ຕາມຂ່າວຈາກ ນະຄອນຫລວງ ວໍຊີງຕັນ,ສ.ອາເມລິກາ ສັກວັກຊິນ ປ້ອງກັນ ໂຄວິດ-19 ໃຫ້ແກ່ ບຸກຄະລາກອນ ຫລາຍອາຊີບ ເປັນຕົ້ນ ຄູ-ອາຈານ, ຜູ້ຂາຍເຄື່ອງຍ່ອຍ,ເຈົ້າໜ້າທີ່ ທາງການແພດ ແລະ ໜ່ວຍກູ້ໄພ ພາຍໃນທຳນຽບຂາວ ໃນວັນທີ 25ກຸມພາຜ່ານມາ ຈຳນວນ 50 ລ້ານຫລອດ.ຂະນະທີ່ ສ.ອາເມລິກາ ສູ້ຊົນ ໃຫ້ບັນລຸ ເປົ້າໝາຍ 100 ລ້ານຫລອດ ພາຍໃນໄລຍະເວລາ 100ວັນ ນັບແຕ່ ທ່ານ ໂຈ ໄບເດນ ເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີ ສ.ອາເມລິກາ ວ່າເປັນວາລະສຳຄັນ ທີ່ຕ້ອງຊຸກຍູ້ ໃຫ້ປະສົບຄວາມສຳເລັດ ແລະ ສ.ອາເມລິກາ ເຂົ້າໃກ້ເປົ້າໝາຍນັ້ນ ຫລາຍຂຶ້ນ ເມື່ອປະຊາຊົນ ຮ່ວມມື ເຂົ້າຮັບວັກຊິນ ເຄິ່ງໜຶ່ງ ຂອງເປົ້າໝາຍກຳນົດໄວ້ ໃນໄລຍະເວລາພຽງ 37ວັນ.

ນອກນີ້ ຍັງຕັ້ງເປົ້າໃຫ້ປະຊາຊົນ ຜູ້ສູງອາຍຸ ໃນປະເທດ ປະມານ 80% ຮັບວັກຊິນ ໄດ້ຢ່າງທົ່ວເຖິງ ເພື່ອສ້າງພູມຕ້ານທານ ຮ່າງກາຍ ໃຫ້ເຂັ້ມແຂງ ຍິ່ງຂຶ້ນ.ປັດຈຸບັນ ສ.ອາເມລິກາ ມີຜູ້ຕິດເຊື້ອຫລາຍທີ່ສຸດ ໃນໂລກ 30 ລ້ານຄົນ,ປິ່ນປົວດີແລ້ວ 19 ລ້ານກວ່າຄົນ ແລະ ເສຍຊີວິດ 500.000 ຄົນ ເພີ່ມຂຶ້ນ 100.000 ຄົນ ພາຍໃນ ໄລຍະເວລາ ພຽງເດືອນດຽວ ເທົ່ານັ້ນ.
ຂປລ.