ລາຄາອາຫານໂລກ ເພີ່ມຂື້ນຢ່າງຕໍ່ເນື່ອງ

ສຳນັກຂ່າວ ຊິນຮວາຂອງຈີນ, ອົງການອາຫານ ແລະ ກະສິກຳແຫ່ງສະຫະປະຊາຊາດລາຍງານ ວ່າ: ເມື່ອເດືອນກຸມພາ ຜ່ານມາ, ລາຄາອາຫານໂລກໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນເດືອນທີ 9 ໂດຍສະເພາະດັດສະນີລາຄາອາຫານ ລວມມີ 116 ຈຸດ, ເພີ່ມຂຶ້ນ 26,5% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2019.

bunch of vegetables photo – Free Image on Unsplash

ໃນນັ້ນລາຄານ້ຳຕານບໍລິໂພກເພີ່ມຂຶ້ນຫລາຍກວ່າ 6,4%, ລາຄານ້ຳມັນພືດ ເພີ່ມຂື້ນ 6,2% ເປັນຕົວເລກສູງສຸດ ນັບແຕ່ ເດືອນເມສາປີ 2012 ເປັນຕົ້ນມາ. ສ່ວນດັດສະນີລາຄາຜະລິດຕະພັນນົມ, ທັນຍາພືດ ແລະ ຊີ້ນສັດຕ່າງໆເພີ່ມຂຶ້ນຫລາຍກວ່າ 1,7%, 1,2% ແລະ 0,6% ຕາມລຳດັບ.

8 hacks for navigating the supermarket - Canadian Cycling Magazine

ນອກຈາກນັ້ນ, ອົງການດັ່ງກ່າວຍັງໄດ້ປັບເພີ່ມປະລິມານການຜະລິດທັນຍາພືດໂລກ ໃນປີ 2020 ໃຫ້ເປັນ 2.761 ລ້ານໂຕນ, ເພີ່ມຂຶ້ນ 1,9% ເມື່ອທຽບໃສ່ປີ 2019. ຄາດວ່າ: ການຜະລິດເຂົ້າ, ສາລີ ຂອງ ໂລກ ໃນປີ 2021 ຈະເພີ່ມຂຶ້ນຢ່າງຕໍ່ເນື່ອງເປັນປີທີ 3 ແລະ ຈະສ້າງຕົວເລກສະຖິຕິໃໝ່ ເຖິງ 780 ລ້ານໂຕນ.

ຂປລ.

Comments