ຈີນ ພະຍາຍາມສຸດຄວາມສາມາດ ເພື່ອໃຫ້ຄົນເຈັບ ແລະ ຜູ້ເສຍຊີວິດ ຈາກໄວຣັດໂຄໂຣນາ ຫຼຸດລົງ

ປັດຈຸບັນນີ້, ລັດຖະບານຈີນ ໄດ້ສຸມທຸກກຳລັງເຂົ້າໃນການປິ່ນປົວຜູ້ເຈັບ ແລະ ພະຍາຍາມສຸດຂີດ ຄວາມສາມາດເພື່ອເຮັດໃຫ້ຈຳນວນຄົນເຈັບ ແລະ ຜູ້ເສຍຊີວິດ ຈາກພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໄວຣັດໂຄໂຣນາ ຫຼຸດລົງ.


ທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດຈີນ ປະຈໍາ ສປປ ລາວ ໃຫ້ສຳພາດໃນວັນທີ 3 ກຸມພາ 2020 ວ່າ: ປະເທດຈີນ ໄດ້ສ້າງຕັ້ງລະບົບການປ້ອງກັນ ແລະ ຄຸ້ມຄອງທີ່ຮອບດ້ານ ແລະ ມີຫຼາຍລະດັບ, ພ້ອມທັງປຸກລະດົມທົ່ວສັງຄົມ ເດັດດ່ຽວສະກັດກັ້ນການແຜ່ລາມຂອງພະຍາດດັ່ງກ່າວນີ້.

ໃນຂະນະດຽວກັນ ກໍໄດ້ສ້າງທີມງານນັກຊ່ຽວຊານທາງດ້ານເຕັກນິກວິທະຍາສາດ ເພື່ອເລັ່ງຄົ້ນຄວ້າວັກແຊງຕ້ານພະຍາດ ແລະ ຮັບຮອງເອົາຢາປົວພະຍາດທີ່ມີຜົນດີໃຫ້ທັນທີ ແລະ ນໍາໃຊ້ໃນໂຮງໝໍໂດຍໄວ.

ພ້ອມກັນນັ້ນ ລັດຖະບານຈີນ ຍັງໄດ້ປຸກລະດົມສັງຄົມໃນທົ່ວປະເທດ ເພື່ອປະສານງານ ແລະ ຂົນຂວາຍທ່ານໝໍ, ພະຍາບານ, ເຄື່ອງມືການແພດ ແລະ ເຄື່ອງໃຊ້ປະຈໍາວັນຂອງປະຊາຊົນ ໃຫ້ສາມາດເຂົ້າເຖິງບ່ອນທີ່ຕ້ອງການໂດຍໄວໄດ້.
ຄວາມພະຍາຍາມຂອງຈີນໃນຄັ້ງນີ້ ໄດ້ຮັບການຍ້ອງຍໍຊົມເຊີຍຈາກປະຊາຄົມໂລກ.
ຂ່າວ: ຊາຍຄົນເດີມ

ທີ່ມາ: ຂ່າວສານປະເທດລາວ.

Comments