ກອງປະຊຸມສຸດຍອດ G20 ສະໜັບ ສະໜູນລັດທິຫຼາຍຝ່າຍຢ່າງເຂັ້ມແຂງ

​ເມື່ອ​ບໍ່​ດົນ​ມາ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ ກຸ່ມ​ປະ​ເທດ ​ເສດຖະກິດ​ ຂະໜາດ​​ໃຫຍ່ (ຈີ20)ຢູ່​ນະ​ຄອນ​ໂອ​ຊາ​ກາຂອງ​ຍີ່​ປຸ່ນ ​ໄດ້​ສິ້ນ​ສຸດ​ລົງ ດ້ວຍ​ຜົນສຳ​ເລັດ​ ອັນ​ຈົບງາມ ​ໃນ​ການ​ສະໜັບສະໜູນ ລັດທິ​ຫຼາຍ​ຝ່າຍ ​ຢ່າງ​ເຂັ້ມແຂງ ໄດ້​ຜ່ານ​ຖະ​ແຫຼງ​ການ ໂດຍ​ສະ​ໜັບ​ສະ​ໜູນ​ ການ​ປະ​ຕິ​ຮູບ ​ທີ່​ຈຳ​ເປັນ​ຕໍ່​ອົງ​ການ​​ການ​ຄ້າ​ໂລກ, ປະ​ເທດ​ພາ​ຄີ​ ສົນ​ທິ​ສັນ​ຍາ ​​ປ​າ​ຣີ​ ໃນ​ສະ​ມາ​ຊິກ G20 ໄດ້​ກ້າຢືນຢັ້ນ​ວ່າ​: ຈະ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ ຂອງ​ດິນ​ຟ້າ​ອາ​ກາດ ​ແລະ ​ກາຍ​ເປັນ​ເວ​ທີ​ສຳ​ຄັນ ​ທີ່​ຊຸກ​ຍູ້​ລັດ​ທິ ຫຼາຍ​ຝ່າຍ ແລະ ແກ້​ໄຂ​ບັນ​ຫາຕ່າງໆ ເຮັດ​ໃຫ້​ປະ​ຊາ​ຄົມ​ໂລກ​ ມີ​ຄວາມ​ໝັ້ນ​ໃຈ​ເພີ່ມ​ຂຶ້ນ.ພາຍຫຼັງ ທ່ານ​ ສີ​ ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ໄດ້​ລົງ​ເລິກ​ ປຶກ​ສາ​ຫາ​ລື ​ກັບ​ຜູ້​ນຳ​ປະ​ເທດ​ຕ່າງໆ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ ​ກ່ຽວ​ກັບ​ ຫົວ​ຂໍ້​ ຊຸກ​ຍູ້​ການ​ສ້າງ​ ການ​ພົວ​ພັນ​ສາ​ກົນ ​ແບບ​ໃໝ່ ​ທີ່​ເຄົາ​ລົບ​ກັນ ມີ​ຄວາມ​ຍຸດຕິ​ທຳ ແລະ ຄວາມ​ເປັນ​ທຳ ແລະ ​ຮ່ວມ​ມື​ກັນ​ ແບບ​ຕ່າງ​ຝ່າຍ​ ຕ່າງ​ມີ​ຜົນ​ປະ​ໂຫຍດ, ສ້າງ​ເສດ​ຖະ​ກິດ​ໂລກ ​ແບບ​ເປີດ​ປະ​ຕູ​ ສູ່​ພາຍນອກ ​ທີ່​ມີ​ຜົນ​ດີ​ ຕໍ່​ການ​ພັດ​ທະ​ນາ​ປະ​ເທດ ​ທີ່​ເປັນ​ຕະຫຼາດ ​ຈະ​ເລີນ​ໃໝ່ ແລະ ປະ​ເທດ​ພວມ​ພັດ​ທະ​ນາ​ ໃຫ້​ດີກວ່າ​ເກົ່າ, ແກ້​ໄຂ​ບັນ​ຫາ​ຈຸດ​ເດັ່ນ​ ຂອງ​ພາກ​ພື້ນ​ ດ້ວຍ​ວິ​ຖີ​ ທາງ​ການ​ເມືອງ, ສ້າງ​ສາ​ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​​ຂອງມວນ​ມະ​ນຸດ ແລະ ອື່ນໆ, ເຊິ່ງ​ທັດ​ສະ​ນະ ຂໍ້​ສະ​ເໜີ ແລະ ມາດ​ຕະ​ການ​ທີ່ ​ທ່ານ​ ສີ​ ຈິ້ນ​ຜິງ ​ສະ​ເໜີ​ອອກ​ມາ​ນັ້ນ, ໄດ້​ເຮັດ​ໃຫ້​ປະ​ຊາ​ຄົມ​ໂລກ​ ມີ​ຄວາມ​ໝັ້ນ​ໃຈ​ ເພີ່ມ​ຂຶ້ນ​ພາຍ​ໃຕ້​ ສະ​ພາບ​ການ​ທີ່​​ເສດ​ຖະ​ກິດ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ໂລກ ​ເຕັມ​ໄປ​ດ້ວຍ ຄວາມ​ບໍ່​ແນ່ນອນ, ທັງ​ໄດ້​ຊີ້​ແຈງ​ ທິດ​ທາງ​ໃຫ້​ແກ່ ​ການ​ປະ​ຕິ​ຮູບ ດ້ານ​ການ​ບໍ​ລິ​ຫານ​​ທົ່ວໂລກ.

ນອກຈາກ​ນີ້ ທ່ານ​ ອັນ​ໂຕ​ນິ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່ ​ສະ​ຫະ ​ປະ​ຊາ​ຊາດ ​ໄດ້​ກ່າວເນັ້ນ​​ວ່າ: ປັດຈຸ​ບັນ ​ສະ​ຖາ​ນະ​ການ​ສາ​ກົນ​ ພວມ​ຢູ່​ໃນ​ໄລ​ຍະ​ສຳ​ຄັນ, ໃນ​ຂົງ​ເຂດ​ການ​ຄ້າ ແລະ ​ຢູ່ເຂດ​ອ່າວ​ເປີ​ເຊຍ​ ມີ​ສະ​ຖາ​ນະ​ການ​ທີ່​ເຄັ່ງ​ຕຶງ, ໂລກ​ພວມ​ຜະ​ເຊີນ​ກັບ ​ສະ​ພາບ​ການ​ທີ່​ຂາດ​ເຂີນ ​ແຮງ​ຈູງໃຈ ​ໃນ​ການຊຸກ​ຍູ້​ ລັດ​ທິຫຼາຍ​ຝ່າຍ ແລະ ປະ​ຕິ​ບັດ​ຕາມ​ກົດ​ໝາຍ.

ທີ່ມາ: ຂ່າວສານປະເທດລາວ.

Comments