ເຢຍລະມັນ ເຕືອນຄວາມສະເໝີພາບ ຍິງ-ຊາຍ ນັບມື້ຫຼຸດລົງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມບົດລາຍງານສະບັບຫຼ້າສຸດຂອງເອີຣົບ ກ່ຽວກັບຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ, ໂຣກລະບາດໂຄວິດ – 19 ໄດ້ເຮັດໃຫ້ສະພາບຂາດຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ໃນຊີວິດການເປັນຢູ່ເກືອບທັງໝົດ ນັບມື້ຮ້າຍແຮງຂຶ້ນຕື່ມໃນບັນດາຂົງເຂດ.

ຂ່າວລະບຸວ່າ: ພະຍາດລະບາດໂຄວິດ – 19 ມີຄວາມສ່ຽງເຮັດໃຫ້ບັນດາຄວາມກ້າວໜ້າທີ່ບັນລຸໄດ້ກ່ຽວກັບຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ຖືກກະທົບໜັກ ຊຶ່ງເຫດຜົນ ແມ່ນຍ້ອນແມ່ຍິງຮັບປະກັນວຽກງານເບິ່ງແຍງດູແລເດັກນ້ອຍ ໃນກໍລະນີຖືກປິດລ້ອມ ແລະ ຕ້ອງເຮັດວຽກງານທີ່ມີຄວາມສ່ຽງຫຼາຍຢ່າງ. ນີ້ແມ່ນຄຳກ່າວເຕືອນຂອງທ່ານ ນາງ ແອງເຈລາ ເມີແຄວ ນາຍົກລັດຖະມົນຕີ ເຢຍລະມັນ ທີ່ໄດ້ຍົກອອກມາໃນວັນທີ 6 ມີນາຜ່ານມາ, ໃນສານສະບັບໜຶ່ງ ເນື່ອງໃນໂອກາດວັນແມ່ຍິງສາກົນ 8 ມີນາ. ທ່ານ ນາງ ເມີແຄວ ຊີ້ອອກວ່າ: ບັນດາປະເທດ ຕ້ອງມີການກະທຳຕົງຈິງໃນການກໍາຈັດໂຣກລະບາດ ບໍ່ເຮັດໃຫ້ໂລກກັບຄືນສູ່ສະພາບການຂາດຄວາມສະເໝີພາບ ລະຫວ່າງ ຍິງ – ຊາຍ ຄືເມື່ອກ່ອນ. ທ່ານນາງ ເມີແຄວ ເນັ້ນໜັກວ່າ: ວິກິດການດ້ານສາທາລະນະສຸກ ໄດ້ກໍ່ຜົນກກະທົບຕໍ່ແມ່ຍິງຢ່າງບໍ່ມີຄວາມຍຸຕິທຳ.

Germany assumes EU presidency as Merkel pushes for massive bloc-wide  recovery plan

ຕາມບົດລາຍງານສະບັບຫຼ້າສຸດຂອງ ເອີຣົບ ກ່ຽວກັບຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ, ໂຣກລະບາດໂຄວິດ – 19 ໄດ້ເຮັດໃຫ້ສະພາບຂາດຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ໃນຊີວິດການເປັນຢູ່ເກືອບທັງໝົດ ນັບມື້ຮ້າຍແຮງຂຶ້ນຕື່ມໃນບັນດາຂົງເຂດ.

ແຫຼ່ງຂ່າວ:

Comments