ພະຍາດອີໂບລາແຜ່ລະບາດໃໝ່ອີກຮອບ ທີ່ປະເທດກິເນ

ສຳນັກຂ່າວ ຕ່າງປະເທດ ລາຍງານຈາກ ນະຄອນຫລວງ ໂກນາກຼີ ຂອງປະເທດ ກີເນ ເມື່ອວັນທີ 15 ກຸມພາທີ່ຜ່ານວ່າ: ກະຊວງສາທາ ລະນະສຸກຂອງ ກິເນ ອອກຖະແຫລງການ ປະກາດ ການແຜ່ລະບາດ ຄັ້ງໃໝ່ໃນປະເທດຂອງ ເຊື້ອພະຍາດ ອີໂບລາ ຢູ່ເມືອງ ກູເອເຄ ໃນແຂວງ ເອັນເຊເຣກໍເຣ ທາງພາກໃຕ້ ຂອງປະເທດ ຫລັງຈາກພົບຜູ້ເສຍຊີວິດ ຢ່າງໜ້ອຍ 3 ຄົນ ແລະ ຜູ້ຕິດເຊື້ອ ສະສົມ 4 ຄົນ, ພາຍໃນໄລຍະເວລາພຽງບໍ່ເທົ່າໃດອາທິດ, ໃນໄລຍະລະຫວ່າງທ້າຍເດືອນ ມັງກອນ ເຖິງຕົ້ນເດືອນ ກຸມພາ ຂະນະດຽວກັນ ລັດຖະບານ ກິເນ ຮຽກຮ້ອງຄວາມຮ່ວມມື ຈາກປະຊາຊົນໃນການລາຍງານຜູ້ຕ້ອງສົງໄສຈາກພະຍາດ ອີໂບລາ ແລະ ຜູ້ທີ່ຄິດວ່າຕົນເອງມີອາການດັ່ງກ່າວ ຮຽກຮ້ອງໃຫ້ຮີບດ່ວນ ເດີນທາງມາພົບ ເຈົ້າໜ້າທີ່ ສາທາລະນະສຸກ ພ້ອມທັງ ເນັ້ນວ່າ: ລັດຖະບານ ດຳເນີນການດ້ວຍຄວາມຮ່ວມມື ເລັ່ງດ່ວນ ຢ່າງສຸດ ຄວາມສາມາດ ເພື່ອໃຫ້ ການຄວາມຄຸມ ການແຜ່ລະບາດ ຄັ້ງນີ້ ມີປະສິດທິພາບ ຫລາຍທີ່ສຸດ.

ผลการค้นหารูปภาพสำหรับ โรคอีโบลาละบาดที่ปะเทดกีเน
ผลการค้นหารูปภาพสำหรับ โรคอีโบลาละบาดที่ปะเทดกีเน

ສ່ວນ​ອົງການ ​ອະນາ​ໄມ​ໂລກ(ດັບ​ເບີ​ລຢູ​ເອຊ​ໂອ) ຢືນຢັນ ຕິດຕາມ ສະຖານະ​ການແຜ່​ລະບາດ​ຄັ້ງ​ໃໝ່ ຂອງ​ພະຍາດ ອີ​ໂບລາ ​ໃນ​ກິ​ເນ ຢ່າງ​ໃກ້​ຊິດ, ​ໂດຍ​ສົ່ງ​ເຈົ້າ​ໜ້າ​ທີ່ ພາ​ກສະໜາມ​ ຊຸດ​ໃໝ່ ​ເຂົ້າ​ໄປ​ສົມທົບ​ກັບ​ຊຸດ​ເກົ່າ​ທີ່​ປະຈຳການ​ຢູ່​ແລ້ວ, ນອກ​ນີ້ດັບ​ເບີ​ລຢູ​ເອຊ​ໂອຍັງ​ປະສານ​ງານຢ່າງ​ຕໍ່​ເນື່ອງ​ກັບ ​ລິ​ເບ​ເຣຍ ​ແລະ ​ເຊຍຣາ​ເລ​ອອນ ຊຶ່ງ​ມີ​ຊາຍ​ແດນ​ຕິດ​ກັບ ກິ​ເນ ​ໃຫ້​ຍົກ​ລະດັບ ການ​ເຝົ້າ​ລະວັງ ພະຍາດ ດັ່ງ​ກ່າວ​ໃນ​ປະ​ເທດ ຂອງ​ຕົນ​ເອງ​ດ້ວຍ.

ผลการค้นหารูปภาพสำหรับ โรคอีโบลาละบาดที่ปะเทดกีเน

ແຫຼ່ງຂ່າວ: ຂປລ

Comments