ ແລະ ປະຕິບັດເພາະເຂົາເຈົ້າພົບບັນຫາກ່ຽວກັບການສຳປະທານດິນລັດ: ເມື່ອໄດ້ຮັບສຳປະທານໄປແລ້ວປະຊາຊົນຂົງເຂດບໍ່ໃຫ່ການຮ່ວມມື. ຮອງອຳນວຍການບໍລິສັດບົວລະພາກະສິກຳ-ປ່າໄມ້ຈຳກັດ ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ໄດ້ກ່າວຕໍ່ນັກຂ່າວ ເມື່ອບໍ່ດົນມານີ້ ກ່ຽວກັບບັນຫາທີ່ເປັນອຸປະສັກໃນການລົງທຶນພັດທະນາ ຫຼື ຂະຫຍາຍເນື້ອທີ່ປູກໄມ້ອຸດສາຫະກຳ (ໄມ້ວິກ ແລະໄມ້ກະຖິນນະລົງ) ຢູ່ລາວວ່າ: ມີຫຼາຍຂົງເຂດທີ່ປະຊາຊົນບໍ່ໃຫ້ການຮ່ວມມືກັບບໍລິສັດ ທັງທີ່ບໍລິສັດໄດ້ຮັບສຳປະທານດິນ ຈາກລັດຖະບານແລ້ວ ນອກນັ້ນ, ເນື້ອທີ່ດິນດັ່ງກ່າວຍັງເປັນຂອງລັດ ຊຶ່ງທາງລັດຖະບານ ມີກົດໝາຍປ່າໄມ້ທີ່ສອດຄ່ອງກັບຍຸກປັດຈຸບັນຢູ່ແລ້ວ ແຕ່ຢາກຮຽກຮ້ອງລັດຖະບານຊ່ວຍລົງໄປເຜີຍແຜ່ນິຕິກຳຕ່າງໆ ຫຼື ກົດໝາຍປ່າໄມ້ຢູ່ຕາມບ້ານ, ຢູ່ເຂດຫ່າງໄກຊອກຫຼີກ ໂດຍສະເພາະຢູ່ເຂດທີ່ບໍລິສັດລົງໄປພັດທະນາ ຫຼື ໄດ້ຮັບສຳປະທານດິນລັດ ເພື່ອປູກໄມ້ອຸດສາຫະກຳ ເພື່ອໃຫ້ປະຊາຊົນໃນເຂດນັ້ນເຂົ້າໃຈ ແລະພ້ອມກັນປະຕິບັດຕາມກົດໝາຍ. ທ່ານ ນາງ ສຸໄພວັນ ໄດ້ກ່າວຕື່ມວ່າ: ອີກບັນຫາໜຶ່ງຢາກໃຫ້ພາກລັດເອົາໃຈໃສ່ຕື່ມ ແມ່ນກ່ຽວກັບບັນຫາສິ່ງແວດລ້ອມ ໃນເມື່ອບໍລິສັດໄດ້ຈ່າຍເງິນກ່ຽວກັບການລົງກວດສອບບັນຫາສິ່ງແວດລ້ອມໝົດປີໄປແລ້ວ ຢາກໃຫ້ລົງກວດສອບແດ່ເຊັ່ນວ່າ: ຕາມແຜນການ 1 ປີ ພະນັກງານຂັ້ນສູນກາງລົງກວດສອບ 1 ເທື່ອ, ຂັ້ນແຂວງລົງ ...

Read More »

ບໍ່ແກ້ວ ເສດຖະກິດ​ຂະຫຍາຍຕົວ​ 7,4%, ​ສະເລ່ຍລາຍ​ຮັບ​ຕໍ່​ຫົວ​ຄົນ……….

ສະຫາຍ ບຸນ​ຄົງ​ ນາມ​ມະ​ວົງ ກຳມະການ​ສຳຮອງ​ສູນ​ກາງ​ພັກ ເລຂາ​ພັກ​ແຂວງ​-​ເຈົ້າແຂວງ​ບໍ່​ແກ້ວ ໄດ້​ກ່າວ​ວ່າ: ແຂວງ​ບໍ່​ແກ້ວ​ຕັ້ງ​ຢູ່​ທິດ ຕາເວັນຕົກ​ສ່ຽງ​ເໜືອ​ຂອງ​ປະເທດ​ລາວ, ມີ​ເນື້ອ ທີ່ 6.196 ກິໂລ​ຕາ​ແມັດ, ທິດ​ຕາເວັນ​ຕົກ​ຕິດ​ກັບ​ລາຊະ​ອານາຈັກ​ໄທ ຍາວ 145 ກິໂລແມັດ (ທາງບົກ 48 ກິໂລແມັດ ແລະ ທາງນ້ຳ​ຂອງ​ຍາວ 97 ກິໂລແມັດ); ທິດເໜືອ ຕິດ​ກັບ​ປະເທດ ສ.ມຽນ​ມາ ຍາວ 98 ກິ ໂລ​ແມັດ (ທາງ​ແມ່ນ້ຳ​ຂອງ), ທິດຕາເວັນອອກ​ຕິດ​ກັບ​ແຂວງ​ຫຼວງ​ນ້ຳ​ທາ​ຍາວ 100 ກິໂລແມັດ ແລະ ແຂວງ ອຸດົມ​ໄຊ ​ຍາວ 110 ກິໂລແມັດ ແລະ ທາງ​ທິດໃຕ້​ຕິດ​ກັບ​ແຂວງ​ໄຊ​ຍະ​ບູ​ລີ ຍາວ 35 ກິໂລ​ແມັດ. ຮອດ​ປັດຈຸ​ບັນອົງຄະ​ນະ​ພັກ​ແຂວງ​ບໍ່​ແກ້ວ ໄດ້​ເປີດ​ກອງ​ປະຊຸມ​ໃຫຍ່​ຂອງ​ຕົນ​ໄດ້ 6 ຄັ້ງ ພາຍ​ໃຕ້​ການ​ຊີ້​ນໍາ-ນໍາ​ພາ​ຂອງ​ອົງຄະ​ນະ​ພັກ​ແຂວງ ແຕ່​ລະສະ​ໄໝ ມີຄວາມ​ຮັບຜິດຊອບ ແລະ ຕັດ ສິນ​ໃຈ​ສູງ ໃນ​ການ​ຜ່ານ​ຜ່າ​ອຸປະສັກ​ຄວາມ​ຫຍຸ້ງຍາກ, ໄປ​ຄຽງ​ຄູ່​ກັບ​ການ​ເສີມ​ຂະຫຍາຍ​ຈິດໃຈ​ເອກະລາດ, ເປັນ​ເຈົ້າ​ຕົ້ນ​ເອງ​ເທື່ອ​ລະ​ກ້າວ, ອັນ​ໄດ້​ເຮັດ​ໃຫ້​ແຂວງ​ບໍ່​ແກ້ວ​ຂອງ​ພວກ​ເຮົາ ສາມາດ​ຍາດ​ໄດ້​ໄຊຊະນະ, ...

Read More »

ການບໍລິການເຄື່ອນຍ້າຍ ເງິນສົດຕາມຈຸດສະຖານີທາງດ່ວນ ວຽງຈັນ-ວັງວຽງ ………

ກຸ່ມບໍລິສັດ ຢຸນນານ ກໍ່ສ້າງ-ລົງທຶນ ແລະ ຖືຮຸ້ນ ຈຳກັດ ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ເຊັນສັນຍາວ່າດ້ວຍ ການບໍລິການຮັບເງິນສົດຕາມຈຸດສະຖານີທາງດ່ວນ ວຽງຈັນ-ວັງວຽງ. ພິທີເຊັນສັນຍາດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 27 ພະຈິກ 2020 ທີ່ໂຮງແຮມເມືອງແທ່ງ ນະຄອນຫຼວງວຽງຈັນ (ນວ) ລະຫວ່າງ ທ່ານ ທ່າງ ຢົງຄົ້ວ ປະທານບໍລິສັດຮ່ວມທຶນພັດທະນາທາງດ່ວນລາວ-ຈີນ ຈຳກັດ ກັບ ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທຄຕລ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ປະທານສະພາບໍລິຫານ ທຄຕລ;  ທ່ານ ນາງ ລຳມອນ ສິມມະໄລວົງ ຮອງຫົວໜ້າກົມຊຳລະສະສາງ, ທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍຄະນະກົມທີ່ກ່ຽວຂ້ອງ, ອໍານວຍການ, ຄະນະພະແນກ, ສູນ ແລະ 3 ສາຂາ ຂອງ ທຄຕລ ພາຍໃນ ນະຄອນຫຼວງວຽງຈັນ ຕະຫຼອດຮອດພະນັກງານຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ. ...

Read More »

ລາວ-ຫວຽດນາມ ແລກປ່ຽນສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ…….

ທ່ານ ຟ້າມ ບິ່ງ ມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ນໍາພາຄະນະຜູ້ແທນກະຊວງການຕ່າງປະເທດ ຫວຽດນາມ ຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີຄັ້ງທີ 7 ລະຫວ່າງສອງກະຊວງການຕ່າງປະເທດລາວ ແລະ ຫວຽດນາມ ໃນລະຫວ່າງວັນທີ 29-30 ພະຈິກ 2020 ທີ່ນະຄອນຫລວງວຽງຈັນ ໂດຍໄດ້ປະຕິບັດຕາມຂໍ້ຕົກລົງການຮ່ວມມືລະ ຫວ່າງ ກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ແລະ ຕາມການເຊື້ອເຊີນຈາກ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນ ຕີຄັ້ງທີ 7 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 29 ພະຈິກ 2020 ທີ່ສູນຮ່ວມມືສາກົນ ICTC ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ ແລະ ທ່ານ ຟ້າມ ບິ່ງ ...

Read More »

ສ້າງຄວາມສາມາດໃນການປັບຕົວຜ່ານການບໍລິການທາງດ້ານການເງິນ…..

ໃນວັນທີ 25 ພະຈິກ 2020 ໄດ້ມີການຈັດກອງປະຊຸມການສົ່ງເສີມວຽກງານການເຂົ້າເຖິງການບໍລິການທາງດ້ານການເງິນ ໃນ ສປປ ລາວ ປະຈຳປີ 2020 ພາຍໃຕ້ຫົວຂໍ້ ການສ້າງຄວາມສາມາດໃນການປັບຕົວຜ່ານການບໍລິການທາງດ້ານການເງິນທີ່ມີ ຄວາມຮັບຜິດຊອບ ແລະ ມີ ຄວາມຍືນຍົງ ຂຶ້ນທີ່ໂຮງແຮມລາວພລາຊາ ນະຄອນຫຼວງ ວຽງຈັນ ໂດຍການເປັນປະທານຂອງ ທ່ານ ພຸດທະໄຊ ສີວິໄຊ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ມີ ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ, ທະນາຄານ ແຫ່ງ ສປປ ລາວ, ຜູ້ຕາງໜ້າຈາກກະຊວງ, ທະນາຄານທຸລະກິດ, ສະມາຊິກສະຖາບັນການເງິນຈຸລະພາກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສົມຈິດ ດວງມີໄຊ ຮອງປະທານສະພາສະມາຄົມການເງິນຈຸລະພາກ ກ່າວວ່າ: ການຈັດກອງປະຊຸມການສົ່ງເສີມວຽກງານການເຂົ້າເຖິງການບໍລິການທາງດ້ານການເງິນ ໃນ ສປປ ລາວ ປະຈຳປີ 2020 ແມ່ນເພື່ອສ້າງ ຄວາມເຂົ້າໃຈຕໍ່ພາບລວມຂອງການລະບາດໂຄວິດ – 19, ຜົນກະທົບຕໍ່ເສດຖະກິດ, ຂະແໜງການເງິນຈຸລະພາກ ແລະ ປະຊາຊົນຜູ້ທີ່ມີຄວາມດ້ອຍໂອກາດ, ...

Read More »

ທາງດ່ວນ ນວ – ວັງວຽງ ສຳເລັດແລ້ວ 99% ຍັງເຫຼືອພຽງແຕ່ວຽກບາງຈຸດ………..

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະວິຊາການໄດ້ລົງຕິດຕາມກວດກາເບິ່ງຄວາມພ້ອມເປີດໃຫ້ບໍລິການຂອງໂຄງການເສັ້ນທາງດັ່ງກ່າວເມື່ອວັນທີ 26 ພະຈິກ ຜ່ານນີ້: ການລົງມາກວດກາຄວາມພ້ອມເພື່ອກະກຽມໃຫ້ແກ່ການມອບ-ຮັບເປີດການນຳໃຊ້ໂຄງການກໍ່ສ້າງເສັ້ນທາງດ່ວນ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ຊຶ່ງຜ່ານການກວດກາເຫັນວ່າໂຄງການໄດ້ສຳເລັດແລ້ວ 99% ສ່ວນທີ່ຍັງເຫຼືອພຽງແຕ່ວຽກຕົບແຕ່ງ, ການຕິດຕັ້ງປ້າຍ ແລະ ວຽກງານການອະນາໄມ ຄາດວ່າໃນເດືອນທັນວາ 2020 ທີ່ຈະມາເຖິງນີ້ ຈະໄດ້ຈັດພີທີມອບ-ຮັບເປີດການນຳໃຊ້ຢ່າງເປັນທາງການ. ພ້ອມນັ້ນ ທ່ານ ລັດຖະມົນຕີ ໄດ້ຊີ້ນຳໃຫ້ພາກສ່ວນຮັບຜິດຊອບໂຄງການໃຫ້ເອົາໃຈໃສ່ບາງວຽກທີ່ຍັງຄ້າງຄາໃຫ້ເຮັດສຳເລັດ ເພື່ອໃຫ້ມີຄວາມພ້ອມທຸກດ້ານໃນມື້ມອບ-ຮັບໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສວຍງາມ ແລະ ໃຫ້ໄດ້ຕາມມາດຕະຖານທາງດ້ານເຕັກນິກ; ໂຄງການດັ່ງກ່າວ ເປັນໂຄງການທຳອິດທີ່ສຳຄັນ ແລະ ເປັນໃບໜ້າໃໝ່ຂອງ ສ ປ ປ ລາວ ສະນັ້ນ, ຈຶ່ງຮຽກຮ້ອງເຖິງປະຊາຊົນຈົ່ງພ້ອມກັນເປັນເຈົ້າການເຂົ້າຮ່ວມໃນການປົກປັກຮັກສາ ແລະ ພ້ອມກັນນຳໃຊ້ເສັ້ນທາງດັ່ງກ່າວໄດ້ຢ່າງຍາວນານ. ທ່ານ ຂັດຕິຍະ ໃຈຍະວົງ ຫົວໜ້າຄະນະຄຸ້ມຄອງ ໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ-ເມືອງວັງວຽງໃຫ້ຮູ້ວ່າ: ເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ມີຈຸດເລີ່ມຕົ້ນຢູ່ແຕ່ສາມແຍກສີເກີດ ແລະ ຈຸດສຸດທ້າຍຢູ່ເມືອງວັງວຽງ ແຂວງ ວຽງຈັນ ມີຄວາມຍາວທັງໝົດ 109,10 ...

Read More »

ນຳໃຊ້ເອເລັກໂຕຣນິກ ຫັນເຂົ້າໃນການດໍາເນີນທຸລະກິດ SMEs……

ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມພັດທະນາຜູ້ປະກອບການຜ່ານການສົ່ງເສີມການຄ້າທາງເອເລັກໂຕຣນິກ ເພື່ອເຮັດໃຫ້ຜູ້ປະກອບການທຸລະກິດ SMEs ໃນ ສປປ ລາວ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການຄ້າຜ່ານທາງເອເລັກໂຕຣນິກ ຫັນເຂົ້າໃນການດໍາເນີນທຸລະກິດໃນປັດຈຸບັນ. ຊຸດຝຶກອົບຮົມດັ່ງກ່າວຈັດຂຶ້ນວັນທີ 26 ພະຈິກ 2020 ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເຂົ້າຮ່ວມເປັນປະທານຂອງ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ, ມີບັນດາເຈົ້າໜ້າທີ່ກ່ຽວຂອງພາກທຸລະກິດ ເຊິ່ງເປັນກອງປະຊຸມທາງໄກ ໂດຍໄດ້ຮັບການສະໜັບສະໜູນຈາກອົງການຮ່ວມມືສາກົນ ສ.ເກົາຫຼີ ແລະ ສະຖາບັນແມ່ນໍ້າຂອງ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ນັກທຸລະກິດຍິງ ສາມາດຮູ້ວິທີເຂົ້າເຖິງຕະຫຼາດອອນລາຍ ແລະ ເຂົ້າໃຈຫຼາຍຂຶ້ນ ກ່ຽວກັບທຸລະກິດອອນລາຍ ຜ່ານການນໍາໃຊ້ platform E-commerce ແລະ ເວັບໄຊ WWW.plaosme.com ເຊິ່ງປັດຈຸບັນເວັບໄຊ ມີສະມາຊິກເຂົ້າຮ່ວມ 612 ຫົວໜ່ວຍທຸລະກິດ, ໃນນີ້ລວມມີ 1.674 ຜະລິດຕະພັນ. ພ້ອມນັ້ນ, ຍັງສົ່ງເສີມໃຫ້ນັກທຸລະກິດຍິງມີຄວາມເຂົ້າໃຈຫຼາຍຂຶ້ນຕໍ່ກັບຕະຫຼາດ   ສ.ເກົາຫຼີ ແລະ ແລກປ່ຽນບົດຮຽນໃນການຊື້ – ຂາຍສິນຄ້າຜ່ານລະບົບອອນລາຍ Online, ພ້ອມນັ້ນເປັນເວທີແລກປ່ຽນ ແລະ ໃຫ້ຄວາມຮູ້ໃນການດໍາເນີນທຸລະກິດດ້ານ E-commerce ...

Read More »

ທົ່ວປະເທດ ກໍ່ສ້າງຂົວໄດ້ທັງໝົດ 2.819 ແຫ່ງ ເພີ່ມຂຶ້ນ 443%…………………

ທ່ານ ລິດຕາ ຂັດທິຍະ ຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)ໄດ້ໃຫ້ສໍາພາດຕໍ່ ເມື່ອບໍ່ດົນມານີ້ ທີ່ກະຊວງ ຍທຂ ວ່າ: ກ່ອນການປົດປ່ອຍ ການຄົມມະນາຄົມຂົນສົ່ງໃນລາວ ຍັງບໍ່ທັນເປັນລະບົບການເດີນທາງເພື່ອແລກປ່ຽນສິນຄ້າ ແລະ ການໄປ-ມາຫາສູ່ ຂອງປະຊາຊົນບັນດາເຜົ່າມີຄວາມຫຍຸ້ງຍາກ ຍ້ອນເສັ້ນທາງບົກມີຈຳນວນຈຳກັດ, ບໍ່ໄດ້ມາດຕະຖານ, ບໍ່ສາມາດຕອບສະໜອງຄວາມຕ້ອງການໃນການເດີນທາງ. ພ້ອມກັນນັ້ນ, ເສັ້ນທາງສ່ວນຫຼາຍເປັນທາງປູດິນແດງ, ປູຫີນ ນຳໃຊ້ໄດ້ແຕ່ລະດູແລ້ງ. ສ່ວນທາງປູຢາງກໍມີພຽງແຕ່ສະເພາະເຂດເທດສະບານຂອງຕົວເມືອງໃຫຍ່ ແລະ ເຂດຍຸດທະສາດການທະຫານເທົ່ານັ້ນ. ສະນັ້ນ, ການເດີນທາງໄປ-ມາຫາສູ່ ຂອງປະຊາຊົນຈຶ່ງໄດ້ນຳໃຊ້ການເດີນເຮືອເປັນຕົ້ນຕໍ ເນື່ອງຈາກວ່າ ສປປ ລາວ ມີແມ່ນໍ້າລໍາເຊຫຼາຍສາຍຈຶ່ງສະດວກ ໃນການຄົມມະນາຄົມທາງນ້ຳ, ການນຳໃຊ້ແມ່ນ້ຳເປັນເສັ້ນທາງຄົມມະນາຄົມນັ້ນໄດ້ມີມາແຕ່ດຶກດຳບັນ ເປັນຕົ້ນແມ່ນແມ່ນ້ຳຂອງ ແລະ ແມ່ນໍ້າສາຂາອື່ນໆ. ບັນດາເສັ້ນທາງໃນນະຄອນຫຼວງວຽງຈັນ ແລະ ຢູ່ຕົວເມືອງອຶ່ນໆ ກໍໄດ້ຮັບການປັບປຸງ ໃຫ້ມີໃບໜ້າອັນໃໝ່, ເປັນຕົ້ນແມ່ນ ເສັ້ນທາງເບີ 1, ເບີ 2 ແລະ ທາງຊອຍອຶ່ນໆ ໃນນະຄອນຫຼວງວຽງຈັນ ໄດ້ຮັບການຟື້ນຟູໃໝ່ ທັງປະດັບດ້ວຍສວນສາທາລະນະອັນສວຍງາມ. ມາຮອດປະຈຸບັນ, ຕາໜ່າງເສັ້ນທາງມີລວງຍາວທັງຫມົດ 58.255 ກມ, ມີເສັ້ນທາງໄປເຖິງທຸກແຂວງ ...

Read More »