ໃນລະຫວ່າງການເຄຶ່ອນໄຫວຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ຂອງຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ, ໃນລະຫວ່າງ ວັນທີ 05-09 ມັງກອນ 2020, ໃນຕອນເຊົ້າຂອງວັນທີ 09 ມັງກອນ 2020, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຊົມ ກຸ່ມບໍລິສັດກະສິກຳ ຢຸນນານ, ຊຶ່ງບໍລິສັດດັ່ງກ່າວ ໄດ້ສ້າງຕັ້ງແຕ່ປີ 1951 ແລະ ກໍໄດ້ຮັບການພັດທະນາປັບປຸງການຄຸ້ມຄອງບໍລິຫານມາໂດຍຕະຫຼອດ.
ເລີ່ມແຕ່ປີ 2014 ເປັນຕົ້ນມາ, ກຸ່ມບໍລິສັດນີ້ ໄດ້ແຍກອອກຈາກກຸ່ມບໍລິສັດໃຫຍ່ເຂົ້າສູ່ລະບົບເສດຖະກິດ ຢ່າງເປັນເອກະລາດ ແລະ ໄດ້ດຳເນີນກິດຈະການທາງດ້ານກະສິກຳ ຢູ່ແຂວງຢຸນນານ ໂດຍໄດ້ເປັນບໍລິສັດວິສາຫະກິດລະດັບຊາດ ໃນຂົງເຂດກະສິກຳ ເຊັ່ນ: ການພັດທະນາຜະລິດຕະພັນສີຂຽວ, ຊັບພະຍາກອນກະສິກຳ ແລະ ປ່າໄມ້, ການບໍລິການດ້ານກະສິກຳ.
ທີ່ມາ: ຂ່າວສານປະເທດລາວ