ຂ່າວ ຕ່າງປະເທດ

IMF ກຽມການປ່ອຍເງິນກູ້ໃຫ້ ເອຢິບ 1.6 ພັນລ້ານໂດລາ….

ກອງທຶນການເງິນລະຫວ່າງປະເທດ (IMF) ໄດ້ປະກາດວ່າໄດ້ບັນລຸຂໍ້ຕົກລົງກັບເອຢິບ ໃນການທົບທວນຜົນການດຳເນີນງານໂຄງການປະຕິຮູບເສດຖະກິດຄັ້ງທຳອິດ ຂໍ້ຕົກລົງ ຊຶ່ງຮ່າງຂຶ້ນໂດຍຜູ້ຊ່ຽວຊານທີ່ນຳໂດຍ Uma Ramakrishnan ຂອງ IMF ຈະໄດ້ຮັບການອະນຸມັດຈາກຄະນະກຳມະການບໍລິຫານກອງທຶນໃນອີກບໍ່ພໍເທົ່າໃດອາທິດຕໍ່ໜ້າ, ເມື່ອໄດ້ຮັບການອະນຸມັດສິດທິພິເສດ ໃນການວາດພາບເພີ່ມຕື່ມ ທີ່ຈະມອບໃຫ້ແກ່ເອຢິບອີກ 1,​6 ພັນລ້ານໂດລາ. ພາລະກິດຂອງ IMF ຕໍ່ເອຢິບສຳເລັດຈາກກອງປະຊຸມທາງໄກ ຕັ້ງແຕ່ວັນທີ 4 ເຖິງ 15 ພະຈິກ ກອງທຶນໄດ້ຫາລືກັບລັດຖະບານເອຢິບກ່ຽວກັບການພັດທະນາທາງເສດຖະກິດຄັ້ງຫຼ້າສຸດ ແລະ ລຳດັບຄວາມສຳຄັນ ຂອງນະໂຍບາຍໃນບໍລິບົດຂອງໂຄງການເສດຖະກິດສະບັບທຳອິດ ສຳລັບການທົບທວນຜົນການດຳເນີນງານຂອງເອຢິບ ຊຶ່ງ IMF ສະໜັບສະໜູນດ້ວຍ 12 ສັນຍາ; ໃນການກຽມຄວາມພ້ອມດ້ານສິນເຊື່ອລາຍເດືອນມູນຄ່າ 5,​2 ພັນລ້ານໂດລາ. Mohamed Maait ລັດຖະມົນຕີວ່າການກະຊວງການເງິນຂອງເອຢິບກ່າວວ່າ: ຜົນການດຳເນີນງານທາງເສດຖະກິດຂອງເອຢິບໃນແງ່ຂອງການລະບາດໃຫຍ່ໄດ້ຮັບການຍ້ອງຍໍຈາກສະຖາບັນລະຫວ່າງປະເທດລວມເຖິງ IMF, ຫຼັງຈາກດັດສະນີຊີ້ວັດເສດຖະກິດຂອງປະເທດອອກມາດີກວ່າທີ່ຂາດການໄວ້. Maait ກ່າວຕື່ມວ່າ: ການຍ້ອງຍໍດັ່ງກ່າວເກີດຂຶ້ນຊ້ຳແລ້ວຊ້ຳອີກໃນລາຍງານ IMF ຫຼ້າສຸດທີ່ອອກມາວັນທີ 22 ພະຈິກນີ້ ຫຼັງຈາກການປະຊຸມທົບທວນຄັ້ງທຳອິດໃນຊ່ວງ 2 ອາທິດທີ່ຜ່ານມາ ຊຶ່ງເປັນສ່ວນໜຶ່ງຂອງຂໍ້ຕົກລົງການກຽມຄວາມພ້ອມດ້ານສິນເຊື່ອເພີ່ມຕື່ມ. ຜົນໄດ້ຮັບຈະສະທ້ອນໃນດ້ານບວກຕໍ່ບັນຍາກາດການລົງທຶນຂອງເອຢິບໂດຍສະເພາະຢ່າງຍິ່ງໃນດ້ານການເງິນ, ທຸລະກິດລະຫວ່າງປະເທດ ແລະ ໃນທ້ອງຖິ່ນ ແລະ ຈະຊ່ວຍດຶງດູດການລົງທຶນເພີ່ມຂຶ້ນ, ...

Read More »

ທະນາຄານກາງຟີລີປິນ ປັບຫຼຸດອັດຕາດອກເບ້ຍ ເນື່ອງຈາກເສດຖະກິດມີຄວາມຫຍຸ້ງຍາກ……

ສຳນັກຂ່າວ ຣອຍເຕີ​້ ລາຍງານໃນວັນທີ 19 ພະຈິກ 2020 ໂດຍໃຫ້ຮູ້ວ່າ: ທະນາຄານກາງຂອງຟີລິປິນ ປັບຫຼຸດອັດຕາດອກເບ້ຍ ໃນວັນທີ 18 ພະຈິກ ທີ່ຜ່ານມາ ຊຶ່ງເປັນການຫຼຸດລົງຄັ້ງທີ 5 ໃນປີນີ້ ເນື່ອງຈາກ ຄວາມເສຍຫາຍຈາກພາຍຸໄຕ້ຝຸ່ນ ຫຼາຍລູກ ແລະ ການແຜ່ລະບາດຂອງ ໂຄວິດ-19 ເພີ່ມຂຶ້ນ ເຮັດໃຫ້ເກີດແຮງກົດດັນຕໍ່ເສດຖະກິດຢ່າງໜັກ. Bangko Sentral ng Pilipinas (BSP) ໄດ້ຫຼຸດອັດຕາການຊື້ຄືນ ສິນຄ້າກາງຄືນລົງທີ 0,25% ສູ່ລະດັບຕໍ່າສຸດເຖິງ 2,​0%. ນອກຈາກນີ້, ຍັງຫຼຸດອັດຕາດອກເບ້ຍເງິນຝາກຂ້າມຄືນ ແລະ ສິ່ງອຳນວຍຄວາມສະດວກໃຫ້ກູ້ຍືມເຫຼືອ 1,​5% ແລະ 2,​5% ຕາມລຳດັບ.​ ນັກເສດຖະສາດພຽງ 2 ໃນ 11 ຄົນ ຂອງຣອຍເຕີ້ ທີ່ສຳຫຼວດການທົບທວນນະໂຍບາຍຂອງ BSP ທີ່ໄດ້ໃຫ້ທັດສະນະວ່າຈະຫຼຸດອັດຕາດອກເບ້ຍລົງ 0,25%,​ ພວກເຂົາສ່ວນໃຫຍ່ໄດ້ຄາດການວ່າ ທະນາຄານກາງຍັງຄົງຖືກລະງັບ ເນືື່ອງຈາກປະເມີນຜົນກະທົບຂອງການຜ່ອນຜັນກ່ອນໜ້ານີ້.BSP ກ່າວວ່າ: ນະໂຍບາຍຜ່ອນຜັນໃນອີກບໍ່ພໍເທົ່າໃດເດືອນຕໍ່ໜ້ານີ້ ແລະ ໄລຍະເວລາ ໃນການອອກຈາກມາດຕະການຜ່ອນຜັນຢ່າງບໍ່ເຄີຍມີມາກ່ອນ ...

Read More »

15 ປະເທດ ຮ່ວມລົງນາມເປັນເຂດການຄ້າເສລີ ກວມເອົາ 30% ຂອງເສດຖະກິດໂລກ…….

15 ປະເທດໃນພາກພຶ້ນອາຊີ-ປາຊີຟິກ ໄດ້ຮ່ວມລົງນາມການຮ່ວມມືເສດຖະກິດພາກພື້ນແບບຮອບດ້ານ ຫຼື ອາເຊັບ (Virtual Signing Regional Comprehensive Economic Partnerships (RCEP) ເພື່ອຈັດຕັ້ງເປັນເຂດການຄ້າເສລີທີ່ໃຫຍ່ທີ່ສຸດໃນໂລກ ໂດຍໄດ້ລົງນາມແບບທາງໄກ ທີ່ນະຄອນຫຼວງຮາໂນ້ຍ ສສ ຫວຽດນາມ ໃນວັນທີ 15 ພະຈິກຜ່ານມາ ໃນໂອກາດທີ່ ຫວຽດນາມເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ແລະ ຄູ່ເຈລະຈາ. ອາເຊັບປະກອບດ້ວຍ 10 ປະເທດອາຊຽນ ແລະ ຈີນ, ສ. ເກົາຫຼີ, ຍີ່ປຸ່ນ, ອົດສະຕຣາລີ ແລະ ນິວຊີແລນ ໂດຍມີຈຸດປະສົງເພື່ອຫຼຸດອັດຕາພາສີສິນຄ້າລົງໃຫ້ຫຼາຍທີ່ສຸດໃນຫຼາຍໆໝວດສິນຄ້າ ໂດຍຄວບຄຸມປະມານ 30% ຂອງເສດຖະກິດໂລກ ແລະ ມີປະຊາກອນ 30% ຂອງປະຊາກອນໂລກ ຫຼື ມີຜູ້ບໍລິໂພກປະມານ 2.200 ລ້ານຄົນ. ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ໃນນາມເຈົ້າພາບເຈລະຈາຂໍ້ຕົກລົງຄັ້ງນີ້ ກ່າວວ່າ: ຂໍ້ຕົກລົງຂອງອາເຊັບຄາດວ່າ ຈະໄດ້ລົງນາມໃຫ້ສັດຕະຍາບັນໃນໄວໆນີ້ ເພື່ອໃຫ້ມີຜົນບັງຂັບໃຊ້ ແລະ ຈະກາຍເປັນເຄື່ອງມືທີ່ສຳຄັນທີ່ສຸດໃນການຊ່ວຍຟື້ນຟູເສດຖະກິດຂອງບັນດາປະເທດສະມາຊິກທີ່ໄດ້ຮັບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ແຫຼ່ງຂໍ້ມູນ: ...

Read More »

ອາຊຽນ ຍົກສູງບົດບາດ ແລະ ເພີ່ມສິດ ໃຫ້ແມ່ຍິງ ເຂົ້າຮ່ວມພື້ນຖານເສດຖະກິດ…..

ອ້າງຈາກສຳນັກຂ່າວຂອງຫວຽດນາມລາຍງານວ່າ: ກອງປະຊຸມສຳມະນາພາຍໃຕ້ຫົວຂໍ້; “ສ້າງທ່າອ່ຽງ – ເປັນເຈົ້າພາທາງໃນການປ່ຽນແປງ – ຄູ່ຮ່ວມມືລະຫວ່າງບັນດາວິສາຫະກິດທີ່ມີການຫັນປ່ຽນ” ແລະ “ຫັນປ່ຽນການພົວພັນຄູ່ຮ່ວມມື ແລະ ຍົກສູງກຳລັງຄວາມສາມາດດ້ານເສດຖະກິດໃຫ້ແກ່ແມ່ຍິງ ກ້າວໄປເຖິງເປົ້າໝາຍບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື່ອງຫຼັງ” ແລະ ວາລະປຶກສາຫາລື “ຄູ່ຮ່ວມມື CSO – ວິສາຫະກິດ – ທ່າອ່ຽງ, ຄວາມສາມາດບົ່ມຊ້ອນ ແລະ ສິ່ງທ້າທາຍ”. ຂ່າວກ່າວວ່າ: ໃນຂອບເຂດເວທີປາໄສປະຊາຊົນ ອາຊຽນ 2020, ທີ່ດຳເນີນໃນວັນທີ 6 ພະຈິກຜ່ານມາ, ຢູ່ນະຄອນຫຼວງຮ່າໂນ້ຍ ແຫ່ງ ສສ ຫວຽດນາມ, ສູນຄົ້ນຄວ້າບໍລິຫານ ແລະ ພັດທະນາແບບຍືນຍົງ (MSD), ສູນຄົ້ນຄວ້າກ່ຽວກັບເຄືອຂ່າຍອິນເຕີແນັດ ອາຊີ ປາຊີຟີກ (APRN) ແລະ ບັນດາຄູ່ຮ່ວມມືອື່ນໆ ທີ່ກ່ຽວຂ້ອງ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ “ຫັນປ່ຽນການດຳເນີນທຸລະກິດຫັນປ່ຽນ – ຄູ່ຮ່ວມມື CSO ແລະ ມອບສິດໃຫ້ແກ່ແມ່ຍິງຮ່ວມເຂົ້າໃນພື້ນຖານເສດຖະກິດ – ກ້າວໄປເຖິງການຟື້ນຟູ ແລະ ພັດທະນາເສດຖະກິດ”. ກອງປະຊຸມສຳມະນາລວມມີ 2 ວາລະຄຶ: ວາລະທີ ...

Read More »

Toyota ກຳລັງຟື້ນຄືນຕົວໄວເກີນຄາດ ໃນຂະນະທີ່ຕະຫຼາດຈີນ ກັບມາແຂງແຮງ….

ສຳນັກຂ່າວຣອຍເຕີ ລາຍງານວ່າ: Toyota Motor Corp ມີຜົນປະກອບການດີຂຶ້ນຫຼາຍກວ່າ 2 ເທົ່າ, ຕາມການຄາດການກຳໄລຈາກການດຳເນີນງານມາໜຶ່ງປີ ເນື່ອງຈາກຍອດຂາຍລົດຟື້ນຕົວຢ່າງແຂງແຮງ ຈາກແຮງກົດດັນຂອງການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດຈີນ ເມື່ອຕົ້ນປີນີ້, ເຊິ່ງສົ່ງຜົນໃຫ້ກຳໄລໃນໄຕມາດ 2 ຫຼຸດລົງ 24%. ຜູ້ຜະລິດລົດຍົນຊັ້ນນຳຂອງຍີ່ປຸ່ນກ່າວວ່າ: ຂະນະນີ້ຄາດວ່າຈະມີກຳໄລຈາກການດຳເນີນງານ 1.3 ລ້ານລ້ານເຢນ (12.6 ພັນລ້ານໂດລາສະຫະລັດ) ໃນສົກປີນີ້ຈົນຮອດ ເດືອນມີນາ ປີ 2021 ເພີ່ມຂຶ້ນຈາກ 500 ພັນລ້ານທີ່ຄາດການໄວ້ກ່ອນໜ້ານີ້, ແຕ່ກໍຍັງຫຼຸດລົງຈາກຜົນກໍາໄລໃນ ສົກປີ 2019 ທີ່ໄດ້ຍອດເຖິງ 2.47 ລ້ານລ້ານເຢນ. ຕົວເລກຄາດຄະເນກໍາໄລທີ່ຖືກປະກາດຮອບນີ້ ມີຄ່າສູງກວ່າ ສະເລ່ຍປະມານ 1.25 ລ້ານລ້ານເຢນ ສຳລັບກຳໄລຕະຫຼອດປີຈາກນັກວິເຄາະ 26 ຄົນທີ່ສຳຫຼວດໂດຍ Refinitiv. ປະທານເຈົ້າໜ້າທີ່ຝ່າຍການເງິນ Kenta Kon ກ່າວວ່າ: ສຳລັບໄຕມາດທີ 2 ຂອງສົກປີ ຕັ້ງແຕ່ເດືອນກໍລະກົດ ຮອດກັນຍາ ຜົນກຳໄລຈາກການດຳເນີນງານຫຼຸດລົງເຫຼືອ 506 ພັນລ້ານເຢນ ຈາກ 662.4 ພັນລ້ານເຢນ ...

Read More »

Biden ມີໂອກາດທີ່ຈະໄດ້ເປັນປະທານາທິບໍດີຄົນທີ 46 ຂອງ USA ໂດຍມີຄະແນນສູງເປັນຄັ້ງປະຫວັດສາດ…

ຜົນການເລືອກຕັ້ງປະທານາທິບໍດີຂອງສະຫະລັດອາເມລິກາ ປີ 2020 ຍັງບໍ່ໄດ້ສິ້ນສຸດລົງຢ່າງເປັນທາງການ ແລະ ເຫັນໄດ້ຊັດເຈນວ່າ Joe Biden ມີໂອກາດທີ່ຈະໄດ້ເປັນປະທານາທິບໍດີຄົນທີ 46 ເຖິງບໍ່ທັນມີການປະກາດຢ່າງເປັນທາງການ ແຕ່ການນັບຄະແນນສໍາເລັດແລ້ວ 89%. ໃນວັນທີ 5 ພະຈິກ 2020 ນີ້ ຜົນປະກົດໄດ້ຊັດເຈນວ່າ Joe Biden ຈາກພັກ ເດໂມແຄັດ ອະດີດຮອງປະທານາທິບໍດີ 2 ສະໄໝ ຂອງ Barack Obama ມີແນວໂນ້ມທີ່ຈະຊະນະໄດ້ສູງ ແລະ ເຮັດໃຫ້ Donald Trump ຕົກຈາກຕຳແໜ່ງໃນທຳນຽບຂາວ ເນື່ອງຈາກການນັບຄະແນນສຽງໃນຊ່ວງ 2 ວັນທຳອິດມີເຫດໃຫ້ລຸ້ນຄະແນນນັບເປັນນາທີຕໍ່ນາທີກັບໄປກັບມາໄປຕາມໆກັນ. ບາງເວລາ Trump ມີຄະແນນນຳ ແລະ ບາງເວລາ Biden ກັບມາມີຄະແນນແຊງຂຶ້ນໄປ, ຫຼ້າສຸດ Biden ອອກມາສະແດງຄວາມເຊື່ອໝັ້ນວ່າຕົນເອງຈະຊະນະການເລືອກຕັ້ງ ເມື່ອທຽບກັບຄະແນນທີ່ມີຢູ່ ພ້ອມສະແດງຈຸດຢືນທີ່ລົງສະໝັກໃນນາມພັກ ເດໂມແຄັດ ແຕ່ກໍພ້ອມທີ່ຈະບໍລິຫານປະເທດໃນຖານະປະທານາທິບໍດີຂອງຄົນອາເມລິກາທຸກຝ່າຍ. Biden ຍັງສ້າງສະຖິຕິໃໝ່ກາຍເປັນຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີຂອງສະຫະລັດທີ່ໄດ້ຮັບຄະແນນສຽງຫຼາຍທີ່ສຸດຄັ້ງປະຫວັດສາດ ໂດຍນັບຈາກເວລາ 14 ໂມງ ຂອງວັນທີ 5 ຜ່ານມາ ...

Read More »

ຫົວໜ້າອົງການ WHO ເຂົ້າສູ່ການກັກໂຕ ສ່ຽງຕິດໂຄວິດ…

ຫົວໜ້າອົງການອະນາໄມໂລກ (WHO) ໄດ້ເຂົ້າສູ່ການກັກໂຕ ຫຼັງຈາກມີຄົນທີ່ທ່ານໄດ້ສຳພັດມີຜົນການທົດສອບຂອງ ໂຄວິດ-19 ທີ່ອອກມາເປັນບວກ. ເມື່ອເຊື້ອໄວຣັດດັ່ງກ່າວໄດ້ແຜ່ລາມຢ່າງໄວວາໃນທົ່ວເອີຣົບ ແລະ ບ່ອນອື່ນໆ, Tedros Adhanom Ghebreyesus, ຢູ່ນະຄອນເຈນີວາ, ໄດ້ກ່າວຜ່ານ Twitter ສ່ວນຕົວ ໃນຕອນຄໍ່າວັນທີ 1 ພະຈິກ ຜ່ານມາ. ແຕ່ກໍໄດ້ເນັ້ນ ວ່າລາວບໍ່ມີອາການຫຍັງເກີດຂຶ້ນເລີຍ. Tedros ກ່າວໃນ Twitter​ ຂອງລາວວ່າ “ຂ້ອຍໄດ້ຖືກກຳນົດວ່າເປັນກໍລະນີສົງໃສວ່າຕິດເຊື້ອ Covid-19 ຕໍ່ຈາກຜູ້ທີ່ໄດ້ຜົນທົດສອບອອກມາເປັນບວກ”. ທ່ານກ່າວຕື່ມວ່າ “ຂ້າພະເຈົ້າສະບາຍດີ ແລະ ບໍ່ມີອາການຫຍັງ ແຕ່ຈະສືບຕໍ່ກັກກັນຕົວເອງໃຫ້ຄົບຕາມກຳນົດວັນໃນຕໍ່ໜ້າ, ໃຫ້ສອດຄ່ອງກັບລະບຽບການ@WHO ແລະ ຈະເຮັດວຽກຈາກເຮືອນ,” ອີງຕາມຕົວເລກຈາກມະຫາວິທະຍາໄລ Johns Hopkins ກ່າວວ່າ: Tedros ໄດ້ຈັດຢູ່ໃນອັນດັບຕົ້ນໆໃນຄວາມພະຍາຍາມຕໍ່ສູ້ກັບໂລກລະບາດ Covid-19 ຂອງອົງການສາທາລະນະສຸກ ຂອງສະຫະປະຊາຊາດ , ຊຶ່ງໄດ້ເອົາຊີວິດຜູ້ຄົນ 1,2 ລ້ານຄົນ ແລະ ຕິດເຊື້ອຫຼາຍກວ່າ 46,6 ລ້ານຄົນ ໃນທົ່ວໂລກນັບຕັ້ງແຕ່ເກີດຂຶ້ນໃນປະເທດຈີນໃນທ້າຍປີທີ່ຜ່ານມາ. ທ່ານ Tedros ກ່າວເນັ້ນໃນ Twitter ວ່າ: ...

Read More »

ຍອດໜີ້ສິນຂອງ ບຣາຊິວ ເພີ່ມສູງຂຶ້ນ ໃນປະຫວັດສາດ….

ປະເທດ ບຣາຊິວ ຄາດວ່າຈະເຂົ້າສູ່ປີໜ້າໂດຍມີໜີ້ເປັນປະຫວັດສາດ ໂດຍຈະມີຍອດໜີ້ສິນ 95% ທຽບໃສ່​ GDP​ ແລະ​ ຍອດຂາດດຸນໃນປີ 2020​ ນີ້ແມ່ນ 12% ຂອງ GDP ເນື່ອງຈາກມີຄ່າໃຊ້ຈ່າຍສຸກເສີນຈຳນວນຫຼາຍໃນປີນີ້ ເພື່ອແກ້ໄຂບັນຫາການລະບາດຂອງພະຍາດໂຄວິດ-19./ ລັດຖະບານກ່າວໃນດຳລັດໃໝ່ວ່າ “ເສດຖະກິດມະຫາພາກມີສະຖຽນລະພາບ, ການດຳເນີນການຕາມວາລະການດັບປັບງົບປະມານໄລຍະຍາວ ແລະ ການດຸ່ນດ່ຽງນະໂຍບາຍການເງິນ ແມ່ນເງື່ອນໄຂທີ່ຈຳເປັນສຳລັບການກັບຄືນສູ່ການເຕີບໂຕແບບຍືນຍົງ”ອີງຕາມແຜນຍຸດທະສາດ ຊຶ່ງລົງນາມໂດຍປະທານາທິບໍດີ Jair Bolsonaro ແລະ ລັດຖະມົນຕີກະຊວງເສດຖະກິດ Paulo Guedes, ຫຼັງເກີດຄວາມເສຍຫາຍທາງການເງິນ ຈາກການລະບາດຂອງພະຍາດ COVID-19 “ຖ້າການປະຕິຮູບທີ່ຈຳເປັນບໍ່ໄດ້ຮັບການຈັດຕັ້ງປະຕິບັດ ໂອກາດທີ່ຈະເກີດວິກິດການເງິນ ແລະ ວິກິດການເຕີບໂຕທາງເສດຖະກິດໃນຊຸມປີຕໍ່ໜ້າຈະເພີ່ມຂຶ້ນຢ່າງຫຼວງຫຼາຍ.ສະຖານະການຈຳລອງໃນການວິເຄາະຮູບແບບທີ່ສາມ ແລະ ອ່ອນທີ່ສຸດຂອງການບໍ່ມີການປັບຄ່າງົບປະມານ ຫຼືການປະຕິຮູບທີ່ເປັນມິດກັບຕະຫຼາດ ຈະເຮັດໃຫ້ເສດຖະກິດ ແລະ ການເງິນຂອງປະຊາຊົນເສຍຫາຍຢ່າງຮ້າຍແຮງ.​

Read More »

ປະຊາຊົນລາວ ແລະ ກຳປູເຈຍ ຮູ້ສຶກຕົກໃຈເມື່ອຊາບວ່າ ຄົນຜູ້ເຄີຍເປັນທີ່ໜ້ານັບຖືໃນການປົກປ້ອງອາຊຽນໄດ້ຕັດສິນໃຈບໍ່ປ້ອງກັນອົງການນີ້ອີກແລ້ວ…

ພົນລະເມືອງຂອງອາຊຽນ, ໂດຍສະເພາະແມ່ນປະຊາຊົນຂອງປະເທດສະມາຊິກໃໝ່ ຄື ສປປລາວ ແລະ ລາຊະອານາຈັກກຳປູເຈຍ ຮູ້ສຶກຕົກໃຈເມື່ອຊາບວ່າ ຄົນຜູ້ເຄີຍເປັນທີ່ໜ້ານັບຖືໃນການປົກປ້ອງສະມາຄົມບັນດາປະຊາຊາດ ອາຊີອາຄະເນ (ອາຊຽນ) ໄດ້ຕັດ ສິນໃຈບໍ່ປ້ອງກັນອົງການນີ້ອີກແລ້ວ ດ້ວຍການສົ່ງທັດສະນະອັນຜິດພາດຂອງຕົນອອກສູ່ໂລກ ໃນການສະເໜີໃຫ້ເອົາ ລາວ ແລະ ກຳປູເຈຍ ອອກຈາກ ອາຊຽນ. ສະພາບແນວນີ້ ຈຶ່ງເກີດມີການຍົກເອົາຫລາຍບັນຫາຂຶ້ນມາຖາມກັນວ່າ ແມ່ນຫຍັງທີ່ພາໃຫ້ ອະດີດນັກການ ທູດ ທູດບິນລາຮາຣີ ກໍສິກັນ ທ່ານນີ້ ຫັນປ່ຽນແນວຄວາມຄິດຂອງຕົນ; ເປັນຫຍັງຜູ້ກ່ຽວ ຈຶ່ງຕັດສິນໃຈເດີນສວນທາງກັນ ກັບ ວິໄສທັດຂອງບິດາຜູ້ກໍ່ຕັ້ງອາຊຽນ ແລະ ປະຊາຊົນຂອງອາຊຽນ; ເປັນຫຍັງຜູ້ກ່ຽວຈຶ່ງຕັດສິນໃຈບໍ່ສືບຕໍ່ຊຸກຍູ້ສົ່ງເສີມ ກົດບັດອາຊຽນ ທີ່ຕົນ ເອງກໍໄດ້ເປັນຜູ້ປະກອບສ່ວນສ້າງດ້ານເນື້ອໃນ; ເປັນຫຍັງຜູ້ກ່ຽວຈຶ່ງທຳລາຍມ້າງຫຼັກການທີ່ວາງໄວ້ຢູ່ໃນ ສົນທິສັນຍາວ່າດ້ວຍ ມິດຕະພາບ ແລະ ການຮ່ວມມື ໃນພາກພື້ນອາຊີ ອາຄະເນ ແລະ ເປັນຫຍັງຜູ້ກ່ຽວຈຶ່ງບໍ່ເລືອກຂຽນບົດກ່ຽວກັບວາລະອັນຮີບດ່ວນ ເພື່ອການຊ່ວຍຊຸກຍູ້ພາກພື້ນນີ້ ໂດຍສະເພາະໃນເວລາທີ່ຜູ້ນຳ, ລັດຖະບານ ແລະ ປະຊາຊົນອາຊຽນພວມມີຄວາມພະຍາຍາມຮ່ວມກັນຜ່ານຜ່າຜົນກະທົບຂອງການແພ່ລະບາດຢ່າງຮ້າຍແຮງຂອງ ຄວິດ-19, ແລ້ວພາກັນກ້າວໄປສູ່ການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ. ໃນເວລານີ້, ພວກເຮົາ ບັນດານັກການທູດບຳນານຂອງ ສປປລາວ ໄດ້ຂຽນຈົດໝາຍເປີດຊອງ ສະບັບນີ້ຂຶ້ນ ...

Read More »

Starbucks ປະກາດ!!! ຈະເປີດສາຂາຢູ່ປະເທດລາວ…

ບໍລິສັດກາເຟ Starbucks ໄດ້ປະກາດແຜນທີ່ຈະເປີດສາຂາທໍາອິດຢູ່ປະເທດລາວໃນປີ 2021, ເຊິ່ງໄດ້ຢັ້ງຢືນອີກເທື່ອໜຶ່ງວ່າ ບໍລິສັດ ມີຄວາມມຸ່ງໝັ້ນ ໃນການຂະຫຍາຍໂຕຢ່າງຕໍ່ເນື່ອງໃນທົ່ວອາຊີ ແລະ ປະເທດລາວຈະເປັນຕະຫຼາດແຫ່ງທີ 17 ຂອງ Starbucks ໃນພາກພື້ນ, ເຊິ່ງຍັງຄົງສືບຕໍ່ເລັ່ງສ້າງນະວັດຕະກຳການຄ້າຂາຍຍ່ອຍທີ່ກ່ຽວຂ້ອງກັບທ້ອງຖິ່ນໃນຮ້ານຄ້າຫລາຍກວ່າ 10,000 ຮ້ານ ທົ່ວພາກພື້ນ.ຮ້ານທຳອິດຂອງ Starbucks ໃນປະເທດລາວຈະເປີດໃຫ້ບໍລິການຢູ່ໃນຕົວເມືອງນະຄອນຫຼວງວຽງຈັນ, ພ້ອມທັງມອບຕໍ່ປະສົບການຮ້ານກາເຟທີ່ອົບອຸ່ນ ແລະ ຄຸ້ນເຄີຍໄປພ້ອມກັບເຄື່ອງດື່ມທີ່ເຮັດດ້ວຍສີມືອັນເປັນເອກະລັກຂອງ Starbucks. ທ່ານ Michael Conway, ຮອງປະທານບໍລິສັດ ຜູ້ຮັບຜິດຊອບວຽກງານບັນດາຮ້ານສາຂາໃນຕ່າງປະເທດ ໄດ້ກ່າວວ່າ “ພວກເຮົາມີຄວາມຕື່ນເຕັ້ນຫຼາຍທີ່ຈະນຳເອົາປະສົບການ Starbucks ມາສູ່ປະເທດລາວ, ເຊິ່ງມີປະຫວັດສາດດ້ານການຜະລິດກາເຟ ແລະ ວັດທະນະທຳການດື່ມກາເຟທີ່ອຸດົມສົມບູນ”. ແລະທ່ານຍັງກ່າວຕື່ມວ່າ “ຫ້າສິບປີທີ່ຜ່ານມາ, Starbucks ໄດ້ຖືກສ້າງຕັ້ງຂຶ້ນດ້ວຍຄວາມຫຼົງໄຫຼໃນການນໍາເອົາກາເຟອາຣາບິກ້າ ເຊິ່ງເປັນກາເຟທີ່ມີຄຸນະພາບສູງທີ່ສຸດຈາກທົ່ວໂລກ ນໍາມາສູ່ລູກຄ້າ, ແລະພວກເຮົາມີຄວາມຍິນດີທີ່ຈະສືບຕໍ່ມາຮອດປັດຈຸບັນ, ຄູ່ຮ່ວມງານໃນເຂດພື້ນທີ່ຕ່າງໆຂອງພວກເຮົາ (ພະນັກງານ) ແມ່ນຫົວໃຈທີ່ສໍາຄັນຂອງຮ້ານຄ້າຂອງພວກເຮົາໃນທົ່ວໂລກ, ແລະ ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຕ້ອນຮັບພັນທະມິດໃໝ່ຂອງເຮົາໃນປະເທດລາວ.ຮ້ານ Starbucks ໃນປະເທດລາວຈະຖືກດຳເນີນການໂດຍ Coffee Concepts (Laos) ຈຳກັດ, ເຊິ່ງເປັນສ່ວນໜຶ່ງຂອງ Maxim’s Caterers Limited, ໂດຍສ້າງຂຶ້ນຈາກຄວາມຮ່ວມມືທີ່ຍາວນານລະຫວ່າງບັນດາຍີ່ຫໍ້ຕ່າງໆໃນທົ່ວພາກພື້ນ. ຂໍ້ຕົກລົງການອອກໃບອະນຸຍາດສະບັບໃໝ່ແມ່ນໃຊ້ຄວາມຊ່ຽວຊານດ້ານອຸດສາຫະກຳສູງສຸດຂອງ ...

Read More »