ສະພາ ຫວຽດນາມ ຜ່ານຮ່າງ ກົດໝາຍຢຶດໃບຂັບຂີ່

ຕາມຂ່າວຈາກ ນະຄອນຫຼວງ ຮ່າໂນ້ຍ ຫວຽດນາມ ເມື່ອວັນທີ 16 ມິຖຸນາວ່າ: ກອງປະຊຸມໃຫຍ່ຂອງ ຫວຽດນາມ ໄດ້ຜ່ານຮ່າງກົດໝາຍ ວ່າດ້ວຍການປ້ອງກັນ ແລະ ຄວບຄຸມ ອັນຕະລາຍ ແລະ ຜົນກະທົບ ທາງລົບຈາກການ ບໍລິໂພກ ເຄື່ອງດື່ມ ປະເພດມືນເມົາ ດ້ວຍຄະແນນ 450 ສຽງຈາກທັງ ໝົດ 480 ສຽງ. ວ່າ ຖ້າຫາກກວດພົບ ຜູ້ຂັບຂີ່ຍານ ພາຫະນະ ຜູ້ໃດ ທີ່ມີປະລິມານແອລກໍຮໍໃນຮ່າງກາຍ ບໍ່ວ່າຈະປະລິມານ ເທົ່າໃດກໍຕາມ, ໃບຂັບຂີ່ຂອງ ບຸກຄົນນັ້ນ ຈະຖືກຢຶດ ແລະ ລົບລ້າງທັນທີ. ກົດໝາຍດັ່ງກ່າວ ຈະມີຜົນບັງຄັບໃຊ້ ຢ່າງເປັນທາງການ ນັບແຕ່ປີໜ້າ ເປັນຕົ້ນໄປ.

 

ທີ່ມາ: ຂ່າວສານປະເທດລາວ

Comments