ມາເລເຊຍ ຈະຈັດສົ່ງຂີ້ເຫຍື້ອ 3 ພັນໂຕນ ກັບຄືນປະເທດຕົ້ນທາງ ສ່ວນຫຼາຍເປັນພັດທະນາແລ້ວ.

ອີງຕາມແຫຼ່ງຂ່າວ ກົວລາລຳເປີ, ວັນທີ 28 ພຶດສະພາ, ມາເລເຊຍ ຈະສົ່ງຂີ້ເຫຍືອປະເພດຢາງ ທີ່ບໍ່ສາມາດ ນຳໃຊ້ຄືນໃໝ່ໄດ້ ປະມານ 3.300 ໂຕນ ກັບໄປຍັງ ປະເທດຕົ້ນທາງເຊັ່ນ: ສ.ອາເມລິ ກາ, ອັງກິດ, ການາດາ ແລະ ອົດສະຕຣາລີເພື່ອບໍ່ໃຫ້ມາເລເຊຍ ກາຍເປັນສະຖານທີ່ ຖີ້ມຂີ້ເຫຍື້ອ ສຳລັບກຸ່ມປະເທດຮັ່ງມີ. ທ່ານນາງເຫຍົາບີ ຫຍິນ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ສິ່ງແວດລ້ອມຂອງມາເລເຊຍ ກ່າວເມື່ອວັນອັງຄານ ລະຫວ່າງການລົງພື້ນທີ່ທ່າເຮືອເປີລາບູຮັນກລັງ ຫຼື ພອດກລັງ ໃນລັດສະລັງງໍ ທາງພາກຕາເວັນຕົກຂອງປະເທດ ເພື່ອສໍາຫຼວດຕູ້ຄອນເທນເນີຫຼາຍຮ້ອຍຕູ້ ເຊິ່ງພາຍໃນເຕັມໄປດ້ວຍຂີ້ເຫຍື້ອຫຼາຍຊະນິດທີ່ສ່ວນໃຫຍ່ເປັນພລາສຕິກທີ່ຍາກແກ່ການຣີໄຊເຄິລ ແລະ ຍັງມີ “ຂີ້ເຫຍື້ອເປັນພິດ” ປົນເປື້ອນມານຳ.

ໂດຍ ທ່ານນາງເຫຍົາ ກ່າວວ່າ ຂີ້ເຫຍື້ອເຫຼົ່ານີ້ ປະເທດຕົ້ນທາງ “ລັກລອບ” ຂົນສົ່ງມາຖິ້ມທີ່ມາເລເຊຍຕະຫຼອດໄລຍະເວລາຫຼາຍປີ ທີ່ຜ່ານມາ ຈາກການສໍາຫຼວດໃນເບື້ອງຕົ້ນ ທ່ານເຫຍົາ ແລະ ເຈົ້າໜ້າທີ່ຂອງໜ່ວຍງານທີ່ກ່ຽວຂ້ອງລົງມະຕິວ່າ ຈະສົ່ງຕູ້ຄອນເທນເນີບັນຈຸຂີ້ເຫຍື້ອ ລວມ 69 ຕູ້ ປະເມີນນ້ໍາໜັກໄດ້ປະມານ 3 ພັນໂຕ້ນ ຄືນກັບໄປປະເທດຕົ້ນທາງ “ທີ່ບໍ່ມີຄວາມຮັບຜິດຊອບ”.

ທ່ານເຜີຍອີກວ່າ ມີການລັກລອບນໍາຂີ້ເຫຍື້ອ ແລະ ສິ່ງເສດເຫຼືອຫຼາຍຊະນິດ ທີ່ສ່ວນໃຫຍ່ເປັນພລາສຕິກນ້ໍາໜັກລວມຫຼາຍເຖິງ 50 ພັນໂຕ້ນ ມາຖິ້ມທີ່ມາເລເຊຍໃນໄລຍະ 2 ປີ ທີ່ຜ່ານມາ ພ້ອມທັງຮຽກຮ້ອງໃຫ້ລັດຖະບານຂອງປະເທດທີ່ທ່ານໄດ້ກ່າວເຖິງຢ່າງເປີດເຜີຍ ກວດກາບໍລິສັດຊິບປິ້ງ ຫຼື ບໍລິສັດດ້ານການຣີໄຊເຄິລໃນປະເທດຂອງຕົວເອງດ້ວຍ ແລະ ເຕືອນວ່າ ຖ້າ “ກຸ່ມປະເທດພັດທະນາແລ້ວ” ຍັງກະທໍາການເຊັ່ນນີ້ ກັບມາເລເຊຍອີກ “ປະເທດທີ່ກໍາລັງພັດທະນາ” ທາງມາເລເຊຍຈະສົ່ງຂີ້ເຫຍື້ອກັບຄືນທັນທີ “ໂດຍບໍ່ມີຄວາມເກງໃຈເຊັ່ນກັນ” ຂະນະດຽວກັນ ທ່ານນາງເຫຍົາ ກ່າວດ້ວຍວ່າ ສໍາລັບພາກສ່ວນໃດກໍຕາມໃນມາເລເຊຍທີ່ຈັດຕັ້ງທຸລະກິດຮັບຊື້ຂີ້ເຫຍື້ອຜິດກົດໝາຍເຫຼົ່ານີ້ ແລະ ການລັກລອບຣີໄຊເຄິລຂີ້ເຫຍື້ອພລາສຕິກຄຸນນະພາບຕໍ່າ ແລະ ຂີ້ເຫຍື້ອພິດອີກຫຼາຍຊະນິດ ຈົນກາຍເປັນບັນຫາສັງຄົມ ແລະ ສ້າງວິກິດສິ່ງແວດລ້ອມໃນປະເທດຈະຕ້ອງຮັບໂທດຕາມກົດໝາຍ. ເຖິງວ່າລັດຖະບານຂອງປະເທດທີ່ມາເລເຊຍ ກ່າວເຖິງ ຍັງບໍ່ສະແດງທ່າທີຢ່າງຊັດເຈນ ແຕ່ມາເລເຊຍຖືເປັນປະເທດຫຼ້າສຸດໃນພາກພື້ນອາຊີຕາເວັນອອກສຽງໃຕ້ ທີ່ເພິ່ມຄວາມຈິງຈັງໃນການຈັດການກັບບັນຫາຂີ້ເຫຍື້ອຜິດກົດໝາຍ.

ທີ່ມາ: https://www.dailynews.co.th/foreign/711751

 

Comments