ຕາມຂ່າວຈາກ ຫວຽດນາມ, ສຳນັກຂ່າວສານ ທັດສ (Tass) ຂອງ ຣັດເຊຍ ເປີດເຜີຍວ່າ: ຣັດເຊຍ ຈະຟື້ນຟູຖ້ຽວບິນ ໄປຍັງ 4 ປະເທດຄື: ຫວຽດນາມ, ອິນເດຍ, ແຟງລັງ ແລະ ກາຕາ ຄືນໃໝ່ ນັບແຕ່ວັນທີ 27 ມັງກອນ ເປັນຕົ້ນໄປ. ພາຍຫລັງ ໄດ້ປຶກສາຫາລື ແລະ ພິຈາລະນາ ສະພາບການ ໂລກລະບາດ ຢູ່ບາງປະເທດ, ດັ່ງນັ້ນ ຈຶ່ງໄດ້ເປີດ ຖ້ຽວບິນ ມົດສະກູ – ຮ່າໂນ້ຍ, ມົດສະກູ – ນິວເດລີ, ມົດສະກູ – ເຮລສິນກິ (Helsinki) ແລະ ເຊນ ປີເຕີສເບີກ (St. Petersburg) ແມ່ນໄດ້ປະຕິບັດ 2 ຖ້ຽວຕໍ່ ອາທິດ; ສ່ວນ ຖ້ຽວບິນແຕ່ ມົດສະກູ ໄປໂດຮາ ໄດ້ປະຕິບັດ 3 ຖ້ຽວຕໍ່ ອາທິດ. ຣັດເຊຍ ໄດ້ຢຸດການເຄື່ອນໄຫວ ຂອງບັນດາ ຖ້ຽວບິນ ສາກົນ ນັບແຕ່ຊຸມ ອາທິດທຳອິດ ທີ່ເກີດການລະບາດ ໂຄວິດ – 19
ຂປລ.