ລັດຖະບານຈີນ ກຽມປ່ອຍເງິນດິຈິທັລຂອງໂຕເອງ

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 13 ສິງຫາ 2019 ວ່າ ທະນາຄານກາງຈີນອອກມາປະກາດຄວາມຄືບໜ້າເລື່ອງການພັດທະນາສະກຸນເງີນດິຈິທັລ ຫຼື ຄລິບໂທເຄີເຣນຊີ ໂດຍ ທ່ານ ມູຊາງຊຸນ ຮອງຜູ້ອຳນວຍການດ້ານການຊຳລະເງິນຂອງທະນາຄານກາງຈີນ ກ່າວວ່າ ສະຖານະປັດຈຸບັນຂອງສະກຸນເງີນດິຈິທັລນີ້ “ໃກ້ສຳເລັດສົມບູນ” ແລ້ວ
ຕາມຂໍ້ມູນຈາກລາຍງານສະກຸນເງີນດິຈິທັລຂອງຈີນຈະດຳເນີນການຢູ່ໃນ ລະບົບ 2 ຊັ້ນ ຊື່ງທັງທະນາຄານກາງຈີນ ແລະທະນາຄານການຄ້າຂອງຈີນເປັນຜູ້ຜະລິດເງິນຢ່າງຖືກກົດໝາຍ, ນອກຈາກນີ້ ສະກຸນເງິນນີ້ຈະບໍ່ໄດ້ຂຶ້ນຢູ່ກັບເຕັກໂນໂລຢີບ໊ອກເຊນ ທີ່ມີຄວາມກະຈາຍອຳນາດເປັນຫຼັກຢ່າງສະກຸນເງີນດິຈິທັລອື່ນໆ ແຕ່ຈະຢູ່ເທີງລະບົບທີ່ໃຫ້ອຳນາດການຄວບຄຸມລະບົບການເງິນກັບລັດຖະບານຈີນ

ຢ່າງໃດກໍ່ຕາມ ຫຼາຍຝ່າຍກໍ່ອອກມາຕັ້ງຂໍ້ສັງເກດກັບສະກຸນເງິນດິຈິທັລຂອງຈີນ ທ່ານ ມາຕິ ກຣີນສະແປນ ນັກວິເຄາະຕະຫຼາດອາວຸໂສຈາກ ອີໂທໂຣ ກ່າວວ່າ ຕົນຍັງເບີ່ງບໍ່ເຫັນປະໂຫຍດຈາກການປ່ຽນລະບົບການເງິນຂອງຈີນ ຈາກລະບົບປັດຈຸບັນໄປເປັນສະກຸນເງິນດິຈິທັລເທົ່າໃດ  ແລະ ຕັ້ງຂໍ້ສັງເກດວ່ານີ້ອາດຈະເປັນນະໂຍບາຍແອບແຝງຫຼືບໍ່ ບາງຢ່າງບອກວ່າມັນຄືຄົນລະເລື່ອງກັບຄລິບໂທເຄີຣເຣນຊີທີ່ເຮົາຮູ້ຈັກ ມາຕິ ກ່າວ

ຫຼາຍຝ່າຍເຊື່ອວ່າການທີ່ຈີນເລັ່ງພັດທະນາສະກຸນເງີນດິຈິທັລເປັນຂອງໂຕເອງ ຫຼັງຈາກທີ່ເຄີຍມີທ່າທີບໍ່ສະໜັບສະໜູນມີເຫດຜົນສ່ວນໜຶ່ງຈາກການທີ່ເຟສບຸ໊ກອອກມາປະກາດຜັກດັນ “ລິບຣາ” ສະກຸນເງິນດິຈິທັລຂອງເຟສບຸ໊ກ ຊື່ງສ້າງຄວາມກັງວົນໃຫ້ກັບທະນາຄານກາງເພື່ອປ້ອງກັນຄວາມສ່ຽງໃນການແລກປ່ຽນສະກຸນເງິນຕ່າງຊາດ ແລະປົກປ້ອງອຳນາດນະໂຍບາຍການເງິນຂອງພາກລັດ

ສ່ວນການໃຊ້ງານນັ້ນ ຜູ້ບໍລິໂພກ ແລະ ພາກທຸລະກິດຈຳເປັນຕ້ອງດາວໂຫຼດກະເປົາເງິນອີເລັກໂຕນິກໃນໂທລະສັບ ຈາກນັ້ນຈື່ງປ່ຽນຈາກເງິນຢວນໃນກະເປົາເງິນອີເລັກໂຕນິກເປັນສະກຸນເງີນດິຈິທັລ ຊື່ງສາມາດໃຊ້ໄດ້ກັບທັງການຮັບເງິນ ແລະຈ່າຍເງິນ ຊື່ງທະນາຄານກາງຂອງຈີນຈະສາມາດເຂົ້າເຖິງຂໍ້ມູນທຸລະກຳການເງີນທຸກຄັ້ງທີ່ເງິນຖືກປ່ຽນມື

Comments