ເກິດເຫດໄຟໄໝ້!! ປ່າອາເມຊອນ ເສຍຫາຍຢ່າງໜັກ 3.000 ກມ

ເກີດເຫດໄຟໄໝ້ປ່າອາເມຊອນທີ່ປະເທດບຣາຊິນ ໄດ້ໄໝ້ເປັນເວລາ 3 ອາທິດແລ້ວ. ປັດຈຸບັນ, ປ່າໄມ້ໄດ້ຫາຍໄປແລ້ວປະມານ 15% ຫຼື 3.000 ກມ ແລະ  ຍັງບໍ່ສາມາດມອດໄຟປ່າແຫ່ງນີ້ໄດ້, ເຮັດໃຫ້ນະຄອນຫຼວງຂອງປະເທດ ບຣາຊິນ ເຕັມໄປດ້ວຍໝອກຄວັນ ບໍ່ມີມື້ເວັນ ມື້ຄືນ ເປັນເວລາຫຼາຍມື້ ຕິດຕໍ່ກັນ. ນັກວິທະຍາສາດຍັງວິຕົກກັງວົນວ່າ ຫາກປ່າຫາຍໄປເຖິງ 25% ປ່າຝົນທີ່ໃຫຍ່ທີ່ສຸດຂອງໂລກຜືນນີ້ຈະບໍ່ມີປ່າໄມ້ສ້າງວັດທະຈັກຂອງນ້ຳ ແລະ ໃນທີ່ສຸດປ່າທີ່ເຄີຍໜາແໜ້ນກໍຈະກາຍເປັນທົ່ງຫຍ້າຮ້ອນໆ ແລະ ການປ່ຽນແປງນີ້ຈະສົ່ງຜົນກະທົບໄປທົ່ວໂລກ ເນື່ອງຈາກປ່າອາເມຊອນເປັນແຫຼ່ງຜະລິດແກ໊ສອົກຊີແຊນແຫຼ່ງໃຫຍ່ຂອງໂລກ ທີ່ໄດ້ຊື່ວ່າ ປອດຂອງໂລກ ທັງຍັງຊ່ວຍດູດຊຶມ ແລະ ເກັບກັກແກ໊ສກາກບອນຊຶ່ງເປັນແກ໊ສເຮືອນແກ້ວໜຶ່ງໃນໂຕການຂອງພາວະໂລກຮ້ອນ.

ໄຟ້ໄໝ້ຄັ້ງນີ້, ຖືເປັນຄັ້ງທີ່ຮຸນແຮງທີ່ສຸດໃນຮອບ 5 ປີ ສົ່ງຜົນໃຫ້ເກີດຄວາມເສຍຫາຍຢ່າງໜັກ ຄວາມແຮງຂອງມັນ  ສາມາດເຫັນຄວັນທີ່ໜາທຶບໄດ້ຈາກອາວະກາດ ສາມາດເຫັນໄດ້ຈາກນອກໂລກ, ອາກາດຫາຍໃຈສ່ວນໜຶ່ງຂອງເຮົາໄດ້ຈາກປ່າອາເມຊອນ 20% ນັ້ນສະແດງວ່າຖ້າບໍ່ມີປ່າອາເມຊອນ ເຮົາກໍ່ຂາດອາກາດຫາຍໃຈໄປ 20% 

ສາເຫດການເກີດໄຟໄໝ້ປ່າ ໃນຄັ້ງນີ້ ຄາດວ່າ ຈະເກີດຈາກ ສະພາບການປ່ຽນແປງດິນຟ້າອາກາດ ເກີດຄວາມແຫ້ງແລ້ງ ໃນພື້ນທີ່ປ່າ ເປັນບໍລິເວນກ້ວາງ ບວກໃສ່ກັບ ການບຸກລຸກ ຖາງປ່າຈູດໄຮ່ຂອງພໍ່ແມ່ປະຊາຊົນ ອ້ອມຮອບເຂດປ່າ.

ສະຖາບັນວິໄຈອະວະກາດແຫ່ງຊາດຂອງບຣາຊິນ (INPE) ເປີດເຜີຍໂຕເລກທີ່ໜ້າຕົກໃຈວ່າ ນັບແຕ່ເດືອນມັງກອນ-ສິງຫາເກີດເຫດໄຟປ່າໃນແຖບອາເມຊອນຫຼາຍກວ່າ 72.843 ຄັ້ງ ເພີ່ມຂຶ້ນ 83% ຈາກໄລຍະດຽວກັນຂອງປີ 2018 ນັບວ່າເປັນໂຕເລກທີ່ສູງທີ່ສຸດນັບແຕ່ມີການບັນທຶກສະຖິຕິເມື່ອ 6 ປີກ່ອນ.

ຊົມຄຼິບຂ່າວ

ไฟไหม้ป่าอเมซอน

ไฟไหม้ป่าอเมซอนรุนแรง 16 วัน ควันไฟเห็นได้จากนอกโลก

Posted by Thairath – ไทยรัฐออนไลน์ on Thursday, August 22, 2019


#PrayforAmazonas

Comments