ຕາມຂ່າວຈາກ ປັກກິ່ງ,ວັນທີ 9 ມີນາທີ່ຜ່ານມາ,ຈີນ ເລີ່ມໂຄງການ ອອກໃບຮັບຮອງ ດ້ານສຸຂະພາບ(Virus passport) ສຳລັບ ນັກທ່ອງທ່ຽວ ຊາວຈີນ ທີ່ມີແຜນການເດີນທາງ ຂ້າມຊາຍແດນ ໂດຍຈະຮ່ວມມືກັບ ປະເທດອື່ນໆ ທີ່ໃຊ້ເອກະສານ ຮັບຮອງ ສຸຂະພາບ ໃນລັກສະນະ ດຽວກັນ ເພື່ອກັບມາ ເປີດເສດຖະກິດ ໃຫ້ເດີນໜ້າ ຕໍ່ໄປອີກຄັ້ງ. ສຳລັບການອອກໃບຮັບຮອງ ສຸຂະພາບ ຂອງພົນລະເມືອງຈີນ ຈະເປັນຮູບແບບ ດີຈີຕອລ ເພື່ອສະແດງ ສະຖານະການສັກວັກຊິນ ປ້ອງກັນ ໂຄວິດ-19 ແລະ ຜົນການກວດ ຫາເຊື້ອໂຄວິດ- 19 ຂອງຜູ້ໃຊ້ງານ ຜ່ານໂປຣແກມ ທາງວີແຊດ(WeChat) ແຫຼ່ງທີ່ມາ: ຂປລ.
Read More »ຂ່າວ ຕ່າງປະເທດ
ຫຸ່ນຍົນສຳຫລວດດາວອັງຄານ ເລີ່ມປະຕິບັດໜ້າທີ່ແລ້ວ!!!
ຕາມຂ່າວຈາກ ວໍຊີງຕັນ,ເມື່ອບໍ່ດົນມານີ້, ອົງການ ບໍລິຫານ ການບິນ ແລະ ອາວະກາດ ແຫ່ງສ.ອາເມລິກາ(ນາຊາ)ເປິດເຜີຍວ່າ:ຫຸ່ນຍົນສຳຫລວດ ດາວອັງຄານ ເພີຊີເວຍແລນ(Percivalance) ພວມປະຕິບັດໜ້າທີ່ ເທິງພື້ນຜີວ ດາວອັງຄານ ເປັນຄັ້ງທຳອິດ. ຫຸ່ນຍົນສຳຫລວດນີ້ ມີນ້ຳໜັກ ປະມານ 1ໂຕນ ເຄື່ອນຕົວພ້ອມລໍ້ທັງ 6 ໄປໄດ້ໄກ ເປັນໄລຍະທາງ 6,5 ແມັດ ເຊິ່ງເປັນການເຄື່ອນທີ່ ໄປຂ້າງໜ້າ 4 ແມັດ ຫລັງຈາກນັ້ນ ຫັກລ້ຽວ 150 ອົງສາ ໄປທາງຊ້າຍ ແລ້ວເຄື່ອນຖອຍຫລັງອີກ 2,5 ແມັດ ການທົດລອງ ດັ່ງກ່າວ ໃຊ້ເວລາປະມານ 30ນາທີ. ຫຸ່ນຍົນດັ່ງກ່າວ ມີກຳນົດ ປະຕິບັດໜ້າທີ່ ເທິງດາວອັງຄານ ເປັນເວລາ 2 ປີ ເພື່ອເກັບຕົວຢ່າງດິນ ແລະ ຫີນ ໂດຍໃນລະຫວ່າງປີ 2026 ຫາ 2028 ນາຊາ ມີແຜນສົ່ງຍານ ເກັບຕົວຢ່າງ ເດີນທາງໄປຍັງ ດາວອັງຄານ ເພື່ອຕິດຕາມຍານ ...
Read More »ເຢຍລະມັນ ເຕືອນຄວາມສະເໝີພາບ ຍິງ-ຊາຍ ນັບມື້ຫຼຸດລົງ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມບົດລາຍງານສະບັບຫຼ້າສຸດຂອງເອີຣົບ ກ່ຽວກັບຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ, ໂຣກລະບາດໂຄວິດ – 19 ໄດ້ເຮັດໃຫ້ສະພາບຂາດຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ໃນຊີວິດການເປັນຢູ່ເກືອບທັງໝົດ ນັບມື້ຮ້າຍແຮງຂຶ້ນຕື່ມໃນບັນດາຂົງເຂດ. ຂ່າວລະບຸວ່າ: ພະຍາດລະບາດໂຄວິດ – 19 ມີຄວາມສ່ຽງເຮັດໃຫ້ບັນດາຄວາມກ້າວໜ້າທີ່ບັນລຸໄດ້ກ່ຽວກັບຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ຖືກກະທົບໜັກ ຊຶ່ງເຫດຜົນ ແມ່ນຍ້ອນແມ່ຍິງຮັບປະກັນວຽກງານເບິ່ງແຍງດູແລເດັກນ້ອຍ ໃນກໍລະນີຖືກປິດລ້ອມ ແລະ ຕ້ອງເຮັດວຽກງານທີ່ມີຄວາມສ່ຽງຫຼາຍຢ່າງ. ນີ້ແມ່ນຄຳກ່າວເຕືອນຂອງທ່ານ ນາງ ແອງເຈລາ ເມີແຄວ ນາຍົກລັດຖະມົນຕີ ເຢຍລະມັນ ທີ່ໄດ້ຍົກອອກມາໃນວັນທີ 6 ມີນາຜ່ານມາ, ໃນສານສະບັບໜຶ່ງ ເນື່ອງໃນໂອກາດວັນແມ່ຍິງສາກົນ 8 ມີນາ. ທ່ານ ນາງ ເມີແຄວ ຊີ້ອອກວ່າ: ບັນດາປະເທດ ຕ້ອງມີການກະທຳຕົງຈິງໃນການກໍາຈັດໂຣກລະບາດ ບໍ່ເຮັດໃຫ້ໂລກກັບຄືນສູ່ສະພາບການຂາດຄວາມສະເໝີພາບ ລະຫວ່າງ ຍິງ – ຊາຍ ຄືເມື່ອກ່ອນ. ທ່ານນາງ ເມີແຄວ ເນັ້ນໜັກວ່າ: ວິກິດການດ້ານສາທາລະນະສຸກ ໄດ້ກໍ່ຜົນກກະທົບຕໍ່ແມ່ຍິງຢ່າງບໍ່ມີຄວາມຍຸຕິທຳ. ຕາມບົດລາຍງານສະບັບຫຼ້າສຸດຂອງ ເອີຣົບ ກ່ຽວກັບຄວາມສະເໝີພາບ ລະຫວ່າງ ...
Read More »ອາຊຽນ ເພີ່ມການຮ່ວມມືດ້ານເສດຖະກິດ
ຕາມຂ່າວຈາກ ຫວຽດນາມ(VOVWORLD)ເມື່ອບໍ່ດົນມານີ້, ກອງປະຊຸມ ລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 27 (AEM Retreat 27) ໄດ້ຈັດຂຶ້ນ ຕາມຮູບການ ອອນລາຍ. ໃນໂອກາດນີ້ ບັນດາ ລັດຖະມົນຕີ ເສດຖະກິດ ອາຊຽນ ໄດ້ຮັບຮອງເອົາ 12 ຄາດໝາຍ ເສດຖະກິດ ບຸລິມະສິດຂອງ ບຣູໄນ ໃນປີ ປະທານ ອາຊຽນ 2021 ສຸມໃສ່ ການຟື້ນຟູ, ການຫັນເປັນ ດີຈີຕອນ ແລະ ລັກສະນະ ແບບຍືນຍົງ ພ້ອມທັງ ຢັ້ງຢືນຄືນ ຄຳໝັ້ນສັນຍາ ມານະພະຍາຍາມ ໃຫ້ສັດຕະຍາ ບັນສັນຍາ ຄູ່ຮ່ວມມື ເສດຖະກິດ ຮອບດ້ານ ພາກພື້ນ (RCEP) ຢູ່ພາຍໃນປະເທດ ເພື່ອແນໃສ່ ຮັບປະກັນ ເລື່ອງບັນດາ ວິສາຫະກິດ ແລະ ປະຊາຊົນ ອາດຈະໄດ້ຊົມໃຊ້ ຜົນປະໂຫຍດ ຈາກສັນຍານີ້.ນອກນີ້ ກອງປະຊຸມ, ບັນດາ ລັດຖະມົນຕີ ...
Read More »ອາເມຣິກາ ຊຸກຍູ້ສະພາສູງຮັບຮອງເງິນຊ່ວຍກູ້ 1.900 ຕື້ໂດລາ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ທ້າຍເດືອນກຸມພາຜ່ານມາ, ທ່ານ ໂຈ ໄບເດັນ ປະທານາທິບໍດີ ອາເມຣິກາ ໄດ້ຊົມເຊີຍສະພາຕ່ຳອາເມຣິກາ ໄດ້ຮັບຮອງເອົາບ້ວງເງິນຊ່ວຍກູ້ໂຣກລະບາດ ໂຄວິດ-19 ທີ່ມີມູນຄ່າ 1.900 ຕື້ໂດລາ, ພ້ອມທັງກະຕຸກຊຸກຍູ້ສະພາສູງ ຈົ່ງມີບາດກ້າວເດີນເຊັ່ນດຽວກັນ.ຂ່າວລະບຸວ່າ: ກ່າວຄຳເຫັນຕໍ່ນັກຂ່າວຢູ່ທຳນຽມຂາວ, ທ່ານ ໂຈ ໄບເດັນ ໄດ້ເນັ້ນໜັກວ່າ: ບ້ວງເງິນຊ່ວຍກູ້ຄວນໄດ້ຮັບການຮັບຮອງໂດຍໄວ. ບ້ວງເງິນຊ່ວຍໜູນດ້ານເສດຖະກິດຂອງອຳນາດການປົກຄອງປະທານະທິບໍດີ ມີຂອບຂະໜາດໃຫຍ່ທົບສອງເທົ່າ ເມື່ອທຽບໃສ່ບ້ວງເງິນຊ່ວຍໜູນ ຊຶ່ງສະພາແຫ່ງຊາດອາເມຣິກາ ໄດ້ຮັບຮອງເອົາເມື່ອປີ 2020, ພາຍຫຼັງດຳເນີນການເຈລະຈາ ລະຫວ່າງ ພັກປະຊາທິປະໄຕ ແລະ ພັກສາທາລະນະເປັນເວລາຫຼາຍເດືອນ.
Read More »ທ່ານ ນາງ ແອວວີລາ ຮັບຕຳແໜ່ງ WTO ຢ່າງເປັນທາງການ
ຂ່າວສານຊີອາໄອລາຍງານວ່າ: ທ່ານ ນາງ ແອວວີລາ ຊຶ່ງແມ່ນແມ່ຍິງຄົນທໍາອິດ ທີ່ໄດ້ຂຶ້ນຮັບຕຳແໜ່ງເປັນຜູ້ອຳນວຍການໃຫຍ່ອົງການການຄ້າໂລກ ຄົນທີ 7 ຢ່າງເປັນທາງການ. ຂ່າວລາຍງານວ່າ: ທ່ານ ນາງ ເອັນໂກຊີ ໂອໂຄນໂຈ ແອວວີລາ ນັກເສດຖະສາດ ຊາວນິເຊຣີ ຈະດຳລົງຕຳແໜ່ງ ເປັນຜູ້ອຳນວຍການໃຫຍ່ອົງການການຄ້າໂລກ ຫຼື WTO ຈົນຮອດວັນທີ 31 ສິງຫາປີ 2025. ຜູ້ອຳນວຍການໃຫຍ່ອົງການດັ່ງກ່າວ ທີ່ເປັນເພດຍິງຄົນທຳອິດໃນປະຫວັດສາດຂອງ WTO, ທັງແມ່ນຜູ້ອຳນວຍການໃຫຍ່ຜູ້ທຳອິດທີ່ມາຈາກທະວີບອາຟຣິກາ.ໃນພິທີຂຶ້ນຮັບຕໍາແໜ່ງແບບທາງໄກ, ເມື່ອວັນທີ 1 ມີນາຜ່ານມາ, ທ່ານ ນາງ ແອວວີລາ ໄດ້ກ່າວ ວ່າ: ທ່ານ ຈະທຸ່ມເທຄວາມຮູ້, ຄວາມກະຕື້ລືລົ້ນ, ບົດຮຽນ ແລະ ຄວາມເດັດດ່ຽວທັງໝົດ ເຂົ້າໃນວຽກງານຂອງອົງການການຄ້າໂລກ ແລະ ຈະພະຍາຍາມປະຕິຮູບ WTO ເພື່ອຜົນສຳເລັດຕົວຈິງ.
Read More »ເກີດຫິມະຕົກໜັກ ໃນ ສ.ເກົາຫລີ ເສຍຊີວິດ-ບາດເຈັບເກືອບ 70 ຄົນ
ຕາມຂ່າວສານ ຫວຽດນາມ, ວັນທີ 2 ມີນາ 2021 ທີ່ຜ່ານມາ, ເຈົ້າໜ້າທີ່ ສ.ເກົາຫລີ ໃຫ້ຮູ້ວ່າ: ເກີດອຸບັດເຫດ ທາງຄົມມະນາຄົມ 79 ຄັ້ງ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 1 ຄົນ ແລະ ບາດເຈັບ 66 ຄົນ ເນື່ອງຈາກ ຫິມະຕົກໜັກ ທາງພາກ ຕາເວັນອອກ ສ່ຽງເໜືອ ຂອງປະເທດນີ້. ໂດຍສະເພາະ ແຂວງຄັງວອນ ຫິມະຕົກໜັກ ສູງເຖິງ 90 ຊັງຕີແມັດ ໃນເຂດບໍລິເວນພູ ແລະ 5-20 ຊັງຕີແມັດ ໃນພື້ນທ່ີອື່ນໆ ໃນລະຫວ່າງ ວັນທີ 1-2 ມີນາຜ່າມາ, ເສັ້ນທາງ ຫລາຍສາຍ ຕ້ອງປິດການ ສັນຈອນ, ສົ່ງຜົນໃຫ້ ລົດຫລາຍຮ້ອຍຄັນ ຍັງຕິດຄ້າງຢູ່ ເນື່ອງຈາກ ປິດເສັ້ນທາງ.
Read More »ຣັດເຊຍ ພ້ອມເຈລະຈາແກ້ໄຂຂໍ້ຂັດແຍ່ງກັບ ສ.ອາເມລິກາ
ຕາມຂ່າວຈາກ ຫວຽດນາມ(VOVWORLD) ວັນທີ 2 ມີນາ ທີ່ຜ່ານມາ, ທ່ານ ວາລາດີເມຍ ປູຕິນ(Vladimir Putin), ປະທານາ ທິບໍດີ ຣັດເຊຍ ກຽມຄວາມພ້ອມແລ້ວ ທີ່ຈະ ຮັກສາ ການເຈລະຈາ ແລະ ແກ້ໄຂ ຂໍ້ຂັດແຍ່ງ ກັບ ສ.ອາເມ ລິກາ ເພື່ອຟື້ນຟູ ແລະ ພັດທະນາ ການພົວພັນກັນ ຢ່າງຕັ້ງໜ້າ. ກ່ອນໜ້ານີ້, ຣັດເຊຍ ແລະ ສ.ອາເມລິກາ ໄດ້ຕໍ່ກຳນົດ ເວລາ ສັນຍາ ຫລຸດຜ່ອນ ອາວຸດ ບຸກໂຈມຕີ ຍຸດທະສາດໃໝ່ (New START). ພາຍຫລັງ ຮັບດຳລົງ ຕຳແໜ່ງ ປະທານາທິບໍດີ ອາເມລິກາ, ທ່ານ ໂຈ ໄປເດນ (Joe Biden) ໄດ້ດຳເນີນ ການ ເຈລະຈາ ກັບ ຄູ່ຮ່ວມຕຳແໜ່ງຝ່າຍ ຣັດເຊຍ ໃນທ້າຍເດືອນ ມັງກອນ ທີ່ຜ່ານມາ ...
Read More »ອັງກິດ ສັກວັກຊິນປ້ອງກັນໂຄວິດ-19 ກວ່າ 20 ລ້ານຄົນຫລາຍທີ່ສຸດໃນເອີຣົບ
ຕາມຂ່າວຈາກ ລອນດອນ,ທ່ານ ບໍຣີສ ຈອນສັນ,ນາຍົກລັດຖະມົນຕີ ອັງກິດ ຖະແຫລງວ່າ: ຊາວອັງກິດ 20,09 ລ້ານຄົນ ໄດ້ຮັບວັກຊິນ ປ້ອງກັນ ໂຄວິດ-19ແລ້ວ ຂະນະທີ່ ເກືອບຮອດ 800.000ຄົນ ໄດ້ຮັບ ວັກຊິນຄົບ 2ເຂັມແລ້ວ ຖືວ່າອັງກິດ ໄດ້ສັກວັກຊິນ ຫລາຍທີ່ສຸດ ໃນເອີຣົບ.ຂະນະທີ່ ອັງກິດ ມີລາຍງານ ຜູ້ຕິດເຊື້ອ ລາຍໃໝ່ 6.035ຄົນ ແລະ ເສຍຊີວິດເພີ່ມ 144 ຄົນ ໃນໄລຍະ 28ວັນ ຫລັງກວດພົບ ໂຄວິດ-19 ແຫຼ່ງຂ່າວ: ຂປລ
Read More »ອິນເດຍ ສົ່ງດາວທຽມບຣາຊິນ ຂຶ້ນສູ່ວົງໂຄຈອນໂລກ
ອ້າງຕາມຂ່າວ ອິນເດຍ, ວັນທີ 28 ກຸມພາທີ່ຜ່ານມາ, ອິນເດຍ ໄດ້ສົ່ງດາວທຽມສຳຫລວດໂລກ ຂອງ ບຣາຊິນ ແອມະຊໍເນຍ-1 ຂື້ນສູ່ວົງໂຄຈອນໂລກເພື່ອກວດກາ ແລະ ສົ່ງຂໍ້ມູນທີ່ກ່ຽວກັບ ການທຳລາຍປ່າ ແລະ ວິເຄາະ ຄວາມຫລາກຫລາຍ ດ້ານກະສິກຳໃນພາກພື້ນອາເມຊອນໃຫ້ແກ່ ໜ່ວຍງານທີ່ກ່ຽວຂ້ອງໃນບຣາຊິນ, ເປັນດາວທຽມດວງທຳອິດ ຂອງ ບຣາຊິນ ທີ່ຍິງຂື້ນສູ່ວົງໂຄຈອນຈາກຖານປ່ອຍໃນອິນເດຍ. ຈະຫລວດສົ່ງດາວທຽມຂອງສຳນັກງານ ອາວະກາດ ອິນເດຍ ໄດ້ສົ່ງດາວທຽມສຳຫລວດໂລກ ຂອງ ບຣາຊິນແອມະຊໍເນຍ-1 ຂື້ນສູ່ວົງໂຄຈອນໂລກ ພ້ອມດາວທຽມດວງອື່ນໆ ອີກ18 ລູກ, ຈາກຖານປ່ອຍຈະຫລວດເມືອງສະຣີຫລີໂກຕາລັດອານທຳປະເທດໄດ້ປະສົບຜົນສຳເລັດໃນປີນີ້.
Read More »