ຂົວຂ້າມລະຫວ່າງປະເທດຈີນ-ລັດເຊຍ ແຫ່ງທຳອິດ ພ້ອມເປີດນຳໃຊ້ ເດືອນເມສານີ້!!!

ສຳນັກຂ່າວຊິນຫົວລາຍງານໃນວັນທີ 19 ມັງກອນ 2020 ວ່າ:  ສຳນັກງານຂົນສົ່ງມົນທົນເຮຍຫຼົງຈຽງທາງພາກຕາເວັນອອກສ່ຽງເໜືອຂອງຈີນ ເປີດເຜີຍເມືອວັນສຸກ (17 ມັງກອນ) ວ່າ: ຂົວທາງຫຼວງແຫ່ງທຳອິດຊື່ງເຊື່ອມຈີນ ແລະ ລັດເຊຍໂດຍຕັດຂ້າມແມ່ນ້ຳເຮຍຫຼົງຈຽງ ຜ່ານການທົດສອບຂັ້ນສຸດທ້າຍກ່ອນເປີດໃຊ້ງານແທ້ແລ້ວ ນີ້ຖືເປັນສັນຍານດີໃນການຮ່ວມມື ແລະ ຄວາມສຳພັນທີ່ອົບອຸ່ນຂອງສອງຊາດຈີນ-ລັດເຊຍ. ຂົວແຫ່ງນີ້ຈະເຮັດໃຫ້ທັງສອງຊາດ ສາມາດເຂົ້າເຖິງຈຸດກະຈາຍສິນຄ້າຂອງອີກຝ່າຍໄດ້ຢ່າງເຕັມທີ.

ລາຍງານລະບຸວ່າ: ຄະນະຜູ້ຊ່ຽວຊານຈາກສະຖາບັນເຕັກໂນໂລຢີແຫ່ງຮາບິນ (HIT) ແລະ ຈາກລັດເຊຍຮ່ວມກັນເຮັດການທົດສອບຂົວດັ່ງກ່າວ ໃນວັນອັງຄານ (14 ມັງກອນ) ໂດຍຜົນປາກົດວ່າຂົວມີຄວາມສາມາດຮອງຮັບນ້ຳໜັກສູງສຸດລະຫວ່າງທົດສອບເຖິງ 318 ໂຕນ ສຳນັກງານຄາດວ່າຈະເປີດໃຊ້ງານຂົວແຫ່ງນີ້ໄດ້ໃນເດືອນເມສາ ຂົວແຫ່ງນີ້ມີຄວາມຍາວ 1.284 ແມັດ ແລະ ຄວາມກວ້າງ 14.5 ແມັດ ວາງຍາວຂ້າມແມ່ນ້ຳເຮຍຫຼົງຈຽງຫລືແມ່ນ້ຳອາມູຣ (Amur) ໃນພາສາລັດເຊຍຊື່ງໄຫຼຈາກເຮຍເຫີ ເມືອງຊາຍແດນຂອງເຮຍຫຼົງຈຽງສູ່ເມືອງບລາໂກເວຊເຊນສຂອງລັດເຊຍ ໂດຍການກໍ່ສ້າງຂົວຈາກທັງສອງຝັ່ງ ມາເຊື່ອມຕໍ່ກັນສໍາເລັດ ໃນວັນທີ 31 ພະຈິກ 2019.

Comments