ຂ່າວ ຕ່າງປະເທດ

ຣັດເຊຍ ຟື້ນຟູຖ້ຽວບິນໄປຍັງ 4 ປະເທດຄືນໃໝ່

ຕາມ​ຂ່າວ​ຈາກ​ ຫວຽດນາມ, ສຳນັກຂ່າວສານ ທັດສ (Tass) ຂອງ ຣັດ​ເຊຍ ​ເປີດ​ເຜີຍ​ວ່າ: ຣັດ​ເຊຍ ຈະຟື້ນ​ຟູ​ຖ້ຽວ​ບິນ​ ໄປ​ຍັງ 4 ປະ​ເທດ​ຄື: ຫວຽດນາມ, ອິນເດຍ, ແຟງລັງ ແລະ ກາຕາ ຄືນ​ໃໝ່​ ນັບແຕ່ວັນທີ 27 ມັງກອນ ​ເປັນຕົ້ນ​ໄປ. ພາຍຫລັງ ​ໄດ້ປຶກສາຫາລື ແລະ ພິຈາລະນາ ສະພາບການ ໂລກລະບາດ ຢູ່ບາງປະເທດ, ດັ່ງນັ້ນ ຈຶ່ງ​ໄດ້​ເປີດ ຖ້ຽວບິນ ມົດສະກູ – ຮ່າໂນ້ຍ, ມົດສະກູ – ນິວເດລີ, ມົດສະກູ – ​ເຮ​ລສິນ​ກິ (Helsinki) ແລະ ​ເຊນ ​ປີ​ເຕີ​ສ​ເບີກ (St. Petersburg) ແມ່ນໄດ້ປະຕິບັດ 2 ຖ້ຽວຕໍ່ ອາທິດ; ສ່ວນ ຖ້ຽວບິນແຕ່ ມົດສະກູ ໄປໂດຮາ ໄດ້ປະຕິບັດ 3 ຖ້ຽວຕໍ່ ອາທິດ. ...

Read More »

ໄທ ອະນຸມັດເງິນຊື້ວັກຊິນໂຄວິດ-19 ຈາກຈີນ ມີມູນຄ່າເຖິງ 280 ລ້ານຢວນ

ອ້າງຕາມຂ່າວ ສະຖານີວິທະຍຸ ແລະ ໂທລະພາບ ຂອງ ຈີນ ລາຍງານວ່າ , ເມື່ອບໍ່ດົນມານີ້ ທ່ານນາງ ຣັດສະດາດາ ທະນາດີເຣກ ຮອງໂຄສົກປະຈຳ ສຳນັກງານນາຍົກລັດຖະມົນຕີ ໄທ ເປີດເຜີຍວ່າ: ຄະນະລັດຖະມົນຕີໄທ ໄດ້ອະນຸມັດງົບປະມານ ຈຳນວນ 280 ລ້ານຢວນ ເພື່ອຊື້ວັກຊິນ ໂຄວິດ-19 ຈຳນວນ 2 ລ້ານໂດສ (ຫລອດ) ຈາກຈີນ. ຂປລ.

Read More »

ໂດນັນ ທຣຳ ກາຍ​ເປັນ​ປະທານາທິບໍດີ ຄົນ​ທຳ​ອິດ​ ໃນ​ປະຫວັດສາດ ​ຂອງ ສ.ອາ​ເມ​ລິ​ກາ ທີ່ຖືກສະຊິກສະພາ ສ.ອາເມລິກາ ລົງມະຕິຖອດຖອນ

ຕາມ​ຂ່າວ​ຈາກ ວໍ​ຊີງ​ຕັນ,ວັນ​ທີ 14 ​ມັງກອນ​ນີ້, ສະມາຊິກ ​ສະພາ ສ.ອາ​ເມ​ລິ​ກາ ລົງມະຕິ​ ດ້ວຍ​ຄະ​ແນນ​ສຽງ 232 ຕໍ່197 ສຽງ ​ໃນ​ການຖອດ​ຖອນ ທ່ານ ​ໂດ​ນັນ ທຣຳ, ປະທານາທິບໍດີ ສ.ອາ​ເມ​ລິ​ກາ ດ້ວຍ​ຄວາມ​ຜິດ​ ໃນ​ຂໍ້​ຫາຍຸຍົງ ຜູ້​ສະໜັບ​ສະໜັບ​ ​ໂດນັນ ທຣຳ ​ເຂົ້າ​ໄປ​ໃນ​ສະພາ ​ເມື່ອ​ອາທິດ​ແລ້ວ​ນີ້ ​ເພື່ອຂັດຂວາງ ຂະ​ບວນການ ປະກາດ​ ຮັບຮອງ ​ໄຊຊະນະ​ຂອງ ທ່ານ ​ໂຈ​​ ໄບ​ເດນ ​ໃນ​ການ​ເລືອກ​ຕັ້ງ ປະທານາທິບໍດີ ສ.​ອາ​ເມ​ລິ​ກາ ຈົນ​ເຮັດ​ໃຫ້ ​ມີ​ຜູ້​ເສຍ​ຊີວິດ ​ແລະ ​ໄດ້​ຮັບ​ບາດ​ເຈັບ ​ເປັນ​ຈຳນວນ​ຫລາຍ​. ທ່ານ ​ໂດນັນ ທຣຳ ກາຍ​ເປັນ​ປະທານາທິບໍດີ ຄົນ​ທຳ​ອິດ​ ໃນ​ປະຫວັດສາດ ​ຂອງ ສ.ອາ​ເມ​ລິ​ກາ ທີ່​ຖືກ ​ສະມາຊິກ ​ສະພາ ລົງມະຕິ​ ຖອດ​ຖອນ​ເຖິງ 2 ຄັ້ງ ​ໂດຍ​ຄັ້ງທຳ​ອິດ ​ໃນ​ວັນ​ທີ 18ທັນວາ​ປີ​2019 ສະມາຊິກ​ສະພາ ...

Read More »

ບຣູໄນ ຮັບຕຳແໜ່ງເປັນປະທານ ອາຊຽນ ປີ 2021 ຢ່າງເປັນທາງການ

ຕາມ​ການລາຍງານຂ່າວ​ຈາກ​ ຫວຽດນາມ, ບຣູໄນ ຮັບ​ຕຳ​ແໜ່​ງ​ ເປັນປະທານ ​ອາ​ຊຽນ ປີ2021 ຢ່າງ​ເປັນ​ທາງ​ການ ນັບ​ຕັ້ງແຕ່ ​ເດືອນ​ມັງກອນ ​ເປັນຕົ້ນ​ໄປ ພ້ອມ​ທັງ ໃຫ້ຄຳໝັ້ນ ສັນຍາວ່າ: ຈະສືບຕໍ່ ສົມທົບກັບ ບັນດາ ປະເທດ ສະມາຊິກ ອາຊຽນ ແລະ ບັນດາ ປະເທດ ຄູ່ເຈລະຈາ ຂອງອາຊຽນ ຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດ ວິໄສທັດ ປະຊາຄົມ ອາ ຊຽນ 2025 ແລະ ແຜນການ ສັງລວມ ສ້າງປະຊາຄົມ ໃນສາມເສົາຄ້ຳ ການເມືອງ – ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ – ສັງຄົມ ຢ່າງມີ ປະສິດທິຜົນ. ພ້ອມ​ດຽວ​ກັນ​ນີ້ ບຣູໄນ ຈະສຸມໃສ່ ຂົງເຂດ ບຸລິມະສິດ ເຊິ່ງ ລວມມີ: ການສ້າງ ປະຊາຄົມ ໃຫ້ມີຄວາມກົມກ່ຽວ ແລະ ສ້າງຄວາມ ເຂັ້ມແຂງ ...

Read More »

ຈີນ ຕັ້ງເປົ້າໃຫ້ປະຊາຊົນໄດ້ຮັບຢາປ້ອງກັນໂຄວິດ-19 ຢ່າງໜ້ອຍ 50 ລ້ານຄົນ

ຕາມ​ຂ່າວ​ຈາກ​ຈີນ (SouthChinaMorningPost), ຈີນ ຕັ້ງ​ເປົ້າໝາຍ ​ໃຫ້​ປະຊາຊົນ ຢ່າງ​ໜ້ອຍ 50 ລ້ານ ​ຄົນ ​ໄດ້​ຮັບ​ ຢາ​ປ້ອງ​ກັນ​ ໂຄ​ວິດ-19 ກ່ອນ​ເຖິງ​ວັນພັກຍາວ ​ໃນ​ປີ​ໃໝ່​ຈີນ ທີ່​ພວມ​ມາ​ເຖິງ ​ໃນ​ໄລຍະ​ ຕົ້ນ​ເດືອນ​ກຸມພາ​ນີ້ ​ໂດຍ​ຊີ​ໂນ​ຟາ​ມ ຖື​ເປັນ ​ບໍລິສັດ​ທຳ​ອິດ ທີ່​ສາມາດ ​ນຳໃຊ້​ວັກ​ຊິນ ຜ່ານ​ການ ​ອະນຸມັດ ຈາກ​ໜ່ວຍ​ງານ ດ້ານ​ການ ກວດ​ສອບ​ຢາ​ຂອງ​ ລັດຖະບານ​ຈີນ ​ໃຫ້​ສາມາດ ​ໃຊ້​ງານ​ໄດ້ ​ເຊິ່ງ​ເປົ້າໝາຍ​ຫລັກ ​ຂອງ​ຈີນ ຄື​ການ​ສັກ​ວັກ​ຊິນ ​ໃຫ້​ກັບ ​ຜູ້​ມີ​ອາຍຸ ​ລະຫວ່າງ 19-59ປີ​ກ່ອນ ​ແລະ ວັກ​ຊິນ ​ທຸກ​ຫລອດ ມີ​ລະຫັດ ທີ່​ຈະ​ບັນ ທຶກ​ ໝາຍ​ເລກ​ ບັດປະຈຳຕົວ​ ປະຊາຊົນ ຂອງ​ຜູ້​ທີ່​ ເຂົ້າຮັບ ​ວັກ​ຊິນ ​ເພື່ອ​ໃຫ້​ງ່າຍ​ ຕໍ່​ການ​ຕິດຕາມ ​ແລະ ກວດກາ ຫາກ​ເກີດ​ບັນຫາ ຕາມ​ຫລັງ. ຂອບໃຈແຫຼ່ງຂ່າວ: ຂປລ

Read More »

ອັງກິດ ປະກາດ Lockdown ໃໝ່ອີກຄັ້ງ ຫຼັງພົບຜູ້ຕິດເຊື້ອໂຄວິດໃໝ່ ເພີ່ມຂຶ້ນສູງ

ໃນວັນທີ 5 ມັງກອນ 2021 ນາຍົກລັດຖະມົນຕີຂອງອັງກິດ ໄດ້ປະກາດລ໊ອກດາວປະເທດອັງກິດອີກຄັ້ງໃໝ່ ໂດຍໃຊ້ມາດຕະການປິດເມືອງທົ່ວປະເທດ ເພື່ອສະກັດການລະບາດຂອງພະຍາດໂຄວິດ-19​, ພາຍຫຼັງໃນຮອບ 7 ວັນຜ່ານມາ ພົບຜູ້ຕິດເຊື້ອລາຍໃໝ່ສະເລ່ຍຫຼາຍກວ່າ 55.000 ຄົນຕໍ່ວັນ ແລະ ຕັ້ງແຕ່ຫຼັງເທດສະການຄຣິດມາສ ໂຮງໝໍທົ່ວອັງກິດມີຄົນເຈັບເຂົ້າຮັບການຮັກສາເພີ່ມຂຶ້ນ 50% ໂດຍປະມານ 30% ຂອງຕຽງຄົນເຈັບທັງໝົດທີ່ມີໃນລະບົບສາທາລະນະສຸກ ປັດຈຸບັນຕ້ອງໃຊ້ເພື່ອຮອງຮັບຄົນເຈັບໂຄວິດ-19.ໄລຍະ 2-3​ ວັນຜ່ານມາ ລົດສຸກເສີນຕໍ່ລໍຄີວຍາວເພາະຕຽງບໍ່ວ່າງ ໂດຍໄດ້ເປີດສູນຮອງຮັບຄົນເຈັບເພີ່ມ ແລະ ປະກາດລ໊ອກດາວ ໃຫ້ປະຊາຊົນຢູ່ແຕ່ໃນບ້ານ ແລະ ອອກໄດ້ສະເພາະເຫດຈຳເປັນ ຫຼື ສຸກເສີນ. ແຫຼ່ງຂ່າວ: Lao Youth Radio FM 90.0 Mhz

Read More »

ລາຄານ້ຳມັນໃນຕະຫລາດໂລກ ມີຄວາມສ່ຽງຫລຸດລົງໃນເຄິ່ງປີນີ້

ກຸ່ມ​ປະ​ເທດ ​ຜູ້​ສົ່ງ​ອອກ ​ນ້ຳມັນ(​ໂອ​ເປັກ)ຄາດ​ການ​ວ່າ ການ​ເໜັງ​ຕີງ ລາຄາ​ນ້ຳມັນ ​ໃນ​ຕະຫລາດ​ໂລກ ​ມີ​ຄວາມ​ສ່ຽງ ​ທີ່​ຜະ​ເຊີນ​ ສະພາວະ​ ຫລຸດ​ລົງ ​ໃນ​ໄລຍະ 6​ເດືອນ ​ປີນີ້ ​ໂດຍ​ຄາດ​ການ​ ດັ່ງກ່າວ​ ມີ​ຂຶ້ນ​ກ່ອນ ທີ່​ກຸ່ມ​ໂອ​ເປັກ ​ແລະ ຊາດ​ພັນທະ​ມິດ ຫລື OPEC Plus​ ​ເຊິ່ງລວມທັງ ຣັດ​ເຊຍ ​ໄດ້​ປຶກສາ ​ຫາລື​ກັນ ​ໃນ​ວັນ​ທີ 4​ ມັງກອນຜ່ານມາ ກ່ຽວກັບ ລະດັບ​ ການ​ຜະລິດ​ ນ້ຳມັນ ​ໃນ​ເດືອນ​ກຸມພາ​ນີ້. ຂະນະ​ທີ່ ​ໂອ​ເປັກ ຄາດ​ວ່າ ຄວາມ​ຕ້ອງການ ນ້ຳມັນ ​ທົ່ວ​ໂລກ ຈະ​ໄດ້​ຮັບ ​ແຮງ​ໜູນ ​ຈາກ​ກຸ່ມ​ປະ​ເທດ ພວມ​ພັດທະນາ ​ໂດຍ​ຄາດ​ວ່າ ຈະ​ເພີ່ມ​ຂຶ້ນ 95,9 ລ້ານ​ຖັງ ​ຕໍ່​ວັນ ​ໃນ​ປີ​ນີ້ ​ເພີ່ມ​ຂຶ້ນ 5,9 ລ້ານ​ຖັງ ​ຕໍ່​ວັນ​ ເມື່ອທຽບໃສ່​ປີ​ກາຍ​ນີ້. ສ່ວນ​ເສດຖະກິດ​ໂລກ ຈະ​ຂະຫຍາຍຕົວ ​ປະມານ 4,4% ແຫຼ່ງຂ່າວ: ...

Read More »

ຈີນ ສ້າງເຂື່ອນໄຟຟ້ານ້ຳຕົກໃຫຍ່ທີ່ສຸດໃນໂລກ

ຕາມ​ຂ່າວ​ຈາກ​ຈີນ, ​ເມື່ອ​ບໍ່​ດົນ​ມາ​ນີ້,ຈີນ ສ້າງ​ເຂື່ອນ​ໄຟຟ້າ ​ນ້ຳຕົກ ສາມ​ຮ່ອມ​ພູ ​ຂອງ​ຈີນ ທີ່​ມີ​ຂະໜາດ ​ໃຫຍ່​ທີ່​ສຸດ ​ໃນ​ໂລກ ​ໂດຍ​ມີ ​ກຳລັງ​ ການ​ຜະລິດ ​ໄຟຟ້າ ​ສະອາດ111 ຕື້ 8 ຮ້ອຍ​ລ້ານ​ ກິ​ໂລ​ວັດ​ໂມງ ໃນ​ປີ 2020ໄດ້​ລື່ນກາຍ ​ສະ​ຖິ​ຕິ​ໂລກ ​ດ້ານ​ການ​ຜະ​ລິດ​ ພະ​ລັງ​ງານ​ ໄຟ​ຟ້າຕໍ່​ປີ ​ຂອງ​ເຂື່ອນ​ໄຟ​ຟ້າ​ ນ້ຳ​ຕົກ​ ແຫ່ງ​ດຽວ ທີ່​ມີ 103 ຕື້ 98 ລ້ານ ກິ​ໂລ​ວັດ​​ໂມງ ​ທີ່​​ສ້າງ ​ແລະ​ ຮັກ​ສາ ​ໂດຍ​ເຂື່ອນ ​ໄຟ​ຟ້າ​ ນ້ຳ​ຕົກ ​ອີ​ໄຕ​ພູ​ ທີ່​ທະ​ວີບ​ ອາ​ເມ​ຣິ​ກາ​ໃຕ້ ​ໃນປີ 2016.ສຳລັບ ເຂື່ອນ​ໄຟ​ຟ້າ ​ນ້ຳ​ຕົກ ສາມ​ຮອມ​ພູ ​ຂອງ​ຈີນ ໄດ້​ຕິດຕັ້ງ​​ ເຄື່ອງ​ຜະ​ລິດ​ ໄຟ​ຟ້າ​ 34 ເຄື່ອງ ໂດຍ​ມີ​ຍອດ​ ຄວາມ​ສາ​ມາດ​ ການ​ຜະ​ລິດ 22 ລ້ານ 5 ແສນ​ກິ​ໂລ​ວັດ​.ຖ້າ​ທຽບ​ໃສ່ ...

Read More »

ສສ ຫວຽດນາມ ພົບຜູ້ຕິດເຊື້ອໂຄວິດ-19 ກາຍພັນ ກໍລະນີທໍາອິດ ຂອງປະເທດ

ໃນວັນທີ 02/01/2021 ມີຜູ້ໂດຍສານ ທີ່ເດີນທາງກັບມາຈາກ ປະເທດອັງກິດ ເຊິ່ງເປັນເພດຍິງ ອາຍຸ 44 ປີ, ເດີນທາງມາພ້ອມກັບຜູ້ໂດຍສານອື່ນອີກ 305 ຄົນ ໃນວັນທີ 22 ທັນວາ 2020 ຜ່ານສະໜາມບິນ Can Tho ທາງພາກໃຕ້ຂອງປະເທດ, ແລະໄດ້ເຂົ້າກັກໂຕ 14 ວັນ ໝົດທຸກຄົນ. ໂຄວິດ-19 ສາຍພັນໃໝ່ ຈາກປະເທດອັງກິດ ຖືເປັນສາຍພັນ ທີ່ມີການແຜ່ກະຈາຍໄວກ່ວາ ສາຍພັນເກົ່າເຖິງ 70%. ປະຈຸບັນ ຜູ້ກວດພົບໂຄວິດກາຍພັນ ຊະນິດໃຫມ່ນີ້ ກໍາລັງໄດ້ຮັບ ການຮັກສາປິ່ນປົວຢ່າງໃກ້ຊິດ ຈາກຄະນະແພດ. ຂໍ້ມູນ: VN Express, Lao Youth Radio FM 90.0 Mhz

Read More »

ວັກຊິນຕ້ານໂຄວິດ-19 ມາເຖິງລາວແລ້ວ 2.000 ໂດສ ແລະ ເລີ່ມສັກໃຫ້ຜູ້ມີຄວາມສ່ຽງ 200 ໂດສແລ້ວ

ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດໂຄວິດ 19 ຖະແຫລງຂ່າວຕໍ່ສື່ມວນຊົນຕອນເຊົ້າວັນທີ 31 ທັນວາ 2020 ທີ່ກະຊວງສາທາລະນະສຸກ ວ່າ: ສະພາບຄວາມຄືບໜ້າການນຳໃຊ້ ວັກຊິນປ້ອງກັນໂຄວິດ-19 ໃນ ສປປ ລາວ ຜ່ານມາພັກ ແລະ ລັດຖະບານ ພວກເຮົາ ບໍ່ໄດ້ລົດລະນີ້ງນອນໃຈ ໄດ້ມີຄວາມພະຍາຍາມຢ່າງສູງ ໃນການພົວພັນກັບໂລກ ເປັນຕົ້ນ ສະຫະພັນວັກຊີນສາກົນ Gavi (Global Alliance for Vaccines and Immunization ), COVAX FACILITY, ກັບປະເທດເພື່ອນມິດຍຸດທະສາດ, ກັບປະເທດພາຄີ, ກັບທະນາຄານສາກົນ ແລະ ອົງການຈັດຕັ້ງສາກົນ ເພື່ອກະກຽມ ແລະ ຈັດຫາວັກຊີນ ເພື່ອມາສັກປ້ອງກັນພະຍາດໃຫ້ແກ່ພໍ່ແມ່ປະຊາຊົນພວກເຮົາ ຊຶ່ງໄດ້ເລີ່ມແຕ່ເດືອນກໍລະກົດ 2020 ເປັນຕົ້ນມາ. ທ່ານ ຮສ ດຣ ບຸນກອງ ສີຫາວົງ ໃຫ້ຮູ້ອີກວ່າ: ...

Read More »