ຂ່າວ ຕ່າງປະເທດ

ຈີນ ຄົ້ນພົບແຫລ່ງນ້ຳມັນ-ແກັດ 100 ລ້ານໂຕນ

ສຳນັກຂ່າວ ຊິນຮວາຂອງ ຈີນ ລາຍງານວ່າ, ວັນທີ 24 ເດືອນກຸມພາ, ບໍລິສັດ ນໍ້າມັນ ຢູ່ແຄມຝັ່ງ ແຫ່ງຊາດ ຈີນ (CNOOC) ປະກາດວ່າ ປະເທດນີ້ ໄດ້ຄົ້ນພົບ ແຫລ່ງນ້ຳມັນດີບ ແລະ ແກັດ ທຳມະຊາດ ໃນທະເລໂປ໋ໄຫ່. ຄາດວ່າ ຈະມີປະລິມານ ນ້ຳມັນເຖິງ 100 ລ້ານໂຕນ. ພື້ນທີ່ດັ່ງກ່າວ ແມ່ນ ຊື່ໂປ໋ຈົງ 13-2(Bozhong 13-2) ແລະ ມີຄວາມເລິກ ສະເລ່ຍ 23,2 ແມັດ, ຊື່ງຢູ່ໃຈກາງ ທະເລ ໂປ໋ໄຫ່, ຫ່າງຈາກ ນະຄອນທຽນຈິນ ໄປທາງພາກ ເໜືອຂອງຈີນ 140 ກິໂລແມັດ.

Read More »

ຈີນ ຍິງສົ່ງດາວທຽມສໍາຫຼວດໄລຍະໄກປະສົບຜົນສຳເລັດ

ວິທະຍຸສາກົນແຫ່ງປະເທດຈີນລາຍງານວ່າ: ໃນວັນທີ 24 ກຸມພາທີ່ຜ່ານມາ, ສູນສົ່ງດາວທຽມ ຈິວສຽນ ໄດ້ຍິງຈະຫຼວດຂົນສົ່ງສາງເຈິງ-4 ເພື່ອສົ່ງດາວທຽມໄປສຳຫຼວດໄລຍະໄກໝາຍເລກ 31 ດວງທີ 3 ເຂົ້າສູ່ວົງໂຄຈອນ ໃນອາວະກາດຢ່າງປະສົບຜົນສຳເລັດ. ດາວທຽມດວງນີ້ ຈະໃຊ້ປະໂຫຍດເຂົ້າໃນການສຳຫຼວດສະພາບແວດລ້ອມຄື້ນແມ່ເຫຼັກໄຟຟ້າ ແລະ ປະຕິບັດການທົດລອງທາງດ້ານເຕັກໂນໂລຊີທີ່ກ່ຽວຂ້ອງ.

Read More »

ຮຽກຮ້ອງໃຫ້ G20 ເພີ່ມທະວີການໜູນຊ່ວຍປະເທດທຸກຍາກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຈົດໝາຍສົ່ງໄປຍັງບັນດາເຈົ້າໜ້າທີ່ການເງິນ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ພົ້ນເດັ່ນຂຶ້ນ (G20), ທ່ານ ນາງ ເຈເນດ ເຢວເລນ ກ່າວວ່າ: ການຈັດແບ່ງ SDR ຄັ້ງໃໝ່ອາດຈະຊ່ວຍເພີ່ມທະວີຄວາມສາມາດໃນການຊຳລະໃຫ້ແກ່ບັນດາປະເທດທຸກຍາກ.ຂ່າວລະບຸວ່າ: ວັນທີ 25 ກຸມພາຜ່ານມາ, ທ່ານ ນາງ ເຈເນດ ເຢວເລນ ລັດຖະມົນຕີກະຊວງການເງິນ ອາເມຣິກາ ໄດ້ສະແດງການສະໜັບສະໜູນການຈັດແບ່ງສິດຖອນເງິນພິເສດ (SDR) ຄັ້ງໃໝ່ ຢູ່ກອງທຶນເງິນຕາສາກົນ (IMF) ເພື່ອແນໃສ່ໜູນຊ່ວຍບັນດາປະເທດທຸກຍາກ. ເຖິງຢ່າງໃດກໍ່ຕາມ, ທ່ານນາງ ເຈເນດ ເຢວເລນ ກ່າວຕື່ມວ່າ: ຕ້ອງມີບັນດາໂຕເລກລວມ ເພື່ອຮັບປະກັນລັກສະນະໂປ່ງໃສ ກ່ຽວກັບວິທີການ ທີ່ໄດ້ຮັບການນຳໃຊ້ ແລະ ແລກປ່ຽນຄ້າຂາຍຈາກ SDR. ໃນຈົດໝາຍສົ່ງໄປຍັງບັນດາເຈົ້າໜ້າທີ່ການເງິນ G20, ທ່ານ ນາງ ເຈເນດ ເຢວເລນ ກ່າວວ່າ: ການຈັດແບ່ງ SDR ຄັ້ງໃໝ່ ອາດຈະຊ່ວຍເພີ່ມທະວີຄວາມສາມາດໃນການຊຳລະໃຫ້ແກ່ບັນດາປະເທດ ທຸກຍາກ ກໍ່ຄືໜູນຊ່ວຍບັນດາຄວາມພະຍາຍາມຟື້ນຟູເສດຖະກິດ ແລະ ສາທາລະນະສຸກທີ່ຈຳເປັນຂອງເຂົາເຈົ້າ. ໂດຍກ່ຽວຂ້ອງເຖິງບັ້ນຕໍ່ສູ້ຕ້ານໂຣກລະບາດໂຄວິດ – 19, ທ່ານ ...

Read More »

ສ.ອາເມລິກາ ສັກວັກຊິນໃຫ້ປະຊາຊົນ 50 ລ້ານຫລອດ

ຕາມ​ຂ່າວ​ຈາກ ນະຄອນຫລວງ​ ວໍ​ຊີງ​ຕັນ,ສ.ອາ​ເມ​ລິ​ກາ ສັກ​ວັກ​ຊິນ​ ປ້ອງ​ກັນ​ ໂຄ​ວິດ-19 ​ໃຫ້​ແກ່​ ບຸກຄະລາ​ກອນ​ ຫລາຍ​ອາຊີບ ​ເປັນຕົ້ນ ຄູ-ອາ​ຈານ, ຜູ້​ຂາຍ​ເຄື່ອງ​ຍ່ອຍ,​ເຈົ້າໜ້າ​ທີ່ ​ທາງ​ການ​ແພດ ​ແລະ​ ໜ່ວຍ​ກູ້​ໄພ ພາຍ​ໃນ​ທຳນຽບຂາວ ​ໃນ​ວັນ​ທີ 25ກຸມພາ​ຜ່ານ​ມາ​ ຈຳນວນ 50 ລ້ານ​ຫລອດ.ຂະນະ​ທີ່ ສ.ອາ​ເມ​ລິ​ກາ ສູ້​ຊົນ​ ໃຫ້​ບັນລຸ ​ເປົ້າໝາຍ 100 ລ້ານ​ຫລອດ ພາຍ​ໃນ​ໄລຍະ​ເວລາ 100ວັນ ນັບ​ແຕ່ ທ່ານ ​ໂຈ ​ໄບ​ເດນ​ ເຂົ້າຮັບ​ຕຳ​ແໜ່ງ ​ເປັນ​ປະທານາທິບໍດີ ສ.ອາ​ເມ​ລິ​ກາ ວ່າ​ເປັນ​ວາລະ​ສຳຄັນ ​ທີ່​ຕ້ອງ​ຊຸກຍູ້​ ໃຫ້​ປະສົບ​ຄວາມ​ສຳ​ເລັດ ​ແລະ ສ.ອາ​ເມ​ລິ​ກາ ​ເຂົ້າ​ໃກ້​ເປົ້າໝາຍ​ນັ້ນ ຫລາຍ​ຂຶ້ນ ​ເມື່ອ​ປະຊາຊົນ​ ຮ່ວມ​ມື ​ເຂົ້າຮັບ​ວັກ​ຊິນ ​ເຄິ່ງໜຶ່ງ ​ຂອງ​ເປົ້າໝາຍ​ກຳນົດ​ໄວ້ ​ໃນ​ໄລຍະ​ເວລາ​ພຽງ 37ວັນ. ນອກ​ນີ້​ ຍັງ​ຕັ້ງ​ເປົ້າ​ໃຫ້​ປະຊາຊົນ​ ຜູ້​ສູງ​ອາຍຸ ​ໃນ​ປະ​ເທດ​ ປະມານ 80% ຮັບ​ວັກ​ຊິນ ​ໄດ້​ຢ່າງ​ທົ່ວ​ເຖິງ ​ເພື່ອ​ສ້າງ​ພູມ​ຕ້ານທານ ຮ່າງກາຍ ...

Read More »

ສິງກະໂປ ຈະເຮັດຂໍ້ຕົກລົງໃບຮັບຮອງສັກວັກຊິນຮ່ວມກັບຫລາຍປະເທດ

ຕາມ​ຂ່າວ​ຈາກ ສິງ​ກະ​ໂປ, ວັນ​ທີ24​ກຸມພາ​ນີ້, ທ່ານ ລີ ຊຽນລຸງ, ນາຍົກລັດຖະມົນຕີ ສິງກະ​ໂປ ພວມ​ປຶກສາ​ຫາລື ​ກ່ຽວ​ກັບ ​ການ​ເຮັດ​ ຂໍ້​ຕົກລົງ​ ຍອມຮັບ​ໃບຮັບ​ຮອງ​ການ​ສັກ​ວັກ​ຊິນປ້ອງ​ກັນ ​ໂຄ​ວິດ-19 ຮ່ວມ​ກັບ​ຫລາຍ​ປະ​ເທດ​ໃນ​ຕໍ່ໜ້າເນື່ອງ​ຈາກເປັນ​ປັດ​ໄຈ​ສຳຄັນໃນ​ການ​ຟື້ນ​ຟູ​ການທ່ອງທ່ຽວ ​ໂດຍ​ສະ​ເພາະ ກຸ່ມ​ປະ​ເທດພວມ​ພັດທະນາສາມາດ​ເຂົ້າ​ເຖິງ​ວັກ​ຊິນ ປ້ອງ​ກັນ ​ໂຄ​ວິດ-19 ​ແລະ​ ນຳ​ໄປ​ສັກ​ໃຫ້​​ແກ່​ປະຊາຊົນ. ຂະນະ​ທີ່ ​ເກຣັກ, ອັງກິດ, ​ແອັດ​ສະ​ປາຍ ຢູ່​ໃນ​ກຸ່ມ ​ປະ​ເທດ​ ທີ່​ສົນ​ໃຈແນວ​ຄິດ​ດັ່ງກ່າວ​ໃຫ້​ເປັນພັດ​ສະປອດ​ວັກ​ຊິນ(Vaccine passport) ​ເພື່ອ​ຟື້ນ​ຟູ ​ເສດຖະກິດ ​ແລະ ການ​ເດີນທາງ ​ທົ່ວ​ໂລກ ຂປລ.

Read More »

ນາຊາ ສົ່ງຍານລົງຈອດເທິງດາວອັງຄານສຳເລັດ

ຕາມ​ຂ່າວ​ຈາກ ສ.ອາ​ເມ​ລິ​ກາ,ວັນ​ທີ 23​ ກຸມພາ​ ທີ່ຜ່ານມານີ້, ອົງການບໍລິຫານ​ການບິນ​ ​ແລະ ອາ​ວະ​ກາດ​ ແຫ່ງ​ຊາດ (ນາ​ຊາ)​ ເປີດ​ເຜີຍ ຄຣິບວີ​ດີ​ໂອ ​ໃກ້​ຊາວ​ໂລກ ​ໄດ້​ເຫັນ ກ່ຽວ ກັບ ຍານ​ສຳ​ຫລວດ ​ເພີ​ເຊີ​ເວ​ຍ​ແລນ​ສ “Perseverance” ລົງຈອດ​ ບໍລິ​​ເວນ​ ໃນ​ອ່າງ​ຫລຸມ ອຸກາບາດ ​ເຢ​ເຊ​ໂຣ”Jezero”​ເທິງ​ດາວ​ອັງຄານ ກ່ອນ​ຈະ​ເລີ່​ມ ປະຕິບັດ​ໜ້າ​ທີ່ພາລະກິດຄົ້ນຫາ​ສິ່ງ​ທີ່​ມີ​ຊີວິດ. ຍານ​ດັ່ງກ່າວ ຕິດ​ກ້ອງ 23​ໂຕ ທຸກ​ສ່ວນ ​ຕັ້ງ​ແຕ່​ຂັ້ນຕອນ​ ການ​ເຂົ້າສູ່ ​ຊັ້ນບັນຍາກາດລົງ​ຈອດ​ພື້ນ​ທີ່​ ກຳນົດ​ໄວ້ປະສົບ​ຜົນສຳ​ເລັດ ຫລັງ​ຈາກ​ ສົ່ງ​ຂໍ້​ມູນ ​ແລະ ພາບ​ກັບ​ຄືນ​ມາສູ່​ໂລກຜ່ານ​ຍານ​ ໂຄຈອນ​ສຳ​ຫລວດດາວ​ອັງຄານ ​ເປັນ​ພາບ​ສີ​ ທີ່​ຊັດ​ເຈນ. ຫລັງ​ຈາກ​ນີ້ ​ເປັນ​ເວລາ 2ປີ ຍານ​ສຳ​ຫລວດ ຂັບ​ເຄື່ອນ​ດ້ວຍ 6 ລໍ້ ຈະ​ເຮັດ​ໜ້າ​ທີ່​ ຂຸດ​ເຈ​າະຫີນ ​ແລະ ດິນ​ເທິງ​ດາວ​ ອັງຄານ ​ເພື່ອ​ຫາ​ຮ່ອງຮອຍ​ ຂອງ​ສິ່ງ​ທີ່​ມີ​ຊີວິດ ບໍລິ​ເວນ​ອ່າງ​ຫລຸມ​ ດັ່ງ​ກ່າວ ທີ່​ເຊື່ອ​ວ່າ ​ເຄີຍ​ເປັນ​ທະ​ເລ​ສາບ ຂະໜາດ​ໃຫຍ່ ...

Read More »

ເຟສບຸກປິດກັ້ນຄົນໃນອົດສະຕຣາລີ ເບິ່ງ ແລະ ແຊຣ໌ ຂ່າວສານ ຫຼັງຈາກເກີດຄວາມຂັດແຍ້ງກັບລັດຖະບານອົດສະຕຣາລີ

ເຟສບຸກປິດກັ້ນບໍ່ໃຫ້ປະຊາຊົນໃນປະເທດອົດສະຕຣາລີສາມາດ ເບິ່ງ ແລະ ແຊຣ໌ເນື້ອຫາຂ່າວແລ້ວ ຫຼັງເກີດຄວາມຂັດແຍ້ງກັບລັດຖະບານອົດສະຕຣາລີທີ່ຕ້ອງການໃຫ້ສື່ສັງຄົມອອນລາຍ ຈ່າຍຄ່າຂ່າວທີ່ໄດ້ມາຈາກສຳນັກຂ່າວພາຍໃນປະເທດ ທີ່ຖືກແຊຣ໌ໃນແພລັດຟອມຂອງເຟສບຸກ. ສຳນັກງານຂ່າວ ບີບີຊີ ລາຍງານວ່າ: ເຟສບຸກປະກາດ ຈະປິດກັ້ນບໍ່ໃຫ້ຜູ້ໃຊ້ເຟສບຸກໃນອົດສະຕຣາລີເບິ່ງ ແລະ ແຊຣ໌ເນື້ອໃນຂ່າວ ຫຼັງຈາກລັດຖະບານອົດສະຕຣາລີອອກກົດໝາຍໃຫ້ສັງຄົມອອນລາຍຄື Facebook ແລະ Google ຕ້ອງຈ່າຍເງິນຄ່າຂ່າວສານຕ່າງໆ ກໍລະນີມີເນື້ອໃນຖືກນຳມາໂພສ ແລະ ນຳໄປແຊຣ໌ຕໍ່ໃນແພລັດຟອມຂອງສື່ສັງຄົມອອນລາຍ. ລັດຖະບານອົດສະຕຣາລີໄດ້ສະເໜີກົດໝາຍດັ່ງກ່າວເປັນຄັ້ງທຳອິດໃນເດືອນ ທັນວາ ປີ 2020 ທີ່ຜ່ານມາ ໂດຍຄະນະກຳມະການການແຂ່ງຂັນ ແລະ ຜູ້ບໍລິໂພກຂອງອົດສະຕຣາລີ (ACCC) ກ່າວວ່າ: ພວກເຂົາໄດ້ຮ່າງກົດໝາຍນີ້ຂຶ້ນມາ ເພື່ອສ້າງຄວາມສະເໝີພາບໃນການແຂ່ງຂັນທາງທຸລະກິດລະຫວ່າງ ບໍລິສັດເຕັກໂນໂລຊີຍັກໃຫຍ່ ກັບຜູ້ຜະລິດສື່ຂ່າວສານ ແລະ ຈະຊຸກຍູ້ກົດໝາຍໃຫ້ມີການອະພິປາຍ ແລະ ລົງມັດຕິໃນສະພາພາຍໃນສອງສາມອາທິດຂ້າງໜ້າ. ເຊິ່ງກ່ອນໜ້ານີ້ ເຟສບຸກໄດ້ເຕືອນໄວ້ວ່າຈະສະກັດກັ້ນເນື້ອຫາຂ່າວຂອງສື່ທີ່ຖືກແຊຣ໌ອອກໄປແທນການຈ່າຍເງິນ ເຊິ່ງໄດ້ປະກາດນະໂຍບາຍໃໝ່ຜ່ານການປິດກັ້ນ ໃນວັນພຸດທີ 17 ກຸມພາ 2021 ທີ່ຜ່ານມາ ໂດຍລະບຸວ່າ ກົດໝາຍສະບັບນີ້ ເຮັດໃຫ້ເຟສບຸກຕ້ອງພົບກັບທາງເລືອກທີ່ຫຍຸ້ງຍາກ ຄືເຮັດຕາມກົດໝາຍທີ່ບໍ່ສົນກັບຄວາມເປັນຈິງໃນການພົວພັນລະຫວ່າງສື່ສັງຄົມອອນລາຍ ແລະ ຜູ້ຜະລິດສື່ ຫຼືຢຸດການອະນຸຍາດໃຫ້ເຂົ້າເຖິງເນື້ອຫາຂ່າວຕ່າງໆໃນເຟສບຸກຂອງອົດສະຕຣາລີ ແລະ  ພວກເຂົາຂໍເລືອກອັນສຸດທ້າຍ. ພາຍໃຕ້ນະໂຍບາຍໃໝ່ ເຟສບຸກລະບຸວ່າ: ຜູ້ໃຊ້ຊາວອົດສະຕຣາລີ ຈະບໍ່ສາມາດອ່ານ ແລະ ...

Read More »

ພະຍາດອີໂບລາແຜ່ລະບາດໃໝ່ອີກຮອບ ທີ່ປະເທດກິເນ

ສຳນັກຂ່າວ ຕ່າງປະເທດ ລາຍງານຈາກ ນະຄອນຫລວງ ໂກນາກຼີ ຂອງປະເທດ ກີເນ ເມື່ອວັນທີ 15 ກຸມພາທີ່ຜ່ານວ່າ: ກະຊວງສາທາ ລະນະສຸກຂອງ ກິເນ ອອກຖະແຫລງການ ປະກາດ ການແຜ່ລະບາດ ຄັ້ງໃໝ່ໃນປະເທດຂອງ ເຊື້ອພະຍາດ ອີໂບລາ ຢູ່ເມືອງ ກູເອເຄ ໃນແຂວງ ເອັນເຊເຣກໍເຣ ທາງພາກໃຕ້ ຂອງປະເທດ ຫລັງຈາກພົບຜູ້ເສຍຊີວິດ ຢ່າງໜ້ອຍ 3 ຄົນ ແລະ ຜູ້ຕິດເຊື້ອ ສະສົມ 4 ຄົນ, ພາຍໃນໄລຍະເວລາພຽງບໍ່ເທົ່າໃດອາທິດ, ໃນໄລຍະລະຫວ່າງທ້າຍເດືອນ ມັງກອນ ເຖິງຕົ້ນເດືອນ ກຸມພາ ຂະນະດຽວກັນ ລັດຖະບານ ກິເນ ຮຽກຮ້ອງຄວາມຮ່ວມມື ຈາກປະຊາຊົນໃນການລາຍງານຜູ້ຕ້ອງສົງໄສຈາກພະຍາດ ອີໂບລາ ແລະ ຜູ້ທີ່ຄິດວ່າຕົນເອງມີອາການດັ່ງກ່າວ ຮຽກຮ້ອງໃຫ້ຮີບດ່ວນ ເດີນທາງມາພົບ ເຈົ້າໜ້າທີ່ ສາທາລະນະສຸກ ພ້ອມທັງ ເນັ້ນວ່າ: ລັດຖະບານ ດຳເນີນການດ້ວຍຄວາມຮ່ວມມື ເລັ່ງດ່ວນ ຢ່າງສຸດ ຄວາມສາມາດ ເພື່ອໃຫ້ ການຄວາມຄຸມ ...

Read More »

ຈີ7 ຈະສະໜັບສະໜູນດ້ານການເງິນໃຫ້ຫລາຍຂຶ້ນເພື່ອກະຕຸ້ນເສດຖະກິດ

ກະຊວງ​ ການ​ເງິນ ​ຂອງ​ສ.ອາ​ເມ​ລິ​ກາ ຖະ​ແຫລ​ງ ​ເມື່ອ​ບໍ່​ດົນ​ມາ​ນີ້ວ່າ:​ໃນ​ກອງ​ປະຊຸມ​ ຜ່ານ​ທາງ​ອອນ​ລາຍ ຮ່ວມ​ກັບ​ ລັດຖະມົນຕີ ​ການ​ເງິນ ​ແລະ​ ຜູ້​ວ່າການ ​ທະນາຄານ ​ຂອງ​ປະ​ເທດ​ ກຸ່ມ​ຈີ 7 ​ຈະ​ໃຫ້ການ​ ສະໜັບ​ ສະໜູນ ດ້ານ​ການ​ເງິນ ​ຫລາຍ​ຂຶ້ນ ​ເພື່ອ​ກະ​ຕຸ້ນ ​ເສດຖະກິດ​ ໃຫ້​ຟື້ນ​ຕົວ ຢ່າງ​ເຂັ້ມ​ແຂງ ​ແລະ ​ຍືນ​ຍົງ ຈາກ​ການ ​ແຜ່​ລະບາດ ​ໂຄ​ວິດ-19 ຫລັງ​ຈາກ ທ່ານ ​ໂຈ ​ໄບ​ເດນ, ປະທານາທິບໍດີ ສ.ອາ​ເມ​ລິ​ກາ ​ໄດ້​ເພີ່ມ​ຄວາມ​ພະຍາຍາມ ​ໃຫ້​ສະພາ​ ຄອງ​ເກຣສ ​ອະນຸມັດ ມາດ​ຕະການ ​ທົດ​ແທນ ​ຜົນ​ກະທົບ ​ຂອງ​ໂຄ​ວິດ-19 ດ້ວຍວົງ​ເງິນ 1,9 ພັນ​ຕຶ້​ ໂດ​ລາ​ ສະຫະລັດ.ສຳລັບ ກຸ່ມ​ປະ​ເທດ​ຈີ7 ນັ້ນ ປະ​ກອບ​ດ້ວຍ ອັງກິດ, ກາ​ນາ​ດາ,ຝຣັ່ງ,​ເຢຍລະ​ມັນ, ອີ​ຕາລີ,ຍີ່ປຸ່ນ ​ແລະ ສ.ອາ​ເມ​ລິ​ກາ ຂປລ.

Read More »

ສ.ເກົາຫລີ ຫລຸດຜ່ອນມາດຕະການຮັກສາໄລຍະຫ່າງທາງສັງຄົມ

ຕາມ​ເວັບ​ໄຊ ສຳນັກ​ຂ່າວ​ຢອນ​ຮັບ, ​ລັດຖະບານ ສ.​ເກົາຫລີ ຕັດສິນ​ໃຈ ຫລຸດຜ່ອນ​ ມາດ​ຕະການ​ ຮັກສາ​ ໄລຍະ​ຫ່າງ​ ທາງ​ສັງຄົມ ​ຕັ້ງ​ແຕ່​ວັນ15​ກຸມພາ ​ເປັນຕົ້ນ​ໄປ ​ໃນ​ນະຄອນຫລວງ ​ເຊ​ອຸນ ​ແລະ ພື້ນ​ທີ່​ອ້ອມ​ຮອບ​ລົງ 1ລະດັບ ຈາກ2,5 ​ເປັນ 2 ​ແລະ ພື້ນ​ທີ່​ອື່ນໆ ທົ່ວ​ປະ​ເທດ​ລົງ 1ລະດັບ ຈາກ 2 ​ເປັນລະດັບ1,5 ​ໂດຍ ສ.​ເກົາຫລີ ​ເລີ່​ມ​ໃຊ້ ມາດ​ຕະການ 5 ລະດັບ​ຕັ້ງ​ເດືອນ​ພະຈິກ ປີ​ກ່ອນ ປະກອບ​ດ້ວຍ 1. 1,5.2. 2,5 ​ແລະ 3 ​ເປັນ​ລະດັບ​ ສູງ​ສຸດ. ນອກຈາກ​ນີ້ ຍັງ​ຈະ​ຫລຸດຜ່ອນ ມາດ​ຕະການ​ຈຳກັດ ກັບ​ຮ້ານ​ອາຫານ,ຮ້ານ​ກາ​ເຟ, ສະຖານ​ທີ່ ​ອອກກຳລັງ​ກາຍ ​ແລະ ສະຖານ​ທີ່​ ສາທາລະນະ ​ໃນ​ເຂດ​ນະຄອນຫລວງ ​ເຊ​ອຸນ ​ໃຫ້​ເປີດ​ດຳ​ເນີນ​ ທຸລະ​ກິດ​ ​ເພີ່ມ​ຂຶ້ນ​ອີກ 1ຊົ່ວ​ໂມງ ​ຈົນ​ຮອດ 22:00 ​ໂມງ ...

Read More »