ຕາມຂ່າວຈາກ ວໍຊີງຕັນ,ວັນທີ 14 ມັງກອນນີ້, ສະມາຊິກ ສະພາ ສ.ອາເມລິກາ ລົງມະຕິ ດ້ວຍຄະແນນສຽງ 232 ຕໍ່197 ສຽງ ໃນການຖອດຖອນ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ດ້ວຍຄວາມຜິດ ໃນຂໍ້ຫາຍຸຍົງ ຜູ້ສະໜັບສະໜັບ ໂດນັນ ທຣຳ ເຂົ້າໄປໃນສະພາ ເມື່ອອາທິດແລ້ວນີ້ ເພື່ອຂັດຂວາງ ຂະບວນການ ປະກາດ ຮັບຮອງ ໄຊຊະນະຂອງ ທ່ານ ໂຈ ໄບເດນ ໃນການເລືອກຕັ້ງ ປະທານາທິບໍດີ ສ.ອາເມລິກາ ຈົນເຮັດໃຫ້ ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບ ເປັນຈຳນວນຫລາຍ.
ທ່ານ ໂດນັນ ທຣຳ ກາຍເປັນປະທານາທິບໍດີ ຄົນທຳອິດ ໃນປະຫວັດສາດ ຂອງ ສ.ອາເມລິກາ ທີ່ຖືກ ສະມາຊິກ ສະພາ ລົງມະຕິ ຖອດຖອນເຖິງ 2 ຄັ້ງ ໂດຍຄັ້ງທຳອິດ ໃນວັນທີ 18ທັນວາປີ2019 ສະມາຊິກສະພາ ລົງມະຕິ ຖອດຖອນ ປະທານາທິບໍດີ ໂດນັນ ທຣຳ ໃນ 2ຂໍ້ຫາຄື: ການໃຊ້ອຳນາດ ໃນທາງທີ່ບໍ່ ຖືກຕ້ອງ ແລະ ຂັດຂວາງ ຂະບວນການ ສືບສວນສອບສວນ ຂອງສະພາ ຄອງເກຣສ.
ຂປລ