ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໄພຂົ່ມຂູ່ຈາກໂຣກລະບາດໂຄວິດ-19 ຕໍ່ສຸຂະພາບຂອງມະນຸດ, ປັດຈຸບັນ ແມ່ນສິ່ງທ້າທາຍອັນຮີບດ່ວນທີ່ສຸດຂອງພາກພື້ນ.ຂ່າວລະບຸວ່າ: ໂຣກລະບາດໂຄວິດ-19 ແລະ ຜົນກະທົບຍັງແມ່ນສິ່ງທ້າທາຍໃຫຍ່ ສຳລັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃນປີ 2021, ນັ້ນແມ່ນໝາກຜົນການສຳຫຼວດ ໂດຍສູນຄົ້ນຄ້ວາ ອາຊຽນ ສັງກັດສະຖາບັນຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້, ມີສໍານັກງານຕັ້ງຢູ່ ປະເທດສິງກະໂປ ປະກາດໃນວັນທີ 10 ກຸມພາຜ່ານມາ. ການສຳຫຼວດໄດ້ດຳເນີນຢູ່ 10 ປະເທດສະມາຊິກ ອາຊຽນ ໂດຍໄດ້ສອບຖາມຈໍານວນ 1.032 ຄົນ ສ່ວນຫຼາຍແມ່ນນັກຮຽນຮູ້, ປະຊາຄົມວິສາຫະກິດ ແລະ ນັກຂ່າວ.ຜົນການສໍາຫຼວດປາກົດວ່າ: ມີ 76% ຈຳນວນຜູຸ້ຖືກຖາມເວົ້າວ່າ: ໄພຂົ່ມຂູ່ຂອງໂຣກລະບາດໂຄວິດ-19 ຕໍ່ສຸຂະພາບຂອງມະນຸດ, ປັດຈຸບັນ ແມ່ນສິ່ງທ້າທາຍອັນຮີບດ່ວນທີ່ສຸດຂອງພາກພື້ນ. 60,7% ປະຊາຊົນ ອາຊີຕາເວັນອອກສ່ຽງໃຕ້ ເຫັນດີຕໍ່ມາດຕະການປ້ອງກັນ, ຕ້ານໂຣກລະບາດ ຂອງລັດຖະບານ. ການສຳຫຼວດ ສະແດງໃຫ້ເຫັນວ່າ: ສ່ວນຫຼາຍເຂົາເຈົ້າມີຄວາມວິຕົກກັງວົນຕໍ່ສະພາບການຢູ່ທະເລຕາເວັນອອກ ແລະ ສະໜັບສະໜູນຫຼັກການເຄົາລົບກົດໝາຍສາກົນໃນບັນຫານີ້. ແຫຼ່ງຂ່າວ: ປະຊາຊົນ
Read More »ຂ່າວ ຕ່າງປະເທດ
ສ.ອາເມລິກາ ສັ່ງຍົກເລີກຖ້ຽວບິນ 1.600 ກວ່າຖ້ຽວຍ້ອນພາຍຸຫິມະ
ຕາມຂ່າວຈາກ ນີວຢອກ, ວັນທີ2ກຸມພາ, ພາຍຸຫິມະ ຂະໜາດໃຫຍ່ ພັດເຂົ້າພື້ນທີ່ ແຄມຝັ່ງ ຕາເວັນອອກຂອງສ.ອາເມລິກາ ສົ່ງຜົນໃຫ້ຕ້ອງ ຍົກເລີກຖ້ຽວບິນ 1.600 ກວ່າຖ້ຽວ,ປິດການຮຽນ-ການສອນໃນໂຮງຮຽນ ແລະ ເລື່ອນ ການສັກຢາ ປ້ອງກັນ ໂຄວິດ-19 ອອກໄປ ຫລັງຈາກ ສຳນັກງານ ບໍລິການ ສະພາບອາກາດ ແຫ່ງຊາດ ຂອງ ສ.ອາເມລິກາ ປະກາດ ເຕືອນໄພ ພາຍຸຫິມະ ໃນພື້ນທີ່ ລັດເວີຈີເນຍ ໄປຈົນເຖິງ ລັດເມນ ທີ່ມີປະຊາກອນ ປະມານ 10 ລ້ານຄົນ ກຽມພ້ອມຮັບມື ກັບພາຍຸ ດັ່ງກ່າວ. ຂະນະນີ້ ສ.ອາເມລິກາ ມີຜູ້ຕິດເຊື້ອໂຄວິດ-19 ສະສົມເກືອບ 27 ລ້ານຄົນ ແລະ ເສຍຊີວິດ 454.200 ກວ່າຄົນ ຫລາຍເປັນອັນດັບ1ຂອງໂລກ ແຫຼ່ງທີ່ມາ: ຂປລ.
Read More »ຈີນຈະຜະລິດວັກຊິນປ້ອງກັນໂຄວິດ-19 ໃຫ້ໄດ້ 400 ລ້ານຫລອດຕໍ່ປີ
ຕາມຂ່າວຈາກ ປັກກິ່ງ,ເຊີນເຈີ້ນ ຄັງໄຖ່ ໄບໂອໂລຈິຄໍລ ໂປຣດັກ(Shenzhen Kang Tai Biological Products Co., Ltd.) ບໍລິສັດຜູ້ຜະລິດ ວັກຊິນ ແຫ່ງໃຫຍ່ຂອງຈີນ ສ້າງໂຮງງານ ຂະໜາດໃຫຍ ທີ່ສາມາດຜະລິດວັກຊິນປ້ອງກັນ ໂຄວິດ-19 ຂອງແອສຕຣາເຊເນກາ 400 ລ້ານຫລອດຕໍ່ປີ ຈະຜະລິດວັກຊິນເພີ່ມຂຶ້ນຈາກ ປີກ່ອນສອງເທົ່າ ຫລັງຈາກ ບໍລິສັດດັ່ງກ່າວ ໄດ້ຮັບສິດ ເປັນຜູ້ສົ່ງມອບ ວັກຊິນ AZD1222 ທີ່ພັດທະນາ ໂດຍແອສຕຣາເຊເນກາ ແລະ ມະຫາວິທະຍາໄລ ອ໋ອກຟອດ ຂອງອັງກິດໃນຈີນ ເມື່ອປີກາຍນີ້ ໂດຍແລກກັບ ການຜະລິດວັກຊິນໃຫ້ໄດ້ຢ່າງໜ້ອຍ 200 ລ້ານຫລອດ ໃນທ້າຍປີນີ້. ຈີນມີຍອດ ຜູ້ຕິດເຊື້ອ ໂຄວິດ-19 ສະສົມ 89.500 ກວ່າຄົນ ແລະ ເສຍຊີວິດ ປະມານ 4,640ຄົນ. ແຫຼ່ງທີ່ມາ:ຂປລ
Read More »ໂຄວິດ-19 ສົ່ງຜົນເຮັດໃຫ້ການທ່ອງທ່ຽວທົ່ວໂລກ ຫຼຸດລົງເຖິງ 74% ໃນປີ 2020 ທີ່ຜ່ານມາ
ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດທີ່ຜ່ານມາວ່າ, ອົງການ ການທ່ອງທ່ຽວໂລກແຫ່ງສະຫະປະຊາຊາດ (UNWTO) ໄດ້ເຜີຍແຜ່ບົດລາຍງານປະຈຳປີໂດຍລະບຸວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ອຸດສາຫະກຳການທ່ອງທ່ຽວສາກົນໃນປີ 2020, ເຮັດໃຫ້ຈຳນວນນັກທ່ອງທ່ຽວສາກົນຫຼຸດລົງ 74%. ບົດລາຍງານລະບຸວ່າ: ການເດີນທາງຂອງນັກທ່ອງທ່ຽວສາກົນຫຼຸດລົງ ປະມານ 1 ພັນລ້ານເທື່ອຄົນທົ່ວໂລກໃນປີ 2020, ເມື່ອທຽບກັບປີ 2019 ຊຶ່ງເປັນຜົນມາຈາກຂໍ້ຈຳກັດການເດີນທາງທີ່ບັງຄັບໃຊ້ໃນເກືອບທຸກປະເທດທົ່ວໂລກ ເພື່ອຄວບຄຸມການລະບາດໃຫຍ່. UNWTO ໄດ້ຄາດຄະເນວ່າ: ການຫຼຸດລົງຂອງຈຳນວນນັກທ່ອງທ່ຽວ ຈະນຳໄປສູ່ການສູນເສຍລາຍໄດ້ 1,3 ລ້ານໆໂດລາ ຫຼື ຄິດເປັນ 11 ເທົ່າຂອງການສູນເສຍ ທີ່ເກີດຈາກວິກິດເສດຖະກິດໃນປີ 2009 ຊຶ່ງຖືກກຳນົດວ່າ: ເປັນປີທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຂອງອຸດສາຫະກຳການທ່ອງທ່ຽວ. ການແຜ່ລະບາດໃຫຍ່ສົ່ງຜົນກະທົບຕໍ່ທຸກພາກພື້ນທົ່ວໂລກ ໂດຍຈຳນວນນັກທ່ອງທ່ຽວຊາວຕ່າງຊາດໃນພາກພື້ນອາຊີ-ປາຊີຟິກ ຫຼຸດລົງ 84%, ໃນຕາເວັນອອກກາງ ແລະ ອາຟຣິກາ ຫຼຸດລົງ 75%. ຂະນະທີ່ເອີຣົບ ຫຼຸດລົງ 70%, ເຖິງແມ່ນວ່າຈະມີການຟື້ນຕົວພຽງເລັກນ້ອຍໃນໄລຍະລະດູຮ້ອນ. ສ່ວນທະວີບອາເມຣິກາ ຫຼຸດລົງ 69%. ທ່ານ ຊູຣັບ ໂປໂລລິຄາຊວິນລີ ເລຂາທິການຂອງ UNWTO ໄດ້ກ່າວເຕືອນວ່າ: ປີ 2021 ຈະເປັນປີທີ່ຍາກລຳບາກເຊັ່ນກັນ. ...
Read More »ມຽນມາປະກາດພາວະສຸກເສີນ 1 ປີ ຫຼັງທະຫານຈັບກຸມ ອອງຊານຊູຈີ
ວັນທີ 1 ກຸມພາ BBC ໄດ້ອ້າງອີງຈາກສຳນັກຂ່າວມຽວດີ ສື່ຂອງກອງທັບຂອງມຽນມາໂດຍລາຍງານວ່າ ກອງທັບມຽນມາໄດ້ເຂົ້າຍຶດອຳນາດອອງຊານຊູຈີ, ປະທານາທິບໍດີ ວິນ ມິນ ແລະ ລັດຖະບານ ພ້ອມປະກາດສະພາວະສຸກເສີນທົ່ວປະເທດເປັນເວລາ 1 ປີ, ແຕ່ງຕັ້ງພົນເອກ ມິນສ່ວຍ ຮອງປະທານາທິບໍດີ ເປັນປະທານາທິິບໍດີຊົ່ວຄາວ. ສ່ວນລະບົບສື່ສານທັງໂທລະສັບ ແລະ ອິນເຕີເນັດພາຍໃນປະເທດຖືກຕັດຂາດສັນຍານ..ໃນການຖະແຫຼງການຂອງກອງທັບທະຫານທີ່ເຂົ້າຍຶດອຳນາດນັ້ນລະບຸວ່າ ການຄວບຄຸມຕົວບຸກຄົນເຫຼົ່ານັ້ນ ເກີດຈາກຄວາມບໍ່ໝັ້ນຄົງທາງການເມືອງ ຫຼັງຈາກພົບຄວາມຜິດປົກກະຕິໃນການລົງທະບຽນຜູ້ມີສິດເລືອກຕັ້ງໃນລະຫວ່າງທີ່ມີການເລືອກຕັ້ງທົ່ວໄປ. ການຈັບແກນນຳຂອງພັກ NLD ເກີດຂຶ້ນໃນສອງສາມຊົ່ວໂມງກ່ອນການປະຊຸມສະມາຊິກສະພາຊຸດໃໝ່ທີ່ຈະເລີ່ມຕົ້ນຂຶ້ນໃນວັນທີ 1 ກຸມພາ. ເຊິ່ງກ່ອນໜ້ານີ້ ຫຼັງຈາກທີ່ພັກ NLD ພາຍໃຕ້ການນຳພາຂອງອອງຊານຊູຈີຊະນະການເລືອກຕັ້ງໃນວັນທີ 8 ພະຈິກ 2020 ທາງດ້ານກອງທັບທະຫານ ແລະ ພັກ USPD ກໍອ້າງວ່າໄດ້ມີການໂກງການເລືອກຕັ້ງ, ຮຽກຮ້ອງໃຫ້ຄະນະກຳມະການການເລືອກຕັ້ງເປີດເຜີຍລາຍຊື່ຜູ້ໃຊ້ສິດເລືອກຕັ້ງ ແຕ່ກໍບໍ່ໄດ້ການຕອບຮັບຈາກອີກຝ່າຍ ເຮັດໃຫ້ຝ່າຍສະໜັບສະໜຸນພັກ USPD ຈັດຂະບວນປະທ້ວງຂຶ້ນມາ. ຕະຫຼອດອາທິດທີ່ຜ່ານມາ ໄດ້ເກີດຂ່າວລືເລື່ອງການເຮັດລັດຖະປະຫານຢ່າງຕໍ່ເນື່ອງ ໂດຍໃນວັນທີ 30 ມັງກອນ ກອງທັບມຽນມາໄດ້ອອກມາຖະແຫຼງການໂດຍຢັ້ງຢືນວ່າຈະປົກປ້ອງລັດຖະທຳມະນູນ ແລະ ກົດໝາຍຢ່າງເຄັ່ງຄັດ, ແຕ່ການຍຶດອຳນາດໃນຄັ້ງນີ້ກໍເກີດຂຶ້ນໂດຍມີໄລຍະເວລາຫ່າງຈາກວັນຖະແຫຼງການພຽງສອງມື້ເທົ່ານັ້ນ. ສຳລັບພົນເອກ ມິນ ສ່ວຍ ປະທານາທິບໍດີຊົ່ວຄາວທີ່ຖືກແຕ່ງຕັ້ງນັ້ນ ...
Read More »ອັງກິດ ສັ່ງຢຸດຖ້ຽວບິນຈາກຢູເອອີ ປ້ອງກັນໂຄວິດ-19
ຕາມຂ່າວຈາກ ລອນດອນ, ອັງກິດ ປະກາດ ຢຸດຖ້ຽວບິນ ມາຈາກ ສະຫະນະຄອນ ເອເມຣັດ ອາຣັບ(UAE) ຕັ້ງແຕ່ວັນທີ29ມັງກອນ ເປັນຕົ້ນ ເພື່ອປ້ອງກັນ ການລະບາດ ໂຄວິດ-19 ທີ່ກາຍພັນ ໃນອາຟຣິກໃຕ້ ເທົ່າກັບ ປິດເສັ້ນທາງ ການບິນ ສາກົນ ລະຫວ່າງ ນະຄອນຫລວງ ລອນດອນ ແລະ ນະຄອນ ດູໄບ ຫລັງຈາກ ອັງກິດ ປະກາດເພີ່ມ ຢູເອອີ,ບູຣູນດີ ແລະ ຣູວັນດາ ໄວ້ໃນລາຍຊື່ປະເທດ ທີ່ຖືກສັ່ງຫ້າມ ເດີນທາງ ເຂົ້າປະເທດ ແຕ່ຍົກເວັ້ນ ຊາວອັງກິດ, ຊາວອຽກລັງ ແລະ ຊາວຕ່າງປະເທດ ທີ່ຖືໜັງສີເດີນທາງ(ວີຊ້າ)ທີ່ພັກອາໃສ ສາມາດ ເດີນທາງເຂົ້າ ອັງກິດໄດ້ ແຕ່ຈະຕ້ອງຖືກ ກັກຕົວໃນເຮືອນ ເປັນເວລາ 10ວັນ ຂປລ
Read More »ເສດຖະກິດໂລກ ປີ2021 ຈະຂະຫຍາຍຕົວຢ່າງສົດໃສ
ຕາມຂ່າວຈາກ ຫວຽດນາມ, ເມື່ອບໍ່ດົນມານີ້ ກອງທຶນ ການເງິນ ສາກົນ (IMF) ໄດ້ສະແດງຄວາມຫວັງ ກ່ຽວກັບສະຖານະການເສດຖະກິດໂລກ ປີ2021 ຈະຂະຫຍາຍຕົວຢ່າງສົດໃສ ລະດັບ 5,5% ສູງກວ່າ ຕົວເລກ ທີ່ຄາດການໄວ້ 0,3% ເມື່ອທຽບໃສ່ປີ 2020. ຫລັງຈາກ ທ່ານ ນາງ ກີຕາ ໂກພີນັດ(Gita Gopinath) ຫົວໜ້ານັກເສດຖະສາດຂອງ ໄອເອັມເອຟຄາດການຂະຫຍາຍຕົວ ຈີດີພີ ຂອງໂລກ ຈະຢູ່ລະດັບ 4,2% ພາຍໃນປີ 2022. ສຳລັບ ການຟື້ນຟູເສດຖະກິດ ໃນປັດຈຸບັນສ່ວນໃຫຍ່ຂຶ້ນຢູ່ກັບການແຂ່ງຂັນລະຫວ່າງ ການກາຍພັນຂອງເຊື້ອພະຍາດໂຄວິດ-19 (SARS-CoV-2)ກັບວັກຊິນປ້ອງກັນໂຄວິດ-19 ເພື່ອຢຸດການແຜ່ລະບາດ ລວມທັງ ຄວາມສາມາດຂອງນະໂຍບາຍສະໜັບສະໜູນທີ່ມີປະສິດທິພາບຫລາຍຂຶ້ນ. ດັ່ງນັ້ນ, ໄອເອັມເອຟ ຈຶ່ງໄດ້ປັບປຸງ ການຂະຫຍາຍຕົວເສດຖະກິດປີນີ້ ເພື່ອສະແດງໃຫ້ເຫັນເຖິງ ຜົນສະທ້ອນອັນດີ ຂອງການສັກວັກຊິນປ້ອງກັນ ໂຄວິດ-19 ໃນປະເທດຕ່າງໆບວກກັບອີກຫລາຍປະເທດເປັນຕົ້ນ: ສ.ອາເມລິກາ ແລະ ຍີ່ປຸ່ນ ປະກາດໃຊ້ນະໂຍບາຍຊ່ວຍເຫລືອ ເສດຖະກິດ ແລະ ປະຊາຊົນ ໃນທ້າຍປີ2020. ແຫຼ່ງຂໍ້ມູນ: ຂປລ.
Read More »ໂຄວິດ-19 ສົ່ງຜົນເຮັດໃຫ້ອັດຕາການວ່າງງານທົ່ວໂລກ ຫລາຍກວ່າ 250 ລ້ານຕຳແໜ່ງ
ຕາມຂ່າວສານ ຫວຽດນາມ, ວັນທີ 25 ເດືອນມັງກອນ, ອົງການແຮງງານ ສາກົນ(ILO) ໃຫ້ຮູ້ວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫລວງ ໃຫ້ແກ່ ຕະຫລາດວຽກເຮັດງານທຳທົ່ວໂລກ, ເຮັດໃຫ້ທົ່ວໂລກຕ້ອງສູນເສຍວຽກເຮັດງານທຳຫລາຍກວ່າ 250 ລ້ານ ຕຳແໜ່ງໃນປີ 2020. ຕາມການຄົ້ນຄ້ວາຄັ້ງຫລ້າສຸດຂອງອົງການແຮງງານສາກົນລະບຸວ່າ: ຍອດຈຳນວນຊົ່ວໂມງ ເຮັດວຽກ ໃນທົ່ວໂລກ ໄດ້ຫລຸດລົງ 8,8% ໃນປີ 2020 ເມື່ອທຽບໃສ່ໄຕມາດ 4 ໃນປີ 2019. ສິ່ງດັ່ງກ່າວ ສະແດງໃຫ້ເຫັນວ່າ ປີ 2020 ທົ່ວໂລກໄດ້ສູນເສຍວຽກເຮັດງານທຳເຖິງ 255 ລ້ານຕຳແໜ່ງ ກວມເອົາ 4 ເທົ່າເທຶ່ອ ຂອງຈຳນວນວຽກເຮັດງານທຳທີ່ຫລຸດລົງໃນໄລຍະວິກິດການເສດຖະກິດໂລກ ໃນປີ 2009 ຂປລ
Read More »ທ່ານ ໂຈໄບເດນ ຈະເຂົ້າພິທີສາບານຕົນຮັບຕຳແໜ່ງປະທານາທິບໍດີ ສ.ອາເມລິກາມື້ີ້ນີ້
ຕາມຂ່າວຈາກ ສ.ອາເມລິກາ, ທ່ານ ໂຈ ໄບເດນ ເດີນທາງມາເຖິງ ນະຄອນຫລວງ ວໍຊີງຕັນ ດີຊີ ເພື່ອເຂົ້າພິທີສາບານຕົນ ຮັບຕຳແໜ່ງ ເປັນປະທານາທິບໍດີ ສ.ອາເມລິກາ ຄົນໃໝ່ ຢ່າງເປັນທາງການ ໃນວັນທີ 20ມັງກອນນີ້ ສົ່ງຜົນໃຫ້ ພາຍໃນ ນະຄອນຫລວງ ວໍຊີງຕັນ ດີຊີ ມີໜ່ວຍງານ ຮັກສາ ຄວາມປອດໄພ ຢ່າງເຂັ້ມງວດ ເພື່ອປ້ອງກັນ ຄວາມປອດໄພ ໃນການຈັດງານ ສຳຄັນ ໃນຄັ້ງນີ້ ໃຫ້ສຳເລັດ ໄປດ້ວຍດີ ຂປລ
Read More »ໂຄວິດ-19 ສະກັດກັ້ນແຮງງານຮຸ່ນໃໝ່ເຂົ້າສູ່ຕະຫຼາດແຮງງານໂລກ
ບົດລາຍງານການວິເຄາະດ້ານແຮງງານຂອງເວບໄຊ ນິກເຄອິ ຈາກ 10 ປະເທດລວມເຖິງຍີ່ປຸ່ນ, ອາເມຣິກາ ແລະ ອັງກິດ ຊີ້ໃຫ້ເຫັນວ່າ: ແຮງງານໂດຍລວມໃນປີ 2020 ຫຼຸດລົງປະມານ 6,6 ລ້ານຄົນຈາກເດືອນກໍລະກົດເຖິງເດືອນກັນຍາ ເມື່ອທຽບກັບໄລຍະດຽວກັນຂອງປີ 2019. ບົດລາຍງານລະບຸວ່າ: ແຮງງານໜຸ່ມ ແລະ ອະດີດແຮງງານພາສທາມ (Part-time) ເປັນກຸ່ມແຮງງານສ່ວນໃຫຍ່ຂອງແຮງງານອົບພະຍົບທີ່ຮ້າຍແຮງທີ່ສຸດ, ແຮງງານໜຸ່ມທີ່ຢູ່ໃນກຸ່ມນີ້ອາດຈະພາດໂອກາດທີ່ຈະໄດ້ເຮັດວຽກສຳລັບຕຳແໜ່ງງານທີ່ຕ້ອງການແຮງງານທີ່ມີທັກສະ ແລະ ມີປະສົບການ. ໃນໄລຍະການແຜ່ລະບາດຂອງໂຣກໂຄວິດ-19 ຮອບທຳອິດ, ເຮັດໃຫ້ເກີດການວ່າງງານເພີ່ມຂຶ້ນ ໂດຍອັດຕາການວ່າງງານໃນ ອາເມຣິກາ ກວມ 3% ຂອງໄລຍະກ່ອນເກີດການແຜ່ລະບາດເພີ່ມຂຶ້ນຫຼາຍເຖິງ 14,8% ໃນເດືອນເມສາ 2020. ຂະນະທີ່ອັດຕາການວ່າງງານໃນ ຍີ່ປຸ່ນ ກໍເພີ່ມຂຶ້ນເຊັ່ນດຽວກັນ. ການແຜ່ລະບາດຂອງໂຣກໂຄວິດ-19, ສົ່ງຜົນກະທົບໂດຍກົງຕໍ່ຕະຫຼາດແຮງງານທີ່ມີຄວາມອ່ອນແອໃນ ອາເມຣິກາ ໄລຍະເດືອນເມສາເຖິງເດືອນກັນຍາ, ອັດຕາການວ່າງງານກວມ 9,9% ແຕ່ໃນກຸ່ມແຮງງານທີ່ມີອາຍຸຕ່ຳກວ່າ 24 ປີ, ອັດຕາການວ່າງງານກວມເຖິງ 19,1%. ສໍາລັບແຮງງານທີ່ຈົບການສຶກສາສູງສຸດຄືມັດທະຍົມປາຍ, ອັດຕາການວ່າງງານ 16,8% ແລະ ສຳລັບກຸ່ມແຮງງານທີ່ເຮັດວຽກບໍ່ເທົ່າໃດຊ່ວງໂມງ, ອັດຕາການວ່າງງານ 15,2%. ໃນປະເທດຍີ່ປຸ່ນ, ຈຳນວນຜູ້ທີ່ມີລາຍໄດ້ບໍ່ເຖິງ 1 ...
Read More »