IPhone 11 ເປີດຕົວຢ່າງເປັນທາງການໃນຄືນນີ້ ມາພ້ອມກັບກ້ອງ 3 ເລນ.

ໃນຄໍ່າຄືນຂອງມື້ວານນີ້ ວັນທີ 10 ກັນຍາ 2019 ໃນງານ Apple Special Event 2019 ,  iPhone 11,  iPhone 11 Pro ແລະ  iPhone 11 Pro Max  ໄດ້ເປີດຕົວຢ່າງເປັນທາງການ, ມາດ້ວຍຈຸດເດັ່ນທີ່ແປກຕາຂຶ້ນດ້ວຍ ກ້ອງ 3 ເລນ ຕາມຂ່າວທີ່ໄດ້ຫຼຸດອອກມາກ່ອນໜ້ານີ້ ແລະ ກໍໄດ້ມີຄຳວ່າ Pro ເພີ່ມຂຶ້ນ ເປັນຄັ້ງທຳອິດ

iPhone 11 ເປີດຕົວມາໃຫມ່ພ້ອມກັບກ້ອງ 2 ເລນ ແລະມີສີໃຫ້ເລືອກ  6 ສີ ຄື: ສີ ຂຽວ, ມ່ວງ, ເຫຼືອງ, ດຳ, ຂາວ ແລະ ແດງ, ຈໍສະແດງຜົນແບບ Liquid Retina Display ໜ້າຈໍ 6,1 ນິ້ວ ຄວາມລະອຽດ 1792 x 828 ພິກເຊວ (326 ppi), ຊິບເຊັດ Apple A13 Bionic, ໜ່ວຍຄວາມຈຳ (RAM): 4GB, ໜ່ວຍຄວາມຈຳເຄື່ອງ (ROM): 64GB, 128G ຫຼື 256GB, ກ້ອງໜ້າ ຄວາມລະອຽດ 12 ລ້ານພິກເຊບ ຮອງຮັບ TOF 3D camera, ກ້ອງຫຼັງປະກອບດ້ວຍ 2 ເລນ ກ້ອງທຳອິດເປັນ Wide-Angle Camera ຄວາມລະອຽດ 12 ລ້ານພິກເຊວ  ຮູຮັບແສງ ຂະໜາດ  ƒ/1.8 ມາພ້ອມກັບລະບົບປ້ອງກັນພາບສັ້ນແບບ  OIS, ກ້ອງຕົວທີ 2 ແບບ  Ultra Wide-Camera  ຄວາມລະອຽດ  12  ລ້ານພິກເຊວ ຮູຮັບແສງກວ້າງ  f/2.4 ແລະ ໄຟແຟັດ ສາມາດຊູມ  Optical ໄດ້  2 ເທົ່າ ແລະ ຊູມ Digital ໄດ້ 5 ເທົ່າ.  ແລະ ຮອງຮັບໂຫມດຖ່າຍພາບກາງຄືນ (Night Mode), ແບັດເຕີລີ ໃຊ້ງານໄດ້ດົນຂຶ້ນ 1 ຊົ່ວໂມງ ຖ້າທຽບກັບ iPhone Xs.  ສຳລັບ ລາຄາ ເລີ່ມຕົ້ນ 699 ໂດລາສະຫະລັດ.​

iPhone 11 pro ແລະ iPhone 11 pro Max  ມີສີທີ່ເພີ່ມເຂົ້າມາໃຫມ່ກໍຄື Midnight Green ແລະ ມີ 3 ສີຄືເກົ່າກັບ  iPhone Xs ຄື ສີທອງຄຳ, ເທົາ ແລະ ເງິນ.

ໜ້າຈໍແບບດຽວກັບ Pro Display XDR ສຳລັບໜ້າຈໍຂອງ  iPhone 11 pro  ມີຂະໜາດ ແລະ ຄວາມລະອຽດ 5.8 ນິ້ວ (2436 x 1125 ພິວເຊວ) ໜ່ວຍຄວາມຈຳ (RAM) ບໍ່ໄດ້ລະບຸບອກ ແຕ່ໜ່ວຍຄວາມໃນຕົວເຄື່ອງ  64 GB, 256GB ຫຼື 512GB, ແບັດເຕີລີ ໃຊ້ງານເພີ່ມຂຶ້ນອີກ 4 ຊົ່ວໂມງ ຖ້າທຽບກັບ iPhone Xs ລາຄາເລີ່ມຕົ້ນຢູ່ທີ 999 ໂດລາສະຫະລັດ.

iPhone 11 Pro Max   ມີຂະໜາດ 6.5″ (2688 x 1242 ພິກເຊວ) ໜ່ວຍຄວາມຈຳ (RAM) ບໍ່ໄດ້ລະບຸບອກ ແຕ່ໜ່ວຍຄວາມໃນຕົວເຄື່ອງ  64 GB, 256GB ຫຼື 512GB ແບັດເຕີລີ ໃຊ້ງານເພີ່ມຂຶ້ນອີກ 5  ຊົ່ວໂມງ ຖ້າທຽບກັບ iPhone Xs Max ລາຄາເລີ່ມຕົ້ນຢູ່ທີ 1099 ໂດລາສະຫະລັດ.

ໂດຍມີໃຫ້ເລືອກໃຊ້  OLED ລຸ້ນໃຫມ່ທີ່ເປັນ Super Retina XDR ສາມາດເບິ່ງຮູບເງົາໄດ້ດີທີ່ສຸດ ຮອງຮັບມາຕະຖານ  HDR10, Dolby Vision ແລະ  Dolby Atmos,

iPhone ເປັນໜຶ່ງໃນເລື່ອງຄວາມໄວ ແລະ ບໍ່ຄ້າງ ແລະ ປັດຈຸບັນນີ້, ກໍຍັງເປັນ 1 ເຊັ່ນດຽວກັນກັບ A13 Bionic ລຸ້ນໃຫມ່ລ່າສຸດ ຮອງຮັບຄຳສັ່ງ 1 Trillion  ຕໍ່ວິນາທີ (ເປັນລ້ານໆຄຳສັ່ງຕໍ່ວິນາທີ) ໄວທີສຸດ ໃນດ້ານ CPU ແລະ CPU ມີການຝັງ ML ໄວ້ໃນຊິບທຽບກັບ A12 ໄວຂຶ້ນ 20%.

ກ້ອງຫຼັງລວມທັງກ້ອງໜ້າ ມີຄວາມລະອຽດເທົ່າກັນຄື 12 ລ້ານພິກເຊວ ແຕກຕ່າງກັນພຽງໄລຍະ ແລະ ຮູຮັບແສງ ຂອງເລນຊູມ (f/2.0), ກວ້າງ  (f/1.9), ກວ້າງທີ່ສຸດ (f/2.4)  ໂດຍເລນກວ້າງທີ່ສຸດສາມາດເກັບໄດ້ເຖິງ 120 ອົງສາ.  ກ້ອງທັງ 3 ສາມາດ  4K 60 fps HDR ສາມາດຖ່າຍທຸກກ້ອງພ້ອມກັນໄດ້ ແລະ ມີການຕັດຕໍ່ໄດ້ແບບນຽນ  (Smooth Transition).

ວັນທີເປີດໃຫ້ຈອງ  13 ກັນຍາ 2019 ແລະ ເປີດຂາຍ ວັນທີ 20 ກັນຍາ ສ່ວນມາປະເທດລາວເຮົາຕ້ອງໄດ້ລໍຖ້າໄລຍະໜຶ່ງ.

Comments