ໃນວັນທີ 5 ມັງກອນ 2021 ນາຍົກລັດຖະມົນຕີຂອງອັງກິດ ໄດ້ປະກາດລ໊ອກດາວປະເທດອັງກິດອີກຄັ້ງໃໝ່ ໂດຍໃຊ້ມາດຕະການປິດເມືອງທົ່ວປະເທດ ເພື່ອສະກັດການລະບາດຂອງພະຍາດໂຄວິດ-19, ພາຍຫຼັງໃນຮອບ 7 ວັນຜ່ານມາ ພົບຜູ້ຕິດເຊື້ອລາຍໃໝ່ສະເລ່ຍຫຼາຍກວ່າ 55.000 ຄົນຕໍ່ວັນ ແລະ ຕັ້ງແຕ່ຫຼັງເທດສະການຄຣິດມາສ ໂຮງໝໍທົ່ວອັງກິດມີຄົນເຈັບເຂົ້າຮັບການຮັກສາເພີ່ມຂຶ້ນ 50% ໂດຍປະມານ 30% ຂອງຕຽງຄົນເຈັບທັງໝົດທີ່ມີໃນລະບົບສາທາລະນະສຸກ ປັດຈຸບັນຕ້ອງໃຊ້ເພື່ອຮອງຮັບຄົນເຈັບໂຄວິດ-19.ໄລຍະ 2-3 ວັນຜ່ານມາ ລົດສຸກເສີນຕໍ່ລໍຄີວຍາວເພາະຕຽງບໍ່ວ່າງ ໂດຍໄດ້ເປີດສູນຮອງຮັບຄົນເຈັບເພີ່ມ ແລະ ປະກາດລ໊ອກດາວ ໃຫ້ປະຊາຊົນຢູ່ແຕ່ໃນບ້ານ ແລະ ອອກໄດ້ສະເພາະເຫດຈຳເປັນ ຫຼື ສຸກເສີນ.

ແຫຼ່ງຂ່າວ: Lao Youth Radio FM 90.0 Mhz