ຮຽກຮ້ອງໃຫ້ G20 ເພີ່ມທະວີການໜູນຊ່ວຍປະເທດທຸກຍາກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຈົດໝາຍສົ່ງໄປຍັງບັນດາເຈົ້າໜ້າທີ່ການເງິນ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ພົ້ນເດັ່ນຂຶ້ນ (G20), ທ່ານ ນາງ ເຈເນດ ເຢວເລນ ກ່າວວ່າ: ການຈັດແບ່ງ SDR ຄັ້ງໃໝ່ອາດຈະຊ່ວຍເພີ່ມທະວີຄວາມສາມາດໃນການຊຳລະໃຫ້ແກ່ບັນດາປະເທດທຸກຍາກ.ຂ່າວລະບຸວ່າ: ວັນທີ 25 ກຸມພາຜ່ານມາ, ທ່ານ ນາງ ເຈເນດ ເຢວເລນ ລັດຖະມົນຕີກະຊວງການເງິນ ອາເມຣິກາ ໄດ້ສະແດງການສະໜັບສະໜູນການຈັດແບ່ງສິດຖອນເງິນພິເສດ (SDR) ຄັ້ງໃໝ່ ຢູ່ກອງທຶນເງິນຕາສາກົນ (IMF) ເພື່ອແນໃສ່ໜູນຊ່ວຍບັນດາປະເທດທຸກຍາກ.

The G20 – on climate change, better than we feared but short of what we  need | International Institute for Environment and Development
อาจเป็นรูปภาพของ 1 คน

ເຖິງຢ່າງໃດກໍ່ຕາມ, ທ່ານນາງ ເຈເນດ ເຢວເລນ ກ່າວຕື່ມວ່າ: ຕ້ອງມີບັນດາໂຕເລກລວມ ເພື່ອຮັບປະກັນລັກສະນະໂປ່ງໃສ ກ່ຽວກັບວິທີການ ທີ່ໄດ້ຮັບການນຳໃຊ້ ແລະ ແລກປ່ຽນຄ້າຂາຍຈາກ SDR. ໃນຈົດໝາຍສົ່ງໄປຍັງບັນດາເຈົ້າໜ້າທີ່ການເງິນ G20, ທ່ານ ນາງ ເຈເນດ ເຢວເລນ ກ່າວວ່າ: ການຈັດແບ່ງ SDR ຄັ້ງໃໝ່ ອາດຈະຊ່ວຍເພີ່ມທະວີຄວາມສາມາດໃນການຊຳລະໃຫ້ແກ່ບັນດາປະເທດ ທຸກຍາກ ກໍ່ຄືໜູນຊ່ວຍບັນດາຄວາມພະຍາຍາມຟື້ນຟູເສດຖະກິດ ແລະ ສາທາລະນະສຸກທີ່ຈຳເປັນຂອງເຂົາເຈົ້າ. ໂດຍກ່ຽວຂ້ອງເຖິງບັ້ນຕໍ່ສູ້ຕ້ານໂຣກລະບາດໂຄວິດ – 19, ທ່ານ ນາງ ເຈເນດ ເຢວເລນ ກ່າວຢໍ້າວ່າ: ລັດຖະບານ ແລະ ບັນດາປະເທດຮັ່ງມີ ຕ້ອງໜູນຊ່ວຍບັນດາປະເທດທຸກຍາກ ໃນການເຂົ້າເຖິງວັກຊິນ ເພື່ອແນໃສ່ຍູ້ໂຣກລະບາດໂຄວິດ – 19 ໃຫ້ຖອຍໄປ.

Comments