ສປ ຈີນ ສືບຕໍ່ສັ່ງຊື້ນ້ຳມັນດິບຈາກ ອີຣານ ເພີ່ມຂຶ້ນ

ບໍ​ລິ​ສັດວິ​ໄຈ 3 ແຫ່ງ ​ລະ​ບຸ​ຄວາມ​ເຫັນ​ຄື​ກັນ​ວ່າ: ເມື່ອ​ເດືອນ​ກໍ​ລະ​ກົດ​ ຜ່ານ​ມາ ຈີນ ນຳ​ເຂົ້າ​ນ້ຳ​ມັນ​ດິບ ຈາກ​ອີ​ຣານ​ ເປັນ​ເດືອນ​ທີ 2 ຕິດ​ຕໍ່​ກັນ ໂດຍ​ສັ່ງ​ຊື້​ ໃນ​ປະ​ລິ​ມານ ​ລະ​ຫວ່າງ 4,4 ລ້ານ​ຖັງ ແລະ 11 ລ້ານ​ຖັງ ຫຼື​ ປະ​ມານ 142.000-360.000 ຖັງ​ຕໍ່​ວັນ ຊຶ່ງ​ເປັນ​ລະ​ດັບ​ ທີ່​ເພີ່ມ​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ ແລະ ເພີ່ມ​ຂຶ້ນ​ເກືອບ ຄຶ່ງ​ໜຶ່ງ​ຂອງ​ລະ​ດັບການ​ສັ່ງ​ຊື້ ​ໃນ​ປີ​ກາຍ ເຖິງວ່າ ສ.ອາ​ເມ​ລິ​ກາ ຈະ​ໃຊ້​ມາດ​ຕະ​ການ ​ຂວ້ຳ​ບາດ ອີ​ຣານ. ການ​ສືບ​ຕໍ່​ສັ່ງ​ຊື້ ​ນ້ຳ​ມັນ ​ອີ​ຣານ​ ຂອງ​ຈີນ ​ມີ​ຂຶ້ນ​ໃນ​ໄລ​ຍະ​ ທີ່​ຄວາມ​ສຳ​ພັນ​ ທາງ​ການ​ຄ້າ​ ລະ​ຫວ່າງ ສ.ອາ​ເມ​ລິ​ກາ ແລະ ຈີນ ເກີດຂຶ້ນ. ອີກ​ທັງ​ ການ​ສັ່ງ​ຊື້​ນ້ຳ​ມັນຈາກ ອີ​ຣານ ​ຂອງຈີນ ຍັງ​ເປັນ​ອຸ​ປະ​ສັກ​ ສະ​ກັດ​ກັ້ນ ​ຄວາມ​ພະ​ຍາ​ຍາມ​ ຂອງ​ ທ່ານ ໂ​ດນັນ ​ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີ ຂອງ​ສ.ອາ​ເມ​ລິ​ກາ ທີ່​ຕ້ອງ​ການ​ຕັດ​ລາຍ​ໄດ້​ຂອງ ອີ​ຣານ ດ້ວຍ​ມາດ​ຕະ​ການ ​ຂ​ວ້ຳ​ບາດ. ​ຂະ​ນະ​ທີ່​ ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ ທຳ​ນຽບ​ຂາວ​ ປະ​ເມີນ​ວ່າ ອີ​ຣານ ສົ່ງ​ອອກ​ນ້ຳ​ມັນ ​ໄປ ຈີນ ປະ​ມານ 50-70% ຂອງ​ປະ​ລິ​ມານ​ ສົ່ງ​ອອກ​ນ້ຳ​ມັນ​ດິບ ໂດຍ​ລວ​ມ ແລະ ສົ່ງ​ໄປ​ຂາຍ​ໃຫ້ ຊີ​ຣີ ປະ​ມານ 30%. ທັ້ງ​ນີ້ ຈີນ ເປັນ​ຜູ້​ຊື້​ນ້ຳ​ມັນ​ ລາຍ​ໃຫຍ່​ສຸດ​ຂອງ ອີ​ຣານ.

ທີ່ມາ: ຂ່າວສານປະເທດລາວ

Comments