ພາຍຸ ເຂົ້າຍີ່ປຸ່ນ ຍອດຜູ້ເສຍຊີວິດ ເພີ່ມເປັນ 35 ຄົນ

ສຳນັກຂ່າວຕ່າງປະເທດ ລາຍງານເມື່ອວັນທີ 13 ຕຸລາ 2019 ວ່າ ຄວາມຄືບໜ້າ ສະຖານະການ ພາຍຸໄຕ້ຝຸ່ນ ຮາກິບິສ (Hagibis) ທີ່ພັດເຂົ້າ ຍີ່ປຸ່ນ ເມື່ອວັນເສົາຜ່ານມາ ວ່າ ຍອດຜູ້ເສຍຊີວິດໄດ້ເພີ່ມຂຶ້ນເປັນ 35 ຄົນ, ມີຜູ້ສູນຫາຍປະມານ 20 ຄົນ, ບາດເຈັບຫຼາຍກວ່າ 100 ຄົນ.

ເຖິງແມ່ນວ່າ ພາຍຸດັ່ງກ່າວ ຈະຫຼຸດລະດັບຄວາມຮຸນແຮງ ຈາກຄວາມໄວລົມສູງສຸດທີ່ 225 ກິໂລແມັດ ຕໍ່ຊົ່ວໂມງ ເຊິ່ງສູງສຸດໃນ ຍີ່ປຸ່ນ ໃນຮອບກວ່າ 60 ປີ ແລະ ກຳລັງເຄື່ອນໂຕອອກສູ່ມະຫາສະໝຸດ ປາຊີຟິກເໜືອ, ແຕ່ອິດທິພົນຂອງພາຍຸ ຍັງກໍ່ໃຫ້ເກີດຝົນຕົກຕໍ່ເນື່ອງ, ລົມພັດແຮງ, ນໍ້າຖ້ວມສູງ ແລະ ສ່ຽງທີ່ຈະເກີດດິນເຈື່ອນໃນຫຼາຍພື້ນທີ່ ໂດຍສະເພາະເມືອງ ອູເອດະ, ແຂວງ ນາງາໂນະ.

ພາຍຫຼັງເຂື່ອນກັ້ນແມ່ນໍ້າຊິຄູມະ ແຕກ ສົ່ງຜົນໃຫ້ກະແສນຳ້ຖ້ວມແບບກະທັນຫັນ ໄຫຼເຂົ້າຖ້ວມຊຸມຊົນຈົນເກືອບປິດເຮືອນສອງຊັ້ນ ແລະ ຂົວລົດໄຟຂ້າມແມ່ນໍ້າຊິຄູມະ ກໍໄດ້ຮັບຄວາມເສຍຫາຍ. ບໍລິສັດລົດໄຟ ໃນທ້ອງຖິ່ນໄດ້ປະກາດລະງັບໃຫ້ບໍລິການສາຍລົດໄຟ ທີ່ແລ່ນຜ່ານເສັ້ນທາງດັ່ງກ່າວ ຊົ່ວຄາວ.

ນາຍົກລັດຖະມົນຕີ ຊິນໂຊ ອາເບາະ ໄດ້ຖະແຫຼງວ່າ: ລັດຖະບານ ແລະ ໜ່ວຍງານທີ່ກ່ຽວຂ້ອງ ຈະເຮັດໜ້າທີ່ຢ່າງເຕັມຄວາມສາມາດ ເພື່ອຊ່ວຍເຫຼືອ ແລະ ຄົ້ນຫາຜູ້ປະສົບໄພ, ລວມເຖິງເຫຍື່ອທີ່ເສຍຊີວິດຈາກ ໄພພິບັດຮ້າຍແຮງໃນຄັ້ງນີ້.

ກອງທັບຍີ່ປຸ່ນ ໄດ້ສົ່ງທະຫານ 31.000 ຄົນ ລົງພື້ນທີ່ປະຕິບັດພາລະກິດຊ່ວຍເຫຼືອ, ລວມເຖິງການນຳເຮືອ ແລະ ເຮລີຄອບເຕີ ໄປເລາະອົບພະຍົບຍ້າຍປະຊາຊົນ ທີ່ຍັງຕົກຄ້າງໃນເຂດນຳ້ຖ້ວມສູງ ໃນແຂວງ ນາງາໂນະ. ສ່ວນໜ່ວຍກູ້ໄພອີກທີມ ໄດ້ນຳເຮືອບຸກເຂົ້າໄປໃນເມືອງ ຄາວາໂກເອະ ເມືອງບູຮານ ໃນແຂວງ ໄຊຕາມະ ທາງພາກຕາເວັນຕົກສຽງເໜືອ ຂອງ ນະຄອນໂຕກຽວ ເພື່ອອົບພະຍົກຜູ້ເຖົ້າຈາກເຮືອນພັກຄົນຊະລາ.

ສະຖານີໂທລະພາບ NHK ລະບຸວ່າ: ອາຄານບ້ານເຮືອນຫຼາຍກວ່າ 160,000 ຫຼັງ ຈາກ 286,000 ຫຼັງ ຍັງຄົງບໍ່ມີໄຟຟ້າໃຊ້. ແນວໃດກໍຕາມ, ຫຼາຍພື້ນທີ່ເລີ່ມດີຂຶ້ນແລ້ວ ແລະ ລະດັບນໍ້າກໍຫຼຸດລົງແລ້ວ ເຊັ່ນ ເຂດຊິບາຕະ ໃນແຂວງ ມິຢາງິ ຊາວບ້ານຕ່າງກໍພາກັນເຮັດຄວາມສະອາດທາງທີ່ເຕັມໄປດ້ວຍຂີ້ຕົມ, ໜ່ວຍດັບເພີງກໍໄດ້ລະດົມເຈົ້າໜ້າທີ່ ສ້ອມແປງອຸປະກອນໄຟຟ້າທີ່ເສຍຫາຍຕາມເຮືອນ ໃນເມືອງ ຄາວາຊາກິ, ແຂວງ ຄານາງາວະ.

ທີ່ມາ: ABC Laos news

Comments