ຕາມຂ່າວຈາກ ສິງກະໂປ, ວັນທີ24ກຸມພານີ້, ທ່ານ ລີ ຊຽນລຸງ, ນາຍົກລັດຖະມົນຕີ ສິງກະໂປ ພວມປຶກສາຫາລື ກ່ຽວກັບ ການເຮັດ ຂໍ້ຕົກລົງ ຍອມຮັບໃບຮັບຮອງການສັກວັກຊິນປ້ອງກັນ ໂຄວິດ-19 ຮ່ວມກັບຫລາຍປະເທດໃນຕໍ່ໜ້າເນື່ອງຈາກເປັນປັດໄຈສຳຄັນໃນການຟື້ນຟູການທ່ອງທ່ຽວ ໂດຍສະເພາະ ກຸ່ມປະເທດພວມພັດທະນາສາມາດເຂົ້າເຖິງວັກຊິນ ປ້ອງກັນ ໂຄວິດ-19 ແລະ ນຳໄປສັກໃຫ້ແກ່ປະຊາຊົນ. ຂະນະທີ່ ເກຣັກ, ອັງກິດ, ແອັດສະປາຍ ຢູ່ໃນກຸ່ມ ປະເທດ ທີ່ສົນໃຈແນວຄິດດັ່ງກ່າວໃຫ້ເປັນພັດສະປອດວັກຊິນ(Vaccine passport) ເພື່ອຟື້ນຟູ ເສດຖະກິດ ແລະ ການເດີນທາງ ທົ່ວໂລກ



ຂປລ.