ທ່ານ ນາງ ແອວວີລາ ຮັບຕຳແໜ່ງ WTO ຢ່າງເປັນທາງການ

ຂ່າວສານຊີອາໄອລາຍງານວ່າ: ທ່ານ ນາງ ແອວວີລາ ຊຶ່ງແມ່ນແມ່ຍິງຄົນທໍາອິດ ທີ່ໄດ້ຂຶ້ນຮັບຕຳແໜ່ງເປັນຜູ້ອຳນວຍການໃຫຍ່ອົງການການຄ້າໂລກ ຄົນທີ 7 ຢ່າງເປັນທາງການ. ຂ່າວລາຍງານວ່າ: ທ່ານ ນາງ ເອັນໂກຊີ ໂອໂຄນໂຈ ແອວວີລາ ນັກເສດຖະສາດ ຊາວນິເຊຣີ ຈະດຳລົງຕຳແໜ່ງ ເປັນຜູ້ອຳນວຍການໃຫຍ່ອົງການການຄ້າໂລກ ຫຼື WTO ຈົນຮອດວັນທີ 31 ສິງຫາປີ 2025. ຜູ້ອຳນວຍການໃຫຍ່ອົງການດັ່ງກ່າວ ທີ່ເປັນເພດຍິງຄົນທຳອິດໃນປະຫວັດສາດຂອງ WTO, ທັງແມ່ນຜູ້ອຳນວຍການໃຫຍ່ຜູ້ທຳອິດທີ່ມາຈາກທະວີບອາຟຣິກາ.ໃນພິທີຂຶ້ນຮັບຕໍາແໜ່ງແບບທາງໄກ, ເມື່ອວັນທີ 1 ມີນາຜ່ານມາ, ທ່ານ ນາງ ແອວວີລາ ໄດ້ກ່າວ ວ່າ: ທ່ານ ຈະທຸ່ມເທຄວາມຮູ້, ຄວາມກະຕື້ລືລົ້ນ, ບົດຮຽນ ແລະ ຄວາມເດັດດ່ຽວທັງໝົດ ເຂົ້າໃນວຽກງານຂອງອົງການການຄ້າໂລກ ແລະ ຈະພະຍາຍາມປະຕິຮູບ WTO ເພື່ອຜົນສຳເລັດຕົວຈິງ.

อาจเป็นรูปภาพของ 1 คน

Comments