ກະຊວງ ການເງິນ ຂອງສ.ອາເມລິກາ ຖະແຫລງ ເມື່ອບໍ່ດົນມານີ້ວ່າ:ໃນກອງປະຊຸມ ຜ່ານທາງອອນລາຍ ຮ່ວມກັບ ລັດຖະມົນຕີ ການເງິນ ແລະ ຜູ້ວ່າການ ທະນາຄານ ຂອງປະເທດ ກຸ່ມຈີ 7 ຈະໃຫ້ການ ສະໜັບ ສະໜູນ ດ້ານການເງິນ ຫລາຍຂຶ້ນ ເພື່ອກະຕຸ້ນ ເສດຖະກິດ ໃຫ້ຟື້ນຕົວ ຢ່າງເຂັ້ມແຂງ ແລະ ຍືນຍົງ ຈາກການ ແຜ່ລະບາດ ໂຄວິດ-19 ຫລັງຈາກ ທ່ານ ໂຈ ໄບເດນ, ປະທານາທິບໍດີ ສ.ອາເມລິກາ ໄດ້ເພີ່ມຄວາມພະຍາຍາມ ໃຫ້ສະພາ ຄອງເກຣສ ອະນຸມັດ ມາດຕະການ ທົດແທນ ຜົນກະທົບ ຂອງໂຄວິດ-19 ດ້ວຍວົງເງິນ 1,9 ພັນຕຶ້ ໂດລາ ສະຫະລັດ.ສຳລັບ ກຸ່ມປະເທດຈີ7 ນັ້ນ ປະກອບດ້ວຍ ອັງກິດ, ການາດາ,ຝຣັ່ງ,ເຢຍລະມັນ, ອີຕາລີ,ຍີ່ປຸ່ນ ແລະ ສ.ອາເມລິກາ

ຂປລ.