ທ່ານ ສີຈິ້ນຜິງ ຢືນຢັນວ່າ ຈີນມີຄວາມໝັ້ນໃຈ ແລະ ຄວາມສາມາດຄວບຄຸມພະຍາດ ໂຄໂຣນາ ໄດ້

ເຫດການລະບາດຂອງພະຍາດອັກເສບປອດ ໂຄໂຣນາໄວຣັສ ໄດ້ສ້າງຄວາມສູນເສຍທາງດ້ານຊີວິດຂອງປະຊາຊົນຊາວຈີນຈໍານວນຫຼາຍ ຂະນະດຽວກັນ ກໍສ້າງຄວາມຢ້ານກົວ, ຄວາມວິຕົກກັງວົນການແຜ່ລະບາດໄປຍັງປະເທດອື່ນໃນໂລກ, ຫຼ້າສຸດ ທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ຢືນຢັນໜັກແໜ້ນ ຕໍ່ຜູ້ອໍານວຍການໃຫຍ່ອົງການອະນາໄມໂລກ ວ່າຈະສາມາດຄວບຄຸມພະຍາດດັ່ງກ່າວໄດ້ແນ່ນອນ.

ວັນທີ 28 ມັງກອນນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານເທັດຣົສ ອັດຣະໂນມ ເກເບຣເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກຢູ່ນະຄອນຫຼວງປັກກິ່ງ.

ທ່ານສີຈິ້ນຜິງເນັ້ນໜັກວ່າ, ຈີນມີຄວາມໝັ້ນໃຈຢ່າງເຕັມປ່ຽມ ແລະ ມີຄວາມສາມາດທີ່ຈະເອົາຊະນະໃນບັ້ນປ້ອງກັນ ແລະ ຄວບຄຸມພະຍາດໃນຄັ້ງນີ້. ພ້ອມກັນນັ້ນທ່ານໄດ້ຊີ້ໃຫ້ເຫັນວ່າ, ຈີນໄດ້ແຈ້ງສະພາບການຕໍ່ພາຍນອກຕາມຫຼັກການທີ່ເປີດເຜີຍ, ໂປ່ງໃສແລະມີຄວາມຮັບຜິດຊອບຕະຫຼອດມາ, ຍິນດີຮ່ວມກັນກັບອົງການອະນາໄມໂລກກໍຄືປະຊາຄົມໂລກ, ຮ່ວມກັນປົກປັກຮັກສາຄວາມປອດໄພສາທາລະນະສຸກຂອງພາກພື້ນກໍຄືຂອງໂລກໃຫ້ດີ.

ທ່ານ ເທັດຣົສ ກ່າວວ່າ, ຈີນໃຊ້ມາດຕະການຕອບໂຕ້ຢ່າງວ່ອງໄວແລະດຳເນີນໃນບໍລິເວນກວ້າງຂວາງຢ່າງແຂງແຮງເຊິ່ງໄດ້ສະແດງໃຫ້ເຫັນຄວາມໄວແລະຄວາມກວ້າງໃຫຍ່ໃນການຕອບໂຕ້ຂອງຈີນ, ອົງການອະນາໄມໂລກສະແດງຄວາມຊົມເຊີຍຢ່າງສູງຕໍ່ເລື່ອງນີ້. ນີ້ແມ່ນຄວາມດີເລີດດ້ານລະບຽບການຂອງຈີນ, ບົດຮຽນທີ່ກ່ຽວຂ້ອງມີຄວາມໝາຍເປັນສິ່ງທີ່ໜ້າຖອດຖອນຮ່ຳຮຽນສຳລັບປະເທດອື່ນໆ. ຂ້າພະເຈົ້າເຊື່ອວ່າ, ມາດຕະການທີ່ຈີນປະຕິບັດນັ້ນຈະສາມາດຄວບຄຸມການແຜ່ລະບາດຂອງພະຍາດແລະເອົາຊະນະໃນທີ່ສຸດ. ອົງການອະນາໄມໂລກສະໜັບສະໜູນຈີນໃນການໃຊ້ມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດຢ່າງເດັດດ່ຽວ, ແລະຍຶດໝັ້ນວິນິດໄສຕາມວິທະຍາສາດແລະຄວາມຈິງ, ຄັດຄ້ານການມີປະຕິກິລິຍາເກີນຂອບເຂດແລະກ່າວຖ້ອຍຄວາມທີ່ບໍ່ມີມູນຄວາມຈິງ. ອົງການອະນາໄມໂລກຊົມເຊີຍຢ່າງສູງຕໍ່ຈີນທີ່ໄດ້ເສີມຂະຫຍາຍບົດບາດແລະປະກອບສ່ວນອັນສຳຄັນເພື່ອພາລະກິດສາທາລະນະສຸກຂອງໂລກ, ຍິນດີສືບຕໍ່ດຳເນີນການຮ່ວມມືທາງຍຸດທະສາດກັບຈີນ.

ທີ່ມາ: CRI- FM93

Comments