ວັກຊິນຕ້ານໂຄວິດ-19 ມາເຖິງລາວແລ້ວ 2.000 ໂດສ ແລະ ເລີ່ມສັກໃຫ້ຜູ້ມີຄວາມສ່ຽງ 200 ໂດສແລ້ວ

ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດໂຄວິດ 19 ຖະແຫລງຂ່າວຕໍ່ສື່ມວນຊົນຕອນເຊົ້າວັນທີ 31 ທັນວາ 2020 ທີ່ກະຊວງສາທາລະນະສຸກ ວ່າ: ສະພາບຄວາມຄືບໜ້າການນຳໃຊ້ ວັກຊິນປ້ອງກັນໂຄວິດ-19 ໃນ ສປປ ລາວ ຜ່ານມາພັກ ແລະ ລັດຖະບານ ພວກເຮົາ ບໍ່ໄດ້ລົດລະນີ້ງນອນໃຈ ໄດ້ມີຄວາມພະຍາຍາມຢ່າງສູງ ໃນການພົວພັນກັບໂລກ ເປັນຕົ້ນ ສະຫະພັນວັກຊີນສາກົນ Gavi (Global Alliance for Vaccines and Immunization ), COVAX FACILITY, ກັບປະເທດເພື່ອນມິດຍຸດທະສາດ, ກັບປະເທດພາຄີ, ກັບທະນາຄານສາກົນ ແລະ ອົງການຈັດຕັ້ງສາກົນ ເພື່ອກະກຽມ ແລະ ຈັດຫາວັກຊີນ ເພື່ອມາສັກປ້ອງກັນພະຍາດໃຫ້ແກ່ພໍ່ແມ່ປະຊາຊົນພວກເຮົາ ຊຶ່ງໄດ້ເລີ່ມແຕ່ເດືອນກໍລະກົດ 2020 ເປັນຕົ້ນມາ.

ທ່ານ ຮສ ດຣ ບຸນກອງ ສີຫາວົງ ໃຫ້ຮູ້ອີກວ່າ: ໃນໂລກນີ້ ບັນດາປະເທດຕ່າງຯໄດ້ມີການຜະລິດວັກຊິນຕ້ານໂຄວິດ 19 ລວມມີ 209 ຊະນິດ. ແຕ່ຍັງບໍ່ມີວັກຊິນຊະນິດໃດ ທີ່ໄດ້ຮັບຮອງຄຸນນະພາບຄວາມປອດໄພ ແລະ ປະສິດທິພາບ ຈາກອົງການອະນາໄມໂລກ ເຫດຜົນຍ້ອນມີການທົດລອງຜະລິດ ໃນໄລຍະເວລາທີ່ສັ້ນ ແລະ ຈໍາກັດ, ຊຶ່ງແຕກຕ່າງກັບ ບັນດາວັກຊິນອື່ນ ທີ່ໂລກເຮົາໄດ້ນໍາມາສັກ. ແຕ່ຍ້ອນສະພາບການແຜ່ລະບາດສືບຕໍ່ຮ້າຍແຮງ ແລະ ກວ້າງຂວາງ, ອົງການອະນາໄມ ຈຶ່ງໄດ້ມີບັນຊີວັກຊິນໃຊ້ໃນພາວະສຸກເສີນ Emergency Using list ມີ 10 ວັກຊີນ ທີ່ມີຄວາມປອດໄພ ບໍ່ມີຜົນຂ້າງຄຽງຮ້າຍແຮງ ແລະ ມີປະສິດທິພາບ ໝາຍຄວາມວ່າ ພາຍຫລັງສັກວັກຊິນ ປະມານ 95% ຂອງຜູ້ໄດ້ຮັບວັກຊິນໄດ້ມີພູມຄຸ້ມກັນບໍ່ເປັນພະຍາດ. ບັນດາວັກຊິນດັ່ງກ່າວແມ່ນສາມາດນຳໃຊ້ໃນສະພາບການທີ່ສຸກເສີນ ໃຫ້ກຸ່ມທີ່ມີຄວາມສ່ຽງ ເພື່ອຢັບຢັ້ງການລະບາດຂອງພະຍາດ ໂຄວິດ 19 ໃນບັນດາປະເທດ ຕ່າງຯໃນໂລກ.ປັດຈຸບັນ ລາວເຮົາ ມີ 3 ແຫລ່ງ ທີ່ຈະໄດ້ຮັບການຊ່ວຍເຫລືອດ້ານວັກຊິນຄື:1. SINOPHARM ຈາກ ສປ ຈີນ2. SPUTNIK V ຈາກ ລັດເຊຍ3. ວັກຊີນ ທີ່ ໄດ້ຈາກ COVAX FACILITY GAVI ທັງໝົດເປັນວັກຊິນທີ່ຮັບຮອງຈາກອົງການອະນາໄມໂລກໃນບັນຊີໃຊ້ພາວະສຸກເສີນ.​ ສໍາລັບວັກຊີນ SINOPHARM ຈາກ ສປ ຈີນ: ເປັນວັກຊິນທີ່ຜະລິດ ໂດຍ ສປ ຈີນ ທີ່ໄດ້ຈັດເຂົ້າໃນ ບັນຊີ ວັກຊິນໃຊ້ໃນພາວະສຸກເສີນ ທີ່ມີຄຸນນະພາບ, ມີຄວາມປອດໄພດີ ເພາະມີຜົນຂ້າງຄຽງນ້ອຍ, ສາມາດເກັບຮັກສາໄວ້ໃນລະບົບເຢັນ ລະຫວ່າງ 2 ຫາ 8 ອົງສາ ທີ່ສາມາດເກັບໄວ້ໃນລະບົບສາງເຢັນ ຂອງຂະແໜງການສາທາລະນະສຸກລາວເຮົາ, ໃຊ້ສັກ 2 ເຂັມ, ສາມາດສ້າງພູມຄຸ້ມກັນ ໄດ້ເຖີງ 3 ປີ. ເຊີ່ງໃນປັດຈຸບັນ ສປຈີນ ໄດ້ມີການສັກໃຫ້ປະຊາຊົນຈີນຈຳນວນຫລາຍລ້ານຄົນ ແລະເຫັນວ່າໄດ້ຮັບຜົນດີ.

ມາຮອດປັດຈຸບັນ ທາງ ສປ ຈີນ ໄດ້ມອບໃຫ້ ສປປ ລາວແລ້ວ ຈໍານວນ 2000 ໂດສ ເພື່ອນໍາໃຊ້ສັກໃນກໍລະນີສຸກເສີນ. ມາຮອດປະຈຸບັນ ໄດ້ເລີ້ມສັກ ຮອບທີ 1 ໃຫ້ ຜູ້ອາສາສະໝັກ ພະນັກງານແພດໝໍຈຳນວນນື່ງ ທີ່ປະຕິບັດງານປ້ອມດ່ານໜ້າທີ່ພົວພັນກັບຄົນເຈັບເປັນພະຍາດ ແລະ ເຫັນວ່າໄດ້ຮັບຜົນດີ ແລະ ຍັງບໍ່ພົບມີຜູ້ໄດ້ຮັບຜົນຂ້າງຄຽງຈາກວັກຊີນດັ່ງກ່າວວັກຊີນ SPUTNIK V ຈາກ RUSSIA ຜະລິດຈາກ ສະຖາບັນ GAMALEYA ລັດເຊຍ ເປັນວັກຊິນທີ່ ມີຄຸນນະພາບ, ມີຄວາມປອດໄພດີ ເພາະມີຜົນຂ້າງຄຽງນ້ອຍ ແລະ ມີປະສິດທິພາບ, ສັກ 2 ເຂັມ ແລະ ສາມາດສ້າງພຸມຄຸ້ມກັນ ໄດ້ເຖີງ 2 ປີ. ສະຫະພັນ ຣັດເຊຍ ຈະໃຫ້ການຊ່ວຍເຫຼືອວັກຊີນ SPUTNIK V ເບື້ອງຕົ້ນ ໃຫ້ແກ່ ສປປ ລາວ ຈຳນວນ 500 doses ຈະມາເຖິງ ສປປ ລາວ ໃນ ວັນທີ 2 ມັງກອນ 2021 ອີກ ພາຍໃນ 2 ວັນ ເພື່ອນຳໃຊ້ເຂົ້າໃນກໍລະນີສຸກເສີນ ຊຶ່ງພວກເຮົາກຳລັງ ກະກຽມ ດຳເນີນການກຽມພ້ອມ ແລະ ວາງແຜນໃນການສັກວັກຊີນດັ່ງກ່າວ ລວມເຖີງການກະກຽມເຄື່ອງເຢັນທີ່ມີອຸນຫະພູມ – 18 ຫາ – 20 ອົງສາ ເພື່ອເກັບຮັກສາ ວັກຊີນອີກດ້ວຍ.ວັກຊິນ ທີ່ໄດ້ຈາກການຊ່ວຍເຫລືອ ຂອງ ວັກຊີນ ທີ່ ທາງ COVAX FACILITY GAVI ກະຊວງສາທາລະນະສຸກ ໄດ້ ຮ່ວມມືກັບ ກະຊວງການເງິນ ໄດ້ສົ່ງແຜນຂໍການຊ່ວຍເຫລືອ ດ້ານ ວັກຊິນ ປ້ອງກັນ ໂຄວິດ 19 ໃຫ້ COVAX FACILITY GAVI, ມາຮອດປັດຈຸບັນ ສປປ ລາວ ໄດ້ຮັບຄໍາຕອບວ່າ ໄດ້ເປັນ 1 ໃນ 92 ປະເທດ ທີ່ຈະໄດ້ຮັບການຊ່ວຍເຫຼືອລ້າ ວັກຊິນຕ້ານໂຄວິດ 19 ໃນປີ 2021 ຄາດຄະເນ ປະມານ 15 ຫາ 20% ຂອງປະຊາກອນທັງໝົດ ຫລື ເທົ່າກັບ 1.4 ລ້ານຄົນ. ຄາດວ່າຈະໄດ້ຮັບ ແລະ ເລີ້ມສັກວັກຊິນທີ່ໄດ້ຮັບຈາກ COVAX FACILITY GAVI ພາຍໃນ ເດືອນ ເມສາ 2021 ຕໍ່ຄໍາຖາມທີ່ວ່າ: ແມ່ນໃຜແດ່ຈະໄດ້ສັກວັກຊິນ ທີ່ໄດ້ຈາກ COVAX FACILITY ໃນປີ 2021 ນີ້.ທ່ານ ຮສ ດຣ ບຸນກອງ ສີຫາວົງ ກ່າວວ່າ: ຍ້ອນແມ່ນການສັກວັກຊິນແກ້ໄຂພາວະສຸກເສີນການລະບາດຂອງພະຍາດ ຈຶ່ງໄດ້ ສຸມໃສ່ກຸ່ມທີ່ມີຄວາມສ່ຽງສູງ ຫາ ປານກາງ ເຊັ່ນ: ແພດໝໍ ພະຍາບານ ທັງໝົດ ລວມທັງ ສູນກາງແລະ ທ້ອງຖິ່ນ ພາຍໃນຂະແໜງສາທາລະນະສຸກ, ໂຮງໝໍທະຫານ, ໂຮງໝໍຕໍາຫລວດ, ອາສາສະໝັກແພດບ້ານ, ອາສາສະໝັກສັງຄົມສົງເຄາະ, ຜູ້ສູງອາຍຸ, ຜູ້ມີພະຍາດປະຈຳຕົວ ແຕ່ ບໍ່ນອນໃນຂໍ້ຫ້າມສັກວັກຊິນ, ຜູ້ອອກແຮງງານເຄື່ອນຍ້າຍ, ຜູ້ເດີນທາງເຂົ້າອອກ ແລະ ແຮສຸກເສີນ.

ຂໍ້ມູນ: Lao Youth Radio FM 90.0 Mhz

Comments